ລາວເອົານ້ຳມັນສຳຮອງ 2 ລ້ານລິດ ແກ້ໄຂສຸກເສີນ

0:00 / 0:00

ຕ​ລອດເວ​ລາ 2 ປີປາຍ ທີ່​ຜ່ານ​ມາສະ​ພາບໂຄວິດ​ ເຮັດ​ໃຫ້​ທາງ​ການ​ລາວ ຕ້ອງ​ປະ​ກາດ​ປິດ​ປະ​ເທດ - ເຮັດ​ໃຫ້​ທຸກ​ຄົນກັກ​ໂຕ​ຢູ່​ແຕ່​ໃນ​ບ້ານ ແລະ ຖ​ນົນ​ທຸກ​ສາຍມິດ​ງຽບ ແທບ​ຈະ​ບໍ່​ມີຣົ​ຖ​ແລ່ນ​ຜ່ານ ແລະ ປັດ​ຈຸ​ບັນ, ຄົນ​ລາວ​ຕ້ອງ​ປະ​ສົບ​ກັບ​ບັນ​ຫາ​ເງິນ​ເຟີ້, ລາ​ຄາ​ສິນ​ຄ້າ​ສູງ​ຂຶ້ນ. ນອກ​ຈາກນີ້ ລາ​ຄາ​ນ້ຳ​ມັນ​ບໍ່ພຽງແຕ່ສູງ​ຂຶ້ນເທົ່າ​ນັ້ນ ແຕ່ ຍັງ​ຂາດ​ແຄນ​ນຳ​ອີກ​ດ້ວຍ.

ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ທະ​ຫານ​ລະ​ດັບ​ສູງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ: “ສະ​ເພາະ​ຢູ່ນະ​ຄອນ​ຫລວງວຽງ​ຈັນ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ເອົາ​ນ້ຳ​ມັນ​ສຳ​ຮອງ​ຈຳ​ນວນ 2 ລ້ານລິ​ດ ອອກ​ມາ​ຂາຍ ເພື່ອ​ແກ້​ໄຂ​ບັນ​ຫາ​ສະ​ເພາະ​ ໃນ​ເວ​ລາ​ທີ່​ນ້ຳ​ມັນ​ຂາດ​ແຄນ, ແຕ່ ເຈົ້າ​ໜ້າ​ທີ່​ທະ​ຫານ​ລະ​ດັບ​ສູງ ກໍ​ຍັງ​ບໍ່​ສາ​ມາດ​ໃຫ້​ຄຳ​ຕອບ​ໄດ້​ວ່າ ນ້ຳ​ມັນ​ສຳ​ຮອງ​ຈະ​ສາ​ມາດ ໃຊ້​ໄດ້​ດົນ​ຂ​ນາດ​ໃດ.”

ຢູ່​ນະ​ຄອນ​ຫລວງວຽງ​ຈັນ ແລະ ຢູ່​ຕ່າງ​ແຂ​ວງ​ໃນ​ແຕ່​ລະ​ມື້ ຜູ້​ຄົນ​ຈະ​ຂີ່​ຣົ​ຖ​ຈັກ ແລະ ຣົ​ຖ​ໃຫຍ່ ຕໍ່​ແຖວ​ກັນ​ຍາວ ເພື່ອ​ລໍ​ຖ້າ​ຊື້​ນຳ​ມັນ ແລະ ບາງ​ຄົນໄປ​ຖ້າ​ຊື້​ນ້ຳ​ມັນ​ແຕ່ 12 ໂມງ ຈົນ​ຮອດ 6 ໂມງ​ແລງ ຈຶ່ງ​ໄດ້ຊື້​ນ້ຳ​ມັນ ແລະ ບວກ​ກັບ​ລາ​ຄາ​ອາ​ຫານ​ການ​ກິນ​ກໍ​ແພງ​ຂຶ້ນ​.

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່າ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ນ້ຳ ​ມັນ​ແພງ ຂັ້ນ​ມັນ​ມີ​ນ້ຳ​ມັນ​ຊື້​ມັນ​ກະ​ໂຄ​ຕົ່ວ ລູກ​ຊາຍ​ເຮົາ​ໄປ​ລໍ​ຄິວ ຕັ້ງ​ແຕ່ 12 ໂມງ ຫາກໍ່​ເຂົ້າ​ມາ​ວ່າງກີ້ນີ້​ນ່າ ກະ​ໄຄ​ຕົ່ວ ຂັ້ນ​ມັນ​ມີ​​ນ້ຳ​ມັນ​ນະ."

ນັກ​ຂ່າວ: ເປັນ​ຍ້ອນ​ຫຍັງ?

