ປະຊາຊົນ ຜະເຊີນບັນຫາ ຄ່າຄອງຊີບ ແພງຂຶ້ນຕໍ່ເນື່ອງ

ສຸພັດຕາ
2022.07.12
ປະຊາຊົນ ຜະເຊີນບັນຫາ ຄ່າຄອງຊີບ ແພງຂຶ້ນຕໍ່ເນື່ອງ ຮ້ານຄ້າແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂາຍເຄື່ອງ ອຸປໂພກ-ບໍຣິໂພກ ທີ່ສ່ວນຫຼາຍ ແມ່ນສິນຄ້ານຳເຂົ້າ ມາຈາກ ຕ່າງປະເທດ ຊຶ່ງມີລາຄາແພງຂຶ້ນຫຼາຍກວ່າເຄິງ ໃນໄລຍະເງິນເຟີ້ນີ້, ຮູບຖ່າຍເມືອ ເດືອນພຶສພາ ປີ 2022.
ນັກຂ່າວ ພົລເມືອງ

ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະ ການລົງທຶນ ປະຈໍາເດືອນມິຖຸນາ 2022 ຣາຍງານວ່າ ອັດຕຣາເງິນເຟີ້ໃນລາວ ໃນເດືອນມິຖຸນາ ປີ 2022 ຍັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍໃນເດືອນມິຖຸນາ 2022 ນີ້ ສູງຂຶ້ນເຖິງ 23.6% ເມື່ອທຽບໃສ່ ປີ 2021 ໃນໄລຍະເດືອນດຽວກັນ ເຟີ້ຂຶ້ນໜັກ ໃນຮອບ 22 ປີ ສົ່ງຜົລໃຫ້ ຄ່າຄອງຊີບແພງຂຶ້ນ ສິນຄ້າອຸປະໂພກ ແລະບໍຣິໂພກຕ່າງໆ ກໍມີລາຄາແພງຂຶ້ນນໍາດ້ວຍ ສາເຫດກໍຍ້ອນວ່າ ການອ່ອນຄ່າຂອງເງິນກີບ ແລະຍັງມີແນວໂນ້ມທີ່ ຈະອ່ອນຄ່າລົງອີກ ຮວມເຖິງລາຄານໍ້າມັນເຊື້ອເພີງ ກໍມີລາຄາແພງຂຶ້ນນໍາດ້ວຍ ເຊິ່ງໄດ້ສົ່ງຜົລກະທົບຢ່າງໜັກ ຕໍ່ກັບພໍ່ຄ້າ-ແມ່ຄ້າຣາຍຍ່ອຍ, ພະນັກງານຣັຖກອນ ຮວມທັງຊາວບ້ານ ທີ່ຫາເຊົ້າກິນຄໍ່າ ກໍໄດ້ຮັບຜົລກະທົບ ໃນການໃຊ້ຊີວິຕປະຈໍາວັນ ຍ້ອນຄ່າຄອງຊີບແພງ.

ກ່ຽວກັບເຣື່ອງເງິນເຟີ້ໃນລາວນີ້ ພະນັກງານຣັຖກອນ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ບໍ່ປະສົງອອກຊື່ແລະສຽງ ກ່າວວ່າ ນັບຕັ້ງແຕ່ເງິນກີບອ່ອນຄ່າ ຄືຕັ້ງແຕ່ໄລຍະ ອັດຕຣາແລກປ່ຽນ ຕັ້ງແຕ່ເງິນບາດ ຈາກ 1 ບາດ ເທົ່າກັບ 300 ກີບ, ດຽວນີ້ ເງິນບາດ 1 ບາດ ເທົ່າກັບ 450 ປາຍກີບແລ້ວ ແຕ່ເງິນເດືອນຂອງພະນັກງານ ພັດບໍ່ຂຶ້ນ ເຮັດໃຫ້ໄດ້ຮັບຜົລກະທົບຫຼາຍ ໃນການດໍາລົງຊີວິຕ ແມ້ແຕ່ໄປການທຸກມື້ນີ້ ຍັງຕ້ອງໄດ້ຂໍເງິນເມັຍໃສ່ນໍ້າມັນຣົຖໄປການ ເພາະລາຍໄດ້ ບໍ່ພໍກັບລາຍຈ່າຍ.

