ເປົ້າໝາຍ ການພັທນາ ທີ່ຍືນຍົງ ຍາກຈະບັນລຸ ໃນປີ 2030
2021.10.14
ເມື່ອວັນທີ 8 ຕຸລາທີ່ຜ່ານມາ ຍານາງ ພອນວັນ ອຸທະວົງ, ຮອງຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ ໄດ້ກ່າວ ໃນກອງປະຊຸມ ທີ່ຈັດຕັ້ງຮ່ວມກັບ ອົງການ ສະຫະປະຊາຊາດ ເພື່ອການພັທນາ ປະຈຳປະເທດລາວ (United Nations Development Program (UNDP)) ວ່າ. ວິກິຈ ການແຜ່ຣະບາດຂອງໂຄວິດ-19 ທີ່ເກີດ ໃນໄລຍະ 2 ປີ ຜ່ານມາ ແລະບັນຫາ ດ້ານພັຍພິບັດ ຈາກການປ່ຽນແປງ ທາງດິນຟ້າອາກາດ ທີ່ເຮັດໃຫ້ເກີດ ການສູນເສັຽ ທາງດ້ານຊີວະນາໆພັນ ແລະຊີວິດ ການເປັນຢູ່ ຂອງປະຊາຊົນ ທີ່ເກີດຂຶ້ນຫຼາຍເທື່ອນັ້ນເປັນສາເຫດທີ່ເຮັດໃຫ້ການບັນລຸເປົ້າໝາຍ ການພັທນາແບບຍືນຍົງ ຫຼື SDGs (Sustainable Development Goals) ໃຫ້ສຳເຣັດ ພາຍໃນປີ 2030 ຕາມທີ່ ສະຫະປະຊາຊາດ ສົ່ງເສີມນັ້ນ ເປັນເຣື່ອງທີ່ທ້າທາຍ ແລະ ມີຄວາມຫຍຸ້ງຍາກຫຼາຍກວ່າເກົ່າ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ສູນຄົ້ນຄວ້າ ນະໂຍບາຍ ການພັທນາ ກະຊວງແຜນການ ແລະ ການລົງທຶນ ເພື່ອສອບຖາມວ່າ ນອກຈາກ ການແຜ່ຣະບາດ ຂອງໂຄວິດ-19 ແລ້ວຍັງມີ ບັນຫາແນວໃດອີກ ຫຼືບໍ່ ທີ່ເຮັດໃຫ້ ປະເທດລາວ ບໍ່ສາມາດບັນລຸ ເປົ້າໝາຍ ການພັທນາ ແບບຍືນຍົງ ໃຫ້ສຳເຣັດພາຍ ໃນປີ 2030 ນີ້ ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ສັມພາດ.
ໃນຂນະທີ່ ເຈົ້າໜ້າທີ່ ອົງການ ສະຫະປະຊາຊາດ ປະຈຳປະເທດລາວກ່າວວ່າ ການແຜ່ຣະບາດ ຂອງໂຄວິດ-19 ໃນໄລຍະຜ່ານມາ ເຮັດໃຫ້ ຄວາມສາມາດ ໃນການບັນລຸ ເປົ້າໝາຍ ການພັທນາ ແບບຍືນຍົງ ໃນຂໍ້ ທີ 1 ວ່າດ້ວຍ ການຫຼຸດຜ່ອນ ຄວາມທຸກຍາກ ແລະ ຂໍ້ທີ 2 ວ່າດ້ວຍ ຄວາມໝັ້ນຄົງ ທາງດ້ານອາຫານ ຂອງປະເທດລາວນັ້ນ ມີຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍ ຫຼາຍກວ່າເກົ່າ ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ຕຸລານີ້ວ່າ:
“ການຂຍາຍໂຕ ທາງເສຖກິຈ ກໍຈະເວົ້າໄປເຖິງ ປາກທ້ອງ ຂອງປະຊາຊົນ ເຂົ້າໄປທຳການຜລິດ ກໍຈະມີຂໍ້ຫຍຸ້ງຍາກຂຶ້ນ ວັດຸຖຸອຸປກອນຕ່າງ ໆ ສ່ວນໃຫຍ່ຈະນໍາເຂົ້າ ບໍ່ວ່າຈະເປັນພວກປຸຍ ພວກແນວພັນອາຫານຕ່າງໆ ປະຊາຊົນ ພົບຄວາມຫຍຸ້ງຍາກ ໃນການຄໍ້າປະກັນ ທາງດ້ານສະບຽງ ອາຫານຄືທັງສອງອັນນີ້ ຈະເຊື່ອມໂຍງ ກັນເນາະ ສ່ວນວ່າ ທາງດ້ານອື່ນໆ ກໍຈະມີ ຜົລກະທົບໄປຕາມໆ ກັນຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ໃນໄລຍະການ ແຜ່ຣະບາດ ຂອງໂຄວິດ-19 ທາງການລາວ ໄດ້ຮັບການ ຊ່ອຍເຫຼືອ ດ້ານສາທາຣະນະສຸຂ ຈາກອົງການ ສາກົລ ແລະ ປະເທດ ທີ່ພັທນາແລ້ວ ຢ່າງຕໍ່ເນື່ອງ ໂດຍສະເພາະເຣື່ອງ ວັກຊີນປ້ອງກັນ ໂຄວິດ-19. ປັຈຈຸບັນ ເຖິງແມ່ນວ່າ ຈະມີປະຊາຊົນ ຈຳນວນຫຼາຍ ໄດ້ຮັບວັກຊີນປ້ອງກັນ ໂຄວິດ-19 ແລ້ວ, ແຕ່ທາງການລາວ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ກໍຍັງ ຈຳເປັນຕ້ອງ ດຳເນີນການ ຄວບຄຸມ ສະກັດກັ້ນ ການແຜ່ຣະບາດ ດັ່ງກ່າວ ຢ່າງເຂັ້ມງວດ ຕໍ່ໄປ ຍ້ອນຍັງ ມີຈຳນວນຜູ້ຕິດເຊື້ອ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ກ່ຽວກັບ ເຣື່ອງເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນຶ່ງກ່າວວ່າ ນອກຈາກການ ແຜ່ຣະບາດ ຂອງໂຄວິດ-19 ແລ້ວ ບັນຫາ ດ້ານພັຍພິບັດ ໂດຍສະເພາະ ນໍ້າຖ້ວມ, ພະຍຸ ແລະ ພັຍແຫ້ງແລ້ງທີ່ເກີດຂຶ້ນ ພາຍໃນປະເທດລາວ ຫຼາຍເທື່ອນັ້ນ ກໍເປັນປັດຈັຍສຳຄັນ ທີ່ເຮັດໃຫ້ພື້ນທີ່ ການກະເສດຈຳນວນຫຼາຍ ໄດ້ຮັບຄວາມເສັຽຫາຍ ແລະຜົລປູກບໍ່ພຽງພໍ ຕໍ່ຄວາມຕ້ອງການ ພາຍໃນປະເທດ ຍ້ອນເຫດນີ້ ປະເທດລາວ ຈຶ່ງຕ້ອງນໍາເຂົ້າ ອາຫານ ຈາກປະເທດໄທຍ, ວຽດນາມ ແລະ ຈີນ ດັ່ງທ່ານກ່າວໃນມື້ດຽວກັນວ່າ:
“ໃນເມື່ອມັນມີພັຍ ພິບັດເກີດຂຶ້ນ ພືດສວນ ໄຮ່ນາ ກໍຖືກທຳລາຍ. ຄອງ ຊົລປະທານເກືອບ 50% ຖືກພັຍພິບັດ ທຳລາຍ ໄປແລ້ວ ຣັຖບານ ບໍ່ມີງົບປະມາ ສ້ອມແຊມ ສະນັ້ນສ່ວນຫຼາຍ ປະມານ 70% ແມ່ນ ນໍາເຂົ້າຫັ້ນນ່າ ມັນກໍເຮັດໃຫ້ ຣັຖ ຂາດດຸນ ການຄ້າ ປະຊາຊົນ ກໍຊື້ອາຫານ ໃນລາຄາແພງ.”
