ເງິນກີບຍັງເຟີ້ ຕໍ່ໄປ, ສ່ວນຣັຖ ຂາຍພັນທະບັດ

0:00 / 0:00

ໃນເດືອນກັນຍາ 2023​ ອັດຕຣາເງິນບາທຢູ່ຕລາດນອກລະບົບ ບາງແຫ່ງໃນອາທິດທີ່ຜ່ານມາ ຂຶ້ນຮອດ 680,000 ​ກີບ ຕໍ່ 1,000 ບາທ ສ່ວນອັດຕຣາເງິນໂດລ້າຣ໌ ຢູ່ທີ່ 2,200,000 ກີບ ຕໍ່ 100 ໂດລ້າຣ໌.

ສ່ວນວ່າ ປີ 2022​ ທີ່ຜ່ານມາ ອັ​ດຕ​ຣາ ​ແລກ​ປ່ຽນ​ເງິນ ​ຢູ່​ຮ້າ​ນແລກ​ປ່ຽນນອກລະ​ບົບ ເງິນ​ບາທ 500,000 ປາຍ​ກີບ ຕໍ່ 1,000 ບາທ, ສ່ວນ​ວ່າ ເງິນ​ໂດ​ລ້າ​ຣ໌ ປະ​ມານ 1,500,000 ກີບຕໍ່ 100 ໂດ​ລ້າ​ຣ໌.​

ນັກທຸຣະກິຈ ທ່ານນຶ່ງ ໄດ້ໃຫ້ສໍາພາດກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ: “ຊິ້ນໝູດຽວນີ້ 80,000 ກີບ ເມື່ອສອງທິດກ່ອນ 75,000 ກີບ. ຄັນວ່າ ເອົາບາທໄປແລກກີິບເຂົາຈະໄລ່ກັນຖືກ ແຕ່ວ່າ ເອົາກີບໄປແລກບາທ ບໍ່ມີໃຜກ້າເອົາ ແລະ ໄປຊື້ຂອງບໍ່ມີໃຜກ້າເອົາ ຄັນເອົາເຂົາກະໄລ່ແພງ 680 ພຸ້ນ, ໂດລ້າຣ໌ ຄືວ່າ 22,000 ກີບ ຕໍ່ໂດລ້າຣ໌.”

ນັກທຸລະກິຈ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ຢູ່ຕລາດນອກລະບົບ ບາງບ່ອນ ເງິນບາທຂຶ້ນຮອດ 680,000​ ກີບ ຕໍ່ 1,000 ບາທ ຣັຖບານ ມີແຕ່ຕັ້ງ ເຣດອັດຕຣາການແລກປ່ຽນ ແຕ່ ບໍ່ມີເງິນຕຣາຕ່າງປະເທດຂາຍໃຫ້ ມີແຕ່ຊື້ໄວ້.”

ນັກທຸຣະກິຈທ່ານນີ້ ກ່າວຕື່ມອີກວ່າ:

“ເອົາເງິນກີບໄວ້ ມັນກໍບໍ່ອຸ່ນໃຈເດືອນນຶ່ງມັນເຟີ້ 20-30 ເປເຊັນ ຂັ້ນກໍາເງິນກີບໄວ້ມັນກະອັນຕະຣາຍແຫຼ ມັນກະບໍ່ມີຄ່າຫຍັງຫຼາຍ ມັນເປັນຄືເສດກະດາດເຮົາລະ ມັນບໍ່ຢາກອຸ່ນໃຈລະນ່າດຽວນີ້.”

ອີງຕາມຂໍ້ມູນ ຈາກທະນາຄານແຫ່ງ ສປປ ລາວ, ອັດຕຣາເງິນເຟີ້ ໃນເດືອນມິຖຸນາ ຢູ່ທີ 28.64%, ເດືອນກໍຣະກະດາ ຢູ່ທີ່ 27.80% ແລະ ເດືອນສິງຫາ ອັດຕຣາເງິນເຟີຢູ່ທີ່ 25.88%.

ໃນການແກ້ໄຂບັນຫາ ເສຖກິຈ ແລະ ບັນຫາເງິນເຟີ້ ຣັຖບານ ໄດ້ປະກາດຂາຍພັນທະບັດເປັນງວດທີ 3.

