ຣັຖບານລາວຕ້ອງໃຊ້ງົບປະມານ ຢ່າງຫຼວງຫຼາຍ ເພື່ອສ້ອມແປງຖນົນຫົນທາງທີ່ເປ່ເພ ຍ້ອນຣົດຂົນສົ່ງບັນທຸກສິນຄ້າ ທີ່ໜັກເກີນກໍານົດ. ເມື່ອທ້າຍປີກາຍ ຣັຖບານກໍ່ສ້ອມແປງທາງຫຼວງ ໝາຍເລກ 9 ແຂວງສວັນນະເຂດ ດ້ວຍງົບປະມານ 319 ຕື້ກີບ ເພາະຖນົນເສັ້ນນີ້ ມີຣົດ ບັນທຸກສິນຄ້າ ທັງພາຍໃນ ແລະຕ່າງປະເທດ ບັນທຸກນໍ້າໜັກເກີນກໍານົດ ແລ່ນຜ່ານໄປມາທຸກມື້. ດັ່ງເຈົ້າໜ້າທີ່ໂຄງການທາງໝາຍເລກ 9 ແຂວງສວັນນະເຂດ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:
"ແມ່ນແຫຼະ ເພິ່ນແປງຮຽບຮ້ອຍແລ້ວ ເພາະວ່າເມື່ອກ່ອນມັນເປ່ເພເນາະ ເພິ່ນເຄີຍເຮັດຊິງໃໝ່ ປ່ຽນຊິງໃໝ່ ແຕ່ກໍ່ຍັງຢູ່ຈຸດເກົ່າ ມາດຕະຖານ ຂອງໂຕເກົ່າ.
ປັດຈຸບັນທາງການລາວ ໄດ້ກຳນົດຣະບຽບຫຼັກການຄຸ້ມຄອງນໍ້າໜັກຣົດ ເພື່ອກຳນົດບໍ່ໃຫ້ຣົດຂົນສົ່ງ ໃສ່ນໍ້າໜັກຫຼາຍເກີນໄປ; ເຊັ່ນຣົດບັນທຸກ 4 ລໍ້ຫ້າມເກີນ 9.5 ໂຕນ, ຣົດ 6 ລໍ້ຫ້າມເກີນ 15 ໂຕນ, ຣົດ 10 ລໍ້ຫ້າມເກີນ 25 ໂຕນ, ຣົດ 12 ລໍ້ຫ້າມເກີນ 30 ໂຕນ, ຣົດ 14 ລໍ້ ຫ້າມເກີນ 35 ໂຕນ, ຣົດ 18 ລໍ້ຫ້າມເກີນ 45 ໂຕນ ແລະສູງສຸດບໍ່ເກີນ 50,5 ໂຕນ.
ບໍຣິສັດ ຂົນສົ່ງສິນຄ້າທັງພາຍໃນ ແລະຕ່າງປະເທດ ຍັງຂົນສົ່ງສິນຄ້າເກີນມາດຕະຖານ ບໍ່ເປັນໄປຕາມຣະບຽບ ການຄຸ້ມຄອງນໍ້າໜັກຣົດ ຊຶ່ງເປັນສາເຫດສຳຄັນ ທີ່ເຮັດໃຫ້ເສັ້ນທາງພາຍໃນ ສປປ ລາວ ເປ່ເພ ແລະຣັດຕ້ອງເສັຽ ງົບປະມານສ້ອມແປງ ຢູ່ເປັນປະຈຳ ຈຶ່ງຂໍໃຫ້ ເຈົ້າໜ້າທີ່ ປະຈຳດ່ານກວດການໍ້າໜັກຣົດ ປະຕິບັດໜ້າທີ່ ຢ່າງບໍຣິສຸດ ຫ້າມບໍ່ໃຫ້ຣົດບັນທຸກສິນຄ້າ ທີ່ມີນໍ້າໜັກເກີນຜ່ານທາງ ດັ່ງກ່າວ. ດັ່ງເຈົ້າໜ້າທີ່ຄຸ້ມຄອງນໍ້າໜັກຣົດ ກົມຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:
"ໄທເຮົາກໍ່ໄດ້ອອກແຈ້ງການຫຼາຍເທື່ອ ເຖິງບັນດາຜູ້ປະກອບການຂົນສົ່ງຫັ້ນນ່າ ແຕ່ວ່າກໍ່ມີບາງຈຳນວນ ທີ່ຍັງສວຍໂອກາດ ມັນກໍ່ມີບາງກຸ່ມ ດອກເນາະ ໃຊ້ເກີນເບາະ ບາງກໍ່ຕໍ່ຖັງເບາະ ໄທເຮົາທາງໜ່ວຍງານ ທີ່ສັ່ງນໍ້າໜັກມີແຕ່ວ່າ ປັບປຸງຕາມຣະບຽບ ຄັນວ່າບັນທຸກເກີນ ມັນກໍ ສ້າງຄວາມເສັຽຫາຍ ໃຫ້ແກ່ເສັ້ນທາງແຫຼະເນາະ ຄັນທາງເພມັນກໍ່ສີ້ນເປືອງງົບປະມານ ຂອງພັກຂອງຣັດ ນີແຫຼະ."
ທ່ານກ່າວຕື່ມວ່າ ລະຍະຜ່ານມາ ບັນຫາການຂົນສົ່ງສິນຄ້າ ເກີນລະບຽບກຳນົດ ກໍມີໃຫ້ເຫັນຢູ່ເປັນປະຈຳ ເປັນຕົ້ນ ຣົດພວງສິນຄ້າຕ່າງໆ ຣົດນໍ້າມັນເຊື້ອໄຟ ຣົດບັນທຸກຂົນດິນ ໃນເຂດອຸດສາຫະກັມ ຮວມເຖິງຣົດຂົນໄມ້ໃນປະເທດ ຊຶ່ງນັ້ນໝາຍຄວາມວ່າ ມີເຈົ້າໜ້າທີ່ທ້ອງຖິ່ນ ບາງຄົນ ບົກຜ່ອງຕໍ່ໜ້າທີ່ ປ່ອຍໃຫ້ຣົດຂົນສົ່ງສິນຄ້າ ຜ່ານໄປໂດຍບໍ່ມີການກວດກາ ແລະປັບໄໝ.
ປັດຈຸບັນທາງການກໍ່ໄດ້ສັ່ງການໄປຍັງຜແນກຄຸ້ມຄອງ ນໍ້າໜັກຣົດຂັ້ນແຂວງ ທົ່ວປະເທດ ໃຫ້ກວດກາຣົດບັນທຸກ ຂົນສົ່ງສິນຄ້າທຸກຄັນ ແລະໃຫ້ສັ່ງນໍ້າໜັກ ຕາມລະບຽບການ.
