ນັກວິຊາກາຣ ນັກວິສວະກອຣ ລາວ

0:00 / 0:00

ປັດຈຸບັນ ລາວ ມີໂຄງການ ພັທນາ ຫລາຍແຫ່ງ ແຕ່ຕ້ອງການ ນັກວິສວະກອຣ ແລະ ນັກວິຊາການ ທີ່ຍັງບໍ່ ພຽງພໍ ກັບ ຄວາມຕ້ອງການ ຈຶ່ງຈໍາເປັນ ຕ້ອງໄດ້ຈ້າງ ມາຈາກ ຕ່າງປະເທດ.

ກ່ຽວກັບ ບັນຫານີ້ ເຈົ້າໜ້າທີ່ ມະຫາວິທຍາລັຍ ແຫ່ງຊາດ ຂອງລາວ ເວົ້າວ່າ:

"ຍັງຂາດຫລາຍຢູ່ ປະເທດ ກໍາລັງພັທນາ ແດ່ມັນກໍຂາດ ບຸຄລາກອນ ກໍຂາດກໍເປັນ ບັນຫາ ຄັນຊິເວົ້າ ກໍແບບວ່າ ຄົນເຫລືອບໍ່ພໍ ແຖວ REMOTE AREA ເຂົາບໍ່ຢາກໄປ ມັນກໍຂາດຢູ່ ບອນນັ້ນ ຈົບແລ້ວ ເຮົາກໍອອກໄປເຮັດ ໄປທໍາງານ ຢູ່ນອກ ແຕ່ວ່າ ກໍບາງຄົນ ນັກສຶກສາ ຈໍານວນນຶ່ງ ເຂົາບໍ່ກັບ ສ່ວນຫລາຍ ກໍແບບວ່າ ຄົນມັນອົພຍົບ ເຂົ້າມາຢູ່ ໃນຕົວເມືອງໃຫຍ່ ມັນຂາດແຄນ ແນວນັ້ນ".

ທ່ານເວົ້າ ຕໍ່ໄປວ່າ ນັກວິສວະກອຣ ຫລື ນັກວິຊາກາຣ ຂອງລາວ ນັ້ນມີຢູ່ ແຕ່ມີຈໍານວນ ຈໍາກັດ ແລະ ຄວາມຮູ້ ຄວາມສາມາດ ກໍຍັງຈໍາກັດ ເພາະຍັງບໍ່ມີ ເທັກໂນໂລຍີ ທີ່ທັນສມັຍ ໃນການສອນ, ຈຶ່ງມີຄວາມ ຈໍາເປັນ ຕ້ອງໄດ້ຫາ ຄວາມຮູ້ ເພີ່ມຕື່ມ ຮວມທັງ ຈາກ ປະເທດ ເພື່ອນບ້ານ. ມະຫາວິທຍາລັຍ ແຫ່ງຊາດ ມີແຜນ ທີ່ຈະສ້າງ ນັກ ວິສວະກອຣ ດ້ານກົນຈັກ ຫລື ໄຟຟ້າ ໃຫ້ຫລາຍຂຶ້ນ ເພື່ອຕອບສນອງ ຄວາມຕ້ອງການ ຂອງ ແຕ່ລະແຂວງ.

ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ໂຄງການພັທນາ ຢູ່ເຂດ ຊົນນະບົດ ຂາດ ນັກວິຊາການ ຫລາຍ ຍ້ອນວ່າ ນັກສຶກສາ ທີ່ຮຽນຈົບແລ້ວ ພຍາຍາມ ຊອກຫາ ເຮັດວຽກ ຢູ່ຕົວເມືອງ ໃຫຍ່ ເພື່ອຫວັງໃຫ້ ຕົນມີຄວາມ ກ້າວໜ້າ ແລະ ໄດ້ຄ່າຕອບແທນສູງ ຊຶ່ງກໍມີ ຈໍານວນນຶ່ງ ໄປຮຽນຕໍ່ ຕື່ມອີກ.