ດັ່ງທ່ານໄດ້ອະທິບາຍ ໃຫ້ວິທຍຸເອເຊັຽເສຣີຟັງ ໃນວັນທີ່ 12 ກໍຣະກະດາ 2022 ນີ້ວ່າ:

ເງິນເດືອນຂອງຂ້ອຍ ກະໄດ້ເດືອນນຶ່ງ 1,678,000 ກີບ ທຽບໃສ່ເງິນໂດລ້າຣ໌ ກໍປະມານ $110 ກະໄດ້ຮັບທຸກເດືອນເປັນປົກກະຕິຢູ່ ຕ່າງແຕ່ວ່າ ມັນບໍ່ກຸ້ມກິນດອກ ຄັນຊິໃສ່ນໍ້າມັນຫຼອກນໍ້າມັນຣົຖ ຂີ່ຣົຖໃຫຍ່ນີ້ແຫຼະ ນໍ້າມັນຣົຖໃຫຍ່ ອາທິດນຶ່ງ ຕົກຢູ່ 4 ແສນກີບ, ມີຣົຖຈັກກະບໍ່ກຸ້ມນ່າ ເພາະດຽວນີ້ ຂີ່ຣົຖຈັກ ກະອາທິດນຶ່ງ ແສນກີບແລ້ວ ເດືອນນຶ່ງ ມີ 4 ອາທິດ ນໍ້າມັນຣົຖຈັກ 4 ແສນກີບ, ກິນເຂົ້າກິນນໍ້າ ຈາກປົກກະຕິ ຄາບນຶ່ງ 20 ພັນກີບ ດຽວນີ້ເປັນ 30 ພັນ 40 ພັນກີບ, ຈ່າຍຄ່ານໍ້າປະປາ ເດືອນນຶ່ງ 90 ພັນກີບ, ຄ່າໄຟ້າ ປະມານເດືອນນຶ່ງ 1-2 ແສນກີບ ອັນນີ້ໄລ່ຄ່າໄຟ້າ ທີ່ບໍ່ໄດ້ມີແອເນາະ ບໍ່ມີເຄື່ອງໃຊ້ໄຟ້າອິ່ຫຍັງຫຼາຍ ມີແຕ່ເປີດພັດລົມຢູ່ຫ້ອງເຊົ່າ ເຮັດກິນກໍບໍ່ໄດ້ຊື້ຖ່ານຊື້ຫຍັງ ເຂົາເອີ້ນວ່າ ຊີວິຕຫ້ອງເຊົ່າເນາະ ຄັນວ່າເຊົ່າຫ້ອງຢູ່ ເດືອນນຶ່ງກະ 7-8 ແສນກີບ ຄັນມີເຮືອນລະກະແລ້ວໄປ ຄັນວ່າເຊົ່າຫ້ອງຢູ່ ລະເວົ້າໄດ້ເລີຍວ່າ (ແມ່ນຕາຍທັງຢືນເລີຍ) ແຕ່ກີ້ ນໍ້າມັນແພງລະຍັງບໍ່ແລ້ວເນາະ ອາຫານການກິນ ຈາກມີ່ໄວໆ ຈາກຫໍ່ນຶ່ງ 1,500 ກີບ ມາເປັນຫໍ່ນຶ່ງ 3 ພັນກີບ ດຽວນີ້ເປັນຫໍ່ນຶ່ງ 4 ພັນກີບແລ້ວເດ້ ອັດຕຣາອາຫານການກິນ ເພີ່ມຂຶ້ນທົບເຄິ່ງເນາະ.”

