ຕຣຽມສົ່ງສິນຄ້າໄປຈີນ ຕາມທາງຣົຖໄຟລາວ-ຈີນ

0:00 / 0:00

ທາງການລາວ ກະຕຣຽມດໍາເນີນການຈະຂົນສົ່ງສິນຄ້າຈາກລາວໄປຈີນ ຜ່ານເສັ້ນທາງຣົຖໄຟລາວ-ຈີນ ຜ່ານເສັ້ນທາງຣົຖໄຟລາວ-ຈີນ ສ່ວນລາຍຣະອຽດ ແລະແຜນການກ່າວນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນສາມາດເປີດເຜີຍໄດ້ເທື່ອ.

ດັ່ງເຈົ້າໜ້າທີ່ທີ່ເຮັດວຽກກ່ຽວຂ້ອງກັບ ການສົ່ງອອກສິນຄ້າໄປຈີນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 21 ມົກກະຣານີ້ວ່າ:

" ດຽວນີ້ມັນບໍ່ທັນໄດ້ສົ່ງດຽວນີ້ ຂະເຈົ້າຈັດສົ່ງລະແມ່ນ ຂັ້ນເທິງພຸ້ນ ເປັນບໍຣິສັດທີ່ວ່າ ສາມາດເວົ້າເຣື່ອງຂາເຂົ້າ-ຂາອອກ ຊັ້ນສາເນາະ ມັນຈັ່ງຄ່ອຍສົ່ງອອກໄດ້ ຫັ້ນນ່າເນາະ ຄັນວ່າພວກໃດ ທີ່ຕ້ອງການເຈດຈໍານົງ ສົ່ງອອກເນາະ ເປັນບໍຣິສັດ ຕ້ອງໄດ້ໄປປະກອບເອກະສານ ຕາມຂແນງການກ່ຽວຂ້ອງພຸ້ນ ຈັ່ງຄ່ອຍດໍາເນີນໄດ້ເນາະ ."

ປັດຈຸບັນ ບໍຣິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ (Vientiane Logistic Park) ຊຶ່ງເປັນບໍຣິສັດ ຢູ່ດ່ານສາກົລ ສິນຄ້າທ່າບົກທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຈະດໍາເນີນການໃຫ້ການຂົນສົ່ງສິນຄ້າໄປຈີນ ຜ່ານເສັ້ນທາງຣົຖໄຟລາວ-ຈີນ ກໍກໍາລັງຢູ່ລະຫວ່າງການກະຕຣຽມຄວາມພ້ອມຫຼາຍດ້ານ ກ່ອນທີ່ຈະເປີດໃຫ້ບໍຣິການ ແກ່ຜູ້ປະກອບການໃນລາວ ທີ່ມີຄວາມປະສົງ ສົ່ງສິນຄ້າໄປຈີນ ຜ່ານເສັ້ນທາງຣົຖໄຟລາວ-ຈີນ.

ຢ່າງໃດກໍຕາມ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ ຫາບໍຣິສັດດັ່ງກ່າວ ແຕ່ທາງບໍຣິສັດ ຍັງບໍ່ທັນເປີດໃຫ້ບໍຣິການເບີໂທຣະສັບ ແລະຍັງບໍ່ໄດ້ເປີດເຜີຍແຜ່ຂໍ້ມູນດ້ານຕ່າງໆ ຢ່າງຣະອຽດ ຜ່ານທາງເວັບໄຊ໋ ຂອງບໍຣິສັດເທື່ອ.

ແຕ່ກ່ອນໜ້ານີ້ ໃນວັນທີ່ 31 ທັນວາ ປີ 2021 ທ່ານ ຈັນທອນ ສິດທິໄຊ ປະທານບໍຣິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ ເປີດເຜີຍຕໍ່ສື່ມວນຊົນລາວວ່າ ໂຄງການໂລຈິສຕິກ ໄດ້ເປີດໃຊ້ຕັ້ງແຕ່ວັນທີ່ 4 ທັນວາ ປີ 2021 ຊຶ່ງໄດ້ມີການຂົນສົ່ງສິນຄ້າຈາກໄທຍ ເຂົ້າມາລາວ ສເລັ່ຍມື້ລະ ປະມານ 100 ຕູ້ຄອນເທັນເນີ້ ເພື່ອສົ່ງສິນຄ້າຕໍ່ໄປຍັງປະເທດຈີນ ຜ່ານທາງຣົຖໄຟລາວ-ຈີນ ແຕ່ປັດຈຸບັນ ຍັງມີບັນຫາ ເຣື່ອງຂອດຂັ້ນຂອງການບໍຣິຫານ ແລະກວດການສິນຄ້າຜ່ານແດນ ຍ້ອນທາງການຈີນ ຍັງຈໍາກັດການໃຫ້ສິນຄ້າຈາກລາວ ຫຼືຈາກຕ່າງປະເທດ ຜ່ານແດນຈາກລາວເຂົ້າໄປຈີນ.

