ຊາວສວນ ທີ່ ປູກມັນຕົ້ນ ຢູ່ ແຂວງສາຣະວັນ ພາກໃຕ້ ຂອງລາວ ຮຽກຮ້ອງ ໃຫ້ທາງການ ຊ່ອເຫຼືອຍ ເລື້ອງ ຣາຄາ ມັນຕົ້ນ ຕົກຕໍ່າ, ຂໍໃຫ້ວາງ ມາຕການ ໃຫ້ຣາຄາ ຄົງທີ່ ແລະ ບໍ່ໃຫ້ຣາຄາ ຫລຸດຕ່າງ ກັນຫຼາຍ ແລະ ຂໍເພີ້ມ ຈໍານວນ ບໍຣິສັດ ທີ່ ຈະມາຮັບຊື້ ມັນຕົ້ນ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ ປະຊາຊົນ ມີຣາຍຮັບ ທີ່ ໝັ້ນຄົງ. ຕາມການ ເປີດເຜີຍ ຂອງ ປະຊາຊົນ ເມືອງ ສາຣະວັນ ແຂວງ ສາຣະວັນ ທ່ານນຶ່ງ ຕໍ່ ເອເຊັຽ ເສຣີ ໃນ ວັນທີ 25 ເມສາ ວ່າ:
"ຊ່ວຍເຫລືອແດ່ ລາຄາມັນ ນີ້ ໃຫ້ມັນ ປົກກະຕິ ແລ້ວ ກໍໃຫ້ມັນ ມີຄວາມ ຍຸຕິທັມ ແລະ ໂປ່ງໄສ ເອີ, ດຶງ ບໍຣິສັດ ໃຫ້ມາຊື້ ມັນຕົ້ນ ຢາກປູກ ເຕັມທີແລ້ວ ຄັນວ່າມີ ບໍຣິສັດ ຮອງຮັບນີ້ນະ ປະຊາຊົນ ຢາກທໍາການ ຜລິດ ທີ່ສຸດ ຢາກ ພັທນາ".
ປະຊາຊົນ ທ່ານ ນີ້ກ່າວ ຕື່ມອີກວ່າ ປັດຈຸບັນ ການຂຍາຍ ມັນຕົ້ນ ແລະ ພືດຜັກອື່ນໆ ມັນລໍາບາກ ຍ້ອນ ປະຊາຊົນ ຕ້ອງໄດ້ ເສັຽຄ່າ ຂົນສົ່ງ ໄປຂາຍເອງ ຢູ່ ຕະຫລາດ ເຂດຊາຍແດນ ລາວ-ໄທ.
ໃນຂນະທີ່ ປະຊາຊົນ ຢູ່ ເມືອງຕະໂອຍ ແຂວງ ສາຣະວັນ ອີກທ່ານນຶ່ງ ເວົ້າວ່າ ທາງການ ໄດ້ເຊົາ ຊຸກຍູ້ໃຫ້ ປະຊາຊົນ ປູກ ມັນຕົ້ນ ແລ້ວ ຫລັງຈາກ ຣາຄາ ມັນຕົ້ນ ຕົກຕໍ່າ ເຫລືຶອ ປະມານ 5,000 ກີບ ຕໍ່ 1 ກິໂລກຼັມ. ປັດຈຸບັນ ຊາວສວນ ປ່ຽນໄປ ປູກກ້ວຍ ຍ້ອນວ່າ ດິນ ບໍຣິເວນ ບ້ານ ເຂົາເຈົ້າ ມີຄວາມ ເໝາະສົມ ແຕ່ກໍຍັງມີ ຜູ້ຊື້ ຈໍານວນໜ້ອຍ ເຮັດໃຫ້ ປະຊາຊົນ ສ່ວນຫຼາຍ ບໍ່ກ້າ ລົງທຶນ, ດັ່ງ ປະຊາຊົນ ທ່ານ ນີ້ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ເຄືອນຶ່ງ 4,000 ຫາ 5,000 ກີບ ອີງຕາມ ວຽດນາມ ມາຊື້ ແຕ່ວ່າ ວຽດນາມ ມາຊື້ ມັນບໍ່, ຜູ້ນຶ່ງເຂົາຊື້ ເຂົາຊື້ ມາຫັ້ນຊ້ວງ ເຂົາຢາກກິນ ບຸນກຸດຈີນ ເຂົາ, ເຂົາມາຊື້ ບ້ານລະເຄືອ ສອງເຄືອ ເທົ່ານັ້ນ ແຫຼະ ຍັງໜ້ອຍ ຢູ່".
ປະຊາຊົນ ຢູ່ແຂວງ ສາຣະວັນ ສ່ວນຫຼາຍ ແມ່ນເຮັດນາ ແລະ ປູກພືດ ຕາມຣະດູການ ເປັນຕົ້ນ ແມ່ນ ໝາກແຕງ, ມັນຕົ້ນ ເພື່ອລ້ຽງ ຄອບຄົວ, ແລະ ຈໍານວນນຶ່ງ ກໍປູກເຂົ້າ ໂພດ ເພື່ອຂາຍໃຫ້ ບໍຣິສັດ ໄທ ທີ່ ມາຮັບຊື້.