ທ່ານຍັງກ່າວຕື່ມອີກວ່າ ບໍ່ສະເພາະ ແຕ່ພະນັກງານຣັຖກອນ ທີ່ໄດ້ຮັບຜົລກະທົບ ຈາກເງິນກີບອ່ອນຄ່າ ຄົນງານລາວ ທີ່ເຮັດວຽກຮັບຈ້າງທົ່ວໄປ ຍົກໂຕຢ່າງ: ຈາກແຕ່ກ່ອນ ເຂົາເຈົ້າໄດ້ເງິນເດືອນ ເດືອນລະ 8 ແສນກີບ ກະຍັງພໍມີເງິນເຫຼືອໄວ້ເກັບໄວ້ອອມ ເດືອນລະແສນກີບ, ແຕ່ດຽວນີ້ ໄດ້ເງິນເດືອນ ເດືອນລະ 8 ແສນກີບ ຍັງຕ້ອງໄດ້ໄປຢືມເງິນທາງນອກ ມາໃຊ້ຈ່າຍອີກ 3-4 ແສນ ເພາະບໍ່ກຸ້ມຢູ່ກຸ້ມກິນ ແລະດ້ວຍເຫດນີ້ ຈຶ່ງເຮັດໃຫ້ຄົນລາວ ພາກັນລັ່ງໄຫຼ ໄປເຮັດວຽກຢູ່ໄທຍຫຼາຍ. ປັດຈຸບັນ ເງິນກີບ ອ່ອນຄ່າຫຼາຍ ຄົນລາວຈຶ່ງພາກັນໄປຫາເງິນຢູ່ໄທຍ ມາໃຊ້ຢູ່ລາວ.

ຂະນະດຽວກັນ ຊາວບ້ານ ຢູ່ແຂວງໄຊຍະບູຣີ ຜູ້ນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ: “ໄດ້ຮັບຜົລກະທົບແທ້ ຈາກເງິນກີບອ່ອນຄ່າ ມີຣົຖຈັກ ກະບໍ່ໄດ້ຂີ່ ຕ້ອງຈອດປະໄວ້ຢູ່ເຮືອນ ເພາະປັດຈຸບັນ ຢູ່ແຂວງໄຊຍະບູຣີ ນໍ້າແອັດຊັງ ລິດນຶ່ງ ເພິ່ນຂາຍ 27 ພັນກີບແລ້ວ ແຕ່ກີ້ ຂາຍລິດລະ 20 ຫາ 21 ພັນປາຍກີບ ດຽວນີ້ ຈະໄປໃສມາໃສ ດ້ວຍຣົຖຈັກຫັ້ນບໍ່ໄຫວແລ້ວ ໃສ່ນໍ້າມັນ 50 ພັນກີບ ກຸ່ມແຕ່ 2 ມື້ ແມ້ແຕ່ຜົວຂອງຕົນ ທີ່ເປັນທະຫານ ໄປການ ກໍຕ້ອງຍ່າງລັດປ່າ-ລັດດົງ ໄປປະມານ 4-5 ຫຼັກ ເພາະບໍ່ມີເງິນ ຊື້ນໍ້າມັນໃສ່ຣົຖຈັກ ເງິນເດືອນຂອງຜົວກໍໄດ້ 1 ລ້ານ 5 ແສນກີບຕໍ່ເດືອນ ກໍບໍ່ພໍໃຊ້ຊື້ຢູ່ຊື້ກິນ ຍ້ອນໃນປັດຈຸບັນ ຄ່າຄອງຊີບແພງຂຶ້ນນີ້ແຫຼະ.”

ກ່ຽວກັບບັນຫາ ເງິນເຟີ້ໃນລາວນີ້ ໄດ້ສົ່ງຜົລກະທົບ ຕໍ່ຊາວລາວທຸກຄົນ ໂດຍສະເພາະຜູ້ຫາເຊົ້າກິນຄໍ່າ, ຄົນທຸກຍາກ ກໍພົບກັບຄວາມລໍາບາກ ໃນການຫາເງິນ ເພື່ອມາໃຊ້ຈ່າຍໃນຊີວິຕປະຈໍາວັນ ເພາະສິນຄ້າຕ່າງໆ ລ້ວນແລ້ວແຕ່ແພງຂຶ້ນ ໂຕຢ່າງ: ມີເງິນ 1 ແສນກີບ ຈົນບໍ່ກ້າອອກຮອດເຮືອນ.

