ໜັງສືພິມທາງການລາວ ຣາຍງານວ່າ ເຈົ້າເມືອງ ເມືອງຊໍາໃຕ້ ແຂວງຫົວພັນ ຈະໃຫ້ ປະຊາຊົນ ບ້ານພັດເໜືອ ຍ້າຍຈາກບ້ານເກົ່າ ໄປຢູ່ ບ້ານພັດໃຕ້ ແຕ່ຊາວບ້ານ ບໍ່ຢາກຍ້າຍ ຍ້ອນວ່າ ດິນຢູ່ບ້ານໃໝ່ ບໍ່ເຫມາະສົມ ຕໍ່ການປຸກເຮືອນ ເພາະວ່າ ຢູ່ເຂດຕິນພູ ແລະ ຢ້ານບໍ່ມີດິນ ປູກຝັງ ຄືບ້ານເກົ່າ ຊຶ່ງຈະເຮັດໃຫ້ ພວກເຂົາເຈົ້າ ທຸກຍາກຕື່ມອີກ.
ວິທຍຸເອເຊັຍເສຣີ ໄດ້ໂທຣະສັບ ໄປຫາເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງຊໍາໃຕ້ ຊຶ່ງທ່ານໄດ້ ອະທິບາຍ ວ່າການໃຫ້ ປະຊາຊົນ ຍົກຍ້າຍ ໄປຢູ່ ບ້ານພັດໃຕ້ ກໍຍ້ອນວ່າ ທາງການ ຈະໃຊ້ດິນ ຢູ່ບ້ານພັດເໜືອ ເປັນເນື້ອທີ່ ປູກເຂົ້າ ຂອງ ເມືອງຊໍາໃຕ້ ໃນ ອະນາຄົດ ເພາະເປັນດິນ ທີ່ ອຸດົມສົມບຸນ ແກ່ການປູກເຂົ້າ ທ່ານວ່າ:
“ຢູ່ເຂດບ້ານພັດເໜືອຫັ້ນ ຕາມທິດຂອງເມືອງແລ້ວ ຢາກຍ້າຍມາຢູ່ບ້ານພັດໃຕ້ ກໍຍ້ອນວ່າ ເຂດຫັ້ນ ເປັນເຂດນຶ່ງ ທີ່ວ່າການຜລິດ ມັນເໝາະສົມ ຢາກໃຫ້ ປະຊາຊົນ ຍ້າຍມາຢູ່ ທາງບ້ານພັດໃຕ້ ແລ້ວເອົາ ສະຖານທີ່ ທີ່ຢູ່ເຂົາ ສູ່ມື້ນີ້ ຂຍາຍເນື້ອທີ່ນາ ອອກຕຶ່ມ”.
ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ ອີກສາເຫດນຶ່ງ ທີ່ຕ້ອງ ຍົກຍ້າຍປະຊາຊົນ ຂອງບ້ານດັ່ງກ່າວ ເພື່ອໃຫ້ເປັນໄປຕາມແຜນ ເຕົ້າໂຮມ ບ້ານຫນ້ອຍ ໃຫ້ເປັນບ້ານໃຫຍ່ ຊື່ງເນື້ອທີ່ ພາຍໃນ ບ້ານພັດໃຕ້ ຍັງເຫລືອຢູ່ຫລາຍ ພຽງພໍ ທີ່ຈະໃຫ້ ປະຊາຊົນ ຍ້າຍເຂົ້າມາ ເພີ້ມຕື່ມ, ສ່ວນແຜນການ ຈັດສັນດິນ ໃຫ້ປະຊາຊົນ ປູກເຮືອນໃໝ່ ແລະ ປູກຝັງນັ້ນ ທາງການໄດ້ ກະຕຽມໄວ້ ເປັນທີ່ຮຽບຮ້ອຍແລ້ວ.
ເຖິງຢ່າງໃດກໍຕາມ ຍັງບໍ່ມີກໍານົດວ່າ ຫາງການ ຈະຍົກຍ້າຍ ປະຊາຊົນ ເມື່ອໃດ ເນື່ອງຈາກ ຍັງຈະຕ້ອງໄດ້ ຫາຣື ໂອ້ລົມກັນ ຕຶ່ມອີກ. ວິທຍຸ ເອເຊັຍເສຣີ ພຍາຍາມ ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ທ້ອງຖິ່ນ ຢູ່ບ້ານພັດເໜືອ ເພື່ອຖາມ ຂໍ້ມູນເພີ້ມຕື່ມ ແຕ່ຕິດຕໍ່ ບໍ່ໄດ້.
