ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ຍັງສູງຂຶ້ນຢ່າງຕໍ່ເນື່ອງ

0:00 / 0:00

ມາເຖິງປັດຈຸບັນ ສິນຄ້າຕ່າງໆ ບໍ່ວ່າຈະເປັນສິນຄ້າ ອຸປໂພກ-ບໍຣິໂພກ ຢູ່ລາວ ລາຄາຍັງແພງຂຶ້ນຫລາຍ ຊຶ່ງບໍ່ພຽງແຕ່ເຮັດໃຫ້ ປະຊາຊົນດໍາລົງຊີວິດ ຫຍຸ້ງຍາກເທົ່ານັ້ນ ແມ່ນແຕ່ພໍ່ຄ້າແມ່ຄ້າ ໄດ້ຮັບຜົລກະທົບໄປຕາມໆກັນ ຍ້ອນຕ້ອງໄດ້ຂາຍເຄື່ອງຂອງ ແພງຂຶ້ນຕາມອັດຕຣາແລກປ່ຽນ ເງິນຕຣາ ແລະຕາມກົນໄກ ຕລາດ ໂດຍທີ່ຣັຖບານ ຍັງບໍ່ສາມາດຄວບຄຸມໄດ້.

ດັ່ງແມ່ຄ້າຂາຍຊີ້ນໝູູ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ເວົ້າຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 27 ມົກກະຣານີ້ວ່າ ໃນຂະນະນີ້ ໄດ້ຂາຍຊີ້ນໝູກິໂລລະ 80,000–85,000 ກີບ ຍ້ອນໄດ້ຮັບຊື້ມາໃນລາຄາສູງແລ້ວ.

" ແມ່ນແຫລະ ເຮົາກໍຂາຍຂຶ້ນລາຄາຫັ້ນແຫລະ ເຮົາກໍຂາຍ 80,000-85,000 ສິນຄ້າມັນຂຶ້ນລາຄາເດ້ ຮັບມາລາຄາສົ່ງໝູເປັນ ແມ່ນໂລນຶ່ງ ແມ່ນ 50,000 ປາຍພັນ 58,000-59,000 ເຂົາມີການລ້ຽງມີການຊື້ຫົວອາຫານ ເຂົາເຈົ້າຄວບຄຸມບໍ່ໄດ້ເພາະວ່າ ເງິນບາທມັນຂຶ້ນ ມັນບໍ່ລົງຊີ້ນ່າ ພັນນຶ່ງ 5 ແສນ 5 ແສນປາຍ ມັນກໍອັບເປັນເຄິ່ງ ຄັນເງິນມັນລົງໄດ້ ສະແດງວ່າທຸກຢ່າງ ມັນຈະຊື້ໃນລາຄາປົກກະຕິໄດ້. "

ນາງເວົ້າຕື່ມວ່າ ນອກຈາກໝູແລ້ວ ລາຄາສິນຄ້າອື່ນໆກໍແພງຂຶ້ນທຸກຢ່າງ ເຊັ່ນຊີ້ນໄກ່ ແຕ່ກ່ອນກິໂລນຶ່ງປະມານ 40,000-45,000 ກີບ, ແຕ່ດຽວນີ້ຂຶ້ນເປັນ 75,000 ກີບແລ້ວ; ໄຂ່ໄກ່ ແຕ່ກ່ອນແຕະນຶ່ງປະມານ 30,000 ກີບ ແຕ່ດຽວນີ້ ເຂົາເຈົ້າຂາຍ 50,000 – 55,000 ກີບ. ນາງເວົ້າວ່າ ຖ້າຣັຖບານແກ້ໄຂບັນຫານີ້ບໍ່ໄດ້ ສິນຄ້າມີແຕ່ຈະແພງຂຶ້ນ, ຊາວຄ້າຂາຍ ບໍ່ສາມາດຂາຍສິນຄ້າ ໃນລາຄາທີ່ທາງການວາງອອກໄດ້.