ສ່ວນຜູ້ປະກອບການຂົນສົ່ງສິນຄ້າ ຈາກລາວໄປຈີນ ຫຼາຍບໍຣິສັດ ກໍກໍາລັງລໍຖ້າທີ່ຈະໃຊ້ບໍຣິການ ຂົນສົ່ງສິນຄ້າໄປຈີນ ຜ່ານຣົຖໄຟລາວ-ຈີນ ຍ້ອນເຊື່ອວ່າ ຈະໃຊ້ເວລາຂົນສົ່ງໄວ ແລະ ສະດວກກວ່າ ການຂົນສົ່ງທາງຣົຖບົນທຸກ ແຕ່ກໍບໍ່ຮູ້ວ່າ ຈະເປີດໃຫ້ບໍຣິການເມື່ອໃດ.

ດັ່ງຜູ້ປະກອບການຂົນສົ່ງສິນຄ້າ ທ່ານນຶ່ງ ກ່າວວ່າ:

" ຍັງບໍ່ທັນມີເທື່ອເດີ້ ອັນນີ້ກະບໍ່ແນ່ໃຈຄືກັນ ບໍ່ໄດ້ ສົ່ງບໍ່ໄດ້ ມີແຕ່ສົ່ງມາໄດ້ ແຕ່ເຮົາສົ່ງໄປບໍ່ໄດ້ ມີແຕ່ຂົນສົ່ງພາຍໃນປະເທດກ່ອນ ຣົຖໄຟຍັງບໍ່ມີເທື່ອເດີ້ ."

ຜູ້ປະກອບການຂົນສົ່ງ ສິນຄ້າຈາກລາວໄປຈີນ ອີກທ່ານນຶ່ງກ່າວວ່າ ລາວເອງກໍຮູ້ຂ່າວວ່າ ມີບໍຣິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ ທີ່ກໍາລັງຈະໃຫ້ບໍຣິການຂົນສົ່ງສິນຄ້າ ຈາກລາວໄປຈີນ ແຕ່ກໍຍັງບໍ່ຮູ້ວ່າ ຈະເລີ່ມເມື່ອໃດ ຊຶ່ງໃນໄລຍະນີ້ ກໍມີແຕ່ຂົນສົ່ງສິນຄ້າ ຈາກລາວໄປຈີນ ຜ່ານທາງຣົຖບັນທຸກ ແລະ ເຮືອບິນ.

" ສິນຄ້າໄປຈີນ ທາງບໍຣິສັດເຮົາ ກະມີບໍຣິການໂຕນີ້ແດ່ ແຕ່ເຂົາຍັງເຂົາຍັງບໍ່ໄດ້ເປີດເທື່ອ ສົ່ງໄປຈີນນີ້ ມັນຈະມີບໍຣິສັດອັນນຶ່ງຕ່າງຫາກ ບໍ່ແມ່ນບໍຣິສັດຣົຖໄຟ ."

ໃນຂະນະດຽວກັນ ປະເທດໄທຍ ກໍໄດ້ສົ່ງສິນຄ້າ ປະເພດເຂົ້າສານອອກໄປຈີນ ປະຣິມານ 1,000 ຕັນ ໂດຍຜ່ານເສັ້ນທາງຣົຖໄຟລາວ-ຈີນແລ້ວ, ດັ່ງທ່ານ ອະລົງກອນ ພົລບຸດ ທີ່ປຶກສາຣັຖມົນຕຣີ ວ່າການກະຊວງກະເສດ ແລະສະຫະກອນ ຂອງໄທຍ ໄດ້ໂພສຂໍ້ຄວາມ ລົງໃນເຟສບຸກສ່ວນໂຕຂອງທ່ານ ໃນວັນທີ່ 20 ມົກກະຣາ ຜ່ານມາວ່າ: “ປະເທດໄທຍ ສາມາດສົ່ງອອກເຂົ້າສານ ຈໍານວນ 20 ຕູ້ ປະຣິມານ 1,000 ຕັນ ໂດຍໃຊ້ເສັ້ນທາງຣົຖໄຟລາວ-ຈີນ ໄປຮອດຈີນແລ້ວ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກະຊວງກະເສດ ແລະສະຫະກອນ ຂອງໄທຍ ເພື່ອສອບຖາມລາຍຣະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ລາຍຣະອຽດທາງໂທຣະສັບ.

