ປະຊາຊົນລາວໝົດແຮງ ເສດຖະກິດຖົດຖອຍ ຢ່າງໜັກ
2024.08.28
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ.ລາວ ສະເໜີໃຫ້ລັດຖະບານ ແກ້ໄຂບັນຫາເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ ຄຽງຄູ່ໄປກັບ ບັນຫາອື່ນໆ ນັບແຕ່ວັນທີ 15 ເດືອນກໍລະກົດ ປີ 2024 ນີ້ເປັນຕົ້ນໄປ, ບໍ່ໃຫ້ມີຄໍາວ່າ ເຮັດບໍ່ໄດ້ ເພາະໄລຍະທີ່ຜ່ານມາ ກໍ່ໄດ້ມີການ ປັບປຸງກົນໄກດ້ານຕ່າງໆ ແຕ່ກໍບໍ່ມີແນວໂນ້ມວ່າຈະດີຂຶ້ນ.
ກ່ຽວກັບເລື່ອງນີ້ ຊາວລາວຜູ້ຫາເຊົ້າກິນຄໍ່າ ເວົ້າວ່າ ເພິ່ນຈະເຮັດແນວໃດ ກະຂໍໃຫ້ແກ້ໄຂຢ່າງຈິງຈັງ ຊ້າຫຼືໄວເອົາໄວ້ເວົ້າຕາມທີຫຼັງ ຊຶ່ງປະທານປະເທດ ເວົ້າວ່າ ຕ້ອງແກ້ໄຂໃຫ້ໄດ້ ພາຍໃນ 1 ເດືອນນັ້ນ ຄົງຈະເປັນໄປບໍ່ໄດ້ ເພາະວ່າ ບັນຫານີ້ ເປັນຫາຊໍ້າເຮື້ອ ມາໄດ້ຫຼາຍປີແລ້ວ ແລະນັບມື້ ນັບໜັກຂຶ້ນ ແລ້ວທາງລັດຖະບານ ມີເວລາ 1 ເດືອນ ຕ້ອງແກ້ໄຂໃຫ້ໄດ້ນັ້ນ ກໍບໍ່ເຂົ້າໃຈວ່າ ເພິ່ນຈະແກ້ຂອດໃດ ຂໍ້ໃດພາຍໃນ 30 ມື້ ເຊິ່ງໃນຊ້ວງ 2-3 ປີ ທີ່ຜ່ານມາ ເນື່ອງຈາກເງິນກ່ອນອ່ອນຄ່າ ເສດຖະກິດຝືດເຄືອງ ຄ່າຄອງຊີບສູງ ເຄື່ອງໃຊ້ສອຍໃນຊີວິດປະຈໍາວັນ ກໍ່ນັບມື້ແພງຂຶ້ນ, ດັ່ງຊາວຄ້າຂາຍ ຜູ້ໜຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າສູ່ວິທຍຸເອເຊັຽເສຣີຟັງ ໃນວັນທີ 24 ກໍລະກົດ ນີ້ວ່າ:
“ດຽວນີ້ນ່າ ຄ່າຄອງຊີບມັນສູງ ເງິນເດືອນ ຄັນວ່າ 1,500,000 (ກີບ) ກະລ້ານຫ້າສໍ່າເກົ່າ ຄ່າວັດຖຸອຸປະກອນ ຄ່າເຄື່ອງອຸປະໂພກບໍລິໂພກ ກະຟົງກາເຟ, ແປ້ງນົວ, ເປັນຊີ້ນ ເປັນຜັກ ຂຶ້ນລາຄາເໝິດ ຊໍ້າບໍ່ໜໍາທຽບໃສ່ ເລດອັດຕາແລກປ່ຽນ ເປັນເງິນຕາຕ່າງປະເທດ ແຫ່ງສູງ ລາຍຈ່າຍເພີ່ມຂຶ້ນ ລາຍຮັບສໍ່າເກົ່າ ຫຼືວ່າ ຫຼຸດລົງ ມີແຕ່ຄົນຫຍໍ້ທໍ້ ກະຫາຢູ່ ແຕ່ວ່າ ກໍາລັງໃຈ ຈາກທີ່ວ່າເຄີຍມີ 100% ກະເຫຼືອແຕ່ປະມານ ແຕ່ 40-50% ສູ້ໄປຕາງຢືມມື້ ຢືມວັນຕາມສະພາບການ ສູ້ບໍ່ໄຫວລະກະຕາຍ.”