ດັ່ງຊາວບ້ານ ໃນແຂວງໄຊຍະບູຣີ ອີກຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ດ້າມແສນ ບໍ່ກ້າລົງເຮືອນແລ້ວດຽວນີ້ ຄັນບໍ່ຮອດ 4-5 ແສນຢູ່ກະເປົ໋າລະລົງເຮືອນບໍ່ໄດ້ລະດຽວນີ້ ແຕ່ກີ້ ເງິນແສນນຶ່ງນໍ້ ເຮົາໄປຕລາດ ກັບມາຫິ້ວເກືອບບໍ່ລ້ອນແຫຼະ ບາດດຽວນີ້ ລະໂອ້ຍ ກຸ່ມແຕ່ເກືອແປ້ງນົວ ທໍ່ນັ້ນແຫຼະ ໄຂ່ກະໜ່ວຍ 2 ພັນ ຢູ່ພີ້ນ່າ ມີ່ ຫັ້ນຫໍ່ນຶ່ງ 4 ພັນກີບ ຕອນນັ້ນ ໄຂ່ໜ່ວຍພັນກີບ ຕອນນັ້ນມີ່ກະຫໍ່ 2 ພັນ ມີ່ໄວໆນ່າ ດຽວນີ້ ບໍ່ໄດ້ກິນແລ້ວ ລູກສາວ ລູກນ້ອຍ ເຂົາຈັບເງິນ ພັນກີບ 2 ພັນ ເຂົ້າໄປຮ້ານຊື້ຂະໜົມ ບໍ່ໄດ້ກິນແລ້ວດຽວນນີ້ນ່າ ຂະໜົມແຕ່ກີ້ ກະ 1,000 ກີບ 500 ກີບ ກະຍັງມີ ດຽວນີ້ບໍ່ມີແລ້ວ 2 ພັນ ກະຍັງບໍ່ມີລະດຽວນີ້ ຂະໜົມແຕ່ກີ້ ຖົງ 2 ພັນກີບ ກະເປັນຢູ່ຖົງ 3 ພັນ ຖົງ 4 ພັນແລ້ວ ເດັກນ້ອຍກະໄດ້ອົດແຫຼະຫວາ ຈັບເງິນດ້າມພັນ ສອງພັນກີບ ກັບຄືນມາເຮືອນຄືເກົ່າເນ່ ເຂົາໄປຮ້ານນ່າ ບໍ່ແມ່ນ 5 ພັນຂຶ້ນ ບໍ່ໄດ້ກິນ.”

ຊາວບ້ານຜູ້ນີ້ ຍັງກ່າວຕື່ມ ວ່າດຽວນີ້ ຢາກກິນຊີ້ນຢາກກິນປາ ກໍກິນບໍ່ໄດ້ແລ້ວ ໄດ້ກິນແຕ່ຜັກແຕ່ໜໍ່ໄມ້ ປະທັງຊີວິຕໄປແຕ່ລະມື້ ເພາະລາຄາຊີ້ນຕ່າງໆ ແພງຂຶ້ນຫຼາຍ.

“ປານິນຢູ່ພີ້ ແຕ່ກີ້ ໂລນຶ່ງ 20 ພັນກີບ ດຽວນີ້ 50 ພັນແຫຼະ. ດຽວນີ້ບໍ່ໄດ້ກິນແລ້ວ ຊີ້ນງົວ-ຊີ້ນຄວາຍ ໂລລະ 100,000. ແລ້ວຊີ້ນໝູນິ່ ໂລ 80 ແຕ່ກີ້ໂລ 30 ປາຍພັນ 35 ຊີ້ນໝູນ່າ ຊີ້ນງົວ-ຊີ້ນຄວາຍ ກະ 50-60 ພັນກີບນີ້ແຫຼະ. ແມ່ນແຫຼະຊອກເກັບແຕ່ຜັກ ກິນແຕ່ໜໍ່ໄມ້ເນ່ ລູກຈົນວ່າເບື່ອລະ ລູກວ່າໂອ່ຍ ໜ້າຊິເປັນໜໍ່ໄມ້ວ່າຈັ່ງໃດ໋.”