" ອັບທຸກຢ່າງຂຶ້ນຫລາຍໂພດ ແຕ່ກີ້ເຮົາຊື້ໄກ່ມີແຕ່ໂລນຶ່ງ 45 ພັນ-60 ພັນສູງສຸດເນາະ ປັດຈຸບັນແມ່ນໄກ່ໂລນຶ່ງ 75 ພັນ-80 ພັນຄືກັນ. ໄຂ່ຫັ້ນເຮົາເຫັນເຂົາເຈົ້າຂາຍໄຂ່ແຕະນຶ່ງ ມັນມີ 30 ໜ່ວຍເນາະ ເຂົາເຈົ້າກໍຂາຍ 50 ພັນ-55 ພັນ ແຕ່ກີ້ໄຂ່ໄກ່ 30 ໜ່ວຍສູງສຸດແມ່ນ 30 ພັນເນາະ. "

ແມ່ຄ້າຂາຍຜັກ ນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ສຳລັບລາຄາຜັກ ຢູ່ຕລາດທົ່ວໄປແລ້ວ ແມ່ນຍັງບໍ່ແພງປານໃດ, ແຕ່ຜັກຊະນິດໃດຂາດຕລາດ ເຊັ່ນໝາກເລັ່ນ ກໍຈະແພງຂຶ້ນຫລາຍເຊັ່ນກັນ, ລາຄາສົ່ງຈາກສວນ ທີ່ແມ່ຄ້າໄປຮັບຊື້ມາ ແຕ່ກ່ອນກິໂລນຶ່ງປະມານ 6,000-7,000 ກີບ ແຕ່ດຽວນີ້ປະມານ 15,000 ກີບ.

" ອັນນີ້ລາຄາຈາກສວນ ເຊັ່ນໝາກເລັ່ນແຕ່ກ່ອນມີແຕ່ກິໂລລະ 6-7 ພັນ ນີ້ກິໂລນຶ່ງ 15 ພັນ ຂາຍຊ່ວງບໍ່ປູກຫລາຍມັນກະຂຶ້ນ ມັນລົງ ຕາມ...ລາດຫັ້ນແຫລະ ໂຕລາຄາຕລາດຕ່າງຫາກ ເຂົາອັບຂຶ້ນ 30 ພັນພຸ້ນແຫລະ 50 ພັນແລ້ວແຕ່ພວກເພິ່ນ. "

ສໍາລັບວັດສະດຸກໍ່ສ້າງ ລາຄາແພງຂຶ້ນເຊັ່ນກັນ, ຂຶ້ນຕາມອັດຕຣາແລກປ່ຽນເງິນຕຣາ ເຊັ່ນເຫລັກເສັ້ນ ປັດຈຸບັນ ຕັນນຶ່ງ ປະມານ 12 ລ້ານກີບ, ແຕ່ກ່ອນປະມານ 11 ລ້ານກີບ ແລະຊີເມັນກໍແພງຂຶ້ນເຊັ່ນກັນ.

ດັ່ງແມ່ຄ້າຂາຍເຄື່ອງກໍ່ສ້າງ ນາງນຶ່ງເວົ້າວ່າ:

" ກໍໄລ່ຕາມເຣດເງິນ ຂຶ້ນໝົດທຸກຢ່າງແຕ່ວ່າ ເຫລັກມັນກໍຂຶ້ນເນາະ ໂຕ້ນນຶ່ງ 12 ລ້ານກີບ ແຕ່ກ່ອນແມ່ນ 11 ລ້ານກີບ ຊິມັງຂຽວກໍປະມານ 1,900 ບາດ ຊິມັງແດງກະ 2,100 ບາດ ຄັນວ່າທຽບເປັນເງິນບາທເດີ ຂຶ້ນປະມານ 50-60% ນີ້ແຫລະ ຄວາມໝາຍເງິນມັນຂຶ້ນເດ້ ຕາມເຣດເດ. "

ເຖິງລາຄາເຄື່ອງຢູ່ ຂອງກິນ ທຸກຢ່າງແພງຂຶ້ນ ກໍຈໍາເປັນຕ້ອງໄດ້ຊື້ ແຕ່ຫລຸດປະຣິມານລົງ ຫລື ຊື້ສິ່ງທີ່ຈໍາເປັນແທ້ໆເທົ່ານັ້ນ.

