ແຜນກໍ່ສ້າງທາງດ່ວນບໍ່ເຕັນ ຫ້ວຍຊາຍ

ສິດນີ
2016.06.10
F-Boten ປ້າຍຄໍາເຕືອນໃນເຂດການກໍ່ສ້າງ ເສັ້ນທາງຣົດໄຟ ໃນເຂດ ບໍ່ເຕັນ
RFA/NY

ແຜນການກໍ່ສ້າງ ທາງດ່ວນ ຈາກເມືອງ ບໍ່ເຕັນ ແຂວງ ຫຼວງນໍ້າທາ ໄປຫາ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ຫລື ເອີ້ນວ່າ R3 ແລວສອງ ຍັງຢູ່ ໃນຂັ້ນຕອນ ຄັດເລືອກ ບໍຣິສັດ ເພື່ອສຶກສາ ຄວາມເປັນໄປໄດ້ຢູ່, ເຖິງແມ່ນວ່າ ຜ່ານມາ ຣະດັບ ວິຊາການ ໄດ້ມີການ ຄັດເລືອກ ຂັ້ນທໍາອິດ ໄປແລ້ວກໍຕາມ ແຕ່ບໍ່ທັນ ມີການ ສລຸບຕັດສິນ ຂັ້ນ ສຸດທ້າຍ ເພື່ອສະເໜີ ຕໍ່ຣັຖບານ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງ ຜູ້ບໍ່ປະສົງ ອອກຊື່:

"ເຂົາກໍາລັງເຮັດ ຊີຄີວ ບັນດາ ບໍຣິສັດ ຕ່າງໆຢູ່ ບໍຣິສັດ ທີ່ຈະສະເນີ ຕົວເຂົ້າມາ ເພື່ອວ່າຊິເຮັດ ການສຶກສາ ຢູ່ນີ້ ຍັງບໍ່ທັນໄດ້ ຕັດສີນໜ໋າ ກໍາລັງ ກວດກາກັນຢູ່  ຊິຣາຍງານວ່າ ຜູ້ໃດຊິ ສະເໜີ ທີ່ດີທີ່ສຸດ ໃຫ້ ຣັຖບານ".

ເມື່ອຖາມເຖິງ ໂຄງການ ສ້າງຖນົນສາຍດ່ວນ ຈາກ ບໍ່ເຕັນ ຫາ ນະຄອນຫຼວງ ວຽງຈັນ ທີ່ ມີຄວາມຍາວ 400 ກວ່າ ກິໂລແມັດ ປະເພດ ການລົງທຶນ:  ສ້າງ; ບໍຣິຫານ; ຄຸ້ມຄອງ ແລະ ໂອນໃຫ້ ຣັຖບານ ຫລືເອີ້ນວ່າ BOT ວ່າຈະເປັນໄປໄດ້ ຫລືບໍ່ ທ່ານຕອບວ່າ:

"ໃຫ້ເຂົາເຮັດ ບີໂອທີ ເຂົາກ່າຕ້ອງ ເຮັດການປະເມີນ ທາງການ ເງິນ ກ່ອນຕີ້ ຄັນມັນ ບໍ່ກຸ້ມຄ່າ ເຂົາກໍບໍ່ເຮັດ ຜູ້ເຂົາ ຊິລົງທຶນ ຈໍານວນ traffic ລົດສັນຈອນ ບໍ່ພໍ ເຂົາກ່າ ບໍ່ເຮັດລະ ຈໍານວນ traffic ຣົດໃຊ້ຖນົນ ກະວ່າ ມັນພໍ ເຂົາກໍເຮັດ".

ສໍາລັບ ໂຄງການນີ້ ຣັຖບານ ຍັງບໍ່ທັນໄດ້ ອະນຸມັດ ແລວທາງ ໃຫ້ເທື່ອ.ແຫລ່ງຂ່າວ ທີ່ ບໍ່ປະສົງ ອອກຊື່ ຣະບຸວ່າ ເມື່ອປະມານ ທ້າຍເດືອນ ເມສາ ເຈົ້າໜ້າທີ່ ວິຊາການ ກົມຂົວ-ທາງ ເຫັນດີ ເລືອກເອົາ ບໍຣິສັດ ພັທນາ ແລະ ລົງທຶນ ທາງຫຼວງ ແຂວງຢຸນນ່ານ ຈໍາກັດ ທີ່ ມີຄະແນນ ດ້ານ ຄຸນະພາບສູງ ແລະ ມີຂໍ້ສະເໜີ ດີກວ່າ ບໍຣິສັດ ອື່ນ ເປັນຜູ້ ດໍາເນີນ ການສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ທາງດ່ວນ 4 ຊ່ອງ ທາງແລ່ນ ຈາກ ບໍ່ເຕັນ ແຂວງ ຫຼວງນໍ້າທາ ໄປຫາ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ຫລັງຈາກ 4 ບໍຣິສັດ ຈາກ ປະເທດ ຈີນ ໄດ້ຍື່ນ ຂໍ້ສະເໜີ ເຂົ້າໄປໃຫ້ ກົມ ຂົວ-ທາງ ກວດສອບ ຄວາມສາມາດ ຂອງ ບໍຣິສັດ, ແຕ່ເຣຶ້ອງນີ້ ຍັງບໍ່ເຖິງຂັ້ນ ຕັດສີນ ສຸດທ້າຍ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.