ໃນຂນະ ທີ່ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ອີກທ່ານນຶ່ງກ່າວວ່າ ໃນໄລຍະ ການແຜ່ຣະບາດ ຂອງໂຄວິດ-19 ມີການໃຊ້ ມາຕການ ລ໊ອກດາວ ເຮັດໃຫ້ປະຊາຊົນ ໃນເຂດໂຕເມືອງ ຂາດເຂີນອາຫານ ຍ້ອນຊາວ ກະສິກອນ ຈຳນວນຫຼາຍ ບໍ່ສາມາດ ນຳສົ່ງ ສະບຽງອາຫານ ໄປຂາຍ ໃຫ້ແກ່ປະຊາຊົນ ໃນເຂດ ໂຕເມືອງໄດ້ ດັ່ງຍານາງໄດ້ກ່າວວ່າ:
“ປະຊາຊົນ ຢູ່ໃນເຂດ ຊົນນະບົດ ສ່ວນຫຼາຍ ຈະເປັນຊາວ ກະສິກອນເນາະ ຜົລຜລິດ ຂອງເຂົາເຈົ້າຫັ້ນນ່າ ເຂົາເຈົ້າ ເຮັດການຜລິດ ເປັນປົກກະຕິ ຢູ່ແລ້ວຫັ້ນເນາະ ແຕ່ວ່າເນື່ອງຈາກ ໂຄວິດ-19 ຣະບາດ ແລະ ມີການ ລ໊ອກດາວເນາະ ແມ່ຄ້າຄົນກາງ ຫັ້ນນ່າ ເຂົາເຈົ້າ ກໍບໍ່ສມາມາດ ທີ່ຈະນຳສີນຄ້າຈາກຊົນນະບົດ ເຂົ້າໄປປ້ອນ ທີ່ຕລາດໄດ້ ໂຕນີ້ຫັ້ນນ່າ ຈະເຮັດໃຫ້ເກີດ ການຂາດແຄນ ສະບຽງອາຫານຢູ່ພາຍໃນໂຕເມືອງ.”
ທາງດ້ານ ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາຊົນ ສັງຄົມ ອີກທ່ານນຶ່ງ ກ່າວວ່າ ການບັນລຸເປົ້າໝາຍ ການພັທນາແບບຍືນຍົງ ພາຍໃນປີ 2030 ນັ້ນ ເປັນໄປໄດ້ ຂ້ອນຂ້າງຍາກ ເນື່ອງຈາກ ປັຈຈຸບັນທາງການລາວ ຍັງມີບັນຫາ ເຣື່ອງການຈັດສັນ ງົບປະມານມາໃຊ້ ໃນການແກ້ໄຂ ບັນຫາຕ່າງໆ ພາຍໃນປະເທດ ແລະ ຖ້າເປັນໄປໄດ້ ລາວເອງ ກໍຢາກໃຫ້ ອົງການສາກົລ ແລະປະເທດ ທີ່ພັທນາແລ້ວ ໃຫ້ການຊ່ອຍເຫຼືອ ປະເທດລາວຕື່ມ ດັ່ງທ່ານກ່າວວ່າ:
“ຄັນຖ້າ ຄວາມເປັນໄປໄດ້ເນາະ ເວົ້າເຣື່ອງ ຄວາມຫຍຸ້ງຍາກ ແຕ່ວ່າ ອາດຈະ ເປັນເຣື່ອງ ງົບປະມານນີ້ແຫຼະເນາະ ກໍຄືທາງຂັ້ນເທິງ ສ່ວນຫຼາຍເພິ່ນກໍຊ່ອຍ ກໍຈຳນວນ ບໍ່ເຕັມເມັດເຕັມໜ່ວຍ ຫັ້ນນ່າ ຄັນຖ້າ ພໍເປັນໄປໄດ້ເນາະ ກໍຂໍຮຽກຮ້ອງ ດ້ວຍວ່າ ທາງລະດັບສາກົລເນາະ ແລະ ທຸກປະເພດ ທີ່ພັທນາແລ້ວເນາະກໍ ຄືວ່າມີທຶນສຳຮອງເນາະ ກໍຢາກໃຫ້ມາຊ່ອຍປະເທດ.”