ນອກຈາກສິນຄ້າຕ່່າງໆ ໃນແຂວງໄຊຍະບູຣີ ມີແພງຂຶ້ນແລ້ວນັ້ນ ຢູ່ແຂວງອັດຕະປື ກໍແພງຂຶ້ນເຊັ່ນກັນ ຊາວບ້ານກໍພາກັນຈົ່ມ ວ່າເຄື່ອງຂອງແພງຂຶ້ນ ຈົນບໍ່ມີໃຜ ຢາກອອກໄປຈັບຈ່າຍຊື້ເຄື່ອງຂອງ ຄືແຕ່ກ່ອນ.

ດັ່ງຊາວບ້ານ ໃນເມືອງສນາມໄຊ ແຂວງອັດຕະປື ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຈົ່ມຢູ່ດອກ ອີ່ຫຍັງກະແພງ ເຂົາຈົນບໍ່ຢາກອອກຕລາດ ແມ່ນຫຍັງແພງເບິດ. ແປ້ງນົວ ກະຖົງ 10 ພັນລະບໍ ແຕ່ກ່ອນກະຖົງນຶ່ງ 6-7 ພັນ, ໄຂ່ກະ ໜ່ວຍ 2 ພັນ ແຕ່ກ່ອນຍັງວ່າໃດ໋ 3 ຖົງ 5 ພັນ. ມີ່ ດຽວນີ້ໂອ່ຍບໍ່ໄດ້, ຄັນວ່າຊີ້ນໝູ ກະຈັ່ງວ່າເຄິ່ງໂລ 30 ພັນເບາະ ໂລນຶ່ງ 60.”

ກ່ຽວກັບເຣື່ອງເງິນກີບອ່ອນຄ່ານີ້ ສົ່ງຜົລເຮັດໃຫ້ສິນຄ້າຕ່າງໆ ຮວມທັງລາຄານໍ້າມັນເຊື້ອເພີງແພງຂຶ້ນນັ້ນ ໄດ້ກະທົບຕໍ່ຊາວລາວ ຜູ້ຫາເຊົ້າກິນຄໍ່າ, ຜູ້ທຸກຍາກ ຮວມທັງຊາວນາ ກໍຕ້ອງຢຸດເຮັດນາ ໃນປີນີ້ ເພາະບໍ່ມີເງິນຊື້ນໍ້າໃສ່ຣົຖໄຖນາ ແລະສ່ຽງທີ່ຈະບໍ່ໄດ້ເຂົ້າ ເຕັມເມັດເຕັມໜ່ວຍນໍາອີກ.

unnamed.jpg
ຮ້ານຂາຍເຄື່ອງຍ່ອຍ ໃນຊຸມຊົນ ຊຶ່ງບໍ່ຄຶກຄື້ນ ຄືແຕ່ກ່ອນ ຍ້ອນຄ່າຄອງຊີບ ທີ່ແພງ ຈົນຊາວບ້ານ ບໍ່ສາມາດຈັບຈ່າຍ ໃຊ້ສອຍໄດ້ຄືແຕ່ກ່ອນ, ວັນທີ 12 ກໍຣະກະດາ 2022.

ດັ່ງຊາວບ້ານ ໃນເມືອງສນາມໄຊ ແຂວງອັດຕະປື ອີກຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂອ່ຍ ກະຂຶ້ນຄືກັນຫັ້ນແຫຼ້ວ ຫາກເຂົາກະຈົ່ມແຮງກວ່າໝູ່ ກະມີແຕ່ວ່າ ລົງໄຮ່ລົງນານີ້ແຫຼະ. ເງິນຄໍາ ວ່່າດໍາໄຮ່ດໍານາ ບໍ່ມີນໍ້າມູກນໍ້າມັນນີ່ ຊ່ວງນີ້ນິ່ແຫຼ້ວ. ແບບວ່ານໍ້າມັນມັນແພງ ປະຊາຊົນພວກເຮົານີ້ ກະບໍ່ມີເງິນມີຄໍາຊິຊື້ນໍ້າມູກນໍ້າມັນຫັ້ນນ່າ ເຂົ້ານ້ໍາຊ້າມປາ ເຮັດໄປກະ ບໍ່ຈັກຈັກຫອຍ ຈັກອິສັງກິນເບິດອີກ ຊິຊື້ຫວ້ານຊື້ຢາ ກະບໍ່ມີເງິນອີກ ຈັກຊິເຮັດຈັ່ງໃດ.”

