ຄົນຄ້າຂາຍບໍ່ມີຖົງຢາງ ປີໜ້າ ກັງວົນໃຈ

ໄຊຍາ
2020.11.20
f-trash ຖົງຢາງພລາສຕິກ ໃນກອງຂີ້ເຫຍື້ອ ທີ່ປະຊາຊົນບ້ານປ່າຄາ ແລະບ້ານໂພນສຳພັນ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ນໍາມາຖິ້ມຊະຊາຍ ຕາມແຄມຖນົນນັ້ນ ຈະໃຊ້ເວລາ 10 ປິ ຂຶ້ນໄປຖົງຢາງຈຶ່ງຈະເປື່ອຍ.
File photo: RFA

ຊາວຄ້າຂາຍບໍ່ໝັ້ນໃຈ ວ່າມາຕການຫຼຸດຜ່ອນ ນໍາໃຊ້ຖົງຢາງພລາສຕິກ ໃນລາວໃນປີ 2021 ເພາະຄົນລາວກໍຍັງໃຊ້ຖົງຢາງພລາສຕິກ ໃສ່ສີ່ງຂອງບາງຢ່າງ ທີ່ຈຳເປັນຢູ່ ໂດຍສະເພາະຊາວຄ້າຂາຍ ຖ້າບໍ່ໃຊ້ ຖົງພລາສຕິກ ກໍ່ຂາຍສິນຄ້າຍາກ. ດັ່ງແມ່ຄ້າຊາວນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ພຶສຈິກາ ວ່າ:

"ຂາຍມັນຫາຍາກຫັ້ນນ່າ ຄືຊີ້ນເຮົາ ເຮົາເຮັດແລ້ວເຮົາກໍຕ້ອງແຊ່ຊ່ອງແຂງ ເຮົາກໍອັດສູນຍາກາດ ຫັ້ນນ່າ. ຄັນບໍ່ແພັກສູນຍາກາດມັນກາ ບໍ່ໄດ້ຫັ້ນນ່າແຕ່ບ້ານເຮົາຈະ ເຮັດໄດ້ບໍ່ກາບໍ່ຮູ້ລາວ ຍັງບໍ່ມີເດ້ ໃຊ້ແບບ ສະບາຍບໍ່ໄດ້ມີໃຜເວົ້າ."

ແມ່ຄ້າໄດ້ກ່າວຕື່ມວ່າ ໃນເມື່ອທາງການລາວ ເພິ່ນໄດ້ວາງກົດຣະບຽບລົງມາ ແມ່ນພວກເຮົາກໍຕ້ອງໄດ້ປະຕິບັດຕາມ ແຕ່ຈະເຮັດໄດ້ຊໍ່າໃດ ກໍ່ຕ້ອງຂຶ້ນກັບການປູກຈິດສຳນຶກ ໃຫ້ຄົນລາວເພາະຜ່ານມາກໍ່ມີ ໂຄງການຄ້າຍໆ ກັນແຕ່ກໍຍົກເລີກໄປ.

"ຄັນເພີ່ນອອກມາວ່າເອີງົດໃຫ້ໃຊ້ເຮົາ ກໍເຮັດຕາມກົດຣະບຽບເພິ່ນເຮັດມາຫັ້ນແຫຼະ ຄື ໄທຍຫັ້ນເນາະບໍ່ໃຊ້ຖົງເຂົາກາເຂົ້າໃຈ ເຮົາກາເຂົ້າໃຈ ສິ່ງແວດລ້ອມອີຫຍັງກໍດີຂຶ້ນຫຼາຍ ຄືນອກເມືອງນໍາຕາມປ່າເຮົາ ຂີ່ຣົດໄປເນາະ ມັນກາມີແຫຼະຖົງຢາງ ເກາະຢູ່ເນາະ."

ໃນຂນະທີ່ແມ່ຄ້າອີກຄົນນຶ່ງ ກໍຍັງບໍ່ໝັ້ນໃຈວ່າ ລາວຈະເຮັດໄດ້ບໍ່ ເພາະຄົນລາວຍັງບໍ່ທັນເຂົ້າ ຣະບຽບໄດ້ເຊິ່ງບັນຫານີ້ ກໍຕ້ອງຄ່ອຍເປັນ ຄ່ອຍໄປ ແຕ່ຢູ່ໃນຕລາດກໍຍັງ ຈຳເປັນຕ້ອງໃຊ້ຖົງພລາສຕິກ.

"ລາວນີ້ ບໍ່ໝັ້ນໃຈເດີ້ເປັນໄປບໍ່ໄດ້ດອກ ມັນບໍ່ມີຣະບຽບດີໄດ້ປານນັ້ນນ່າ ເພາະວ່າຊື້ເຄື່ອງຫຼາຍ ເຮົາຊື້ເຄື່ອງຂາຍ ມາຫຼາຍກາຍັງໄດ້ໃຊ້ຢູ່ ກາຍັງຈຳເປັນໄດ້ໃຊ້ຢູ່ ມັນກໍ ຫາກຍາກຫັ້ນແຫຼະ."