ທ່ານໄດ້ກ່າວຕື່ມ ເຖິງແມ່ນວ່າ ທີ່ຜ່ານມາ ປະເທດລາວໄດ້ຮັບ ການຊ່ອຍເຫຼືອ ຈາກອົງການ ສາກົລ ແລະ ປະເທດ ທີ່ພັທນາແລ້ວ ຢ່າງຕໍ່ເນື່ອງ ແຕ່ສ່ວນໃຫຍ່ ຜູ້ທີ່ໄດ້ຮັບ ການຊ່ອຍເຫຼືອ ກ່ອນນັ້ນ ມັກເປັນຜູ້ ທີ່ຢູ່ໃນເຂດໂຕເມືອງ ເປັນຕົ້ນ ກໍຣະນີ ທີ່ສາກົລບໍຣິຈາກ ວັກຊີນ ໃຫ້ປະເທດລາວ ຜູ້ທີ່ໄດ້ຮັບ ການສັກວັກຊີນ ປ້ອງກັນໂຄວິດ-19 ກ່ອນ ແມ່ນເປັນປະຊາຊົນ ຜູ່ຢູ່ໃນໂຕເມືອງ ສ່ວນປະຊາຊົນ ທີ່ມີບ່ອນອາສັຍຢູ່ ເຂດຊົນນະບົດ ແລະ ພື້ນທີ່ ຫ່າງໄກສອກຫຼີກ ຍັງບໍ່ທັນໄດ້ຮັບ ການສັກວັກຊີນ ດັ່ງກ່າວ ຢ່າງທົ່ວເຖິງເທື່ອ. ເນື່ອງຈາກ ການບໍຣິການ ດ້ານສາທາຣະນະສຸຂ ຢູ່ລາວ ຍັງບໍ່ທັນທົ່ວເຖິງ ຍ້ອນບໍ່ມີທ່ານໝໍ ແລະນາງພະຍາບານ ທີ່ພຽງພໍ ອີກທັງ ເຄື່ອງມືທາງການແພດ ກໍບໍ່ທັນສມັຍ ຍ້ອນເຫດນີ້ ຈຶ່ງເຮັດໃຫ້ ປັຈຈຸບັນການແຜ່ຣະບາດ ຂອງໂຄວິດ-19 ເຣີ່ມແຜ່ຫຼາຍ ໃນເຂດຊົນນະບົດ.
ເມື່ອວັນທີ 25 ກັນຍາ ທີ່ຜ່ານມາ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ກ່າວໃນກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ສມັຍທີ 76 ວ່າການແຜ່ຣະບາດ ຂອງ ໂຄວິດ-19 ຕລອດໄລຍະ 2 ປີ ທີ່ຜ່ານມາ ເຮັດໃຫ້ ການພັທນາ ລະບົບ ເສຖກິຈ ຂອງປະເທດຕ່າງໆ ທົ່ວໂລກ ໄດ້ຮັບຜົລກະທົບ ໂດຍສະເພາະ ປະເທດກຳລັງພັທນາ ແລະ ປະເທດດ້ອຍພັທນາ ໂດຍສະເພາະ ປະເທດລາວ ຖືວ່າໄດ້ຮັບຜົລກະທົບ ຫຼາຍກວ່າໝູ່ ໃນການບັນລຸ ເປົ້າໝາຍ ການພັທນາ ແບບຍືນຍົງ ຍ້ອນເຫດນີ້ ປະເທດລາວ ຈຶ່ງຂໍໃຫ້ອົງການສາກົລ ແລະ ປະເທດທີ່ ພັທນາແລ້ວ ໃຫ້ຄວາມຊ່ອຍເຫຼືອ ປະເທດ ທີ່ກຳລັງພັທນາ ແລະ ປະເທດ ທີ່ດ້ອຍພັທນາ ໃນການແກ້ໄຂບັນຫາ ຜົລກະທົບ ທີ່ເກີດຂຶ້ນ ຈາກການ ແຜ່ຣະບາດຂອງໂຄວິດ-19 ໃຫ້ຫຼາຍກວ່າເກົ່າ.
ໃນປີ 2020 ທີ່ຜ່ານມາ ປະເທດລາວ ໄດ້ວາງນະໂຍບາຍ ທັງແບບໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນ ການຜັນຂຍາຍ ເປົ້າໝາຍ ການພັທນາ ແບບຍືນຍົງ ຕາມທີ່ ອົງການ ສະຫະປະຊາຊາດ ໃຫ້ການສນັບສນູນ ໃຫ້ດຳເນີນການ ໃຫ້ສຳເຣັດ ພາຍໃນປີ 2030, ເຂົ້າໃນແຜນ ພັທນາເສຖກິຈ ແລະສັງຄົມ ແຫ່ງຊາດ 5 ປີ ຄັ້ງ ທີ 9 ລະຫວ່າງ ປີ 2021-2025 ຊຶ່ງເປັນແຜນ ພັທນາ ທີ່ໄດ້ຮັບການ ຮັບຮອງ ໂດຍສະພາແຫ່ງຊາດລາວ ເມື່ອຕົ້ນປີ ທີ່ຜ່ານມາ.