ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ໃນມື້ວັນທີ 29 ພະຈິກ ທີ່ຜ່ານມາ, ຫ້າມບໍ່ໃຫ້ສູນການຄ້າ, ຊຸບເປີ້ມາເກັດ, ຮ້ານສະດວກຊື້ ຕະຫຼອດເຖິງຊາວຄ້າຂາຍ ກັກຕຸນສິນຄ້າ ແລະ ສວຍໂອກາດ ຂຶ້ນລາຄາສິນຄ້າ ຕາມລໍາພັງໃຈ ໃນໄລຍະແຕ່ນີ້ ຮອດໄລຍະບຸນປີໃໝ່ສາກົນ 2025 ແລະ ບຸນປີໃໝ່ຈີນ ແລະ ຫວຽດນາມ.
ແຕ່ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ຈໍານວນໜຶ່ງ ເຊື່ອວ່າ ທາງການນະຄອນຫຼວງວຽງຈັນ ຍັງຈະບໍ່ສາມາດ ຄຸມລາຄາສິນຄ້າ ຢູ່ຕາມທ້ອງຕະຫຼາດ ໃນນະຄອນຫຼວງ ແຕ່ນີ້ໄປ ເຖິງໄລຍະບຸນປີໃໝ່ສາກົນ ປີ 2025 ໄດ້, ຮວມໄປເຖິງ ບຸນປີໃໝ່ຈີນ ແລະ ຫວຽດນາມ ທີ່ລາຄາເຄື່ອງຂອງ ຈະແພງຂຶ້ນຫຼາຍ. ດັ່ງແມ່ຍິງ ຢູ່ເມືອງສີສັດຕະນາກ ນາງໜຶ່ງ ທີ່ໄປຊື້ອາຫານການກິນ ຢູ່ຕະຫຼາດທຸກມື້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ທັນວາ 2024 ນີ້ວ່າ:
“ແມ່ຢ້າວ ແມ່ເຮືອນທຸກຄົນ ກໍຕ້ອງໄປຕະຫຼາດ ປົກກະຕິຢູ່ແລ້ວເນາະ, ອັນນີ້ ມັນຈະເຫັນຄວາມແຕກຕ່າງກັນ, ຄືຜັກຫອມປ້ອມ ໂລໜຶ່ງ 10 ພັນ. ສົມມຸດ ຊ່ວງເທດສະການ ເຮົາໄປຊື້ເຂົາ ຈະໂລລະ 20 ຫຼື 25 ຫາ 30 ເຂົາເຈົ້າຂຶ້ນໄປທົບເຄິ່ງ. ແລ້ວຊີ້ນນີ້, ອາດຈະຂຶ້ນ, ເປັນໄກ່, ເປັດ ຈັ່ງຊີ້ ອາດຈະຂຶ້ນ. ບາງເທື່ອ ເຮົາຊື້ເປັນກະຕ່າມາຈັ່ງຊີ້, ເຂົາອາດຈະເອົາ ໂຕໃກ້ຈະໝົດອາຍຸມາ, ເປັນຮ້ານຄົນຫວຽດ. ເອື້ອຍເຄີຍຖືກສອງເທື່ອ ເອື້ອຍກໍເລີຍປ່ຽນ ມາຫໍ່ເອົາເອງ.”

ພວກແມ່ຄ້າ ພວມຂາຍຊີ້ນໝູ ແລະ ຊີ້ນງົວ ທີ່ຕະຫຼາດສົດ ແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ . (TS) ເດືອນກໍລະກົດ 2024 Credit photos: (RFA)
ແລະ ຊາວໜຸ່ມ ຢູ່ເມືອງຈັນທະບູລີ ຜູ້ໜຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ໃນໄລຍະ ເທດສະການສໍາຄັນໆ ຊາວຄ້າຂາຍ ທີ່ມີຮ້ານຜະລິດ ກະຕ່າຂອງຂວັນ ຈະຕິດແຕ່ປ້າຍລາຄາ ກະຕ່າເທົ່ານັ້ນ, ບໍ່ໄດ້ຂຽນທີ່ຢູ່ ແລະ ເບີໂທລະສັບ ຂອງຮ້ານໃສ່ໃນກະຕ່າ ເພື່ອບໍ່ໃຫ້ເຈົ້າໜ້າທີ່ ສາມາດພົວພັນ ແລະ ເອົາຜິດໄດ້ ແລະ ວ່າ ລາຄາຜັກ ໃນໄລຍະ ເທດສະການຕ່າງໆ ແມ່ນມັກແພງຂຶ້ນ ກວ່າຍາມປົກກະຕິ. ດັ່ງທີ່ທ່ານເວົ້າວ່າ:
“ແຕ່ລະຮ້ານ, ເຂົາກໍຕິດລາຄາ ເຂົາເຈົ້າຫັ້ນແຫຼະ, ເຂົາບໍ່ຕິດຊື່ຮ້ານເຂົາໃສ່ແຫຼະ. ເຂົາມີແຕ່ຕິດລາຄາ ເຂົາຊື້ໄປແລ້ວ ກໍແລ້ວ. ມັນກໍຊິແພງໜ້ອຍໜຶ່ງແຫຼະ ຜັກ ເພາະຕາມເທດສະການ ມັນຈະແພງໜ້ອຍໜຶ່ງຫັ້ນແຫຼະ ເພາະວ່າ ຫຼາຍຄົນຕ້ອງການເດ້.”
