ຊາວບ້ານຈາກເຂື່ອນ ນໍ້າທາ1 ຍັງ ລໍາບາກ

0:00 / 0:00

ມາເຖິງປັດຈຸບັນ ປະຊາຊົນ 225 ຄອບຄົວ ໃນບ້ານຈັດສັນ ຢູ່ເຂດທາງແຮນ ເມືອງນາແລ ແຂວງຫຼວງນໍ້າທາ ຊຶ່ງໄດ້ຖືກ ໃຫ້ຍ້າຍມາຈາກ 6 ບ້ານ ຕັ້ງແຕ່ເດືອນ ມິຖຸນາ ປີ 2016 ຍ້ອນໄດ້ຮັບ ຜົລກະທົບ ຈາກການສ້າງ ເຂື່ອນນໍ້າທາ1 ນັ້ນ ຍັງບໍ່ທັນໄດ້ ຮັບການຊ່ວຍເຫລືອ ຂນະທີ່ ພວກເຂົາເຈົ້າ ຕ້ອງການ ຄວາມຊ່ວຍເຫລືອ ຫຼາຍດ້ານ ຮວມທັງນໍ້າ ແລະ ອາຫານການກິນ. ຕາມຄໍາເວົ້າຂອງ ຊາວບ້ານ ຜູ້ບໍ່ ປະສົງ ອອກຊື່ ຕໍ່ RFA ໃນວັນທີ 8 ມິນາ ນີ້:

"ຍ້າຍຕັ້ງແຕ່ ເດືອນ 6 ປີ 2016 ດຽວນີ້ ຮອດເດືອນ 3 ປີ 2017 ແລ້ວ ເຣື່ອງນ້ຳ ເຣື່ອງກິນ ກໍບໍ່ມີ ຫຍູ້ງຍາກທີ່ສຸດ ດຽວນີ້ 2 ມາໜິ ບ່ອນທຳຜລິດໜິ 3 ນີ້ບ່ອນຫັ້ນນາ ທາງເສັ້ນທາງ ສເນີອີ່ຫຍັງກໍບໍ່ຮອດ ສເນີອີ່ຫຍັງກໍບໍ່ຕອບນີ໊ ເຂົາກໍບໍ່ປັບ ບໍ່ແຕ່ງດຽວນີ້ ສເນີກໍສຸດຂີດ ແລ້ວສເນີທາງ ໂຄງການກໍສຸດ ສເນີທາງຣັຖ ຂັ້ນເທິງກໍສຸດ".

ທ່ານເວົ້າວ່າ ຄວາມຫຍຸ້ງຍາກ ທາງດ້ານນໍ້າ ແລະຂາດບ່ອນ ທໍາການຜລິດ ແລະເສັ້ນທາງນີ້ ສ້າງຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ຢູ່ ບ້ານຈັດສັນ ຊຶ່ງຜ່ານມາ ຊາວບ້ານ ກໍເຄີຍຮວມຕົວກັນ ມາແລ້ວຫຼາຍຄັ້ງ ແລະ ຂໍໃຫ້ອໍານາດ ການປົກຄອງບ້ານ ໄປ ຮຽກຮ້ອງ ໃຫ້ບໍຣິສັດ ແສງເພັດ ແລະ ບໍຣິສັດ ບຸນເພັງ ຊຶ່ງ ເປັນພາກສ່ວນ ທີ່ຮັບຜິດຊອບ ໂຄງການ ສ້າງບ້ານຈັດສັນ ໃນເຂດທາງແຮນ ນີ້ ຊ່ວຍແກ້ໄຂ ແຕ່ 2 ບໍຣິສັດ ນັ້ນ ບໍ່ເຄີຍຕອບ ສນອງຫຍັງເລີຍ ນອກຈາກ ມາແຈກເຂົ້າສານ ໃຫ້ ປະຊາຊົນ ຄົນລະ 20 ກິໂລ ແລະອາຫານແຫ້ງ ໃຫ້ຈໍານວນ ນຶ່ງເທົ່ານັ້ນ.

ສ່ວນທາງການ ກໍໄດ້ລົງມາ ໂອ້ລົມ ປະຊາຊົນ ເມື່ອທ້າຍເດືອນ ທັນວາ 2016 ແລະ ຮັບບັນຫາ ທີ່ເກີດຂຶ້ນກັບ ປະຊາຊົນໄປ ແຕ່ມາຈົນ ເຖິງປານນີ້ ກໍຍັງບໍ່ທັນ ມີຄໍາຕອບມາທື່ອ. ທ່ານເວົ້າວ່າ ນໍ້າ ກໍຕ້ອງໄດ້ຍ່າງ ໄປເອົາມາຈາກ ຫ້ວຍໃຫຍ່ ທີ່ຢູ່ໄກບ້ານ 4-5 ກິໂລແມັດ, ບ່ອນຜລິດ ກໍຢູ່ໄກຫຼາຍ ກິໂລແມັດ:

"ບ່ອນທຳຜລິດແທ້ໆ ເຮັດສວນ ກໍບໍ່ມີ ບ່ອນຈະເຮັດສວນ ເຮັດແນວນີ້ ແນວນັ້ນ ແຕ່ວ່າເຣື່ອງຜລິດ ຂອງພວກເຮົາ ໄປຜລິດ ຢູ່ບ້ານເກົ່າ ແຕ່ຜລິດບ້ານເກົ່າ ພຸ້ນກໍຄາ ຂົນເຂົ້ານີ້ແລ້ວ 2-3 ມື້ໄດ໊ ແລ້ວພວກເຮົາສເນີ ເອົາເສັ້ນທາງ ໃຫ້ເຂົາເຮັດ ເສັ້ນທາງ ໄປ ໃນ 2 ຣະດູ ພວກເຮົາ ຈະໄປຜລິດ ຢູ່ບ້ານເກົ່າ ຫຍູ້ງຍາກ ບໍ່ມີບ່ອນໄປ ບໍ່ມີເສັ້ນທາງ ໄປເລີຍເນາະ".

ທ່ານເວົ້າຕື່ມອີກວ່າ ບັນຫາ ເຫລົ່ານີ້ ຊາວບ້ານ ໄດ້ເຄີຍສເນີໃຫ້ ເຈົ້າເມືອງ ເມືອງນາແລ ຊ່ວຍເວົ້າກັບ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ທີ່ມາໂອ້ລົມ ກັບຊາວບ້ານ ເມື່ອວັນທີ 20 ທັນວາ 2016, ແຕ່ເຈົ້າເມືອງ ບໍ່ສເນີ ຊຶ່ງຊາວ ບ້ານບໍ່ຮູ້ວ່າ ຍ້ອນສາເຫດ ອັນໃດ ເພິ່ນຈຶ່ງບໍ່ ສເນີຕາມຄໍາ ຮຽກຮ້ອງ ຂອງຊາວບ້ານ.