ຊາວ​ນະ​ຄອນ​ຫລວງວຽງ​ຈັນ:

“ຍ້ອນບໍ່​ມີ​ເງິນ​ສຳ​ຮອງ​ຊື້​ນ້ຳ​ມັນ​ຕົ່ວ ບໍ່​ເຫັນ​ຫວະ ຄຳ​ແພງ ໄຊ​ສົມ​ແພງ [ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ] ຖ​ແລງ​ການ​ຕົ່ວ ເງິ​ນ​ສໍ​າ​ຮອງ 0 ກີບ ຫັ້ນ​ເດ້​ຫັ້ນ. ເວົ້າ​ຫຼັກໆ ກະ​ຄື​ເຈົ້າ​ຄວບ​ຄຸມ​ເງິນ​ຕ​ຣາ​ຕ່າງ​ປະ​ເທດບໍ່​ໄດ້. ໄປ​ຊື້ຄັນ​ໄປ​ແລກ​ກັບ​ທະ​ນາ​ຄານບໍ່​ມີ ແຕ່​ວ່າ ຄັນ​ແລກ​ກັບ​ທະ​ນາ​ຄານ​ຈັດ​ຕັ້ງ ຫຼື ວ່າ ຄົນ​ທະ​ນາ​ຄານ ລູກ​ຫຼານ​ທະ​ນາ​ຄານ ແລກ​ເງິນ​ຕ​ຣາ​ຕ່າງ​ປະ​ເທດ​ພັດ​ມີ. ເຈົ້າ​ໄປ​ແລກ​ເອົາ​ຢູ່ນອກ​ທະ​ນາ​ຄານ​ທໍ່​ໃດ​ກະ​ໄດ້ ແຕ່​ວ່າ ຕ້ອງ​ລາ​ຄາ​ສູງ.”

ນັກ​ຂ່າວ: ດຽວນີ້, ຄົນ​ນີ້ ແຕ່​ລະ​ມື້ ໄປ​ລຽນ​ແຖວ​ຍາວ​ແມ່ນ​ເບາະ?

ຊາວ​ນະ​ຄອນ​ຫລວງວຽງ​ຈັນ:

" ລຽນ ​ແຖວ​ຍາວ​ກະ​ມີ​ແຕ່​ເປັນ​ຈຸດ​ໃດ ໂຕນີ້​ນິ ຫຼັກໆນີ້​ກະ​ແມ່ນ​ເຊື້ອ​ໄຟ​ລາວນີ້ ຢູ່​ຫຼັກ 7 ເຮົາ​ນີ້ ແຖວ​ທະ​ນາ​ຄານ​ພົງ​ສະ​ຫວັນ​ນີ້​ເນາະ ກາຍ​ນັ້ນ​ກະ​ປິດ​ສະ​ນິດນີ້. ແຕ່​ວ່າ ຊື້​ນ້ຳ​ມັນ​ ຢູ່ນອກນີ້​ກະ​ມີ ແຕ່​ວ່າ ຂວດ​ນຶ່ງ​ກະ​ຕົກ​ຢູ່ 40,000-50,000 ກີບ ຕາມ​ຮ້ານ​ບໍ​ຣິ​ການ​ແປງ​ຣົ​ຖ​ຈັກ ອາ​ຈ​ມີ​ຂວດ​ລະ​ປະ​ມານ 700 ຊີ​ຊີ ນີ້​ເນາະ. ສ​ລຸບ​ລະ​ກະ​ອັ​ຕ​ຄັດ​ຫັ້ນ​ແຫຼ ເຮົາ​ກະ​ບໍ່​ໝັ້ນ​ໃຈ​ວ່າ ຣັ​ຖ​ບານ ເພິ່ນ​ຊິ​ແກ້​ໄຂ​ແນວ​ໃດ ແຕ່ນີ້ ໄປ​ຮອດ​ເດືອນ 6 ເດືອນ 7 ເຮົາ​ກະ​ບໍ່​ເຂົ້າ​ໃຈ​ເນາະ. ເຄື່ອງ​ສິນ​​ຄ້າ​ອາ​ຫານ​ການ​ກິນ ກະ​ຖີບ​ໂຕ​ແພງ​ຂຶ້ນ ເງິນ​ພັດ​ບໍ່​ເປັນ​ລາ​ຄາ ສົມ​ມຸດ​ຄື​ໄຂ່​ເນາະ ແຕ່​ກ່ອນ​ໜ່ວຍ​ນຶ່ງ 1,100 ກີບ-1,200 ກີບ ແຕ່ ດຽວນີ້ ໜ່ວຍ​ນຶ່ງກໍ​ບໍ່​ຕ່ຳ​ກວ່າ 2,000 ກີບ ເນາະ."