ທະນາຄານແຫ່ງ ສປປ ລາວ ໄດ້ປະກາດຂາຍພັນທະບັດ ສະກຸນເງິນກີບ ງວດທີ 03 ຈຳນວນ 3,000 ຕື້ກີບ, ອັດຕາດອກເບັ້ຍ 15%/ປີ ເຊິ່ງອາຍຸພັນທະບັດ 06 ເດືອນ. ຜູ້ທີ່ມີເງື່ອນໄຂ ແລະ ມີຄວາມສົນໃຈສາມາດສັ່ງຈອງ ໃນລະຫວ່າງ ວັນທີ 06-08 ກັນຍາ 2023.

ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ອອກພັນທະບັດ ງວດທີ 2 ດອກເບ້ຍ 20% ຕໍ່ປີ (ອາຍຸ 6 ເດືອນ) ມູນຄ່າ 1,000 ຕື້ກີບ ເຊິ່ງອອກຈໍາໜ່າຍ ໃນວັນທີ 09 ມົກກະຣາ 2023.

ສ່ວນວ່າ ງວດທີ 1, ຣັຖບານ ໄດ້ອອກໃນວັນທີ 15 ມິຖຸນາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ອອກຈຳໜ່າຍພັນທະບັດ ສະກຸນເງິນກີບ, ວົງເງິນ 5,000 ຕື້ກີບ, ດອກເບ້ຍ 20% ຕໍ່ປີ, ອາຍຸພັນທະບັດ 06 ເດືອນ.

ສ່ວນວ່າ ເຣື່ອງລາຄາສິນຄ້າແພງ ເຈົ້າໜ້າທີ່ກ່ຽວຂ້ອງ ກໍມີການອອກລະບຽບຫຼັກການ ເພື່ອກໍານົດຄວບຄຸມລາຄາ.​

ເຈົ້າໜ້າທີ່ການຄ້າ ທ່ານນຶ່ງ ໄດ້ກ່າວວ່າ:

1 “ພວກເຮົາກໍໄດ້ກໍານົດໄປແລ້ວ ເຣື່ອງລາຄາ ອັນຈໍາເປັນບາງສິນຄ້າ ປັດຈຸບັນ ການເພີ່ມຂຶ້ນສິນຄ້າຂອງພວກເຮົາກໍ ຈໍາເປັນຕ້ອງໃສ່ລາຄາຂຶ້ນເຕີ່ມ ລະກະກໍານົດຕື່ມ.”

ແຕ່ ລາຄາສິນຄ້າບາງຢ່າງ ເຈົ້າໜ້າທີ່ຕ້ອງໄດ້ປ່ອຍໄປຕາມກົນໄກລາຄາຕລາດ.

ເຈົ້າໜ້າທີ່ການຄ້າ ທ່ານນີ້ ກ່າວຕື່ມອີກວ່າ:

2 “ອັດຕາມນິຕິກັມຂອງພວກເຮົາຫັ້ນເນາະ ສິນຄ້າບາງຢ່າງທີ່ເຮົາຄວບຄຸມ ກໍຊິຄິດໄລ່ຕາາຕົ້ນທຶນ ສິນຄ້າໂຕອື່ນເຮົາຈະປ່ອຍ ໄປຕາມເສຖກິຈກົລໄກການຕລາດ.”

ປັດຈຸບັນ ປະເທດລາວ ກໍາລັງຕົກຢູ່ໃນສະພາບຂາດແຄນ ເງິນຕຣາຕ່າງປະເທດ ແລະ ພາວະໜີ້ສິນ.

