ບໍຣິສັດຊິເມັນຂອງຈີນ ເອົາປຽບ ຄົນງານລາວ

ສຸພັດຕາ
2019.11.15
F-LP-Cement ບໍຣິສັດຊິເມັນ ຄ່ອນຫຼວງພຣະບາງຈໍາກັດ ຊຶ່ງເປັນຂອງນັກລົງທຶນຈີນ ຕັ້ງຢູ່ເຂດບ້ານຜາແດງ ນະຄອນຫຼວງພຣະບາງ
ຮູບພາບຈາກ : ວີດີໂອ ນັກຂ່າວພົລເມືອງ

ກັມມະກອນລາວ ທີ່ເຮັດວຽກ ຢູ່ບໍຣິສັດຊິເມັນ ຄ່ອນຫຼວງພຣະບາງ ຈໍາກັດ ຊຶ່ງເປັນຂອງນັກລົງທຶນຈີນ ຕັ້ງຢູ່ເຂດບ້ານຜາແດງ ນະຄອນ ຫຼວງພຣະບາງ ຖືກທາງບໍຣິສັດ ເອົາປຽບຫຼາຍດ້ານ ທັງເຣື່ອງຣະບົບສວັດດີການ, ເຣື່ອງມື້ພັກ ແລະ ເຣື່ອງເວລາການ ເຮັດວຽກຕໍ່ມື້ ທີ່ຜູ້ອອກແຮງງານ ມັກຖືກສັ່ງໃຫ້ເຮັດວຽກ ເກີນເວລາທີ່ກໍານົດ, ແຕ່ທາງບໍຣິສັດ ພັດບໍ່ຈ່າຍຄ່າແຮງງານເພີ່ມໃຫ້.

ບັນຫາດັ່ງກ່າວນີ້ ໄດ້ສ້າງຄວາມອຸກອັ່ງໃຈ ໃຫ້ກັມມະກອນຫຼາຍຄົນ ສະເພາະຜແນກດຽວ ກັມມະກອນລາວ ກໍພາກັນລາອອກໄປແລ້ວ ເກືອບ 30 ຄົນ. ຍ້ອນທົນຕໍ່ການຖືກເອົາປຽບບໍ່ໄຫວ, ດັ່ງກັມມະກອນຜູ້ນຶ່ງ ທີ່ເຮັດວຽກຢູ່ບໍຣິສັດດັ່ງກ່າວ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ພຶສຈິກາ ນີ້ວ່າ:

“ເຮົາເຮັດວຽກເກີນ 2-3 ຊົ່ວໂມງ ບໍ່ເພີ່ມເງິນ ພັດໄປຊ້າ 2-3 ນາທີ ແລ້ວຕັດເງິນ 2 ແສນ 3 ແສນ ໃຫ້ໄປເຮັດຮອດ 9 ໂມງ 10 ໂມງ ແຕ່ວ່າບໍ່ໄລ່ເງິນໃຫ້ ຕອນສວຍບາງມື້ບໍ່ໄດ້ພັກເລີຍ ກິນເຂົ້າ 12 ໂມງ ແລ້ວກໍເຮັດວຽກເລີຍ ພະນັກງານກໍທົນບໍ່ໄຫວ ຫັ່ນນາ ອອກຫຼາຍ ສະເພາະຜແນກບໍ່ແຮ່ ດຽວນີ້ ອອກໄປປະມານ 20 ປາຍຄົນແລ້ວ.”

ກັມມະກອນຜູ້ນີ້ ກ່າວຕື່ມວ່າ ບໍຣິສັດຊິເມັນ ຄ່ອນຫຼວງພຣະບາງຈໍາກັດ ຂອງຈີນນັ້ນ ໄດ້ເຂົ້າມາສັມປະທານ ຣະເບີດພູ ຢູ່ບ້ານຜາແດງ ໄດ້ 3 ປີແລ້ວ ແລະມີກັມມະກອນລາວ ເຮັດວຽກຢູ່ເກືອບ 200 ຄົນ. ຕາມທີ່ໄດ້ຕົກລົງກັນ ກ່ອນຈະເຂົ້າເຮັດວຽກ ບໍຣິສັດ ຈະໃຫ້ກັມມະກອນ ລາວ ເຮັດວຽກມື້ລະ 8 ຊົ່ວໂມງ. ຄື 10 ໂມງເຊົ້າ ຫາ 6 ໂມງແລງ ແລະໃນ 8 ຊົ່ວໂມງນີ້ ຈະໃຫ້ພັກກິນເຂົ້າ 1 ຊົ່ວໂມງ ແຕ່ຄວາມຈິງ ພັດບໍ່ເປັນຄື ທີ່ຕົກລົງກັນໄວ້. ບໍຣິສັດ ຈະໃຫ້ກັມມະກອນເຮັດວຽກ ຕັ້ງແຕ່ 10 ໂມງເຊົ້າ ໄປຈົນຮອດ 9 ໂມງແລງ ໂດຍບໍ່ໄດ້ຄິດໄລ່ເງິນ ເພີ້ມໃຫ້ ຖ້າຫາກກັມມະກອນ ມາເຮັດວຽກຊ້າ 3 ນາທີ ກໍຈະຖືກຕັດເງິນ ພ້ອມທັງຍັງບໍ່ໃຫ້ພັກ 1 ຊົ່ວໂມງ ຕາມສັນຍາ ເມື່ອກິນເຂົ້າແລ້ວ ຫົວໜ້າຄົນຈີນ ກໍສັ່ງໃຫ້ເຮັດວຽກຕໍ່ເລີຍ.

