ທາງຣົດໄຟຢຸດກໍ່ສ້າງ ສລອງ ປີໃໝ່ ຈີນ

ໄຊຍາ
2018.02.20
f-railway ຂົງເຂດ ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເມືອງໄຊ ແຂວງອຸດົມໄຊ
Citizen Journalist

ໂຄງການສ້າງທາງຣົດໄຟ ລາວ-ຈີນ ຢຸດຊົ່ວຄາວ ນັບຕັ້ງແຕ່ຕົ້ນເດືອນກຸມພາ ເປັນຕົ້ນມາ ຍ້ອນວິສວະກອນ ແລະ ຄົນງານຈີນທີ່ເຮັດວຽກ ຕາມບ່ອນເຈາະອຸມົງ ໄດ້ພາກັນກັບປະເທດ ເພື່ອໄປສລອງປີໃໝ່ ຈີນ ແລະ ຈະເດີນທາງກັບມາເຮັດວຽກ ອີກໃນທ້າຍເດືອນນີ້. ດັ່ງ ເຈົ້າໜ້າທີ່ທ້ອງຖິ່ນ ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ກຸມພາ ນີ້ວ່າ:

"ລະຍະນີ້ເຂົາເຈົ້າພັກຈຽງເຂົາພັກບໍ່ເຮັດ ເມືອເຮືອນເມືອຫາຄອບຄົວ ກະປະມານ 10 ມື້ ຂະເຈົ້າໄປກິນຈຽງແລ້ວ ກະວັນທີ 24 ຫາ 25 ພຸ້ນແຫລະ."

ເຈົ້າໜ້າທີ່ກ່າວອີກວ່າ ນອກຈາກຄົນຈີນແລ້ວ ຄົນລາວທີ່ເຮັດວຽກເປັນກັມມະກອນ ໃນໂຄງການນີ້ ກໍ່ໄດ້ຢຸດພັກວຽກ ຄືກັນ ແຕ່ລະຄົນໄດ້ ກັບໄປຢູ່ນໍາຄອບຄົວ ຊົ່ວຄາວກ່ອນທີ່ຈະກັບມາເຮັດວຽກຄືນ ໃນທ້າຍເດືອນນີ້. ສວ່ນການເຈາະອຸມົງ ຢູ່ແຂວງອຸດົມໄຊ ກໍ່ໄດ້ຢຸດເຊົາ ເຊັ່ນດຽວກັນ ເລີ້ມຕັ້ງແຕ່ວັນທີ 10 ກຸມພາ ທີ່ຜ່ານມາ ຊຶ່ງຄົນຈີນ ໄດ້ພາກັນເດີນທາງເມືອ ຈຳນວນຫຼາຍ ເຫຼືອແຕ່ພະນັກງານ ຮັກສາ ຄວາມປອດໄພ ທີ່ຍັງເຝົ້າເຄື່ອງຈັກ ເຈົ້າໜ້າທີ່ ປະຈຳເມືອງໄຊ ກ່າວວ່າ:

"ຢຸດໝົດ ທັງວຽດທັງຈີນ ບໍ່ມີໃຜເຮັດຫຍັງ ຄົນລາວ ກໍ່ບໍ່ສ່າງເຮັດຫຍັງ ກັບບ້ານໃຜບ້ານມັນໝົດເດ້ ມີ ລປພ ເຝົ້າໃດບໍ່ມີຄົນເຮັດວຽກແລ້ວ ວັນທີ 20 ປາຍເຂົາຈັ່ງກັບມາ."

ມາຮອດປັດຈຸບັນ ການສ້າງຣົດໄຟ ລາວ-ຈີນ ສຳເຣັດໄປແລ້ວ 20,3 ສວ່ນຮ້ອຍ ເຈາະອຸມົງໄປແລ້ວ 53 ແຫ່ງ ແລະສ້າງຂົວ 47 ແຫ່ງ ໂຄງການນີ້ຈະຖືກເລື່ອນ ກຳນົດໃຫ້ສຳເຣັດ ໃນວັນທີ 2 ທັນວາ 2021 ຊື່ງຈະກົງກັບ ວັນຊາດ ສປປ ລາວ ຄົບຮອບ 46 ປີ ຕາມການ ຮ້ອງຂໍຂອງ ທ່ານນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.