ປະທານບໍຣິສັດພີເອັສ ຖືກຈັບ

0:00 / 0:00

ໃນຕອນແລງຂອງວັນທີ 12 ເດືອນກັນຍາ ປີ 2017 ນີ້ ເຈົ້າໜ້າທີ່ຕຳຣວດ ລາວ ໄດ້ຈັບ ທ່ານ ປໍເຮີ້ ແລະນາງ ສຸກນາລີ ເທບສີເມືອງ ທັງສອງເປັນ ປະທານ ບໍຣິສັດ ພີເອັສ ສົ່ງເສີມ ກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາເຂົ້າ-ຂາອອກ ຂຶ້ນຣົດຕູ້ ສີດຳ ອອກຈາກ ສຳນັກງານໃຫ່ຍ ຂອງ ບໍຣິສັດ ພີເອັສ ທີ່ ບ້ານປາກຊາບ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລ້ວນຳໄປ ກັກຂັງຢູ່ ຄຸກໂພນທັນ.

ການຈັບຄະນະບໍຣິຫານ ບໍຣິສັດພີເອັສ ມີຂຶ້ນຫລັງຈາກ ການເຈຣະຈາ ຣະຫວ່າງບໍຣິສັດ ແລະ ລູກຄ້າ ທີ່ມາຊຸມນຸມ ຂໍເງິນຄືນ ຫຼົ້ມເຫຼວ. ລູກຄ້າຜູ້ນຶ່ງ ທີ່ໄປຮ່ວມ ຊຸມນຸມ ກ່າວກັບນັກຂ່າວ ວິທຍຸເອເຊັຍເສຣີ ຂອງພວກເຮົາ ຕອນນຶ່ງວ່າ:

“ທາງເຈົ້າໜ້າທີ່ ເພິ່ນມາຈັບ ຕົວປະທານ 2 ຄົນໄປໃນຕອນແລງ ຂອງມື້ນີ້ ຕາມທີ່ວ່າຂ້ອຍໄດ້ ໄປສັງເກດການ ຢູ່ຫັ້ນ. ໂຕນີ້ຍັງບໍ່ທັນໄດ້ ແຈ້ງຫຍັງເທື່ອ ມີແຕ່ຈັບ ໄປກັກໂຕໄວ້ຊື່ໆ ຂໍ້ກ່າວຫາ ຫຍັງ ຫຼືວ່າມີການຟ້ອງ ການຫຍັງ ຕ່າງໆຫັ້ນ ຍັງບໍ່ທັນໄດ້ ຮັບແຈ້ງເທື່ອ”.

ຫຼັງຈາກນັ້ນຜູ້ຕາງໜ້າລູກຄ້າ ບໍຣິສັດພີເອັສ ແລະຄະນະສະເພາະກິຈ ທີ່ຖືກແຕ່ງຕັ້ງ ຈາກຣັຖບານ ກໍເຈຣະຈາກັນ ແລະຕົກລົງໃຫ້ ຜູ້ຕາງ ໜ້າລູກຄ້າ ພີເອັສ ເຂົ້າຮ່ວມ ໃນຄະນະ ສະເພາະກິດ ເພື່ອຫາທາງແກ້ໄຂ ຂໍ້ຂັດແຍ້ງ ດັ່ງກ່າວ ຕໍ່ໄປ. ເຈົ້າເມືອງ ເມືອງໄຊທານີ ຊຶ່ງເປັນ ສະມາຊິກ ຜູ້ນຶ່ງໃນຄະນະ ສະເພາະກິດ ໃຫ້ຣາຍລະອຽດ ກ່ຽວກັບ ເຣື່ອງນີ້ຕື່ມວ່າ:

“ຕາມການຕົກລົງກັນ ຢູ່ໃນກອງປະຊຸມ ໃນເວທີ ຖືວ່າເອົາ ປະຊາຊົນ ເຂົ້າເປັນສ່ວນຮ່ວມ ໃນຄນະກັມມະການ ທີ່ວ່າມັນຈະມີ ຄະນະ ກັມມະການ ຂັ້ນຣັຖບານ ເພິ່ນແຕ່ງຕັ້ງຂຶ້ນ ເພື່ອແກ້ໄຂບັນຫາ ບໍຣິສັດ PS ຜ່ານມາແລ້ວ. ພາຍຫຼັງ ທີ່ມີຂໍ້ຂັດແຍ່ງ ໂຕນີ້ ແລ້ວ ເພິ່ນ ຈຶ່ງເອົາປະຊາຊົນ ເຂົ້າເປັນ ຄນະກັມມະການນຳ. ກະແນ່ນອນແຫຼະ ມັນຈະມີ ເພິ່ນຍັງຈະເລືອກ ຕາງໜ້າເຂົ້າໄປຮ່ວມ. ສະນັ້ນແນ່ນອນ ແຫຼະ ແຕ່ລະໄລຍະ ປະຊາຊົນ ຈະຕ້ອງໄດ້ ເຂົ້າຮ່ວມນຳ ໃນການໄກ່ເກັ່ຽ”.