ນາງ ຍັງເວົ້າເຖິງການຄ້າຂາຍ ໃນປັດຈຸບັນ ໃນຟັງຕື່ມວ່າ:
“ການຄ້າຂາຍກະຢາກສົມຄວນ ທຸກມື້ນີ້ ລົງທຶນຫຼາຍກໍາໄລໜ້ອຍ ເພາະຍ້ອນຫຍັງ ຕົ້ນທຶນໃນການຊື້ວັດຖຸດິບ ມັນສູງ ຜູ້ບໍລິໂພກສ່ວນຫຼາຍມີໜ້ອຍ ເພາະວ່າ ລາຄາສິນຄ້າມັນສູງ ລະຂະເຈົ້າ ກະບໍ່ບໍລິໂພກຫຼາຍ ຈາກເຄີຍຂາຍໄດ້ 5 ລ້ານ ກະໄດ້ແຕ່ ລ້ານຫ້າ, ສອງລ້ານ (ກີບ) ເພາະວ່່າ ຜູ້ບໍລິໂພກມັນໜ້ອຍເດ້ ມັນຫຼຸດລົງ ເພາະວ່າ ຄ່າຄອງຊີບມັນພັດສູງ.”
ນັກສຶກສາແພດ ທີ່ຫາກໍ່ຮຽນຈົບ ມາແຕ່ປະເທດຫວຽດນາມ ນາງໜຶ່ງ ກໍ່ເວົ້າເຖິງຄວາມແຕກຕ່າງ ຂອງການໃຊ້ຊີວິດໃນປັດຈຸບັນ ກັບໄລຍະ 2-3 ປີທີ່ຜ່ານມານັ້ນ ໃຫ້ຟັງວ່າ:
“ມັນກະແຕກຕ່າງເນາະ ເພາະວ່າ ຊ້ວງຕອນນ້ອງ ກ່ອນຊິໄປຮຽນນິ່ (ຮຽນຕໍ່ທີ່ຫວຽດນາມ) ບັນຍາກາດມັນກະຄຶກຄື້ນຫຼາຍ ໄປຕະຫຼາດ ໄປຊື້ເຄື່ອງຊື້ຫຍັງ ມັນລາຄາຖືກ ມັນມີຄວາມສຸກແດ່ຫັ້ນນ່າ ການໃຊ້ຊີວິດຫັ້ນນ່າ ແຕ່ທຸກມື້ນີ້ ເລດເງິນກະຂຶ້ນ ອີ່ຫຍັງກະແພງ ທຸກມື້ນີ້ ໄປຕະຫຼາດ ຂະເຈົ້າກະຊິຈົ່ມໂອະຈົ່ມໂອ້ຍຫັ້ນແຫຼະເນາະ ອີ່ຫຍັງກະຂຶ້ນກະແພງຊີ້ນາ ມັນກະບໍ່ຄືເກົ່າ ຄົນໄປຕະຫຼາດ ກະເລີ່ມລົດໜ້ອຍຖອຍລົງບາດນີ້ ຂະເຈົ້າກະໄປຫາເງິນ ເຮັດວຽກຢູ່ຕ່າງປະເທດ ຕ່າງແດນແບບນີ້.”
ນາງ ຍັງເລົ່າໃຫ້ຟັງຕື່ມ ເຖິງຕອນກ່ອນທີ່ຈະໄປຮຽນຕໍ່ ທີ່ປະເທດຫວຽດນາມ ນັ້ນວ່າ:
“ນ້ອງຈົບນິ່ ປີ 2021 ເນາະ ຊາທີ່ນ້ອງກ່ອນຊິໄປຮຽນເນາະ ການຊື້ເຄື່ອງ ກະຖືວ່າຂ້ອນຂ້າງເຖິງເນາະ ກິນເຂົ້າປຽກອີ່ຫຍັງກະຖ້ວຍ 10 ປາຍພັນ (ກີບ) ອີ່ຫຍັງກະດາຍ ອີ່ຫຍັງດຽວນີິ້ ເຄື່ອງຂອງກະ ນໍາເຂົ້າມາແຕ່ປະເທດໄທ ຕ້ອງໄດ້ໃຊ້ເງິນບາດ ເງິນບາດຕອນນັ້ນກະ ລາຄາກະຖືວ່າ ພັນບາດຕໍ່ 3 ແສນເນາະ 2 ແສນປາຍ (ກີບ) ແຕ່ມາດຽວນີ້ 7 ແສນ (ກີບ) ມັນກະເພີ່ມຂຶ້ນຫຼາຍເທົ່າໂຕ.”