ທີ່ຜ່ານມາ, ສຳ​ນັກ​ຂ່າວ ເອ​ເຊັຽ​ທາ​ມ​ສ໌ ໄດ້​ຣາຍ​ງານ ແລະ ວິ​ເຄາະ​ວ່າ ໜີ້​ສິນ​ຂອງ​ປະ​ເທດ​ລາວ ລວມ​ທັງ​ໜີ້​ສິນ​ ຄຳ​ປະ​ກັນ ທີ່ບໍ່​ໄດ້​ລະ​ບຸ ​ຢູ່​ໃນ​ໂຕ​ເລກ ນັ້ນ​ຈະ​ເຮັດ​ໃຫ້ ຍອດ​ມູນ​ຄ່າ​ທັງ​ໝົດ ຂອງ​ໜີ້​ສິນ ​ທີ່​ຣັຖບານ​ລາວ​ ຈະ​ຮັບ​ຜິດ​ຊອບ​ນັ້ນ ມີ​ອັ​ດ​ຕ​ຣາ​ສ່ວນ​ເກີນ 100% ຂອງ​ລວມຍອດ​ ມູນ​ຄ່າ​ຜ​ລິ​ຕ​ພັນ​ພາຍ​ໃນ ຫຼື GDP.

ຫຼັງ​ຈາກ​ ປະ​ເທດ​ສີ​ລັງ​ກາ ເກີດ​ວິ​ກິ​ດການ ​ທາງ​ດ້ານ​ການ​ເງິນ ໃນ​ຕົ້ນ​ປີ 2022, ປະ​ເທດ​ລາວ ປະ​ສົບ​ກັບ​ບັນ​ຫາ ​ທາງ​ດ້ານ​ການ​ເງິນ ແລະ ສະ​ຖາ​ບັນ​ຫານ​ເງິນ​ຕ່າງໆ ກໍ​ບໍ່​ໃຫ້​ຄວາມ​ສົນ​ໃຈ​ ໃຫ້​ເງິນ​ກູ້​ຢືມ​ແກ່​ລາວ.

ສຳ​ນັກ​ຂ່າວ ເອ​ເຊັຽ​ທາມ​ສ໌ ຍັງ​ຣາຍ​ງານ​ວ່າ ປະ​ເທດ​ລາວ ຈະ​ຕ້ອງ​ຈ່າຍ​ໜີ້​ສິນ ​ຕໍ່​ປີເປັນ​ມູນ​ຄ່າ 1.3 ລ້ານ​ໂດ​ລ້າ​ຣ໌ ແຕ່​ປີ 2022-2026. ຣັ​ຖ​ບານ​ລາວ ປັດ​ຈຸ​ບັນ ກຳ​ລັງ​ຂຸ້ນ​ຂ້ຽວ ​ການ​ຄ້ຳ​ປະກັນ ຂໍ​ເລື່ອນ​ການຊຳ​ລະ​ໜີ້.

ປະ​ເທດ​ລາວ ມີ​ບັນ​ຫາ​ການ​ຈ່າຍ​ໜີ້​ສິນ ຕາມ​ກຳ​ນົດ​ເວ​ລາ ຍ້ອນ​ວ່າ ປະ​ເທດ​ລາວ ໄດ້​ຮັບ​ຜົ​ລ​ກະ​ທົບ​​ທາງ​ດ້ານ​ເສ​ຖ​ກິ​ຈ.

ປະ​ເທ​ດ​ລາວ ​ຕິດ​ໜີ້​ຕ່າງ​ປະ​ເທດ​ ເພີ່ມ​ຂຶ້ນເປັນ​ລຳ​ດັບ ໂດຍ​ສະ​ເພາະນັບ​ແຕ່​ປີ 2010-2016 ເຊິ່ງ​ເປັນ​ປີ​ທີ່​ຣັ​ຖ​ບານ ມີ​ການ​ຢືມ​ຕ່າງ​ປະ​ເທດ​ຫຼາຍ. ອີງຕາມຂໍ້ມູນຈາກກະຊວງການເງິນ, ໃນ​ປີ 2010 ປະເທດລາວ ​ໃຊ້​ໜີ້​ຕ່າງ​ປະ​ເທດ ບໍ່​ເກີນ 160 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ແຕ່​ ​ປີ 2019 ປະເທດລາວ ຕ້ອງຈ່າຍໜີ້ 1,200 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ຕໍ່​ປີ ມາ​ຮອດ​ປີ 2022 ນີ້​ລະ​ແມ່ນ 1,400 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ​ຕໍ່​ປີ ສະ​ເພາະ​ໃຊ້​ໜີ້​ສິນ​ຕ່າງ​ປະ​ເທດ.”

