ຣັຖບານລາວ ກຳລັງຊອກຫາເງິນທຶນ ເພື່ອສ້າງທາງຣົດໄຟ ລາວ-ວຽດນາມ ສາຍແຕ່ ນະຄອນຫຼວງວຽງຈັນ ຫາ ທ່າເຮືອ ຫວຸງ ອ່າງ ຂອງ ວຽດນາມ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ ການຄົມມະນາຄົມ ແລະ ຂົນສົ່ງສິນຄ້າ ຂາເຂົ້າ-ຂາອອກ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ທີ່ໄດ້ກ່າວ ກັບວິທຍຸເອເຊັຽເສຣີ ໃນວັນທີ 27 ກຸມພານີ້: ເຈົ້າໜ້າທີ່ທ່ານນີ້ ກ່າວຣາຍຣະອຽດຕອນນຶ່ງວ່າ:
“ການສຶກສາ ຄວາມເປັນໄປໄດ້ແລ້ວໆ ຍັງບໍ່ໄດ້ ເຣີ້ມກໍ່ສ້າງ ມີແຕ່ວ່າ ຮ່າງສັນຍາສິຮ່ວມມືກັນ ພັທນາໂຄງການໂຕນີ້; ຕອນນີ້ ຍັງຢູ່ໃນ ຣະຫວ່າງ ຮ່າງຂໍ້ສັນຍາ ຣະຫວ່າງ 2 ຝ່າຍນັ້ນຢູ່ ຊຶ່ງພາຍໃນສັນຍາ ສະບັບນີ້ ຣັຖບານລາວ ແລະ ວຽດນາມ ຈະຕົກລົງກັນວ່າ ຈະຮ່ວມກັນ ຊອກຫາທຶນ ມາຈາກໃສ ເພື່ອສ້າງທາງຣົດເສັ້ນ ດັ່ງກ່າວ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ໃນໂຄງການສ້າງ ທາງຣົດໄຟສາຍນີ້ ຣັຖບານລາວ ຈະໃຫ້ ບໍຣິສັດເອກຊົນ ທັງໃນ ແລະ ຕ່າງປະເທດ ເປັນຜູ້ ລົງທຶນໃນຮູບແບບ ການຮ່ວມມື ລົງທຶນ ຣະຫວ່າງ ຣັດ ແລະ ເອກະຊົນ, ຊຶ່ງເປັນຮູບແບບ ການດຳເນີນງານ ທີ່ຣັຖບານ ເປີດໂອກາດ ໃຫ້ເອກຊົນ ເຂົ້າມາ ມີສ່ວນຮ່ວມ ໃນການສ້າງສາພັທນາ ປະເທດຊາດ.
ປັດຈຸບັນ ໂຄງການທາງຣົດໄຟ ວຽງຈັນ-ຫວຸງ ອ່າງ ສຳເຣັດການສຶກສາຄວາມເປັນໄປໄດ້ ແລະ ຜົລກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມແລ້ວ, ຊຶ່ງໄດ້ເຣີ້ມສຶກສາ ມາແຕ່ປີ 2016 ແລະສຳເຣັດ ເມື່ອປີກາຍ. ກ່ຽວກັບ ໂຄງການດັ່ງກ່າວ ເຈົ້າໜ້າທີ່ ທະນາຄານໂລກ ປະຈຳປະເທດໄທຍ໌ ໃຫ້ຄຳຄິດຄຳເຫັນ ໃນມື້ດຽວກັນນີ້ວ່າ ທາງຣົດໄຟ ລາວ-ວຽດນາມສາຍນີ້ ຈະຊ່ອຍເຮັດ ໃຫ້ຕົ້ນທຶນ ໃນການຂົນສົ່ງ ສິນຄ້າ ເຂົ້າ-ອອກລາວ ຫຼຸດລົງ ເພາະໄລຍະທາງ ຈະສັ້ນລົງ ເມື່ອທຽບໃສ່ ທ່າເຮືອແຫລມສະບັງ ຂອງໄທຍ໌. ເຈົ້າໜ້າທີ່ ທະນາຄານໂລກ ທ່ານນີ້ ກ່າວຕື່ມວ່າ:
"ທ່ານກ່າວວ່າ ຂ້າພະເຈົ້າ ຄິດວ່າ ຜູ້ຂົນສົ່ງ ຊຶ່ງສ່ວນຫລາຍ ກໍເປັນບໍຣິສັດ ເອກຊົນ ເວົ້າງ່າຍໆ ເຂົາກໍຈະສົ່ງ ສິນຄ້າ ໄປຕາມທາງ ທີ່ຖືກທີ່ສຸດ ແມ່ນບໍ່ ຄືຖ້າ ໃກ້ວຽດນາມ ເຂົາກໍຈະໄປວຽດນາມ. ຂ້າພະເຈົ້າ ຄິດວ່າ ສຳຣັບຜູ້ບໍຣິການ ຫລືຜູ້ຜລິດສິນຄ້າ ບ່ອນໃດຖືກເຂົາກໍໄປບ່ອນນັ້ນ.”
ທາງຣົດໄຟ ວຽງຈັນ-ຫວຸງອ໋ານ ມີໄລຍະທາງ 555 ກິໂລແມັດ ໃນນັ້ນ 452 ກິໂລແມັດ ເປັນທາງຣົດໄຟ ຢູ່ໃນລາວ ແລະ 103 ກິໂລແມັດ ຢູ່ໃນວຽດນາມ, ອີງຕາມສັນຍາ ທີ່ຜູ້ນຳ ສປປລາວ ແລະ ວຽດນາມ ເຊັນເມື່ອວັນທີ 26 ກຸມພານີ້ ຝ່າຍລາວ ກໍຕ້ອງລົງທຶນສ້າງທາງຣົດໄຟ ຕອນໃນປະເທດ ຂອງຕົນ ແລະ ວຽດນາມ ກໍຈະຮັບຜິດຊອບ ສ້າງໃນປະເທດຂອງເຂົາ, ຊຶ່ງຮວມມູນຄ່າ ການກໍສ້າງ ທັງໝົດ ປະມານ 5 ຕື້ ດອນລາຣ໌ສະຫະຣັດ.
ທາງຣົດໄຟ ເສັ້ນນີ້ ຈະເນັ່ງ ຈາກນະຄອນຫລວງວຽງຈັນ ລົງໄປຫາ ແຂວງບໍຣິຄຳໄຊ, ແຂວງຄຳມ່ວນ ແລ້ວອອກໄປ ຫາທ່າເຮືອ ຫວຸງ ອ໋ານ ຂອງວຽດນາມ.
