ທາງການຈະປະເມີນຜົນ ຄາຊີໂນ ບໍ່ເຕັນ

ໄມຊູລີ
2016.01.12
F-Slot ການພະນັນ ໃນເຂດ ບໍ່ເຕັນແດນງາມ ແຂວງຫຼວງນໍ້າທາ
RFA

ເຈົ້າໜ້າທີ່ ແຂວງ ຫຼວງນໍ້າທາ ທ່ານນຶ່ງ ເປິດເຜີຍ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນຈັນ ທີ 11 ມົກກະຣາ ນີ້ວ່າ, ຂນະນີ້ມີ ເຈົ້າໜ້າທີ່ ສະເພາະກິຈ ຈາກ ສູນກາງ ຕຣຽມ ລົງພື້ນຖານ ກວດສອບ ຄາຊິໂນ ທີ່ ນັກທຸຣະກິດ ຈີນ ເປັນເຈົ້າຂອງ ຢູ່ເຂດ ເສຖກິດ ສະເພາະ ບໍ່ເຕັນແດນງາມ ແຂວງ ຫຼວງນໍ້າທາ ທີ່ເປິດໃໝ່ ບໍ່ຮອດ 3 ເດືອນ.

ຈຸດປະສົງ ຂອງ ການປະເມີນ ກໍເພື່ອວ່າ ຄາຊິໂນ ແຫ່ງນີ້ ໄດ້ສ້າງຜົນດີ ຫຼື ເສັຽຫາຍ ຕໍ່ສັງຄົມ ແນວໃດ ແລະ ມີປະກົດການ ຫຍໍ້ທໍ້ ຢ່າງໃດ, ກ່ອນການ ພິຈາຣະນາ ວ່າຈະໃຫ້ ຂຍາຍຕື່ມ ຫຼືບໍ, ແຕ່ກໍຍັງບໍ່ ຣະບຸຢ່າງເປັນ ທາງການ ເທື່ອວ່າຈະ ການປະເມີນ ເມື່ອໃດ:

“ເພິ່ນກໍເຮັດ ທົດລອງເບິ່ງຊື່ໆ ຍັງບໍ່ຮູ້ວ່າ ຊິຂຍາຍ ໄດ້ຫັ້ນນະ ຍັງບໍ່ທັນ ປະເມີນ ກັນເທື່ອວ່າ ຊິຂຍາຍໄດ້ບໍ ຫຼື ເຮັດແນວໃດ ຊິໃຫ້ ທາງສູນກາງ ເພິ່ນ ໄປປະເມີນ ອີສັງ ເບີ່ງວ່າ ເປັນແນວໃດ”.

ເຈົ້າໜ້າທີ່ ທ່ານນີ້ ກ່າວ ຕໍ່ໄປວ່າ ປັຈຈຸບັນ ຄາຊີໂນ ແຫ່ງນີ້ ເປິດການພະນັນ ຫຼາຍປະເພດ ເຊັ່ນ; ຕູ້ສລັອດ ປ່ອນຫຼຽນ, ຫລິ້ນໄພ້, ພະນັນຕີໄກ່. ນັບແຕ່ໄດ້ ເປິດທົດລອງມາ ກໍປະກົດວ່າ ມີນັກຫຼິ້ນ ການພະນັນ ຢ່າງຫຼວງຫຼາຍ ໂດຍສະເພາະ ນັກພະນັນ ຈີນ ທີ່ພາກັນ ເຂົ້າມາທຸກມື້ ແລະ ນັກທ່ອງທ່ຽວ ຊາວລາວເອງ ທີ່ໄປຈາກ ຕ່າງແຂວງ.

ທ່ານ ກ່າວຕຶ່ມວ່າ ເຈົ້າຂອງ ຄາຊີໂນ ມີໂຄງການ ຈະຂຍາຍກິຈການ ໃຫ້ໃຫຍ່ເທົ່າ ກັບ ຄາຊິໂນ King Roman ໃນເຂດ ເສຖກິດ ພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອດຶງດູດ ນັກຫລິ້ນ ການພະນັນ ໃຫ້ ໄດ້ຫຼາຍຂຶ້ນ, ແຕ່ ທາງການ ລາວ ຈະບໍ່ອະນຸຍາດ ເພາະຢ້ານ ຈະມີບັນຫາ ໃນສັງຄົມ ແລະ ກໍ່ໃຫ້ເກີດມີ ອາຊຍາກັມ ຂຶ້ນອີກ ກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.