ນອກຈາກນີ້ແລ້ວ ຍັງມີເຣື່ອງຣະບົບສວັດດີການດ້ານອື່ນໆ ເປັນຕົ້ນແມ່ນ ການເລືອກມື້ພັກ ກໍເລືອກບໍ່ໄດ້ ຕ້ອງພັກຕາມມື້ທີ່ບໍຣິສັດກໍານົດ ໃຫ້ເທົ່ານັ້ນ ຖ້າຫາກຂາດວຽກ ຫຼື ລາພັກ ກໍຈະຖືກຕັດເງິນ 3 ແສນ. ທັ້ງໆທີ່ໃຫ້ເງິນເດືອນພຽງແຕ່ 2 ລ້ານປາຍກີບ ສ່ວນການປິ່ນປົວ ຍາມເຈັບເປັນນັ້ນ ບໍຣິສັດ ກໍໃຫ້ກັມມະກອນເປັນຜູ້ຈ່າຍເອງ ຖ້າວ່າກັມມະກອນຄົນໃດ ບໍ່ມີບັດປະກັນສັງຄົມ ຢູ່ກ່ອນແລ້ວ ບໍຣິສັດກໍບໍ່ ເຮັດໃຫ້.

ເວົ້າເຖິງເຣື່ອງການຊ່ອຍເຫຼືອຈາກ ທາງການ ກັມມະກອນຜູ້ດຽວກັນນີ້ ບອກວ່າ ຜ່ານມາ ຜແນກແຮງງານແຂວງ ກໍເຄີຍລົງມາກວດກາ ສະພາບໃນໂຮງງານຢູ່ ແຕ່ທາງບໍຣິສັດ ກໍມັກກີດກັ້ນ ບໍ່ໃຫ້ເຈົ້າໜ້າທີ່ ໄດ້ພົບກັບກັມມະກອນ ຈຶ່ງບໍ່ສາມາດເວົ້າ ຫຍັງໄດ້.

ຕໍ່ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ ຂແນງກວດກາແຮງງານ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ຄ້າຍຄືກັນວ່າ ໃນວ່າງກາງປີນີ້ ກໍເຄີຍລົງໄປເບິ່ງສະພາບ ຂອງບໍຣິສັດຊິເມັນດັ່ງກ່າວ ແຕ່ກໍບໍ່ໄດ້ພໍ້ກັບກັມມະກອນ, ດັ່ງທີ່ທ່ານກ່າວວ່າ:

“ບໍ່ນ້ອຍໄດ໋ ໂຮງງານໃຫຍ່ເຕີບໄດ໋ ໂຕນີ້ນິ່ ພວກເຮົາລົງໄປກວດ ແລ້ວກໍບໍ່ໄດ້ເຂົ້າເຖິງເພິ່ນຈັກເທື່ອເນາະ ເພິ່ນກໍບໍ່ຄ່ອຍໃຫ້ໄດ້ເຂົ້າພົບຫັ່ນນາ ເຂົ້າພົບກໍສ່ວນຫຼາຍ ກໍພົບແຕ່ພະນັກງານ ວິຊາການເພິ່ນ.”

ທ່່ານກ່າວຕື່ມວ່າ ໃນທ້າຍປີນີ້ ທາງຜແນກກໍມີແຜນຈະລົງກວດກາ ຕາມຫົວໜ່ວຍບໍຣິສັດໃນແຂວງ ຖ້າຫາກກັມມະກອນທີີ່ຖືກເອົາປຽບ ບໍ່ປະສົງເຂົ້າມາຮ້ອງຮຽນຢູ່ຫ້ອງການ ຜແນກແຮງງານ ກໍໃຫ້ຄອຍຖ້າເຈົ້າໜ້າທີ່ລົງໄປກວດໃນອີກ 1 ເດືອນທາງໜ້າ ເພາະພາກສ່ວນ ກ່ຽວຂ້ອງ ຈະເຮັດໜັງສື ຂໍເຂົ້າໄປກວດສະພາບການ ເຮັດວຽກຂອງກັມມະກອນລາວ ໃນບໍຣິສັດດັ່ງກ່່າວ ວ່າມີການເອົາປຽບແທ້ບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.