ຂະນະທີ່ ອະດີດແມ່ຄົວ ທີ່ເຄີຍເຮັດວຽກ ຢູ່ຮ້ານອາຫານແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຕ້ອງໄດ້ອອກຈາກວຽກ ເພາະເສດຖະກິດຝືດເຄືອງນີ້ ກໍ່ເວົ້າໃຫ້ຟັງວ່າ:
“ເສດຖະກິດມັນກະ ອີ່ຫຍັງມັນກະແພງເນາະ ຄົນກະບໍ່ຫຼາຍຊີ້ນ່າ ໄປຫຼີ້ນໄປຫຍັງກະດາຍນ່າ ລະກະບາດນີ້ ແມ່ຄົວກະມີ 3-4 ຄົນ ລະເພິ່ນກະວ່າ ກະປ່ຽນກັນໄປ ສົມມຸດວ່າ ຜູ້ນີ້ ໄປ 15 ມື້ ລະຜູ້ນັ້ນກະມາ 15 ມື້ຊີ້ນ່າ ເຮົາກະບໍ່ພໍກິນເນາະ ກະໄປ 15 ມື້ ບາດນີ້ເງິນເດືອນ ກະບໍ່ໄດ້ ຄືເກົ່າ ສົມມຸດ ເງິນເດືອນ 2 ລ້ານ ເຮົາໄປ 15 ມື້ ກະໄດ້ແຕ່ ລ້ານດຽວຊີ້ນ່າ.”
ນາງ ຍັງບອກໃຫ້ຮູ້ ເຖິງລາຄາຂອງສິນຄ້າ ທີ່ວາງຂາຍໃນທ້ອງຕະຫຼາດ ໃນປັດຈຸບັນ ໃຫ້ຟັງອີກວ່າ:
“ມັນກະແຕກຕ່າງຫັ້ນແຫຼະເນາະ ອີ່ຫຍັງກະແພງ ອີ່ຫຍັງກະແພງເດ້ ຄືເປັນນໍ້າປາ ແຕ່ກີ້ແມ່ນແກ້ວໜຶ່ງທໍ່ໃດ 10 ປາຍພັນ (ກີບ) ດຽວນີ້ 20 ປາຍລະເນາະ ຄືສະອິວກະ 33 ພັນ (ກີບ) ແຕ່ກີ້ ກະ 10 ປາຍພັນ ດຽວນີ້ມາຂຶ້ນເປັນເຄິ່ງໆ ຊີ້ນ່າ ຄືແຟບຄືກັນເນາະ ແຕ່ກີ້ມັນກະ 30 ປາຍ (ພັນກີບ) ມາຂຶ້ນ 50 (ພັນກີບ) ດຽວນີ້ກະ 70 ປາຍເບາະ ຂຶ້ນ ຖືວ່າເປັນ 2 ທົບຊີ້ນ່າ ຄ່າໃຊ້ຈ່າຍເຄື່ອງໃຊ້ແຕ່ລະຢ່າງ.”
