24 ຄອບຄົວຍົກຍ້າຍໃຫ້ຈີນ ຂຸດຄໍາ

ສຸພັດຕາ
2020.11.18
F-Pakbeng ພາບແຜນທີ່ ເມືອງປາກແບງ ແຂວງອຸດົມໄຊ ຕຽມຍ້າຍປະຊາຊົນບ້ານຕອງ 24 ຄອບຄົວ ໃຫ້ບໍຣິສັດຈີນ ສັມປະທານດິນຂຸດຄົ້ນຄໍາ.
Google Earth

ຊາວບ້ານ ເກືອບ 100 ຄອບຄົວ ໃນ 3 ບ້ານ ຢູ່ ເມືອງປາກແບງ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນ ແລະປຸງແຕ່ງ ແຮ່ຄໍາ ຂອງບໍຣິສັດຈີນ ຮຽກຮ້ອງໃຫ້ທາງການລົງຕິດຕາມກວດກາ ທຸກຂັ້ນຕອນ ຂອງການໂຍກຍ້າຍ ແລະ ການຊົດເຊີຍຕ່າງໆຍ້ອນເຫັນ ວ່າການຊົດເຊີຍຕ່າງໆນັ້ນ ບໍ່ຍຸຕິທັມ ຕໍ່ຊາວບ້ານປານໃດ, ດັ່ງຊາວບ້ານຄົນນຶ່ງ ທີ່ໄດ້ຮັບຜົລກະທົບ ແລະ ຖືກໂຍກຍ້າຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ພຶສຈິກາ ນີ້ວ່າ:

“ຢູ່ກະແຈກກະຈາຍດຽວນີ້ ເພິ່ນຖືກບ່ອນເຂົາຂຸດຄົ້ນ ຈະໄດ້ຍ້າຍມາຫັ້ນ ມາຈັດສັນ ມາສົມທົບກັນຢູ່ພີ້ຢູ່ບ້ານໃຫຍ່ ດຽວນີ້ຕາມເຂົາວ່າເພິ່ນ ຊິໃຫ້ເຮັກຕ່າຣ໌ນຶ່ງຕໍ່ຄອບຄົວ ບໍ່ພໍເດີ້ ໂອ້ບໍ່ກຸຸ້ມແຫຼະ, ຣະດັບ 5 ແສນ ບາດຂຶ້ນໄປ 2-3 ແສນ ບໍ່ກຸ້ມແຫຼະ.”

ຊາວບ້ານຜູ້ນີ້ເວົ້າວ່າ ບໍຣິສັດຈີນ ໄດ້ສ້າງເຮືອນສູງ 2 ຊັ້ນ ໃຫ້ກັບຊາວບ້ານ 24 ຄອບຄົວ ຄື: ຊາວບ້ານ ບ້ານຕອງ ເຊິ່ງຢູ່ບໍ່ໄກຈາກບ້ານ ເດີມ ສ່ວນບ້ານພູຊ້າງ ແລະບ້ານຈອມສ້າງນໍ້າເຢັນ ບໍ່ໄດ້ໂຍກຍ້າຍ, ແຕ່ໄດ້ຮັບຜົລກະທົບ ຍ້ອນວ່າ ດິນໄຮ່ ຂອງຊາວບ້ານ ຖືກໂຄງການ ກວມເອົາ ປະມານ 30 ເຮັກຕ່າຣ໌ ຫາກໄດ້ຮັບການຊົດເຊີຍ ທີ່ບໍ່ເປັນທັມ ທັງເຣື່ອງດິນ ແລະເງິນ ກໍອາຈເຮັດໃຫ້ຊາວບ້ານ ຍິ່ງທຸກຍາກ ລົງຕື່ມ ຍ້ອນບໍ່ກຸ້ມຢູ່ກຸ້ມກິນ ຄືແຕ່ເກົ່າ.

ຊາວບ້ານອີກຄົນນຶ່ງ ທີ່ໄດ້ຮັບຜົລກະທົບ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບໍ່ມີຊາວບ້ານຄົນໃດ ສາມາດຄັດຄ້ານໂຄງການ ດັ່ງກ່າວໄດ້ ທັ້ງໆທີ່ມີບັນຫາ ເຣື່ອງຜົລກະທົບ ສິ່ງແວດລ້ອມ ແລະສັງຄົມ ຢ່າງໜັກໜ່ວງ, ແຕ່ທາງການລາວ ກໍຍອມອະນຸຍາດໃຫ້ ບໍຣິສັດຈີນ ເຂົ້າມາທໍາລາຍແຫຼ່ງ ທໍາມາຫາກິນຂອງຊາວບ້ານ ໂດຍບໍ່ຄໍານືງເຖິງຜົລກະທົບ ຕ່າງໆ ທີ່ມັນເກີດຂຶ້ນ:

“ຂະເຈົ້າກະເປີດໜ້າດິນໝົດ ເບິ່ງນໍ້ານະບໍ່ເປັນຕາເອົາເລີຍ ນໍ້າເປັນສີຂຽວໝົດ ຢາກຄືທະເລນິ່ ຈົກໄປ ຈົກໄປ ບ່ອນຂະເຈົ້າຊິເອົານະ ເກືອບ ຊິໝົດນາບ່ອນທໍາການຜລິດ ຂອງປະຊາຊົນຫັ່ນນ່າ, ບອກວ່າຄົນຈີນ ເຂົ້າມາສົ່ງເສີມໃຫ້ລາວ ເຮົາມີອາຊີບ ບໍ່ແມ່ນອັນນີ້ຫະ ເຂົ້າມາທໍາລາຍ ຈັກຊິເປັນຂ້ອຍເປັນຫຍັງ ກະບໍ່ຮູ້ເທື່ອ.”

ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງປາກແບງ ແຂວງອຸດົມໄຊ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ດຽວນີ້ ກໍາລັງເລັ່ງກໍ່ສ້າງເຮືອນຈັດສັນ ໃຫ້ຊາວບ້ານ ບ້ານຕອງ ຈໍານວນ 24 ຄອບຄົວ ແລະໂຄງຮ່າງພື້ນຖານຕ່າງໆ ໃຫ້ສໍາເຣັດ ທັນໄລຍະ ບຸນປີໃໝ່ລາວ ຫຼື ເດືອນເມສາ ປີໜ້າ ສ່ວນຊາວບ້ານອີກ 2 ບ້ານ ບໍ່ໄດ້ໂຍກຍ້າຍ:

“ກໍາລັງຕັ້ງປຸກເຮືອນໃຫ້ຢູ່ 24 ຄອບຄົວ ຄັນວ່າສໍາເຣັດແລ້ວ ກະນໍ້າປະປາ ໄຟຟ້າ ເຂົ້າແລ້ວກະໂຍກຍ້າຍ ແຜນເພິ່ນວ່າ ຊິໃຫ້ທັນສົງການ, ແມ່ນແຫຼະ ມີແຕ່ບ້ານຕອງ ບ້ານອື່ນໆທີ່ວ່າມີ ຜົລກະທົບຈໍານວນນຶ່ງ ຂະເຂົ້າຈະເຂົ້າໄປບູຣະນະ ໄປປົວແປງ ສ່ວນຫຼາຍ ກໍຈະຊ່ວຍທາງ ດ້ານພື້ນຖານໂຄງລ່າງ ເປັນໂຮງຮຽນ ເປັນນໍ້າປະປາ ເປັນສຸຂສາລາ.”

ທ່ານກ່າວຕື່ມວ່າ ງົບປະມານ ໃນການກໍ່ສ້າງເຮືອນຈັດສັນ ໃຫ້ກັບຊາວບ້ານ 24 ຄອບຄົວ ແລະ ພື້ນຖານໂຄງຮ່າງຕ່າງໆໃຫ້ກັບ 3 ບ້ານ ມີມູນຄ່າຮວມທັງໝົດ ປະມານ 15 ຕື້ກີບ ໂດຍແມ່ນເງິນຂອງ ບໍຣິສັດ ຈີນ ທັງໝົດ.

ເຣື່ອງການຊົດເຊີຍຕ່າງໆ ທັງດິນແລະເງິນ ຍັງບໍ່ທັນໄດ້ສລຸບເທື່ອວ່າ ຈະແບ່ງຈ່າຍໃຫ້ຄອບຄົວລະເທົ່າໃດ ເພາະກໍາລັງ ເກັບກໍາຂໍ້ມູນ ເພີ້ມຕື່ມ, ແຕ່ການຊົດເຊີຍຕ່າງໆ ທາງການ ແຂວງອຸດົມໄຊ ແລະ ບໍຣິສັດ ຈີນ ຈະເປັນຜູ້ດໍາເນີນການ ຄາດວ່າ ຈະຊົດເຊີຍພ້ອມກັບ ການໂຍກຍ້າຍ ໄປຢູ່ເຮືອນຈັດສັນໃນປີໜ້າ.