ເມື່ອຕອນເຊົ້າຂອງວັນຈັນ ວັນທີ່ 11 ເດືອນກັນຍາ ລູກຄ້າ ບໍຣິສັດພິເອັສ ຫລາຍຮ້ອຍຄົນ ໄດ້ພາກັນ ໂຮມຊຸມນຸມ ຢູ່ຕໍ່ໜ້າ ປະຕູບໍຣິສັດ ພີເອັສ ໂດຍມີການຮັກສາ ຄວາມປອດໄພ ຂອງເຈົ້າໜ້າທີ່ຕຳຣວດ ແລະທະຫານ ຢ່າງເຄັ່ງຄັດ. ພວກທີ່ມາຊຸມນຸມ ຮຽກຮ້ອງໃຫ້ບໍຣິສັດ ພີເອັສ ສົ່ງເງິນພວກເຂົາ ຄືນ. ໃນເວລາຊຸມນຸມ ໃນມື້ທຳອິດນັ້ນ ພວກລູກຄ້າ ບໍຣິສັດພີເອັສ ພາກັນຮ້ອງໂຮ ຂຶ້ນວ່າ:

“ໂອໂອ ສູ້ສູ້ ບໍ່ຕ້ອງຢ້ານ ປະຊາຊົນເດີ ພີ່ນ້ອງ ປະຊາຊົນ ບໍ່ມີປືນ ສ່ວນເຈົ້າໜ້າທີ່ ມີປືນ ຂໍເຈຣະຈາ ກັບປະທານ ສຸກນາລີ ໃຫ້ເຂັ້ມແຂງ ເພື່ອທວງເງິນ ຂອງໂຕເອງ ໃຫ້ໄດ້ຕາມ ທີ່ໄດ້ສັນຍາໄວ້.”

ຜູ້ຕາງໜ້າລູກຄ້າ ບໍຣິສັດພີເອັສ ກ່າວວ່າ ພວກເຂົາມາໂຮມຊຸມນຸມ ເພື່ອຮຽກຮ້ອງ ສາມຂໍ້ໃຫຍ່ຽໆ ຄື:

1.ໃຫ້ບໍຣິສັດ ໃຊ້ເງິນຄືນ ດ້ວຍເງິນສົດ.

2.ຖ້າບໍ່ມີເງິນສົດ ໃຫ້ໃຊ້ຄືນດ້ວຍຊັບສິນຕ່າງໆຂອງບໍຣິສັດ.

3.ຖ້າບໍຣິສັດ ບໍ່ເຮັດຫຍັງ ໃຫ້ຕຳຣວດຈັບ ຄະນະບໍຣິຫານງານ ຂອງ ບໍຣິສັດ.

ການຊຸມນຸມດຳເນີນໄປຈົນເຖິງ ເວລາປະມານ ບ່າຍສອງໂມງ ທາງບໍຣິສັດ ພີເອັສ ຈຶ່ງເປີດປະຕູ ແລະຍອມ ເຈຣະຈາກັບ ຜູ້ຕາງລູກຄ້າ ແຕ່ເຈຣະຈາ ຈົນຄ່ຳ ກໍບໍ່ສາມາດ ຕົກລົງກັນໄດ້ ແລະນັດກັນ ຈະເຈຣະຈາ ຕໍ່ໃນມື້ອື່ນ.

ຕົກມາໃນວັນອັງຄານ ລູກຄ້າບໍຣິສັດພີເອັສ ມາຫລາຍຂື້ນ ສອງເທົ່າ. ຜູ້ຕາງໜ້າ ຂອງພວກເຂົາ ແລະຄະນະບໍຣິຫານ ບໍຣິສັດພີເອັສ ກໍ ປະຊຸມ ເຈຣະຈາກັນຕໍ່ ແຕ່ກໍຍັງຕົກລົງ ກັນບໍ່ໄດ້ ໂຕ້ຖຽງກັນ ແຮງຂື້ນ ປະທານ ປໍເຮີ ຍ່າງໜີອອກຈາກ ຫ້ອງປະຊຸມ ແລ້ວ ພຍາຍາມ ຊີ້ແຈງ ກັບບັນຫາ ລູກຄ້າ ທັງໝົດອີກ ແຕ່ລູກຄ້າ ແຮ່ງຮ້ອງໂຮ ແລະໂຕ້ຖຽງແຮງຂຶ້ນ ຈົນໃນທີ່ສຸດ ເຈົ້າໜ້າທີ່ ຕຳຣວດ ກໍເຂົ້າມາຈັບ ປະທານ ບໍຣິສັດພີເອັສ ທັງສອງຂຶ້ນຣົດ ແລ້ວແລ່ນອອກໄປ.