ຢູ່​ຕ່າງ​ແຂວງ​ນ້ຳ​ມັນ​ກໍ​ຂ​າດ​ແຄນ ​ເຊັ່ນ​ດຽວ​ກັນ ເຊັ່ນ ຢູ່​ແຂວງ​ໄຊ​ຍະ​ບູ​ຣີ ປ້ຳ​ນ້ຳ​ມັນ​ມີ​ປະ​ມານ 10 ປາຍ-20 ປ້ຳ ແຕ່ ປັດ​ຈຸ​ບັນ ເຫຼືອ​ພຽງ​ບໍ່​ພໍ​ເທົ່າ​ໃດ​ປ້ຳ​ເປີດ​ໃຫ້​ບໍ​ຣິ​ການ.

ປະ​ຊາ​ຊົນ ແຂວງ​ໄຊ​ຍະ​ບູ​ຣີ ໄດ້​ກ່າວ​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

" ສະ ​ເພາະ​ຢູ່ ເມືອງ​ໄຊ​ຍະ ກະ​ປະ​ມານ 10 ປາຍ-20 ປ້ຳ​ນີ້​ແຫຼະ ເປັນ​ຂອງ​ລາວນີ້​ລະ​ເຈົ້າ ແຕ່​ວ່າ ຄັນ​ວ່າ ນ້ຳ​ມັນ​ໝົດ ຊິ​ໄປ​ວຽກ​ແນວ​ໃດ ກະ​ບໍ່​ຮູ້. ບໍ່​ມີ​ນ້ຳ​ມັນ​ໃຫ້​ບໍ​ຣິ​ການ​ລະ​ນ່າ. ຂັ້ນ​ນ້ຳ​ມັນ​ໝົດ ກະ​ມີ​ແຕ່​ວ່າ ເອົາ​ຣົ​ຖ​ຖີບ​ຫັ້ນ​ແຫຼ ຄັນ​ວ່າ ຈຳ​ເປັນ​ກະ​ຕ້ອງ​ເອົາ​ຣົ​ຖ​ຖີບ​ໄປ. ໄຂ່​ໄກ່ ກະ​ໜ່ວຍ​ນຶ່ງ 2,000 ກີບ, ສິນ​ຄ້າ​ອື່ນໆ ເປັນ​ໝີ່​ໄວ​ໄວ ກະ​ຮໍ່​ນຶ່ງ 3,000 ກີບ​ລະ ແຕ່ກີ້ ຮໍ່ 2,000 ກີບ ເນາະ. ກະ​ຫາ​ກິນ​ຕາມ​ທັມ​ຊາດ ເກັບ​ຜັກ​ ຫາ​ປາໄປ ແຕ່ ວ່າ ກະ​ຍັງ​ໄດ້​ຊື້​ຢູ່ ເປັນ​ແປ້ງນິວ ນ້ຳ​ມັນ​ພືດ ອັນ​ໃດ​ກະ​ຂຶ້ນນອກ​ຈາກ."

ພະ​ນັກ​ງານ​ຣັ​ຖ​ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

" ຖ້າ ​ລາ​ຄາ​ນ້ຳ​ມັນ​ຍັງ​ຂຶ້ນ​ໄປ​ອີກ ຈະ​ບໍ່​ໄປ​ເຮັດ​ວຽກ​ເປັນ​ປົກ​ຕິດ ແຕ່ ຈະ​ມີ​ການ​ຜັດ​ປ່ຽນ​ກັນ​ໄປ​ເຮັດ​ວຽກ​ຢູ່​ຫ້ອງ​ການ ເພາະ​ວ່າ ຖ້າ​ຈະ​ໄປ​ເຮັດ​ວຽກ​ທຸກມື້ຄົງ​ຈະ​ບໍ່​ສາ​ມາດ​ເຮັດ​ໄດ້ ເງິນ​ເດືອນ​ປະ​ມານ 1 ລ້ານ ປາຍ​ກີບ ກໍ​ບໍ່​ໄດ້​ຫຍັງ ນອກ​ຈາກ​ໃສ່​ນ້ຳ​ມັນ​ຢ່າງ​ດຽວ ແລະ ຖ້າ​ວ່າ ສ​ະ​ຖາ​ນະ​ການ​ເປັນ​ໄປ​ແບບນີ້ ກໍ​ຄົງ​ຈະ​ບໍ່​ໄຫວ."

ທາງ​ການ​ລາວ ໄດ້​ປະ​ກາດ​ປັບລາ​ຄາ​ນ້ຳ​ມັນ​​ໃນ​ວັນ​ທີ 10 ພຶ​ສ​ພາ:

  • ແອັດ​ຊັງ​ພິ​ເສດ ຂຶ້ນ​ຈາກ 20,610 ກີບ ຕໍ່​ລິດ ມາ​ເປັນ 22,190 ກີບ ຕໍ່​ລິດ.
  • ແອັດ​ຊັງ​ທຳ​ມະ​ດາ ລົງ​ຈາກ 18,060 ກີບ ຕໍ່​ລິດ ມາ​ເປັນ 17,300 ກີບ ຕໍ່​ລິດ.
  • ກະ​ຊວນ ລົງ​ຈາກ 18,000 ກີບ ຕໍ່​ລິດ ມາ​ເປັນ 17,300 ກີບ ຕໍ່​ລິດ.

