ຊາວບ້ານບ້ານພອນໄຊ ເມືອງແລະແຂວງ ຫຼວງພຣະບາງ ທີ່ຖືກກ່າວຫາວ່າບຸກລຸກ ເຂົ້າໄປຕັ້ງບ້ານເຮືອນ ຢູ່ດິນຂອງບໍຣິສັດ ດວງປະເສີດ ຂົວທາງ ຖືກສັ່ງໃຫ້ ອອກຈາກທີ່ດິນ ເຂດນັ້ນ ພາຍໃນວັນທີ 20 ກັນຍາ 2017 ນີ້. ຕາມຄໍາເວົ້າ ຂອງຊາວບ້ານ ຜູ້ທີ່ຢູ່ໃນເຂດ ດັ່ງກ່າວ ຕໍ່ເອເຊັຍເສຣີ ວ່າ:
"ທາງແຂວງນະ ກໍານົດວັນທີ 20 ນີ້ນະ ໃຫ້ອອກໜີ ລະພວກຂ້ອຍບໍ່ມີ ບາດດິນຫຼວງປະເສີດ ຫຼາຍບ່ອນຫຼາຍ 8-9 ຕອນ ຕອນນຶ່ງ ເປັນ 50-60 ເຮັກຕາ ແລ້ວ ບໍ່ເອົາ ປະຊາຊົນ ພົລເມືອງ ຜູ້ທຸກຜູ້ຍາກ ເຫຼີດເອົາຄົນຄົນດຽວ ລຸງກະເລີຍ ບໍ່ມີທີ່ດິນສິຢູ່".
ທາງການແຂວງຫຼວງພຣະບາງ ແຈ້ງໃຫ້ຊາວບ້ານ 60 ຄອບຄົວ ຍ້າຍອອກຈາກທີ່ດິນ ຕອນດັ່ງກ່າວ ໃນເວລາທີ່ ມີການປະຊຸມຫາລືກັນ ລະຫ່ວາງ ຊາວບ້ານ ກັບເຈົ້າໜ້າທີ່ ກ່ຽວຂ້ອງ ຂອງແຂວງ ໃນວັນທີ 3 ສິງຫາ ທີ່ຜ່ານມາ ຫລັງຈາກບໍຣິສັດ ດວງປະເສີດກໍ່ສ້າງໄດ້ເອົາ ຣົດຈົກ ໄປທັບມ້າງເຮືອນ ປະຊາຊົນ 20 ຄອບຄົວ.
ການໃຫ້ຍ້າຍອອກ ໂດຍບໍ່ມີການ ຊົດເຊີຍຄວາມເສັຽຫາຍ, ຊາວບ້ານເຫັນວ່າ ບໍ່ຍຸຕິທັມ ເພາະວ່າ ໜ່ວຍງານຂອງຣັຖ ເປັນຜູ້ແບ່ງ ທີ່ດິນນີ້ ໃຫ້ເຂົາເຈົ້າ ໃຊ້ກ່ອນທີ່ ບໍຣິສັດ ດວງປະເສີດ ຈະມາເຮັດ ໃບຕາດິນ ຖາວອນ ເພື່ອຈັບຈອງ ທີ່ດິນຕອນດັ່ງກ່າວ, ດັ່ງທ່ານກ່າວວ່າ:
"ພວກຂ້ອຍກະມາຢູ່ກ່ອນ ມາເຮັດກ່ອນແຕ່ປີ 2001 ພຸ້ນ ດວງປະເສີດກໍມາເວົ້າມາວ່າ ທໍາອິດນີ້ ເອີ ທາງລຸ່ມລະແມ່ນ ດິນຂ້ອຍບໍ່ໃຫ້ແຕະ ໃຫ້ຕ້ອງເນີ ພວກເຈົ້າ ຢູ່ນີ້ຖືກແລ້ວ ດິນພັກດິນຣັຖ ລະຜົລສຸດທ້າຍ ລະມາເຮັດຈັ່ງຊີ້ ລະພວກລຸງ ບໍ່ມີທີ່ເພິ່ງພາອາສັຍ ປັກປັນດິນ 4 ເທື່ອລະ ວ່າແມ່ນ ຂອງດວງປະເສີດ".
ທ່ານ ກ່າວໃນຕອນທ້າຍວ່າ ຖ້າຈະໃຫ້ອອກ ກໍຕ້ອງແຈ້ງລ່ວງໜ້າ ແລ້ວກໍຫາ ທີ່ດິນບ່ອນໃໝ່ ໃຫ້ຢູ່ກ່ອນ ເພາະພວກເຮົາ ແມ່ນພະນັກງານ ບໍານານ ຕໍ່ສູ້ຄຽງບ່າ ຄຽງໄລ່ ກັບພັກ ມາຈົນຮອດ ຣະບອບໃໝ່.
ຜ່ານມາຊາວບ້ານ ໄດ້ຄໍາຮ້ອງທຸກໄປຫາສະພາ ໄປຫາແຂວງ ແລະໄປຫາອົງການ ກວດກາຣັຖບານ ແຕ່ຄຳຮ້ອງທຸກເຂົາເຈົ້າ ກໍໍບໍ່ໄດ້ຮັບ ການແກ້ໄຂ. ເພື່ອຂໍ ຣາຍລະອຽດເພີ່ມຕື່ມ, ເອເຊັຍເສຣີ ໄດ້ໂທຣະສັບໄປຫາ ຄະນະໄກ່ເກັ່ຽແຂວງ ແຕ່ເຈົ້າໜ້າທີ່ ບໍ່ສະດວກທີ່ຈະເວົ້ານໍາ.