ໃນຂະນະດຽວກັນ ຜູ້ປະກອບການຮ້ານຂາຍເຄື່ອງຍ່ອຍ ຕ່າງກໍເວົ້າວ່າ ບໍ່ໄດ້ຂາຍເຄື່ອງດີຄືແຕ່ກ່ອນແລ້ວ ຍ້ອນບໍ່ມີຜູ້ໃດຢາກຊື້ເຄື່ອງໃຊ້ສອຍຫຼາຍ ຄືທີ່ຜ່ານມາ ເພາະລາຄາສິນຄ້າແພງຂຶ້ນຫຼາຍ ຖ້າພໍ່ຄ້າ-ແມ່ຄ້າ ຂາຍສິນຄ້າໃນລາຄາເກົ່າ ຂະເຈົ້າກໍຈະຂາດທຶນ ຍ້ອນວ່າ ຮັບສິນຄ້າມາແພງແລ້ວ ຈຶ່ງຈໍາເປັນຕ້ອງໄດ້ປັບລາຄາ ຂຶ້ນຕາມສະພາບການປ່ຽນແປງ ຂອງເສຖກິຈ ໃນປັດຈຸບັນ.

ດັ່ງເຈົ້າຂອງຮ້ານ ຂາຍເຄື່ອງຍ່ອຍແຫ່ງນຶ່ງ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂາຍລາຄາເກົ່າ ເຮົາກະບໍ່ມີກໍາໄລ ບໍ່ໄດ້ທຶນ. ຊື້ເຄື່ອງເຂົ້າ ແລ້ວຂາຍແລ້ວ ກະຊື້ເຂົ້າບໍ່ໄດ້ແຫຼະເນາະ. ຂຶ້ນນໍາເລື້ອຍໆແຫຼະເນາະ ເຂົາກະຮ້ອງໂກກແຫຼະ ລູກຄ້າກະດາຍ. ລູກຄ້າກະຫຼຸດລົງແຫຼະເນາະ ເຂົາກະປະຢັດກິນແຫຼະເນາະ. ມັນແພງເດ້ມັນບໍ່ໄດ້ເດ້ ນໍ້າແປັບຊີ້ ຂາຍ 6 ພັນດຽວນີ້ນ່າ ແຕ່ກີ້ແກ້ວ 3 ພັນ ແປ້ງນົວຖົງ 2 ຂີດເຄິ່ງ, ແຕ່ກີ້ລະຖົງ 5 ພັນ ດຽວນີ້ຂຶ້ນ 15 ພັນ. ນໍ້າມັນພືດລິດນຶ່ງແຕ່ 9 ພັນກີບແຕ່ກີ້ ດຽວນີ້ຂຶ້ນ 38 ພັນ.”

ເຖິງຢ່າງໃດກໍຕາມ ອີງຕາມທີ່ໄດ້ລົມ ກັບຊາວລາວຫຼາຍຄົນ ແລະພະນັກງານຣັຖກອນ ແລ້ວແມ່ນວ່າ ພວກເຂົາເຈົ້າ ຢາກໃຫ້ຣັຖບານ ເລັ່ງແກ້ໄຂບັນຫາເງິນເຟີ້ນີ້ ໃຫ້ສໍາເຣັດໂດຍໄວ ເພື່ອທີ່ຊາວລາວທັງປະເທດ ຈະບໍ່ໄດ້ຮັບຜົລກະທົບຄ່າຄອງຊີບແພງ ແລະສາມາດກັບມາໃຊ້ຊີວິຕຢ່າງປົກກະຕິ ຄືທີ່ຜ່ານມາ ທີ່ຄ່າຄອງຊີບບໍ່ສູງຄືດັ່ງປັດຈຸບັນ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.