ຂ.ພາກເໜືອບໍ່ໍມີໄມ້ປະມູນ
2016.12.07
ຫລັງຈາກ ທີ່ ຣັຖບານ ມີຄຳສັ່ງ ໃຫ້ເປີດປະມູນ ຂາຍໄມ້ ທີ່ ຍືດມາໄດ້ນັ້ນ ຈະເຫັນວ່າ ບາງແຂວງ ກໍຕຣຽມ ການປະມູນ ແຕ່ ບາງແຂວງ ກໍຍັງບໍ່ພ້ອມ ເປັນຕົ້ນ ແຂວງບໍ່ແກ້ວ ແລະ ແຂວງຫົວພັນ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ທ່ານນຶ່ງ ຕໍ່ ເອເຊັຽເສຣີ ເມື່ອວັນທີ 6 ທັນວາ ນີ້ວ່າ:
"ພວກຂ້ອຍ ຍັງບໍ່ທັນ ໄດ້ຮັບແຈ້ງການ ຈາກກະຊວງເທື່ອ ບໍ່ໄດ້ຮັບ ຈາກກະຊວງ ກະສິກັມ ເທື່ອ ບໍ່ມີແຜນ ເຂົ້າມາເທື່ອ ທາງອັນກະຊວງ ຂະເຈົ້າ ບໍ່ມີແຜນໃຫ້ ເທື່ອເນາະ".
ສ່ວນແຂວງຫົວພັນ ກໍໃຫ້ເຫດຜົນວ່າ ບໍ່ມີໄມ້ ຍຶດມາໄດ້ ແລະ ບໍ່ມີການ ປະມູນຂາຍ, ດັ່ງເຈົ້າຫນ້າທີ່ ແຂວງຫົວພັນ ກ່າວວ່າ:
"ຢູ່ແຂວງນີ້ ບໍ່ມີໄມ້ຍຶດ ບໍ່ແມ່ນບໍ່ເປີດ ແຕ່ມັນບໍ່ມີ ໄມ້ ຊິເປີດຫັ້ນນະ ກະບໍ່ເປີດແຫຼະເນາະ ບໍ່ມີ ການເປີດເລີຍ ບໍ່ມີໄມ້ ທີ່ຂາຍເດ້ ບໍ່ມີໄມ້ ຍຶດເດ້ ".
ສ່ວນຜູ້ຄົນໃຊ້ ສື່ສັງຄົມ ອອນລາຍ ຮຽກຮ້ອງໃຫ້ຣັຖບານ ເອົາໄມ້ດັ່ງກ່າວ ໄປປຸກສ້າງ ໂຮງຮຽນ. ດັ່ງຜູ້ໃຊ້ ສື່ສັງຄົມ ອອນລາຍ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ດີທີ່ສຸດ ຄັນຖ້າວ່າ ຈາກ ໄມ້ປະມູນ ມາຊ່ວຍ ປະຊາຊົນ ນີ້ດີທີ່ສຸດ ໃນການປຸກສ້າງ ໂຮງຮຽນ ປະຊາຊົນ ຍັງຂາດເຂີນ ໂຮງຮຽນ ທີ່ວ່າ ບໍ່ທັນມີ ຖ້າໄມ້ດຽວນີ້ນະ ບໍ່ທັນມີໄມ້ເທື່ອ ທຸກມື້ນີ້ ກະໂຮງຮຽນ ແຂວງຫົວພັນ ກໍຍັງຫຼາຍໝູ່ບ້ານ ກວ່າ 10 ໝູ່ບ້ານ ນີ້ແຫລະ ຍັງຕ້ອງການ ໂຮງຮຽນເນາະ ໃນ 12 ໝູ່ບ້ານ ນີ້ ຍັງຫຼາຍ ຍັງຫຼາຍຢູ່ ຄັນຖ້າວ່າ ມາຊ່ວຍເຫລືອ ປະຊາຊົນ ກະດີໄດ໋ ".
ການເປີດປະມູນ ໄມ້ ໃນຄັ້ງນີ້ມີ ແຂວງ ສາຣະວັນ ແລະ ແຂວງອັດຕະປື.