ເຂື່ອນເຊກະຫມານ 3 ສ້ອມແປງ ອຸມົງ

0:00 / 0:00

ບໍຣິສັດສ້າງເຂື່ອນເຊກະໝານ 3 ຢູ່ເມືອງດາກຈຶ້ງ ແຂວງເຊກອງ ກໍາລັງສ້ອມແປງອຸມົງນໍ້າ, ຂອງເຂື່ອນທີ່ແຕກເມື່ອປີ 2016 ເພື່ອໃຫ້ແລ້ວ ໃນທ້າຍປີນີ້. ດັ່ງເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງເຊກອງ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 29 ມົກຣາ ນີ້ວ່າ:

“ເຂົາກໍາລັງສ້ອມແປງຢູ່ນັ້ນ, ບ່ອນມັນບໍ່ໄດ້ມາຕຖານ ຜ່ານມາຫັ້ນນະ, ຄືວ່າທ້າຍປີນີ້ນະ ທ້າຍປີ 2019 ຕ້ອງໄດ້ເປິດ, ມີແຕ່ຂັ້ນເທິງເພິ່ນ ຫັ້ນແລ້ວ ຢູ່ໃນຂນະປະຈໍາເຂົາລົງໄປ.”

ທ່ານກ່າວຕື່ມວ່າ ຫລັງຈາກອຸມົງແຕກ, ເຈົ້າຂອງໂຄງການແລະຣັຖບານລາວ ໄດ້ສຶບສວນສອບສວນ ເຖິງສາເຫດເມື່ອປີ 2017 ຈົນຮູ້ວ່າ, ຄອນກຣິດ (Concrete) ທີ່ນໍາມາສ້າງອຸມົງນໍ້ານັ້ນບໍ່ໄດ້ມາຕຖານ ແຕ່ຜູ້ຮັບຜິດຊອບການສອບສວນສືບສວນ ບໍ່ໄດ້ຣາຍງານ ສື່ມວນຊົນ ໃຫ້ຮູ້ແຕ່ຢ່າງໃດ.

ນອກຈາກນັ້ນ, ກໍຍັງມີບັນຫາເຣື້ອງ ການໂຍກຍ້າຍ ປະຊາຊົນບ້ານດາກຈຶ້ງ 100 ປາຍຄອບຄົວທີ່ອາສັຍຢູ່ໃຕ້ເຂື່ອນເຊກະໝານ 3 ພຽງ 3 ກິໂລແມດ, ທີ່ບໍ່ຍອມຍ້າຍອອກ ຍ້ອນພວກເຂົາເຈົ້າກັງວົນວ່າ ຫາກຍ້າຍໄປບ່ອນອື່ນ ຈະບໍ່ມີບ່ອນທໍາມາຫາກິນ ຄືຢູ່ບ້ານເດິມ:

“ເຣື້ອງໂຍກຍ້າຍ, ຄືຊິແມ່ນປະຊາຊົນບໍ່ຍອມໂຍກຍ້າຍຫັ້ນແຫລະ, ຢູ່ກະຢູ່ບໍ່ໄດ້ ຄັນບໍ່ຍ້າຍ ຖ້າວ່າມັນເກີດເດ້, ຊັບສິນເຈົ້າວ່າທໍ່ໃດ ຊີວິດ ອີກເດ້, ຊັບສິນອື່ນໆ ບາດນີ້ເຈົ້າວ່າເສັຍຫາຍ ທໍ່ໃດຫັ້ນ, ຈັກວ່າພາກຣັຖ ບໍ່ຮັບຜິດຊອບຫັ້ນນະ.”

ທ່ານວ່າຫາກຍ້າຍປະຊາຊົນ ໄປຢູ່ບ່ອນໃໝ່, ທາງໂຄງການຈະຕ້ອງສ້າງບ້ານ, ຈັດສັນທີ່ດິນ ແລະພັທນາໂຄງຮ່າງພື້ນຖານ ໃຫ້ພ້ອມ ເສັຍກ່ອນ, ແຕ່ມາຮອດທຸກມື້ນີ້ ຍັງບໍ່ມີຫຍັງເກິດຂຶ້ນເທື່ອ, ແລະວ່າຫາກຊາວບ້ານ ຍັງຢູ່ບ້ານເດີມ ກໍຈະມີຄວາມສ່ຽງສູງ ທີ່ຈະໄດ້ຮັບ ຜົນກະທົບ ຈາກ ເຂື່ອນເຊກະໝານ 3 ເມື່ອໂຄງການເປິດຜລິດໄຟຟ້າ ຊຶ່ງອາດຈະເຮັດໃຫ້ການຂຶ້ນລົງຂອງນໍ້າ ເຊກະຫມານ ຜິດປົກຕິ ການປູກພຶດ, ລ້ຽງສັດ, ຫາປູຫາປາ ຈະບໍ່ຄືເກົ່າ.

ອີກປັດໃຈນຶ່ງ, ທີ່ຈໍາເປັນຕ້ອງໂຍກຍ້າຍຊາວບ້ານ ອອກຈາກພື້ນທີ່, ກໍຍ້ອນວ່າຢູ່ເໜືອເຂື່ອນເຊກະຫມານ 3 ຂຶ້ນໄປບໍ່ຮອດ 30 ກິໂລແມັດ, ຈະມີການສ້າງເຂື່ອນຕື່ມອີກ 3 ແຫ່ງ ໂດຍເປັນໂຄງການລົງທຶນຂອງຈີນ.

ເຖິງຢ່າງໃດກໍຕາມ, ເຂື່ອນເຊກະໝານ 3 ເປັນເຂື່ອນຂນາດ 250 ເມກາວັດ, ມູນຄ່າການລົງທຶນ 173 ລ້ານດອນລ່າ ສະຫະຣັຖ, ໂດຍ ບໍຣິສັດໄຟຟ້າລາວ ຫຸ້ນສ່ວນ 15% ແລະ ບໍຣິສັດລົງທຶນ ພລັງງານວຽດນາມ-ລາວ 85%, ເຈົ້າຂອງຜູ້ດຽວກັບເຂື່ອນ ເຊກະຫມານ 1 ແຂວງອັຕຕະປື. ຮັບເຫມົາກໍ່ສ້າງໂດຍ ບໍຣິສັດສົງດາຂອງວຽດນາມ, ແລະພລັງໄຟ້ຟ້າ ທີ່ຜລິດໄດ້ນັ້ນ 90% ຈະສົ່ງໄປຂາຍໃຫ້ວຽດນາມ, ສ່ວນອີກ 10% ທີ່ເຫລືອນັ້ນ ຈະໃຊ້ພາຍໃນປະເທດ.