ດັ່ງປະຊາຊົນ ຢູ່ແຂວງຫລວງພຣະບາງ ຜູ້ນຶ່ງເວົ້າວ່າ ບໍ່ວ່າຈະເປັນຊີ້ນໝູ, ​ຊີ້ນງົວ, ຊີ້ນຄວາຍນີ້ ລາຄາປະມານ 100,000 ກີບຕໍ່ກິໂລ ຊຶ່ງແຕ່ກ່ອນປະມານ 70,000 ກີບ.

" ແມ່ນແຫລະແພງຄືກັນ ຂຶ້ນລາຄາແບບທົບເຄິ່ງເລີຍ ພວກຊີ້ນຄວາຍຊີ້ນງົວ ໂລແສນກີບ ແຕ່ກ່ອນໂລ 70 ພັນ ສ່ວນຫລາຍກໍຫລີກລ່ຽງ ບາງເທື່ອຈໍາເປັນກໍຕ້ອງໄດ້ຊື້ຄືກັນ ຕ້ອງໃຊ້ຕາມລາຄາທີ່ເຂົາກໍານົດຂຶ້ນຫັ້ນແຫລະ. "

ເຖິງຢ່າງໃດກໍຕາມ ມາເຖິງປັດຈຸບັນ ຣັຖບານຍັງບໍ່ສາມາດ ແກ້ໄຂບັນຫາລາຄາສິນຄາແພງໄດ້ ຍ້ອນວ່າ ສິນຄ້າສ່ວນໃຫຍ່ ໄດ້ນໍາເຂົ້າມາຈາກຕ່າງປະເທດ ໃນລາຄາ ທີ່ອີງໃສ່ອັດຕຣາການແລກປ່ຽນເງິນຕຣາ ໃນແຕ່ລະໄລຍະ.

ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ເວົ້າວ່າ:

" ມັນກໍອີງໃສ່ຄ່າຂອງເງິນ ຄັນວ່າເງິນລົງນໍ້າມັນລົງ ມັນກໍລົງນໍາ ການແລກປ່ຽນມັນຍັງແກວ່ງຢູ່ ມັນຍັງບໍ່ຄົງຕົວ ກະຊວງອຸດສາຫະກັມ ແລະການຄ້າ ເພິ່ນກໍຍັງມີແຜນຢູ່ ສົ່ງເສີມການຊື້ການຂາຍ ຂອງພໍ່ແມ່ປະຊາຊົນ ເພິ່ນກໍມີແຜນຈະເຮັດຢູ່ ແຕ່ຍັງບໍ່ທັນຮູ້ກັບແຜນເພິ່ນ. "

ທ່ານກ່າວຕື່ມວ່າ ປັດຈຸບັນ ຣັຖບານລາວ ໄດ້ພະຍາຍາມແກ້ໄຂ ບັນຫາລາຄາສິນຄ້າແພງນີ້ ຢ່າງຕໍ່ເນື່ອງ ແລະມີແຜນທີ່ຈະສົ່ງເສີມ ການຊື້-ຂາຍ ໃຫ້ປະຊາຊົນ ໃນລັກສະນະ ຈັດຕລາດຂາຍສິນຄ້າ ລາຄາຖືກຢູ່, ແຕ່ຍັງບໍ່ຮູ້ວ່າ ຈະຈັດຂຶ້ນໃນໄລຍະໃດ.

ຣັຖບານ ສປປ ລາວ ໄດ້ປິດຮ້ານແລກປ່ຽນ ເງິນຕຣາ ທີ່ເປັນຕົວແທນ ຂອງທະນາຄານທຸກແຫ່ງ ຊຶ່ງມີທັງໝົດມີ 113 ແຫ່ງ ທີ່ຂຶ້ນກັບ 6 ທະນາຄານທຸຣະກິຈ ແລະໃຫ້ປະຊາຊົນແລກປ່ຽນ ເງິນຕຣາ ໄດ້ໂດຍຕຣົງກັບທະນາຄານ ທີ່ໄດ້ຮັບອະນຸຍາດ ຈາກທາງການເທົ່ານັ້ນ.