ປ່າໄມ້ ຢູ່ ເມືອງງາ ແຂວງອຸດົມໄຊ ຈະຖືກຕັດລົງ ເປັນຈໍານວນ ຫຼວງຫຼາຍ ໃນເຂດ ໂຄງການ ທາງຣົດໄຟ ລາວ-ຈີນ ຈະສ້າງຜ່ານ, ແລະ ສ່ວນໃຫຽ່ ທາງຣົດໄຟ ຈະຜ່ານ ເຂດປ່າໄມ້ ຫຼາຍກວ່າ ຕົວເມືອງ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ກ່າວຕໍ່ RFA ໃນ ວັນທີ 16 ມິຖຸນາ 2016 ນີ້ ວ່າ:
"ຫລາຍໂອ້ ຫລາຍກວ່າໝູ່ ກະແມ່ນໄມ້ ຫັ້ນແຫລະ ແຕ່ວ່າມັນ ບໍ່ທັນຮູ້ ເປັນຈໍານວນ ເນາະ ໂຕນີ້ມັນ ຫລາຍກວ່າໝູ່ ແຫລະ ຂັ້ນເທິງ ຍັງບໍ່ໄດ້ສັ່ງ ແມ່ນຫຍັງເທື່ອ ດຽວນີ້ ຍັງເກັບກໍາ ຂໍ້ມູນ".
ທ່ານເວົ້າວ່າ ມາເຖິງປັຈຈຸບັນ ທາງໂຄງການ ສ້າງ ທາງຣົດໄຟ ຍັງບໍ່ທັນ ໄດ້ສໍາຣວດ ພື້ນທີ່ເຂດ ຈະມີການ ຕັດໄມ້ອອກ ແຕ່ຄາດວ່າ ຈະມີການ ສໍາຣວດອີກ ໃນມໍ່ໆນີ້. ປັຈຈຸບັນ ມີແຕ່ບຸກເບີກ ເນື້ອທີ່ ເພື່ອສ້າງ ເສັ້ນທາງ ເຂົ້າໄປ ຕຣຽມສ້າງ ສະຖານີ ຣົດໄຟ ເທົ່ານັ້ນ. ສ່ວນໄມ້ ທີ່ຈະຖືກ ຕັດອອກໄປ ກໍຍັງເປັນ ຄໍາຖາມ ຢູ່ວ່າ ຈະເອົາໄປໃສ ເພາະຈະມີ ໄມ້ ຫຼວງຫຼາຍ.
ທ່ານກ່າວ ອີກວ່າ ໂຄງການ ສ້າງ ທາງຣົດໄຟ ຢູ່ເຂດ ເມືອງງາ ຍັງຈະກວມ ເອົາດິນ ປູກຝັງ ຂອງ ປະຊາຊົນ ອີກ ຈໍານວນຫຼາຍ ຊຶ່ງ ທາງໂຄງການ ຈະແຈ້ງໃຫ້ ປະຊາຊົນ ແຕ່ລະເຂດ ຮູ້ໃນໄວໆນີ້ ເພື່ອ ຫາຣື ເຣື່ອງ ຄ່າຊົດເຊີຍ. ແຕ່ຈະບໍ່ມີ ປະຊາຊົນ ຕ້ອງຖືກ ໂຍກຍ້າຍ ຄືກັນກັບ ເມືອງ ໄຊ.
ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ ປັຈຈຸບັນ ຍັງບໍ່ການ ເລີ້ມລົງມື ເຈາະອຸມົງ ເພາະ ຍັງຈະມີອີກ ຫຼາຍຂັ້ນຕອນ.