ຂ.ຫຼວງນໍ້າທາມີຄົນຈີນເຮັດ ຄ້າຂາຍ ເພີ້ມຂຶ້ນ
2015.04.23
ຄົນຈີນ ເຂົ້າມາ ເຮັດ ທຸຣະກິດ ຢູ່ ເມືອງສິງ ແຂວງ ຫລວງນໍ້າທາ ນັບມື້ ຫຼາຍຂຶ້ນ. ທຸຣະກິດ ທີ່ ເຂົ້າມາ ລົງທຶນ ນັ້ນ ກໍມີ ໂຮງແຮມ ບ້ານພັກ ຮ້ານ ອາຫານ ຄລີນິກ ປົວ ຄົນເຈັບ ຮ້ານຂາຍ ເຄື່ອງຍ່ອຍ ທຸກ ປະເພດ ຮວມໄປເຖິງ ການ ປູກພືດ ຕ່າງໆ ເຊັ່ນ: ຢາງພາລາ ກ້ວຍ ອ້ອຍ ເປັນ ຕົ້ນ.
ການ ເຂົ້າມາ ເຮັດ ທຸຣະກິດ ນັ້ນ ມີ 2 ຮູບ ແບບ ຄື ເຊົ່າ ທີ່ດິນ ຫຼື ຊື້ ເອົາເລີຍ ໂດຍ ອອກຊື່ ຄົນລາວ. ເມືອງສິງ ຕິດກັບ ຊາຍແດນ ຈີນ ຈຶ່ງ ເຮັດໃຫ້ ເປັນ ສິ່ງຈູງໃຈ ນັກ ທຸຣະກິດ ຈີນ ຢາກ ເຂົ້າມາ ລົງທຶນ ໃນ ເຂດ ດັ່ງກ່າວ. ແຕ່ ລະມື້ ມີ ຊາວຈີນ ທີ່ ເຂົ້າ-ອອກ ດ່ານ ຢ່າງ ຫລວງ ຫລາຍ. ແລະ ຊາວ ຈີນ ທີ່ ອາໄສ ຢູ່ ເມືອງສິງ ກໍມີ ຫລາຍ ເຖິງ 30 ເປີເຊັນ ຂອງ ພົລເມືອງ ໃນ ເມືອງ ນີ້.
ການທີ່ ນັກ ທຸຣະກິດ ເຂົ້າມາ ລົງທຶນ ຫລາຍ ມີ ຜົລກະທົບ ຕໍ່ ຄົນລາວ ທີ່ ເຮັດ ທຸຣະກິດ ຕ່າງໆ ເພາະ ເປັນການ ຍາດ ອາຊີບ ຂອງ ຄົນລາວ ເຮັດໃຫ້ ຄົນລາວ ຂາດ ຣາຍໄດ້ ຈາກ ການ ບໍຣິການ ປະເພດ ຕ່າງໆ. ເຈົ້າຂອງ ບ້ານພັກ ແຫ່ງນຶ່ງ ເວົ້າວ່າ ເຮືອນພັກ ແລະ ຮ້ານ ອາຫານ ສ່ວນຫລາຍ ຜ່ານມາ ເປັນ ຂອງ ຄົນລາວ ແຕ່ ປັຈຈຸບັນ ແມ່ນ ຄົນຈີນ ມາເຊົ່າ ບາງບ່ອນ ກໍຂາຍໃຫ້ ເຂົາເລີຍ ຍ້ອນ ເຂົາໃຫ້ ຣາຄາ ສູງ ແຕ່ ກໍຍັງ ອອກຊື່ ຄົນລາວ ຢູ່.
ປັຈຈຸບັນ ບ້ານພັກ ໂຮງແຮມ ແລະ ຮ້ານ ອາຫານ 90 ສ່ວນຮ້ອຍ ເປັນ ຂອງ ຄົນຈີນ ແລະ ທຸກໆ ທຸຣະກິດ ຢູ່ ພາຍໃນ ເມືອງ ສ່ວນ ຫລາຍ ແມ່ນ ຄົນຈີນ ເປັນ ເຈົ້າຂອງ. ເຖິງວ່າ ມີ ນັກ ລົງທຶນ ເຂົ້າມາ ຫລາຍ ແຕ່ ການທີ່ ເຂົາ ຈະຈ້າງ ຄົນ ລາວ ເຮັດວຽກ ນໍານັ້ນ ແມ່ນ ບໍ່ມີ ຫລາຍ ສ່ວນໃຫຍ່ ເປັນ ຄົນຈີນ.
ນອກນີ້ ທີ່ດິນ ທີ່ເຂົາ ທໍາ ການຜລິດ ເປັນຕົ້ນ ດິນ ປູກ ຢາງພາລາ ແລະ ດິນ ປູກກ້ວຍ ສ່ວນຫລາຍ ແມ່ນເຂົາ ເຈົ້າ ຊື້ ເອົາເລີຍ ແຕ່ ກໍຍັງ ອອກຊື່ ຄົນລາວ ຄື ດັ່ງ ທີ່ ເວົ້າມາ. ຜ່ານມາ ໄດ້ມີ ເຈົ້າໜ້າທີ່ ລົງ ກວດກາ ແຕ່ ກໍ ເຮັດຫຍັງ ບໍ່ໄດ້.
ເຈົ້າໜ້າທີ່ ຜແນກ ການຄ້າ ແຂວງ ເວົ້າວ່າ ຈະສົ່ງ ເຈົ້າໜ້າທີ່ ລົງ ຕິດຕາມ ແລະ ກວດກາ ຫ້າງຮ້ານ ແລະ ທຸຣະກິດ ຂອງ ຊາວຈີນ ເພາະ ທີ່ ຜ່ານມາ ມີ ຜູ້ ປະກອບ ການຄ້າ ຊາວຈີນ ຫລາຍຄົນ ບໍ່ດໍາເນີນ ທຸຣະກິດ ຕາມ ຣະບຽບ ກົດໝາຍ.