ສະ​ຖາ​ບັນ Moody’s ທີ່​ເປັນ​ສະ​ຖານ​ບັນ ​ຈັດ​ອັນ​ດັບຄວາມ​ໜ້າ​ເຊື່ອ​ຖື ຂອງ​ການ​ຈ່າຍ​ໜີ້ ໄດ້ຈັດ​ອັນ​ດັບ​ປະ​ເທດ​ລາວ ເປັນ​ປະ​ເທດ​ທີ່ບໍ່​ມີ​ຄວາມ​ສາ​ມາດ​ໃຊ້​ໜີ້ ໃຫ້​ຫຼຸ​ດ​ລົງ​ໄປ​ຕື່ມ​ອີກ ຍ້ອນ​ວ່າ ປະ​ເທດລາວ ມີ​ບັນ​ຫາຂາດ​ແຄນ​ເງິນ​ຕ​ຣາ ​ຕ່າງ​ປະ​ເທດ ແລະ ເງິນ​ຕ​ຣາ​ໃນ​ປະ​ເທດ ໃນ​ໄລ​ຍະ​ຍາວ.

ໃນ​ການ​ເດືອນ​ມິ​ຖຸ​ນາ 2022 ທີ່​ຜ່ານ​ມາ ຜ​ແນກ​ຝ່າຍ​ນັກ​ລົ​ງ​ທຶນ​ ຂອງສະ​ຖາ​ບັນ Moody’s ໄດ້​ຈັດ​ອັນ​ດັບ​ປະ​ເທດ​ລາວ ໃຫ້​ຢູ່​ໃນ​ອັນ​ດັບ Caa3 ຈາກ​ແຕ່​ກ່ອນຢູ່​ໃນ​ອັນ​ດັບ Caa2.

ແຕ່​ກ່ອນ​ລາວ ຢູ່​ໃນ​ອັນ​ດັບ Caa2 ກໍ​ເປັນ​ອັນ​ດັບ​ທີ່ ບໍ່​ມີ​ຄວາມ​ສາ​ມາດ​ ໃນ​ການ​ໃຊ້​ໜີ້​ຢູ່​ແລ້ວ ແລະ ມາ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ Caa3 ກໍ​ຍັງ​ຍິ່ງຢູ່​ໃນ​ອັນ​ດັບ ​ທີ່ຫຼຸດ​ລົງ ​ຫຼື​ເປັນ​ອັນ​ດັບ​ທີ່ ຂີ້​ຮ້າຍກວ່າ​ເກົ່າ.

ສະ​ຖາ​ບັນ Moody’s ມີ​ຫ້ອງ​ການ​ໃຫຍ່ ​ຕັ້ງ​ຢູ່​ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ແລະ ຍັງ​ມີ​ຫ້ອງ​ການ​ທີ່​ເປັນ​ໂຕ​ແທນ​ຕັ້ງ​ຢູ່​ຫຼາຍ​ປະ​ເທດ (ສຖາບັນ ຈັດອັນດັບ ຄວາມໜ້າເຊື່ອຖື).

ສະ​ຖາບັນ Moody’s ໄດ້​ຣາຍ​ງານ​ວ່າ ການ​ຕັດ​ສິນ​ໃຈ ຈັດ​ອັນ​ດັບ​ໃຫ້​ລາວ ລົງ​ມາ​ຢູ່​ໃນລະ​ດັບ Caa3 ນັ້ນ​ສະ​ທ້ອນ​ໃຫ້​ເຫັນ​ເຖິງ ​ຄວາມ​ສ່ຽງຂາດ​ແຄນ​ເງິນ​ສົດ ແລະ ຄວາມບອບ​ບາງ ທີ່​ປະ​ເທດ​ລາວຕ້ອງ​ຕົກ​ເປັນ​ໜີ້​ ລວມ​ທັງ​ ຄວາມ​ອ່ອນ​ແອ​ຂອງ​ ຣັ​ຖ​ບານ​ລາວ ທີ່​ເຮັດ​ໃຫ້​ເກີດ​ຄວາມ​​ສ່ຽງ​ຫຼາຍ​ຂຶ້ນ.