ຕໍ່ກັບສະພາບເງິນກີບອ່ອນຄ່າ ທີ່ແກ່ຍາວມາຫຼາຍປີນີ້ ຈົນເຮັດໃຫ້ອະດີດນັກຮຽນ ຊັ້ນ ມ.5 ນາງໜຶ່ງ ຕັດສິນໃຈບໍ່ຮຽນຕໍ່ ກໍ່ຍ້ອນເຫດຜົນ ທີ່ວ່າ:
“ອໍ້... ເງິນເຟີ້ ກ່ຽວ ແນວມັນຄ່າໃຊ້ໃນໂຮງຮຽນມັນຫຼາຍ ແຖມບາງຄົນ ຮຽນຈົບປະລິນຍາຕີມາ ກະບໍ່ມີວຽກເຮັດ ຕອນເຮົາຮຽນຫັ້ນຫວາ ໝີ່ຈາກເປັນ ປ໋ອງ 5,000 (ກີບ) ກາຍເປັນ ປ໋ອງ 10,000 (ກີບ) ນໍ້າຈາກຕຸກ 5,000 (ກີບ) ກາຍເປັນ 11,000 (ກີບ) ຄ່າຮຽນຫັ້ນ 330,000 ກີບ (ໃນໂຮງຮຽນເອກກະຊົນ) ຄັນໂຮງຮຽນລັດ ຕອນເຮົາຮຽນລະແມ່ນ ປີລະ 150,000 ແຕ່ດຽວນີ້ ປີລະ 550,000 ຄ່າຮຽນນີ້ແຫຼະ ລວມທຸກຢ່າງ ພາຍໃນຮຽນປີໜຶ່ງ ໃນໂຮງຮຽນລັດ.”
ສຶກສາທີ່ຮຽນຈົບ ສາຂາກົນຈັກ ນາງໜຶ່ງ ກໍ່ຕັດສິນໃຈໄປເຮັດວຽກ ຢູ່ທີ່ປະເທດອິນໂດເນເຊຍ, ອີງຕາມຄວາມເວົ້າຂອງຜູ້ແມ່ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເວົ້າເຖິງເຫດຜົນ ທີ່ລູກສາວ ໄປເຮັດວຽກຢູ່ຕ່າງປະເທດນັ້ນ ໃຫ້ຟັງວ່າ:
“ອັນ...ລູກສາວຫັ້ນ ວ່າຮຽນຝ່າຍກົນຈັກ ຮຽນຝ່າຍກົນຈັກຈົບແລ້ວ ຄັນວ່າ ຊິມາເຮັດຝ່າຍກົນຈັກ (ຢູ່ລາວນີ້) ຊິບໍ່ກຸ້ມເນາະ ເພາະວ່າ ແມ່ຍິງແດ່ ຄັນຖ້າວ່າ ຊິໄດ້ຫວາເດືອນໜຶ່ງ ປະມານ 7-8 ລ້ານນິ່ນ່າ ເຂົາວ່າຊິບໍ່ໄຫວ ເຂົາລະບໍ່ເຮັດ ເຂົາກະເລີຍໄປຫາເງິນ ຢູ່ອິນໂດເນເຊຍພຸ້ນ ເພາະວ່າ ອີກໜຶ່ງ ມີຄອບມີຄົວມາ ກະຊິບໍ່ມີເງິນເກັບທ້ອນຈັກເທື່ອ ກະຊິບໍ່ມີຢ້າວມີເຮືອນນໍາເຂົາຈັກເທື່ອຊັ້ນນ່າ ເຂົາລະໄປຊັ້ນນ່າ ໄປຫາເງິນນີ້ນ່າ ໄປໄດ້ ປີປາຍແລ້ວ ເຂົາບໍ່ໄດ້ເຮັດແລ້ວ ເຂົາໄປຢູ່ໂຮງງານແພັກເຄື່ອງເຂົາວ່າ ໄດ້ເງິນເດືອນ 10,000 (ບາດ) 20,000 (ບາດ) ໄປຊັ້ນ.”
ດ້ານຊາວບ້ານ ຢູ່ເມືອງລະມາມ ແຂວງເຊກອງ ທ່ານໜຶ່ງ ກໍ່ເວົ້າໃຫ້ຟັງວ່າ ໄວໜຸ່ມສ່ວນຫຼາຍ ໃນບ້ານຂອງທ່ານ ກໍ່ພາກັນໄປເຮັດວຽກ ຢູ່ປະເທດໄທ:
“ໂອ້ຍ...ສ່ວນຫຼາຍ ເຂົາກະໄປໄທຫັ້ນແຫຼະ ແມ່ນ (ເງິນເຂົາ) ຢູ່ພຸ້ນ ມັນກະແຂງຄ່າກວ່າ.”
