ຫຼາຍເປົ້າໝາຍ SDGs ໃນລາວ ພົບສິ່ງທ້າທາຍ ໜັກໜ່ວງ
2024.09.03
ເປົ້າໝາຍ ຂອງການພັດທະນາ ແບບຍືນຍົງ ໃນລາວ ເພື່ອລຶບລ້າງຄວາມທຸກຍາກ ມີສິ່ງແວດລ້ອມທີ່ດີ ແລະ ຮັບປະກັນວ່າ ປະຊາຊົນທຸກຄົນ ຢູ່ທຸກສະຖານທີ່ ຈະມີຄວາມສະຫງົບສຸກ ແລະ ຄວາມຮັ່ງມີ, ແຕ່ໃນປັດຈຸບັນ ຫຼາຍເປົ້າໝາຍ ໄດ້ຮັບການພັດທະນາໄປ ຢ່າງຊັກຊ້າ, ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ ເຮັດໃຫ້ໂອກາດ ຂອງປະເທດລາວ ທີ່ຈະບັນລຸເປົ້າໝາຍ ຂອງການພັດທະນາ ແບບຍືນຍົງ ໃນປີ 2030 ນັ້ນ, ມີສິ່ງທ້າທາຍຫຼາຍ, ອີງຕາມການລາຍງານ ຂອງອົງການສະຫະປະຊາຊາດ ເມື່ອປີ 2023.
ຍົກໂຕຢ່່າງ ເປົ້າໝາຍທີ 4 ດ້ານການສຶກສາ ທີ່ມີຄຸນນະພາບ ສະເພາະເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເປັນແຂວງ ທີ່ຍັງມີຄວາມທຸກຍາກ ຫຼາຍທີ່ສຸດ ໃນລາວ ກໍພົບວ່າ ໃນໄລຍະ 2-3 ປີມານີ້, ມີເດັກນ້ອຍນັກຮຽນ ຕັ້ງແຕ່ຊັ້ນປະຖົມ ຈົນເຖິງມັດທະຍົມ ໄດ້ມີການປະລະການຮຽນ, ໂດຍສະເລ່ຍ ປະມານ 1,000 ຫາ 2,000 ພັນຄົນ ຕໍ່ປີ. ດັ່ງເຈົ້າໜ້າທີ່ ຜູ້ຮູ້ກ່ຽວກັບ ວຽກງານການສຶກສາ ໃນແຂວງຫົວພັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ສິງຫາ ນີ້ວ່າ:
“ທັງປະຖົມ ທັງມັດທະຍົມເນາະ ຕີໄປປະມານ 6-7 ພັນຄົນເນາະ. ປັດຈຸບັນນີ້ ກະມັດທະຍົມນີ້ ກະຍັງປະມານ 2 ພັນປາຍ. ປະຖົມນີ້ ກະຍັງ 3 ພັນນີ້ແຫຼະ, ກະເຫ່ຍໄປຫຼາຍເຕີບ ເນື່ອງຈາກວ່າ ບາງບ່ອນ ກະຫ່າງໄກສອກຫຼີກເນາະ. ເຂົາເຈົ້າບໍ່ມີທຶນ ສົ່ງເສີມການຮຽນ, ຫັ້ນນ່າ ແລ້ວເຂົາເຈົ້າໄປອອກແຮງງານ, ອີງຕາມເງື່ອນໄຂຕ່າງໆ ຂອງອັນຄອບຄົວ ຂອງນັກຮຽນ, ຫັ້ນເນາະ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ດ້ວຍສະພາບເສດຖະກິດ-ການເງິນ ທີ່ຕົກຕ່ຳຢ່າງໜັກ ໃນລາວ ຈຶ່ງມີນັກຮຽນຈຳນວນຫຼາຍ ປະລະການຮຽນ ຫຼືບໍ່ຮຽນຕໍ່ ໃນລະດັບສູງ ຫຼືລະດັບປະລິນຍາຕີ ເນື່ອງຈາກຜູ້ປົກຄອງ ບໍ່ມີເງິນສົ່ງໃຫ້ຮຽນຕໍ່ ຫຼືບາງຄົນ ກະຮູ້ສຶກວ່າ ຮຽນໄປແລ້ວ ກໍບໍ່ໄດ້ເຮັດວຽກ, ຈົບມາແລ້ວ ກະໄດ້ຮັບເງິນເດືອນໜ້ອຍ ບໍ່ກຸ້ມກິນ, ຫຼາຍຄົນ ຈຶ່ງອອກຈາກໂຮງຮຽນ ເພື່ອໄປຫາວຽກເຮັດດີກວ່າ.