ໃນ​ການ​ແກ້​ໄຂບັນ​ຫາ ທາງ​ດ້ານ​ການ​ເງິນ, ປະ​ເທດ​ລາວ ກໍ​ຍັງ​ເພິ່ງ​ພາ​ອາໄ​ສ ​ການ​ຄ້າ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຫຼາຍ​ຂຶ້ນກວ່າ​ເກົ່າ ເຊິ່ງຈະສົ່ງ​ຜົ​ລ​ເຮັດ​ໃຫ້ ມີ​ການ​ເປີດ​ເຜີຍ​ໂຕ​ເອງ ຕໍ່​ຕ​ລາດທາງ​ການ​ຄ້າ ​ຫຼາຍ​ຂຶ້ນ.

ກ່ຽວກັບການຊໍາລະໜີ້ສິນ,​ ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາປະເທດ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້​ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.”

ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ:

“ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັບສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງ ຂອງລາວ ເພື່ອແລກກັບການທີ່ຈີນເອົາເງິນໃຫ້ລາວມາໃຊ້ໜີ້.”​

ສິ່ງທີ່ເກີດຂຶ້ນຜ່ານມາ ​ບໍ​ຣິ​ສັດ​ຈີນທີ່​ຊື່​ວ່າ China Southern Power Grid ເຂົ້າ​ມາ​ຄວບ​ຄຸມ ແລະ ຖື​ຮຸ້ນ​ຫຼັກໃນໂຄງການລະບົບ ສາຍສົ່ງໄຟຟ້າລາວ ຂອງ​ບໍ​ຣິ​ສັດ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຍ້ອນ​ວ່າ ລາວ​ຕິດ​ໜີ້​ຈີນ ອີ​ງ​ຕາມ​ການ​ຣາຍ​ງານ ຂອງສຳ​ນັກ​ຂ່າວ Reuters ຂອງ​ອັງ​ກິດ.

ອົງການ Fitch Rating ທີ່ເປັນ​ອົງ​ການ ​ຈັດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື ​ດ້ານການ​ຈ່າຍ​ໜີ້ ທີ່​ຕັ້ງ​ຢູ່ ສ​ະຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ບົດ​ຣາຍ​ງານ 2021 ວ່າ:

“ປະ​ເທດ​ລາວ​ຍັງ​ຄ້າງ​ຈ່າຍ​ໜີ້​ສິນ ໃຫ້​ຕ່າງ​ປະ​ເທດ ປະ​ມານ 400 ລ້ານ ໂດ​ລ້າຣ໌ ສະ​ເພາະ​ໃນ​ປີ 2021, ແລະ ແຕ່ ​ປີ 2022-2025 ປະ​ເທດ​ລາວ ມີ​ໜີ້​ຕ້ອງ​ຈ່າຍ​ປະ​ມານ 1 ຕື້ ໂດ​ລ້າຣ໌ (1,000 ລ້ານ ໂດ​ລ້າຣ໌) ໃນ​ຂ​ນະ​ທີ່​ ຣັ​ຖ​ບານ​ລາວ ໃຊ້​ໜີ້​ໄດ້​ພຽງ 150 ລ້ານ ໂດ​ລ້າຣ໌ ໃນ​ເດືອນ ມິ​ຖຸນ​າ 2021.”

ອີງຕາມການຄາດການ ຂອງອົງການ Fitch Ratings, ຣັ​ຖ​ບານ​ລາວ ຍັງ​ຈະ​ສືບ​ຕໍ່ຂາຍ​ຊັບ​ສິນ​ ແລະ ຂາຍ​ສັມ​ປະ​ທານ​ ເພີ່ມ​ເຕີມ​ອີກ ເພື່ອ​ເອົາ​ເງິນ​ມາ​ໃຊ້​ໜີ້​ຕ່າງ​ປະ​ເທດໃນ​ອີກ 5 ປີ ຕໍ່​ໜ້າໂດຍ​ສ​ເພາະ ຄ​ະນະ​ຣັ​ຖ​ບານຊຸດ​ໃໝ່ ທີ່ໄດ້​ສຸມໃສ່​ທຸກ​ຄວາມ​ພ​ະຍາ​ຍາມ ໃນ​ການ​ໃຊ້​ໜີ້.