ກ່ຽວກັບເລື່ອງ ຊາວລາວ ພາກັນຫຼັ່ງໄຫຼ ໄປເຮັດວຽກຢູ່ຕ່າງປະເທດນີ້ ວິທຍຸເອເຊັຽເສຣີ ກໍ່ຮັບຟັງ ຈາກເຈົ້າໜ້າທີ່ ເມືອງປາກງື່ມ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ຊຶ່ງບໍ່ປະສົງອອກຊື່, ສຽງ ແລະຕໍາແໜ່ງ ໄດ້ເວົ້າໃຫ້ຟັງວ່າ:
“ປັດຈຸບັນ ຢູ່ພາຍບ້ານ ທີ່ທ່ານອາໄສຢູ່ນັ້ນມີແຕ່ຜູ້ເຖົ້າ, ໄວລຸ້ນ ໄວໜຸ່ມ ໄວກາງຄົນ ແມ່ນອອກໄປ ຫາວຽກເຮັດງານທໍາ ຢູ່ຕ່າງປະເທດເບິດແລ້ວ ໄປສອງປະເທດ ຄື: ປະເທດໄທ ກັບ ເກົາຫຼີໃຕ້ ກະຍ້ອນຄ່າເງິນຂອງຂະເຈົ້າມັນສູງ ເມື່ອມາທຽບໃສ່ ກັບເງິນກີບລາວເນາະ ສ່ວນຫຼາຍ ຂະເຈົ້າກະໄປໄທຫຼາຍກວ່າ ເພາະວ່າເກົາຫຼີໃຕ້ ມັນໄດ້ເຮັດໜັງສື ເປັນທາງການ ຕ້ອງໃຊ້ເວລາຍາວນານ ຄືໄທນິ່ ມີພາດສະປອດລະກະໄປ ລະກະກັບ ມັນກະງ່າຍກວ່າ ຄືເກົາຫຼີໃຕ້ ມັນມີຫຼາຍຂັ້ນຕອນ ມັນຕ້ອງມີອົງການຈັດຫາງານພາໄປ ມັນຈັ່ງໄປໄດ້ ເກົາຫຼີໃຕ້ນ່າ ຄືໄທນິ່ ໄປເອງກະໄດ້ ບໍ່ຖ້າອົງການຈັດຫາງານ ໄປເປັນແມ່ບ້ານ, ໄປເປັນແມ່ຄົວ, ເປັນເດັກເສີບ ເປັນຄົນລ້າງຖ້ວຍ ລ້າງຈານ ຢູ່ນໍາຮ້ານອາຫານນ້ອຍໆ ຢູ່ຕາມເມືອງ ແລະຕາມແຂວງຕ່າງໆ ໃນໄທ.”
ເຈົ້າໜ້າທີ່ທ່ານນີ້ ຍັງອະທິບາຍ ເຖິງປະເພດວຽກ ທີ່ຄົນລາວ ພາກັນໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ນັ້ນ ໃຫ້ຟັງນໍາອີກວ່າ:
“ຄັນໄປເກົາຫຼິີໃຕ້ ມັນກະມີໄລຍະ ໄປເຮັດວຽກກະສິກໍາ ກັບວຽກອຸດສາຫະກໍາ ສ່ວນຫຼາຍ ແມ່ນເຂົາເຈົ້າໄປເຮັດວຽກ ການຜະລິດກະສິກໍາ ເພາະວ່າ ໄລຍະເວລາມັນສັ້ນ 5-8 ເດືອນ ຖ້າໄປໂຮງງານອຸດສາຫະກໍາ ມັນຈະເປັນ 5 ປີ ຫາ 8 ປີ ແຕ່່ວ່າ ຄ່າໃຊ້ຈ່າຍ ໃນການແລ່ນເອກະສານ ມັນຈະສູງກວ່າ.”
ເຖິງແນວໃດກໍຕາມ ປະຊາຂົນລາວ ກໍ່ຍັງຝາກຄວາມຫວັງໄວ້ກັບ ຄໍາສະເໜີ ຂອງປະທານປະເທດລາວ ທີ່ໃຫ້ລັດຖະບານ ແກ້ໄຂບັນຫາເງິນກີບອ່ອນຄ່າ ຄຽງຄູ່ໄປກັບ ບັນຫາອື່ນໆ ໃຫ້ໄດ້ພາຍໃນ 1 ເດືອນນັ້ນ ກາຍເປັນຈິງ.