ເຂດພັທນາກວມລວມ ໄຊເສດຖາ ຄືບຄານ

0:00 / 0:00

ບໍຣິສັດຈີນລົງທຶນເຖິງ 100 ລ້ານດອນລາ​ຣ ສະຫະຣັດ ເພື່ອພັທນາເຂດພັທນາກວມລວມ ໄຊເສດຖາ ຢູ່ເຂດເມືອງໄຊເສດຖາ ແລະ ເມືອງໄຊທານີ ນະຄອນຫລວງວຽງຈັນ ແຕ່ປີ 2011 ເປັນຕົ້ນມາ. ແຕ່ຈົນເຖິງປັດຈຸບັນ ມີພຽງ 39 ບໍຣິສັດເທົ່ານັ້ນ ໄດ້ເຂົ້າມາ ລົງທຶນ ໃນເຂດດັ່ງກ່າວ ຊຶ່ງຄິດໄລ່ແລ້ວ ເທົ່າກັບພຽງ 30 ສ່ວນຮ້ອຍ ຂອງຣະດັບຄາດໝາຍ ທີ່ບໍຣິສັດ ແລະ ຣັຖບານລາວ ໄດ້ວາງໄວ້, ດັ່ງຜູ້ບໍຣິຫານ ລະດັບສູງ ເຂດເສຖກິດພິເສດ ດ່ັງກ່າວ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 8 ມົກກະຣາ ນີ້ວ່າ:

“ໂຕນີ້ນີຖືວ່າມູນຄ່າຂອງຕົວເລກຊັດເຈນແທ້ຫຼະ ສະເພາະການລົງທຶນ ຍັງບໍ່ສາມາດຄາດຄະເນໄດ້ ແຕ່ສະເພາະການພັທນາ ພວກເຮົາ ສາມາດຄາດຄະເນໄດ້ ນັບແຕ່ລະຍະທີນຶ່ງໄປໜິ ພວກເຮົາລົງທຶນ 70 ຫາ 100 ລ້ານດ​ອນລາ​ຣ ສະເພາະ ພື້ນຖານໂຄງລ່າງ ທີ່ຢູ່ໃນເນື້ອທີ່ 400 ເຮັກຕາ​ຣ ສ່ວນກິຈການ ການເນັ້ນໃສ່ 4 ກິຈການຕອນນີ້ ຄາດຄະເນບໍ່ໄດ້.”

ບໍຣິສັດ ທີ່ເຂົ້າມາລົງທຶນຢູ່ໃນເຂດດັ່ງກ່າວ ລວມມີບໍຣິສັດນ້ຳມັນ, ບໍຣິສັດປຸງແຕ່ງຜລິຕພັນ ກະສິກັມ ພລັງງານໄຟຟ້າ ແລະ ອຸດສາຫະກັມ ຕັດຫຍິບ, ດັ່ງ ຜູ້ບໍຣິຫານທ່ານນີ້ ກ່າວຕື່ມອີກວ່າ:

"ມາຮອດປີ 2018 ນີ້ເນາະຖືວ່າຢູ່ໃນລະຍະການພັທນາ ຂອງພວກເຮົາກາຖືວ່າ ຢູ່ໃນປະມານ 3-4 ປີ ຖືວ່າມີ 39 ບໍຣິສັດເນາະ ທີ່ວ່າມາ ລົງທຶນໃນເຂດຂອງເຮົານີ້ ຢູ່ໃນຫັ້ນກະ ຖືວ່າຈັດປະເພດຂອງການລົງທຶນ ນຶ່ງລະກຽ່ວຂ້ອງກັບເລື່ອງພລັງງານ ເຊັ່ນໂຮງງານ ກັ່ນນໍ້າມັນ ນີ້ສອງ ການປູງແຕ່ງຜລິຕພັນ ກະສິກັມ ກໍ່ຄືໂຮງງານຫົວອາຫານໜິ, ປະເພດທີສາມກຽ່ວຂ້ອງກັບເລື່ອງໄຟຟ້າເນາະ ແລະໂຕຕໍ່ມາກໍ ກຽ່ວຂ້ອງກັບ ເລື່ອງການຕັດຫຍິບໜິ."

ອີງໃສ່ແຜນແມ່ບົດຂອງໂຄງການ, ເຂດເສຖກິດກວມລວມໄຊເສດຖາ ກວມເອົາເນື້ອທີ່ທັງໝົດປະມານ 1 ພັນເຮັກຕາຣ ຊຶ່ງໃນເບື້ອງຕົ້ນ ເຈົ້າຂອງໂຄງການຈະລົງທຶນໃສ່ ການກໍ່ສ້າງຖນົນ ແລະຕຶກອາຄານຕ່າງໆ ໃນເຂດອຸດສະຫະກັມ ການຄ້າເພື່ອ ອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນ.

ເຂດພັທນາກວມລວມໄຊເສດຖາ ເປັນການຮ່ວມທຶນ ຂອງ ບໍຣິສັດຮ່ວມທຶນລາວ-ຈີນຈໍາກັດ ໄດ້ລະບຸການລົງທຶນ ຣັຖບານລາວຖືຫຸ້ນ 25% ແລະ ຣັຖບານຈີນ ຖືຫຸ້ນ 75%.