ຕລາດສາລາຄຳ ພວກຄ້າຂາຍ ບໍ່ຍອມຍ້າຍ

0:00 / 0:00

ພໍ່ຄ້າແມ່ຄ້າ ຕລາດສາລາຄຳ ປະມານ 100 ປາຍຮ້ານ ຂຽນຄຳຮ້ອງທຸກ ໄປຫາຫ້ອງການ ປົກຄອງເມືອງ ຫາດຊາຍຟອງ ແລະສະພາ ປະຊາຊົນ ນະຄອນຫຼວງວຽງຈັນ ເພື່ອຂໍໃຫ້ແກ້ໄຂ ບັນຫາຢ່າງເປັນທັມ ພາຍຫຼັງ ເຈົ້າໜ້າທີ່ຕຳຣວດ ແລະ ເຈົ້າໜ້າທີ່ ການຄ້າ ໄດ້ຕິດປ້າຍ ປະກາດສັ່ງໄລ່ ຊາວຄ້າຂາຍ ໃຫ້ຍ້າຍອອກ ໄປຂາຍຢູ່ບ່ອນອື່ນ ແລ້ວເກີດມີການຕໍ່ວ່າ ຕໍ່ຂານກັນ ເມື່ອມື້ວັນທີ 18 ສິງຫາ ທີ່ຜ່ານມາ. ດັ່ງແມ່ຄ້ານາງນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ຕອນນຶ່ງວ່າ:

“ຍື່ນໜັງສືຄຳຮ້ອງຂໍເພິ່ນຢູ່ເດ ຮ້ອງທຸກເພິ່ນຢູ່. ເອີ່… ລະກະໄປຫ້ອງປົກຄອງເມືອງໄປສພາ, ສພານະຄອນຫຼວງ. ຍັງ, ເພິ່ນຍັງບໍ່ວ່າ ຈັ່ງໃດເທື່ອ ເພາະວ່າ ທາງຂັ້ນເທິງ ເພິ່ນຊິເຮັດບັນຫາແນວໃດໃຫ້ພວກເຮົາ”.

ນາງກ່າວຕື່ມວ່າ ປັດຈຸບັນ ທາງການໄດ້ປົດປ້າຍປະກາດ ຄຳສັ່ງດັ່ງກ່າວນັ້ນອອກແລ້ວ ໂດຍທີ່ຊາວຄ້າຂາຍ ບໍ່ຮູ້ວ່າເປັນຍ້ອນສາເຫຕໃດ, ແຕ່ພວກເຂົາເຈົ້າຢືນຢັນວ່າ ເຖິງຈະມີຄຳສັ່ງໃຫ້ຍ້າຍ ພວກຕົນກໍຈະບໍ່ຍ້າຍ ແລະຈະຂໍຕໍ່ສູ້ຕໍ່ໄປ:

“ໂອ້ຍແມ່ຄ້າ ຊິໄປຍ້າຍຈັກເທື່ອ ບ່ອນຫາກິນ, ມັນບໍ່ໍ່ແມ່ນຕລາດໃຫຍ່ເນາະ ກະຄືເຈົ້າເຫັນ ທີ່ລົງປ້າຍໄປຫັ້ນນ່າ, ມັນເປັນຕລາດນ້ອຍ ຕລາດຊຸມຊົນ. ໄທເຮົາມີຫຍັງກະພາກັນຂາຍມາ ລະກະຕັ້ງມາແຕ່ໃດ. ແຕ່ວ່າພວກນີ້, ຜົລໄດ້ ຜົລລັບຂອງພວກເອກະຊົນເຂົາຕັ້ງຕລາດໃໝ່ ຕັ້ງຕລາດກະຢູ່ພຸ້ນ ກາງທົ່ງນາພຸ້ນໃຜຊິໄປຊື້. ບາດນີ້ບໍ່ມີຄົນໄປ ລະຊິມາບັງຄັບແມ່ຄ້ານີ້ໄປຕລາດລາວ”.

ຕໍ່ບັນຫານີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງຫ້ອງການ ການຄ້າ ເມືອງຫາດຊາຍຟອງ ແລະໄດ້ຮັບຄໍາຊີ້ແຈງ ຈາກເຈົ້າໜ້າທີ່ ທ່ານນຶ່ງວ່າ:

“ແມ່ນລະເພິ່ນກຳລັງຄົ້ນຄວ້າປຶກສາຫາລືກັນຢູ່ ຊິໃຫ້ເລີກມື້ໃດ ໃຫ້ຍ້າຍມື້ໃດຫັ້ນນ່າ, ເພິ່ນກະຍັງຜ່ານເອກະສານຂຶ້ນນະຄອນຫຼວງຢູ່. ໂຕນີ້ ມັນກະຍັງ ຖ້າແຈ້ງການຈາກທາງເຈົ້າເມືອງ ເພິ່ນວ່າ ເພິ່ນຊິໃຫ້ຍົກໃຫ້ຍ້າຍມື້ໃດເນາະ. ຖ້າວ່າ ມີແຜນການຈາກເຈົ້າເມືອງ ເພິ່ນກະຊິຕົກລົງ ໄປຫາຕລາດພຸ້ນເນາະ”.

ຕລາດສາລາຄຳ ຕັ້ງຢູ່ແຄມຖນົນທ່າເດື່ອ ໃນເຂດບ້ານສາລາຄຳ ເມືອງຫາດຊາຍຟອງ ນະ ຄອນຫຼວງວຽງຈັນ, ເປັນຕລາດສົດຂນາດກາງ ທີ່ໄດ້ມີການຄ້າຂາຍ ມາເປັນເວລາ 30 ປາຍປີແລ້ວ.

ພວກພໍ່ຄ້າແມ່ຄ້າເຊື່ອວ່າ ການກະທໍາຂອງທາງການລາວຄືດັ່ງກ່າວ ເກີດຈາກ ຄວາມພະຍາຍາມ ຂອງກຸ່ມນັກລົງທຶນ ທີ່ຢາກປຸກຕລາດໃໝ່ ຊື້ຈ້າງຈອບອອຍ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກົດດັນພວກເຂົາເຈົ້າ ໃຫ້ໂຍກຍ້າຍ ອອກຈາກ ຕລາດນັ້ນ ໄປຂາຍຢູ່ບ່ອນອື່ນ ໂດຍທີ່ບໍ່ໄດ້ແຈ້ງ ໃຫ້ຮູ້ລ່ວງໜ້າ ພໍມີເວລາກຽມໂຕ.