ນອກຈາກຖົງຢາງພລາສຕິກ ແລ້ວຍັງພາສະນະ ທີ່ເປັນຜລິດ ຈາກ ພລາສຕິກເຊັ່ນຈອກນໍ້າ, ກ່ອງໂຟມເປັນຕົ້ນ ເຊິ່ງ ຕາມຮ້ານອາຫານ ໃຫຍ່ໆ ຢູ່ໃນລາວກໍຍັງໃຊ້ຈອກພລາສຕິກ ແລະ ຈານ ບ່ວງສ້ອມໃຊ້ ແລ້ວຖີ້ມເຊິ່ງກໍ່ສ້າງບັນຫາໃຫ້ ກັບສິ່ງແວດລ້ອມເຊັ່ນກັນ, ດັ່ງ ປະຊາຊົນ ຊາວນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

"ສ່ວນຫຼາຍຂ້ອຍ ເຫັນຮ້ານອາຫານທົ່ວໄປ ເສີບນໍ້າກັນກໍມີແຕ່ຂວດ ພລາສຕິກ ເອົາໃຫ້ລູກຄ້າຄືຄິດເອົາແຕ່ກຳໄລຫ້ນນ່າ ຣັຖບານ ໜ້າຈະໄປ ເວົ້າກັບບໍຣິສັດທຸກຢ່າງ ທີ່ຜລິດຂວດພລາສຕິກນ້ອຍໆ ອອກມາຫັ້ນນ່າ ທີ່ຈີງມັນເປັນຣັຖວິສາຫະກິຈ ນ້າຈະເປັນ ຣັຖຄຸມເອັງແຕ່ເປັນຫຍັງຣັຖ ຄືຜລິດເອງ."

ເພື່ອເປັນການສ້າງຕົ້ນແບບຫຼຸດຜ່ອນ ຖົງພລາສຕິກ ນໍາໃຊ້ຖົງຜ້າ ສູນການຄ້າຫຼາຍແຫ່ງກໍ ເຣີ້ມມີການນຳເອົາຖົງຜ້າມາຂາຍ ແລະ ມີຈຸດ ໂຄສະນາ ປະຊາຊົນ ສັມພັນເພື່ອໃຫ້ລູກຄ້າ ເຂົ້າໃຈເພື່ອຫຼຸດຜ່ອນ ການນໍາໃຊ້ຖົງຢາງ ພລາສຕິກ. ດັ່ງເຈົ້າໜ້າທີ່ສູນການຄ້າ ພາກຊັນ ໄດ້ກ່າວວ່າ:

"ທາງເຮົາກຳລັງສັ່ງເຮັດຖົງຜ້າຢູ່ແລ້ວ ອາຈຈະມີກິຈກັມແຈກຖົງຜ້າ ຫຼືວ່າ ໃຫ້ລູກຄ້າເລືອກຊື້. ສົມມຸດວ່າລູກຄ້າ ທ່ານໃດທີ່ບໍ່ຮູ້ຂ່າວແລ້ວມາ ໃນມື້ທີ່ເຮົາເຣີ້ມງົດໃຊ້ ຫັ້ນນ່າ ເຮົາອາຈຈະມີຖົງພລາສຕິກ ໃຫ້ໃຊ້ຢູ່ແຕ່ວ່າລູກຄ້າ ຕ້ອງຈ່າຍເງິນ ເພີ່ມເພື່ອລະລາຍ ພຶດຕິກັມ ວ່າລູກຄ້າ ຈະຕ້ອງ ຖືຖົງມານໍາ. "

ສາເຫດທີ່ທາງການໄດ້ເຣີ້ມ ໂຄສະນາປະຊາສັມພັນຫຼຸດຜ່ອນ ໃຊ້ຖົງພລາສຕິກ ກໍ່ເພື່ອຫຼຸດບັນຫາຂີ້ເຫຍື້ອ ເພາະພື້ນທີ່ການຖີ້ມຂີ້ເຫຍື້ອບໍ່ ພຽງພໍ ແລະກໍ່ເຮັດໃຫ້ມີການຖີ້ມຂີ້ເຫຍື້ອຊະຊາຍ. ດັ່ງເຈົ້າໜ້າທີ່ຜແນກ ສີ່ງແວດລ້ອມນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

"ສ່ວນໃຫຍ່ກາຊິເປັນເຂດໃນເມືອງ ກໍຊິເວົ້າເຣື່ອງຂີ້ເຫຍື້ອນີ້ຫຼາຍ. ປົກກະຕິແມ່ນເວລາເອົາຂີ້ເຫຍື້ອໄປຖີ້ມ ຢູ່ຫຼັກ 32 ເຊີ່ງວ່າພື້ນທີ່ມັນກາ ບໍ່ພຽງພໍທີ່ຈະກຳຈັດ. ທີ່ ສຳຄັນ ເວລາຖີ້ມຂີ້ເຫຍື້ອຊະຊາຍມັນກາ ບໍ່ໄດ້ຮັບການຄຸ້ມຕອງ ເວເລາມັນກາປີວມັນກາຫຍັງ ໄປເກາະຕິດຕາມ ຮ່ອງຣະບາຍນໍ້າຕັນກາມີ."

ການຫຼຸດຜ່ອນໃຊ້ຖົງຢາງພລາສຕິກ ຫັນມາໃຊ້ຖົງຜ້າແທນທາງການລາວ ໂດຍສະເພາະພາກສ່ວນຂແນງການ ສິ່ງແວດລ້ອມໄດ້ປະກາດ ອອກເປັນກົດຣະບຽບ ຫ້າມໃຊ້ນັ້ນແມ່ນຈະ ເຣີ້ມໃນເດືອນມົກຣາປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.