ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພຍາຍາມ ດຶງດູດ ນັກ ທ່ອງທ່ຽວ ແລະ ນັກລົງທຶນ ຕ່າງປະເທສ ຂະນະທີ່ ຍັງບໍ່ສາມາດ ແກ້ໄຂ ບັນຫາ ຊາວຕ່າງຊາຕ ຢູ່ ໃນແຂວງໄດ້.
ຣັຖບາລລາວ ມີແຜນ ທີ່ຈະໃຊ້ ງົບປະມານ ພັທນາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອດຶງດູດ ນັກລົງທຶນ ແລະ ນັກທ່ອງທ່ຽວ ຕ່າງປະເທສ. ເຈົ້າໜ້າທີ່ ກ່ຽວຂ້ອງ ເວົ້າເຖິງ ການລົງທຶນ ພັທນາ ເມືອງນັ້ນວ່າ:
"ຣັຖບາລ ໃຫ້ ບຸຣິມະສິດ ໃຫ້ ບຸຣິມະສິດ ໃນການພັທນາ ໃຫ້ເປັນ ແຫລ່ງ ທ່ອງທ່ຽວ ແຫລ່ງການ ລົງທຶນ ຢູ່ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ປັຈຈຸບັນ ກໍໄດ້ມີການ ລົງທຶນ ໄປແລ້ວ 608 ລ້ານຫລຽນ ສະຫະຣັຖ ອະເມຣິກາ ເນາະ ປັບປຸງ 3 ຂອງ ເຂດໃຫຍ່ ກໍຄື ການກໍ່ສ້າງ ພື້ນຖານ ໂຄງຮ່າງ ຈັດສັນປູກ ທີ່ຢູ່ອາສັຍໃໝ່ ແລະ ການໂຍກຍ້າຍ ບ້ານ ໃຫ້ ປະຊາຊົນ ກໍຍັງມີ ການລົງທຶນ ເຂົ້າໃນຂອງ ເຂດ ການຜລິດ ແລະ ການບໍຣິການ".
ທ່ານວ່າ ໃນເມືອງນັ້ນ ຍັງບໍ່ສາມາດ ແກ້ໄຂບັນຫາ ທີ່ເກີດຈາກ ຊາວຕ່າງ ປະເທສ ໄດ້ເທົ່າທີ່ຄວນ ເຊັ່ນ ການລັກລອບ ເຂົ້າເມືອງ, ຢາເສບຕິດ, ການຄ້າມະນຸດ ແລະ ການລັກຂະໂມຍ. ປັດຈຸບັນ ກຸ່ມ ບໍຣິສັດ ດອກງີ້ວຄໍາ ຂອງຈີນ ທີ່ໄດ້ ສໍາປະທານ ຢູ່ ເມືອງຕົ້ນເຜິ້ງ ດໍາເນີນ ໂຄງການພັທນາ ຂນາດໃຫຍ່ ຄົບຊຸດ, ສ້າງໂຮງແຮມ 700 ຫ້ອງ, ບ່ອນຫລິ້ນ ການພະນັນ ກາສິໂນ ສໍາລັບ ນັກທ່ອງ ທ່ຽວ ທີ່ສ່ວນໃຫຍ່ ຈະມາຈາກ ປະເທດຈີນ ຊຶ່ງຂະນະນີ້ ມີ ປະຊາຊົນ ຈີນ ອາສັຍຢູ່ ບໍ່ຕໍ່າກວ່າ 2,000 ຄົນ ທັງຢູ່ແບບ ຖືກຕ້ອງ ແລະ ບໍ່ຖືກ ຕ້ອງຕາມ ກົດໝາຍ.
ເຈົ້າໜ້າທີ່ ຜແນກປ້ອງກັນ ຄວາມສງົບ ແຂວງບໍ່ແກ້ວ ວ່າ ປັດຈຸບັນ ການເຂົ້າມາ ລາວ ຂອງຊາວຈີນ ແລະ ການເປີດຫລິ້ນ ການພະນັນ-ກາສິໂນ ສ້າງບັນຫາ ໃຫ້ຊາວລາວ ໃນ ເມືອງຕົ້ນເຜິ້ງ ບໍ່ໜ້ອຍ ທັງໃນເຣື່ອງ ຢາເສບຕິດ ແລະ ເຣື່ອງ ຄ້າມະນຸດ.
ທ່ານເວົ້າ ຕື່ມອີກວ່າ ປັດຈຸບັນ ຊາວຈີນ ແລະ ຊາວພະມ້າ ທີ່ ຂໍໜັງສື ເດີນທາງ ເຂົ້າມາ ແບບນັກ ທ່ອງທ່ຽວ ເປັນຈໍານວນ ຫຼວງຫຼາຍ ມາຢູ່ລາວ ເກີນກໍານົດ. ໃນນັ້ນ ຈໍານວນນນຶ່ງ ກໍສ້າງ ບັນຫາ ໃຫ້ຊາວລາວ ທີ່ກໍາລັງ ກັງວົນ ຢ້ານພວກ ເຂົາເຂົ້າ ມາຫລາຍຂຶ້ນ.