ຂນະທີ່ ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງອຸດົມໄຊ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ໂຄງການ ດັ່ງກ່າວ ແມ່ນເປັນການລົງທຶນ ຂອງບໍຣິສັດ ລາວຊິນຫຼົງ ອຸດສາຫະກັມບໍ່ແຮ່ຈໍາກັດ ຂອງຄົນຈີນ ທີ່ເຂົ້າມາສໍາຣວດໄວ້ ແຕ່ປີ 2016 ແລ້ວປັດຈຸບັນ ກໍາລັງເຂົ້າສູ່ໄລຍະ ການຂຸດຄົ້ນ:

“ໃນເບື້ອງຕົ້ນເພິ່ນມາ ແມ່ນບໍຣິສັດຕ່າງປະເທດເນາະ ມາສຶກສາສໍາຣວດຫັ້ນນ່າ ຫຼັງຈາກສຶກສາຄວາມເປັນໄປໄດ້ ເພິ່ນຂໍອະນຸຍາດຂຸດຄົ້ນ ເພິ່ນຕ້ອງ ໄດ້ສ້າງຕັ້ງ ບໍຣິສັດຢູ່ ສປປລາວ ຕາມກົດໝາຍ ສປປລາວ ພີ້ ດຽວນີ້ ກ້າວເຂົ້າສູ່ໄລຍະຂຸດຄົ້ນແລ້ວ.”

ທ່ານກ່າວອີກວ່າ ການຂຸດຄົ້ນແຮ່ຄໍາ ຂອງບໍຣິສັດຈີນ ແຫ່ງນີ້ ເປັນການຂຸດຄົ້ນ ແລະປຸງແຕ່ງໃນປະເທດລາວທັງໝົດ ເນື່ອງຈາກ ຣັຖບານ ລາວ ຮ່ວມທຶນ 51% ແລະ ບໍຣິສັດຈີນ 49% ເຊິ່ງຈະປຸງແຕ່ງເປັນ ຄໍາແທ່ງ, ສາຍຄໍ, ສາຍແຂນ, ແຫວນ ແລະ ຜລິຕພັນອື່ນໆຕາມ ຄວາມເໝາະສົມ ຂອງບໍຣິສັດ ສ່ວນຕລາດໃນການສົ່ງອອກ ຜລິຕພັນຄໍານັ້ນ ສ່ວນໃຫຍ່ຈະສົ່ງໄປຈີນ ແລະ ອີກຈໍານວນນຶ່ງ ຈະຂາຍພາຍ ໃນປະເທດ.

ໃນຂນະດຽວກັນ ເຈົ້າໜ້າທີ່ ວິຊາການ ຈາກຜແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ທ່ານນຶ່ງ ທີ່ບໍ່ສົງບອກຊື່ ແລະ ຕໍາແໜ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເນື້ອທີ່ການຂຸດຄົ້ນແຮ່ຄໍາແຫ່ງນີ້ ອາຈກວ້າງໃຫຍ່ ຫຼາຍພັນເຮັກຕ່າຣ໌ ຫຼື ທຽບເທົ່າກັບ ບໍ່ຄໍາພູເບັ້ຍ ໃນແຂວງໄຊສົມບູນ, ດັ່ງທ່ານກ່າວວ່າ:

“ໂຄງການຂຸດຄົ້ນຄໍາ ຢູ່ປາກແບງນີ້ ໃຫຍ່ 70 ປາຍກິໂລແມັດ ມົນທົນ ນີ້ໃດ໋ 1 ກິໂລແມັດມົນທົນ ເທົ່າກັບ 100 ເຮັກຕ່າຣ໌ ໃຫຍ່ກວ່າ ພູເບັ້ຍພຸ້ນນະ ເນື້ອທີ່ຢາກຊໍ່າໆພຸ້ນແຫຼະ.”

ໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາດັ່ງກ່າວນີ້ ແມ່ນໄດ້ຮັບອະນຸຍາດ ຈາກຣັຖບານລາວໂດຍກົງ ໃຫ້ເຂົ້າມາຂຸດຄົ້ນແຮ່ຄໍາ ເປັນໄລຍະ ເວລາ 12 ປີ ຄື ຣະຫວ່າງປີ 2016-2028 ເຊິ່ງຣັຖບານລາວ ບໍ່ໄດ້ເປີດເຜີຍວ່າ ມີເນື້ອທີ່ ໃນການຂຸດຄົ້ນໜ້ອຍຫຼາຍ ຈັກເຮັກຕ່າຣ໌ ແລະ ເງິນລົງທຶນເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.