ເຊັ່ນດຽວກັນຄູ ທ່ານໜຶ່ງ ຢູ່ໂຮງຮຽນແຫ່ງໜຶ່ງ ໃນເມືອງຊານໄຊ ແຂວງອັດຕະປື ກ່າວວ່າ ໄລຍະ 2-3 ປີມານີ້, ມີເດັກນ້ອຍນັກຮຽນ, ໂດຍສະເພາະ ລະດັບຊັ້ນມັດທະຍົມ ມີການປະລະການຮຽນ ເປັນຈຳນວນຫຼາຍ ເນື່ອງຈາກພໍ່ແມ່ ບໍ່ມີເງິນສົ່ງຮຽນ ຈຳເປັນຕ້ອງອອກ ໄປຊອກວຽກເຮັດງານທຳ ເພື່ອຊ່ອຍເຫຼືອຄອບຄົວ.
ສ່ວນພະນັກງານຄູ ໃນໂຮງຮຽນຕ່າງໆ, ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ ກະສອນໄປຕາມໜ້າທີ່ ເທົ່ານັ້ນ, ບໍ່ມີການດຶງດູດຈິດໃຈ ເພື່ອເຮັດໃຫ້ນັກຮຽນ ຫັນມາສົນໃຈ ໃນການຮຽນ ເພື່ອອະນາຄົດ ຂອງຕົວເອງ ແລະ ຄອບຄົວ. ດັ່ງຄູສອນທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຂົ້າເບິ່ງຢູ່ຫ້ອງການສຶກສາ ເຂົາວ່າ ການປະລະການຮຽນສູງ, ບໍ່ເຂົ້າຮຽນ ກະສູງ. ຄວາມຈິງແທ້ ຄັນວ່າມີການສົ່ງເສີມ ໃຫ້ນັກຮຽນ ເຂົາຈະເຂົ້າຮຽນຫຼາຍ. ອັນນີ້ເຂົາໄປນຳເສດຖະກິດ ແລະ ພໍ່ແມ່ເຂົາທຸກຍາກ ເຂົາໄປຕາມນັ້ນ. ຫຼາຍໆປັດຈັຍນ່າ, ສະໄໝນີ້ນ່າ.”
ຊາວລາວນາງໜຶ່ງ ໃນແຂວງຊຽງຂວາງ ມີລູກຊາຍພວມຈົບຊັ້ນ ມ.7 ກ່າວວ່າ ຕາມການສັງເກດ ກໍເຫັນວ່າ ມີເດັກນ້ອຍນັກຮຽນ ຈຳນວນຫຼາຍ ພາກັນປະລະການຮຽນ ຫຼືບາງຄົນ ກະບໍ່ສົນໃຈ ທີ່ຈະຮຽນຕໍ່ ໃນລະດັບສູງຂຶ້ນ ເນື່ອງຈາກບາງຄອບຄົວ ກະບໍ່ມີເງິນສົ່ງຮຽນ ຈຳເປັນປ່ອຍໃຫ້ລູກຕົວເອງ ອອກໄປຫາວຽກເຮັດງານທຳ ຢູ່ຕ່າງບ້ານ ແລະ ຕ່າງປະເທດ. ດັ່ງຊາວລາວນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ, ສ່ວນຫຼາຍແລ້ວ ກະເຂົາເຈົ້າອອກໄປນ່າ ອອກໄປເຮັດອັນອື່ນນ່າ. ຢູ່ລຽບຝັ່ງ ເຂົາເຈົ້າກະໄປຫາເງິນຢູ່ໄທ ຢູ່ເກົາຫຼີ (ໃຕ້) ພຸ້ນ, ຮຽນຈົບມາ ເຮັດການ ມັນກະບໍ່ກຸ້ມກິນ. ລູກຊາຍຫຼ້າແມ່ ກະຈົບ ມ.7 ປີນີ້ແຫຼະ ຈັກຊິເຮັດຫຍັງ. ເຂົາເຈົ້າທໍ້ຫຼາຍ, ແຕ່ກີ້ຈົບ ມ.7 ແລ້ວ ແຂ່ງຂັນກັນວ່າ ຊິໄປຮຽນຫຍັງ? ຍາມນີ້, ຖາມວ່າເປັນຫຍັງບໍ່ໄປຮຽນ ເຂົາເຈົ້າວ່າ ໄປຮຽນຫຍັງ, ຮຽນມາກະບໍ່ກຸ້ມກິນ.”
ຂະນະທີ່ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ລາຍງານ ເມື່ອປີ 2023 ທີ່ຜ່ານມາວ່າ ອັດຕາລວມ ການເຂົ້າຮຽນໃໝ່ ມ.4, ນັກຮຽນທີ່ຮຽນຈົບ ຊັ້ນມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ ໃນສາຍອະຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ, ການຊຸກຍູ້ ແລະ ສົ່ງເສີມ ການຄົ້ນຄວ້າວິທະຍາສາດ ຍັງເປັນສິ່ງທ້າທາຍ ສຳລັບວຽກງານການສຶກສາ.
ການຂາດແຄນຄູສອນ ເພີ່ມຂຶ້ນ, ເຊິ່ງສາເຫດຫຼັກ ມາຈາກຈຳນວນໂຄຕ້າ ທີ່ລັດຖະບານ ສະໜອງໃຫ້ ຂະແໜງການສຶກສາ ຫຼຸດລົງ, ຈຳນວນຄູ ທີ່ສູນເສຍ ໃນແຕ່ລະຮູບແບບ ແມ່ນມີຫຼາຍ ເຊັ່ນ ຄວາມຕ້ອງການຄູ ທີ່ມີຄວາມຈຳເປັນ ນອກຈາກຄູອາສາສະໝັກ ໃນທົ່ວປະເທດ ມີທັງໝົດ 2,778 ຄົນ ຂະນະທີ່ ມີຄູອາສາສະໝັກ ທັງໝົດ 5,330 ຄົນ, ອີງຕາມການລາຍງານ ຂອງກະຊວງສຶກສາທິການ ແລະ ກິລາ ເມື່ອເດືອນພະຈິກ ປີ 2023. ນອກຈາກນີ້, ໃນສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ຄ່າຄອງຊີບສູງຂຶ້ນ ກໍມີຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງຄູ ບວກກັບສະພາບແວດລ້ອມ ຂອງການເຮັດວຽກ ຂອງຄູ ຢູ່ບາງບ່ອນ ກໍຖືເປັນສິ່ງໜຶ່ງ ທີ່ຂາດສິ່ງຈູງໃຈ ໃຫ້ຄູສອນຕໍ່.
ຫຼ້າສຸດນີ້, ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ກໍໄດ້ກ່າວ ໃນໂອກາດເປີດສົກຮຽນໃໝ່ 2024-2025 ໃນວັນທີ 2 ກັນຍາ ນີ້ວ່າ ລັດຖະບານ ຈະສືບຕໍ່ເອົາໃຈໃສ່ ແກ້ໄຂບັນຫາ ດ້ານການສຶກສາ, ໂດຍສະເພາະ ການປະລະການຮຽນ ແລະ ການຂາດຄູສອນ.
“ໃນສົກປີ 2024-2025 ນີ້, ບັນດາສິ່ງທ້າທາຍ ຫຼືອຸປະສັກ ຫຼາຍຢ່າງ ຍັງຈະສືບຕໍ່ ທົດສອບພວກເຮົາ ໃນການພັດທະນາ ການສຶກສາ. ສະນັ້ນ, ເພື່ອຮັບປະກັນ ໃຫ້ແກ່ການຮຽນ-ການສອນ ດຳເນີນໄປ ຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບ ຂັ້ນພື້ນຖານ, ພວກເຮົາຈະໄດ້ສືບຕໍ່ ວຽກຈຸດສຸມ ຈຳນວນໜຶ່ງ ເປັນຕົ້ນ ການເພີ່ມອັດຕາການເຂົ້າຮຽນ ໃນແຕ່ລະທ້ອງຖິ່ນ, ແກ້ໄຂການປະລະການຮຽນ, ການຂາດຄູສອນ ແລະ ການເຂົ້າຮຽນ ໃນສາຍອະຊີວະ ແລະ ການສຶກສາຊັ້ນສູງ.”
ນອກຈາກນີ້, ການພັດທະນາ ແບບຍືນຍົງ ໃນເປົ້າໝາຍທີ 6 ຄືການມີນ້ຳສະອາດ ແລະ ສຸຂະອະນາໄມ ໃນຫຼາຍເຂດ ຂອງປະເທດລາວ, ໂດຍສະເພາະ ບັນດາບ້ານ ທີ່ບໍ່ໄດ້ຢູ່ ໃນເຂດເທດສະບານແຂວງ ແລະ ເທດສະບານເມືອງ ຈະຍັງບໍ່ມີນ້ຳສະອາດ ແລະ ສຸຂະອະນາໄມ ທີ່ດີປານໃດ, ເຊິ່ງມີບາງເຂດ ທີ່ແຫຼ່ງນ້ຳ ຕາມທຳມະຊາດ ມີການເຈືອປົນ ຂອງສານເຄມີ ຈາກອຸດສາຫະກຳ ປຸງແຕ່ງແຮ່ທາດ, ຟາມລ້ຽງສັດ, ການປູກພືດ ແລະ ການປູກໄມ້ເສດຖະກິດ. ດັ່ງເຈົ້າໜ້າທີ່ ໂຄງການນ້ຳສະອາດ ໃນແຂວງສາລະວັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ສິງຫາ ນີ້ວ່າ:
“ນ້ຳສະອາດ ຢາກມີໜ້ອຍ, ຍັງໃຊ້ນ້ຳປະຖົມປະຖານຢູ່ໄດ໋ ເພາະວ່າ ແຖວນີ້ຫັ້ນ ສ່ວນຫຼາຍ ມັນຢາກເປັນບໍລິສັດປູກນັ້ນ ປູກນີ້ ມັນກະໃຊ້ຢາ, ຫັ້ນນ່າ ໃຊ້ຢາຂ້າຫຍ້າ.”
ທາງດ້ານເຈົ້າໜ້າທີ່ ອົງການ UNICEF ປະຈຳປະເທດລາວ ກ່າວວ່າ ຫຼາຍປີມານີ້ ການເຂົ້າເຖິງ ລະບົບສາທາລະນະສຸກ ຂອງປະຊາຊົນລາວ ໃນທົ່ວປະເທດ ຖືວ່າມີຄວາມກ້າວໜ້າ ຫຼາຍສົມຄວນ, ໂດຍທົ່ວປະເທດລາວ ມີສະຖານທີ່ບໍລິການ ດ້ານສາທາລະນະສຸກ ທັງຂະໜາດໃຫຍ່ ແລະ ຂະໜາດນ້ອຍ ປະມານ 1,200 ປາຍແຫ່ງ.
ຂະນະທີ່ຊາວໜຸ່ມລາວ ອາຍຸປະມານ 15 ປີຂຶ້ນໄປ ເຂົ້າມາໃຊ້ສະຖານທີ່ ບໍລິການສາທາລະນະສຸກ ເພື່ອປຶກສາ ເລື້ອງສຸຂະພາບຈະເລີນພັນ, ວິທີການວາງແຜນຄອບຄົວ, ບັນຫາຊີວິດ ແລະ ຄອບຄົວ ແລະ ຄວາມສ່ຽງ ຈາກການຕິດເຊື້ອ HIV ໂດຍສະເລ່ຍ 6,000-7,000 ຄົນຕໍ່ປີ. ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມາຮອດປັດຈຸບັນ, ກະຖືວ່າ ຜູ້ເຂົ້າມາຮັບການບໍລິການ ແມ່ນເພີ່ມຂຶ້ນທຸກປີ. ເລື້ອງພະຍາດຕິດຕໍ່ ທາງເພດສຳພັນ ແລ້ວກະເລື້ອງ ວິທີການວາງແຜນຄອບຄົວ ແລ້ວກະບັນຫາອື່ນໆ. ເຂົາເຈົ້າກະເຂົ້າເຖິງ ສະຖານທີ່ບໍລິການ ກະຖືວ່າຫຼາຍ ໃນປັດຈຸບັນ. (ຂໍ້ຫຍຸ້ງຍາກ) ພວກເຮົາກະມີຄວາມຮູ້ຈຳກັດຢູ່, ໃນອະນາຄົດ ກະຄຶດວ່າ ເຮົາຊິພັດທະນາທີມງານ ໃຫ້ມັນເຂັ້ມແຂງ ເພື່ອວ່າ ຮັບໃຊ້ໃຫ້ແກ່ຊາຍໜຸ່ມ ໃນອະນາຄົດຫັ້ນ.”
ກ່ຽວກັບເປົ້າໝາຍ ການພັດທະນາ ແບບຍືນຍົງ ປີ 2030 ຂອງປະເທດລາວນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ໄດ້ກ່າວໃນກອງປະຊຸມ ເວທີການເມືອງລະດັບສູງ ດ້ານການພັດທະນາ ທີ່ຍືນຍົງ ໃນນະຄອນນິວຢ໋ອກ ປະເທດສະຫະຣັຖອາເມຣິກາ ໃນມື້ວັນທີ 15 ເດືອນກໍລະກົດ ປີ 2024 ທີ່ຜ່ານມາວ່າ ມີຫຼາຍເປົ້າໝາຍ ທີ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ຈົນສາມາດເຫັນປະສິດທິຜົນ ໄດ້ ຢ່າງຈະແຈ້ງ, ແຕ່ກະຍັງມີຫຼາຍເປົ້າໝາຍ ເຊັ່ນດຽວກັນ ທີ່ລັດຖະບານລາວ ຍັງບໍ່ສາມາດພັດທະນາ ໃຫ້ເກີດປະສິດທິຜົນ ແລະ ປະສິດທິພາບ ໄດ້ ຢ່າງເປັນຮູບປະທຳ.
ທ່ານວ່າ: “ພວກເຮົາມີເປົ້າໝາຍ ການພັດທະນາ ແບບຍືນຍົງ ທີ່ກຳລັງດຳເນີນການ ຕາມແຜນການ, ມີເປົ້າໝາຍ ການພັດທະນາ ແບບຍືນຍົງ ທີ່ບໍ່ມີຄວາມຄືບໜ້າ ແລະ ບາງເປົ້າໝາຍ ກໍຂາດຕົວວັດແທກ ຫຼືຂາດຂໍ້ມູນ. ດັ່ງນັ້ນແລ້ວ, ລັດຖະບານລາວ ພວມພະຍາຍາມ ຈັດລຽງລຳດັບຄວາມສຳຄັນ ຂອງເປົ້າໝາຍ ການພັດທະນາ ແບບຍືນຍົງ ທີ່ບໍ່ເປັນໄປຕາມແຜນການ. ເປົ້າໝາຍ ການພັດທະນາ ແບບຍືນຍົງ ເປົ້າໝາຍທີ 12, 13, 8, 3 ແລະ 7 ແມ່ນຍັງບໍ່ເປັນໄປຕາມແຜນ.”
ນອກຈາກນີ້, ປະເທດລາວ ຍັງມີເປົ້າໝາຍທີ 18 ຄືບັນຫາ ລະເບີດບໍ່ທັນແຕກ ໃນປາງສົງຄາມຫວຽດນາມ ທີ່ລັດຖະບານລາວ ຈະຕ້ອງໄດ້ເກັບກູ້ ໃຫ້ໝົດໄປ ເນື່ອງຈາກບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ ມີຫຼາຍກວ່າ 270 ລ້ານໜ່ວຍ ທີ່ໄດ້ຫວ່ານລົງ ໃສ່ຜືນແຜ່ນດິນລາວ ໃນລະຫວ່າງປີ 1964-1973. ປັດຈຸບັນ, ຄາດຄະເນວ່າ ຍັງອີກ 30% ຫຼືປະມານ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກ. ສະບາຍດີ.