ຢູ່ດ່ານປາງໄຮ ເມືອງສິງ ແຂວງຫລວງນໍ້າທາ ຄືດ່ານ ເຂົ້າ-ອອກ ສູ່ປະເທດຈີນ ຊຶ່ງເປັນດ່ານ ສຳຄັນ ອີກດ່ານນຶ່ງ ທີ່ມີການສົ່ງສິນຄ້າ ເຂົ້າ-ອອກ ຢ່າງຫຼວງຫຼາຍ ໃນແຕ່ລະມື້. ດ່ານດັ່ງກ່າວມີ ເຈົ້າໜ້າທີ່ຕຳຣວດ ເຈົ້າໜ້າທີ່ພາສີ ເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງ ແລະ ເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ປະຈຳຢູ່.
ການເກັບ ຄ່າທຳນຽມຕ່າງໆ ຂອງ ເຈົ້າໜ້າທີ່ ແຕ່ລະຜແນກ ແຕ່ລະຄັ້ງ ແມ່ນບໍ່ຄືກັນ ແລະ ການເກັບ ໃນແຕ່ລະຄັ້ງ ກໍບໍ່ມີ ການອອກ ໃບຮັບເງິນ ເຮັດໃຫ້ ປະຊາຊົນ ຂ້ອງໃຈ ວ່າເງິນທີ່ ເກັບໄດ້ຈາກ ການຈ່າຍ ຄ່າທຳນຽມ ແຕ່ລະຄັ້ງ ອາດ ຈະບໍ່ເຂົ້າ ງົບປະມານ ຂອງຣັຖ. ດັ່ງຄຳເວົ້າ ຂອງປະຊາຊົນ ນາງນຶ່ງ ຜູ້ທີ່ເຂົ້າອອກ ດ່ານນີ້ ເປັນປະຈຳ ຕໍ່ເອເຊັຽເສຣີ ວ່າ:
"ກໍທ່ຽວໄປມາເລື້ອຍໆ ເປັນປະຈຳ ເຣື້ອງເກັບເງິນນັ້ນ ຄ່າຜ່ານດ່ານ ແຕ່ລະຄັ້ງ ບໍ່ຄືກັນ ຜູ້ນຶ່ງ ເກັບແບບນຶ່ງ ແລະ ອີກຜູ້ນຶ່ງ ເກັບແບບນຶ່ງ ເຣື້ອງໃບບິນນັ້ນ ເກັບເງິນຄ່າຜ່ານ ແລ້ວກະແລ້ວ ບໍ່ມີໃບບິນ".
ແຕ່ເຈົ້າຫນ້າທີ່ ປະຈຳດ່ານ ທ່ານນຶ່ງ ໄດ້ກ່າວ ປະຕິເສດ ວ່າ:
"ຕຳຣວດ ຕມ ປະຈຳດ່ານນີ້ ເກັບເງິນນຳ ປະຊາຊົນ ຢາກເກັບແນວໃດ ກໍເກັບ ມັນບໍ່ແມ່ນ ແນວນັ້ນເນີ ຂັ້ນເທິງ ເພິ່ນມີຂັ້ນຕອນ ກວດກາ ມີການຄຸ້ມຄອງ ເກັບແລ້ວ ຈະເຮັດຫນັງສື ເງິນຫັ້ນກໍໄດ້ມອບໃຫ້ ຂັ້ນເທິງຄືເກົ່າ ຂັ້ນເທິງຈຶ່ງມີວິທີ ໃຫ້ເຈົ້າຫນ້າທີ່ ມີເງິນຊື້ ກ້ອງຖ່າຍຮູບ ມາຖ່າຍຮູບ ໃຫ້ ປະຊາຊົນ ມາຜ່ານດ່ານນີ້".
ຊາວບ້ານເວົ້າຢໍ້າວ່າ ການເກັບຄ່າທຳນຽມ ແຕ່ລະຄັ້ງ ຈະບໍ່ຄືກັນ ເປັນຕົ້ນສຳລັບ ວັນທັມມະດາ ບາງຄັ້ງເກັບ 10 ພັນກີບ ຕໍ໋ຄົນ ແລະ ບາງຄັ້ງ ກໍ່ເກັບ 5 ພັນກີບຕໍ່ຄົນ ວັນເສົາ ວັນອາທິດ ແມ່ນ 15 ພັນກີບຕໍ່ຄົນ. ສຳລັບ ຣົດຈັກ ຈະເກັບ 15 ພັນກີບຕໍ່ຄັນ ຣົດເກັງ ຣົດ- ກະບະ 30 ພັນກີບຕໍ່ຄັນ ຖ້າວັນພັກ ຄ່າທຳນຽມ ຈະເພີ້ມສອງເທົ່າ ສະເພາະ ຄົນລາວ ແລະສຳລັບ ຄົນຈີນ ຈະເກັບຫຼາຍກວ່າ ຄົນລາວ ແລະ ການຈ່າຍ ຄ່າທຳນຽມ ແຕ່ລະຄັ້ງ ກໍບໍ່ມີ ໃບຮັບເງິນ ພຽງແຕ່ ຈ້ຳກາໃສ່ ປື້ມຜ່ານແດນ ແລ້ວກໍເກັບ ເອົາເງິນ.