ສ່ວນຜູ້ປະກອບການຂົນສົ່ງສິນຄ້າຢູ່ໄທຍ ແຫ່ງນຶ່ງ ທີ່ຂໍສງວນຊື່ບໍຣິສັດ ຊຶ່ງໄດ້ເປັນໂຕແທນ ເລີ່ມໃຫ້ບໍຣິການ ຂົນສົ່ງສິນຄ້າຈາກໄທຍໄປຈີນ ໂດຍຜ່ານເສັ້ນທາງຣົຖໄຟໄທຍ-ລາວ ໄປເຊື່ອມຕໍ່ກັບຣົຖໄຟລາວ-ຈີນ ກ່າວວ່າ:

" ພວກເຮົາເປັນບໍຣິສັດ ທີ່ເຮັດດ້ານການຂົນສິນຄ້າໄປລາວ ຜ່ານຣົຖໄຟໄທຍ-ລາວ ຖາມວ່າ ການຂົນສົ່ງມີຄວາມສະດວກບໍ ມັນກໍຍັງບໍ່ທັນເຂົ້າທີ່ເຂົ້າທາງ ແຕ່ໃນສ່ວນຂອງພວກເຮົາແລ້ວ ພວກເຮົາເຮັດທຸຣະກິຈ ຂົນສົ່ງສິນຄ້າມາຫຼາຍກວ່າ 30 ປີແລ້ວ ກໍບໍ່ໄດ້ຕິດຂັດຫຍັງຫຼາຍ ."

ໃນຂະນະດຽວກັນ ກໍຍັງມີຜູ້ປະກອບການ ຂົນສົ່ງສິນຄ້າຢູ່ໄທຍ ອີກຈໍານວນຫຼາຍ ທີ່ຍັງບໍ່ທັນມີແຜນ ໃຊ້ບໍຣິການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນ ຍ້ອນຍັງຕ້ອງເບິ່ງປັດຈັຍ ທາງດ້ານເສຖກິຈ ແລະອື່ນໆອີກຫຼາຍຢ່າງນໍາ.

ດັ່ງຜູ້ປະກອບການ ຂົນສົ່ງສິນຄ້າອີກນາງນຶ່ງ ກ່າວວ່າ:

“ຕອນນີ້ຍັງບໍ່ມີແຜນເທື່ອ ແຕ່ກໍຍັງມີການຂົນສົ່ງສິນຄ້າໄປຈີນ ສົ່ງຜ່ານທາງເຮືອບິນ ແລະທາງເຮືອ ຊິຶ່ງສ່ວນຫຼາຍຈະສົ່ງສິນຄ້າ ປະເພດ ຜລິດຕະພັນບໍາຣຸງຜິວ ແລະຂນົມກິນຫຼິ້ນຕ່າງໆ.”

ຫຼ້າສຸດນີ້ ຄ່າບໍຣິການຂົນສົ່ງສິນຄ້າ ແລະຄ່າທໍານຽມເອກະານຕ່າງໆ ໃນລາວຍັງມີລາຄາສູງຢູ່ ໂດຍທ່ານ ຄໍາແພງ ໄຊສົມແພງ ຣັຖມົນຕຣີກະຊວງອຸດສາຫະກັມ ແລະການຄ້າ ໄດ້ສເນີໃຫ້ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ປັບປຸງໂຄງຮ່າງພື້ນຖານ ສະຖານີຣົຖໄຟແຕ່ລະແຫ່ງ ເພື່ອຮອງຮັບການຂົນສົ່ງສິນຄ້າໃຫ້ຫຼາຍຂຶ້ນ ແລະສົມທົບກັບໂຄງການ ທ່າບົກທ່ານາແລ້ງ ແລະເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ວຽກໄປໃນລວງດຽວກັນ ໃນຂະນະທີ່ ຜູ້ປະກອບການຫຼາຍຄົນ ກໍເຫັນວ່າ ຖ້າຫຼຸດຄ່າບໍຣິການຂົນສົ່ງລົງໄດ້ ຈະຊ່ອຍເຮັດໃຫ້ເສຖກິຈລາວ ສາມາດແຂ່ງຂັນ ກັບນາໆປະເທດໄດ້.

ມາຮອດປັດຈຸບັນ ສະຖານີຣົຖໄຟລາວ-ຈີນ ໄດ້ເປີດໃຫ້ບໍຣິການ ຂົນສົ່ງສິນຄ້າພາຍໃນປະເທດແລ້ວ 3 ສະຖານີ ໄດ້ແກ່ ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ນະຄອນຫຼວງວຽງຈັນ, ສະຖານີວັງວຽງ ແຂວງວຽງຈັນ ແລະສະຖານີຂົນສົ່ງສິນຄ້ານາເຕີຍ ແຂວງຫຼວງນໍ້າທາ, ອີງຕາມຂໍ້ມູນຈາກບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ.