ຊາວວຽດນາມຫລັ່ງເຂົ້າ ອັດຕະປື

ນັກລົງທຶນ ຊາວວຽດນາມ ພາກັນຫລັ່ງ ໄປເປີດ ກິຈການ ຢູ່ເຂດ ອຸດສະຫະກັມ ຫລັກ 18 ແຂວງ ອັດຕະປື.

0:00 / 0:00

ເຈົ້າໜ້າທີ່ ແຂວງອັຕະປື ທ່ານນື່ງ ບອກກັບ ເອເຊັຽເສຣີ ເມື່ອວັນທີ່ 14 ມົກກະຣາ ນີ້ວ່າ ປັດຈຸບັນນີ້ ມີນັກລົງທຶນ ຊາວວຽດນາມ ເຂົ້າໄປລົງທຶນ ຢູ່ໃນເຂດ ອຸດສະຫະກັມ ຫລັກ 18 ແຂວງ ອັດຕະປື ພາຍຫລັງທີ່ ທາງແຂວງ ໄດ້ບຸກເບີກ ພື້ນທີ່ໃຫ້:

"ດຽວນີ້ ມັນກໍມີຫລາຍ ບໍຣິສັດ ເຂົ້າໄປລົງທຶນແລ້ວ ຢູ່ຫັ້ນເນາະ ສ່ວນຫລາຍ ລົງທືນເອງ ຣັດມີແຕ່ຈັດສັນ ພື້ນທີ່ໃຫ້ ເຣື້ອງອື່ນໆ ລະແມ່ນວ່າ ບໍຣິສັດ ເປັນຜູ້ເຮັດເອງ ບຸກເບີກອີ່ຫຍັງ ສໍາຣວດເອງ ໝົດເນາະ".

ເຈົ້າໜ້າທີ່່ ບໍ່ສາມາດ ໃຫ້ຣາຍລະອຽດ ວ່າມີຈັກ ບໍຣິສັດ ທີ່ໄປລົງທຶນແລ້ວ ແລະ ລົງທຶນດ້ານໃດແດ່. ທ່ານວ່າ ຍັງມີພື້ນທີ່ ເຫລືອຢູ່ ຈໍານວນນື່ງທີ່ ບໍ່ທັນມີໃຜ ມາຈັບຈອງ ແລະ ໃນອະນາຄົດນັ້ນ ຄາດວ່າ ຈະຫຍາຍພື້ນທີ່ ໃຫ້ກວ້າງອອກ ເລື້ອຍໆ ເພື່ອເຮັດເປັນເຂດ ອຸດສະຫະກັມ ຂນາດໃຫ່ຽ ຂອງແຂວງ. ທ່ານບໍ່ໄດ້ໃຫ້ ຣາຍລະອຽດວ່າ ພື້ນທີ່ ອຸດສະຫະກໍັມ ຫລັກ 18 ນີ້ ກວມເອົາດິນ ຂອງ ປະຊາຊົນຫລືບໍ່. ນອກຈາກເຂດ ຫລັກ 18 ນີ້ແລ້ວ ຍັງມີເຂດ ອຸດສະຫະກັມ ດ່ານພູເກື້ອ ຕິດກັບຊາຍແດນ ວຽດນາມ. ເຂດອຸດສະຫະກັມ ນີ້ຫາກໍບຸກເບີກ ແຕ່ກໍມີ ນັກລົງທຶນ ວຽດນາມ ໄປຈັບຈອງໄວ້ ຫລາຍແລ້ວ.

ຕາມປົກກະຕິ ເຂດອຸດສະຫະກັມ ພິເສດ ບ່ອນໃດກໍດີ ຕ້ອງມີນັກພັທນາ ວາງໂຄງຮ່າງໄວ້ ກ່ອນຈະອະນຸຍາດ ໃຫ້ນັກລົງທຶນ ເຂົ້າໄປຕັ້ງ ໂຮງຈັກໂຮງງານ ຢ່າງເປັນຣະບົບ ແຕ່ກໍຣະນີ ດັ່ງກ່າວນີ້ ທາງແຂວງ ມີແຕ່ຈັດສັນ ພື້ນທີ່ໃຫ້ ເຂົ້າໄປ ຈັບຈອງຊື່ໆ ສ່ວນເຫລືອແມ່ນ ເຮັດເອົາເອງ ອັນເຮັດໃຫ້ ຫລາຍຄົນ ເຂົ້າໃຈວ່າ ຄົງບໍ່ແມ່ນເຂດ ອຸດສະຫະກັມ ອາຈເປັນ ບ່ອນຢູ່ອາສັຍ ແລະ ບ່ອນຄ້າຂາຍ ຂອງ ຊາວວຽດນາມ ຊື່ໆ.