ຊາວວັງວຽງບໍ່ໃຫ້້ຈີນ ເປີດແຫຼ່ງ ທ່ອງທ່ຽວ

ໄຊຍາ
2019.01.03
ເມືອງວັງວຽງ ທີ່ຂຶ້ນຊື່ລືຊາ ສໍາລັບນັກທ່ອງທ່ຽວ ຕ່າງປະເທດ
RFA/SY

ປັດຈຸບັນປະຊາຊົນໃນເບື້ອງຕົ້ນ 8 ບ້ານເມືອງວັງວຽງ ບໍ່ອະນຸຍາດໃຫ້ນັກລົງທຶນຈີນ ເອົາເຈົ້າໜ້າທີ່ມາແທກດິນເຮືອນ ຂອງພວກເຂົາເຈົ້າ ເພື່ອເອົາໄປເຮັດ ໂຄງການພັທນາແຫລ່ງທ່ອງທ່ຽວ ຍ້ອນຢ້ານວ່າຈະຕ້ອງ ຖືກໃຫ້ໂຍກຍ້າຍໃນພາຍຫລັງ, ດັ່ງ ເຈົ້າໜ້າທີ່ເມືອງວັງວຽງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 03 ມົກຣາ ນີ້ວ່າ:

"ສ່ວນຫລາຍກາບໍ່ຢາກໃຫ້ວັດແທກນັ້ນແຫລະ ປະຊາຊົນເຂົາກາແຕກຕື່ນເນາະ ມາແທກເຮືອນແທກຊານ ຊື່ນະ ເຂົາສິມາບ້ານເອົາຊອກເອົາ ບໍ່ຊິນະຈະມາເອົາເຮືອນ ປະຊາຊົນສິໄປຢູ່ໃສ."

ທ່ານກ່າວຕື່ມວ່າເມື່ອທ້າຍປີ 2018 ກຸ່ມສຳຣວດ ຂອງໂຄງການດັ່ງກ່າວ ພຍາຍາມໄປແທກດິນບ່ອນ ທີ່ປະຊາຊົນຢູ່ອາສັຍ ຈົນເຫດການ ຂັດແຍ່ງກັນເກີດຂຶ້ນ ແຕ່ເຈົ້າໜ້າທີ່ຂັ້ນເມືອງ ສາມາດໄກ່ເກັ່ຍກັນໄດ້ ເຮັດໃຫ້ຝ່າຍສຳຣວດ ໄດ້ຢຸດການວັດແທກ ຈົນມາ ຮອດປັດຈຸບັນ.

ທ່ານວ່າແຜນການຂອງໂຄງການດັ່ງກ່າວ ທີ່ຈະເອົາດິນປະຊາຊົນ ນັ້ນເບີ່ງຕາມສະພາບໂຕຈີງອາດ ເປັນໄປໄດ້ຍາກ ເພາະປະຊາຊົນ ສ່ວນໃຫຍ່ ຢືນຢັນວ່າຈະບໍ່ຍອມຍົກດິນ ໃຫ້ຢ່າງເດັດຂາດ.

ໃນນັ້ນຕາມທາງການຣາຍງານ ໃນເບຶ້ອງຕົ້ນ 8 ບ້ານ ທີ່ນອນໃນ ໂຄງການພັທນາແຫລ່ງທ່ອງທ່ຽວ ມີບ້ານຫ້ວຍແຍ້, ບ້ານຫ້ວຍສະເຫງົ້າ, ບ້ານວັງວຽງ, ບ້ານສວ່າງ, ບ້ານວຽງແກ້ວ, ບ້ານເມືອງຊອງ, ບ້ານໂພນເງິນ ແລະ ບ້ານນາຄູນ.

ໃນຕົ້ນປີ 2017 ຜ່ານມາ ທາງການແຂວງວຽງຈັນ ໄດ້ອະນຸມັດໃຫ້ ບໍຣິສັດອີຈີນ ວິສວະກັມກໍ່ສ້າງລາວ ຈຳກັດສຶກສາຄວາມເປັນໄປໄດ້ ແລະ ສຳຣວດອອກແບບ ໂຄງການພັທນາສນາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ໃນໄລຍະ 12 ເດືອນ ເພື່ອກໍ່ສ້າງໂຮງແຮມ 5 ດາວ ແລະ ແຫລ່ງບັນເທີງຂນາດໃຫຍ່ ຮວມເຖິງການກໍ່ສ້າງກາຊິໂນນຳ ໂດຍໃຊ້ ເນື້ອທີ່ 15 ເຮັກຕ້າ ເຊິ່ງຄາດວ່າຈະມີການລົງທຶນ 200 ລ້ານໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.