ອັນ​ຕ​ຣາເງິນ​ເຟີ້ ຍັງ​ຄົງ​ສືບ​ຕໍ່ ແລະ ບໍ່​ມີ​ທ່າ​ທີ່​ວ່າ ເງິນ​ກີບ​ຈະ​ແຂງ​ຄ່າ​ຂຶ້ນ. ທະ​ນາ​ຄານ​ໂລກ ໄດ້​ອອກ​ມາເປີດ​ເຜີຍ​ໃນ​ວັນ​ທີ 13 ພຶ​ສ​ພາ ວ່າ: ອັດ​ຕ​ຣ​າ​ເງິນ​ເຟີ້ຂອງ​ລາວ ໃນ​ສ​ເດືອນ​ເມ​ສາ ໃນ​ປີ 2022 ນີ້ ຢູ່​ທີ່ 9.9 ເປີ​ເຊັນ, ສ່ວນ​ປີ 2021 ອັດ​ຕ​ຣ​າ​ເງິນ​ເຟີ້​ຂອງ​ລາວ ຢູ່​ທີ່ 2 ເປີ​ເຊັນ.

ອັ​ດຕ​ຣາ​ແລກ​ປ່ຽນ​ເງິນ ສະ​ເພາະ​ຢູ່​ຮ້າ​ນນອກ ທີ່ບໍ່​ແມ່ນ​ຢູ່​ໃນ​ທະ​ນາ​ຄານ ເຊັ່ນ ເງິນ​ບາດ 400 ປາຍ​ກີບ ຕໍ່ 1 ບາດ, ສ່ວນ​ວ່າ ເງິນ​ໂດ​ລ້າ​ຣ໌ 13,000 ກີບ ຕໍ່ 1 ໂດ​ລ້າ​ຣ໌ ອີງ​ຕາມ​ປະ​ຊາ​ຊົນຜູ້​ທີ່​ໄປ​ແລກ​ເງິນ, ແຕ່ ອັດ​ຕ​ຣາ​ຢູ່​ທະ​ນາ​ຄານ ແລະ ຮ້ານ​ແລກ​ປ່ຽນ​ອື່ນໆ ຈະ​ມີ​ຫຼຸດ​ລື່ນ​ກັນ ເຊິ່ງ​ຂຶ້ນ​ກັບ​ແຕ່​ລະ​ທ້ອງ​ຖິ່ນ.

ໜັງ​ສື​ພິມ​ປະ​ຊາ​ຊົນ ໄດ້​ຣາຍ​ງານ​ໃນ​ວັນ​ທີ 16 ພຶ​ສ​ພາ ໂດຍ ອ້າ​ງ​ຄຳ​ເວົ້າ​ຂອງ ທ່ານ ສອນ​ໄຊ ສິດ​ພິ​ໄຊ ຜູ້​ວ່າ​ການ​ທະ​ນາ​ແຫ່ງ ສ​ປ​ປ​ ລາວ ຕອນ​ນຶ່ງວ່າ: " ສະພາບການເໜັງຕີງແຮງ ຂອງຄ່າເງິນຂອງຫຼາຍປະເທດຢູ່ຕລາດສາກົນ ແລະ ພາກພື້ນ , ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕລາດໂລກ ສົມທົບກັບປັດໄຈພາຍໃນປະ ເທດເຮົາເອງທີ່ຕິດພັນກັບພື້ນຖານ ໂຄງສ້າງເສດຖະກິຈ, ພຶດຕິກໍາ ຄວາມຊິນເຄີຍຂອງຄົນໃນສັງຄົມລາວ ໃນການນໍາໃຊ້ສິນຄ້ານໍາເຂົ້າ ໄດ້ສົ່ງຜົນກະທົບຢ່າງຕໍ່ເນື່ອງຕໍ່ຄ່າເງິນກີບ ໃນໄລຍະ 4 ເດືອນຕົ້ນປີ 2022."

ຜູ້​ວ່າ​ການ​ທະ​ນາ​ຄານ ຍັງ​ກ່າວ​ຕື່ມ​ອີກວ່າ: " ການປະຕິບັດກົດໝາຍ , ລະບຽບການ, ມາດຕະການຕິດພັນກັບການຄຸ້ມຄອງ ເງິນຕຣາຕ່າງປະເທດ ຍັງບໍ່ທັນກົມກຽວເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕຣາ ຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດ ຈໍານວນຫຼາຍພໍສົມຄວນບໍ່ທັນເຂົ້າມາປະເທດ ຕາມລະບຽບການ."