ໃນຂະນະດຽວກັນ, ຊາວບ້ານ ຢູ່ເມືອງສີໂຄດຕະບອງ ນາງໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ທັນວາ ນີ້ວ່າ ໃນອາທິດໜ້າ ລາຄາຊີ້ນໝູ ຈະຂຶ້ນເປັນ ກິໂລລະ 90 ພັນກີບ ຈາກເດີມ ກິໂລລະ 70 ພັນກີບ ຮວມໄປເຖິງ ລາຄາເຄື່ອງປຸງແຕ່ງອາຫານ ທີ່ສ່ວນໃຫຍ່ ນໍາເຂົ້າມາ ຈາກປະເທດໄທ ກໍຈະແພງຂຶ້ນໄປຕາມ ແລະ ວ່າ ການຄວບຄຸມ ລາຄາສິນຄ້າ ໃນໄລຍະ ໃກ້ຈະຮອດ ເທດສະການສໍາຄັນ ແລະ ໃນໄລຍະ ເທດສະການນັ້ນ, ແມ່ນຫຍຸ້ງຍາກຫຼາຍ ຍ້ອນເງິນເຟີ້. ດັ່ງທີ່ນາງເວົ້າວ່າ:
“ລາຄາບັກແພງໆ ຕະຫຼາດອາທິດໜ້ານີ້ ເຂົາກໍເລີ່ມຂຶ້ນແລ້ວນີ້. ບາດເຄື່ອງໃຊ້ ເຄື່ອງອັນປະເພດນໍ້າປູ ນໍ້າປາ ນໍ້າຫຍັງ, ເຄື່ອງປຸງນີ້ ກໍຂຶ້ນ, ຂຶ້ນຍ້ອນເງິນເຟີ້.”
ເພື່ອແກ້ໄຂບັນຫາດັ່ງກ່າວ, ຊາວນະຄອນວງວຽງຈັນ ຕ່າງກໍຢາກໃຫ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງກວດກາລາຄາສິນຄ້າ ຢູ່ຕາມຕະຫຼາດຕ່າງໆ ເປັນຕົ້ນ ຕະຫຼາດ 103, ຕະຫຼາດຫຼັກ 4, ຕະຫຼາດສວນມອນ ເມືອງສີສັດຕະນາກ, ຕະຫຼາດທົ່ງຂັນຄໍາ ເມືອງຈັນທະບູລີ ແລະ ຕະຫຼາດສົດ ລາວ-ອົດຊີ ໜອງແຕ່ງ ເມືອງສີໂຄດຕະບອງ ຍ້ອນວ່າ ຕັ້ງແຕ່ວັນທີ 20 ທັນວາ 2024 ຈົນໄປຮອດວັນທີ 29 ມັງກອນ 2025 ລາຄາສິນຄ້າ ໃນທ້ອງຕະຫຼາດ ຈະຖີບໂຕສູງຂຶ້ນ.

ເຂົ້າສານ ປະເພດຕ່າງໆ ຖືກນຳມາວາງຂາຍ ທີ່ຕະຫຼາດສົດ ແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ . (TS) ເດືອນກໍລະກົດ 2024 Credit photos: (RFA)
ແຕ່ເຖິງຢ່າງໃດກໍຕາມ, ຫຼັງຈາກໄດ້ອອກແຈ້ງການ ທີ່ວ່ານັ້ນແລ້ວ, ເຈົ້າໜ້າທີ່ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກໍໄດ້ເວົ້າວ່າ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຈະໄດ້ລົງກວດກາ ຕິດຕາມວ່າ ຊາວຄ້າຂາຍທັງຫຼາຍ ປະຕິບັດ ຕາມແຈ້ງການນັ້ນ ຫຼືບໍ່.
“ຫຼັງຈາກເພິ່ນ ອອກແຈ້ງການແລ້ວເນາະ, ໃຫ້ຊາວຄ້າຂາຍ ປະຕິບັດແລ້ວເດ້ເນາະ. ແລ້ວຫຼັງຈາກນັ້ນ, ເພິ່ນກໍຊິມາ ອັນທີມງານ ລົງໄປຕິດຕາມ ກວດກາວ່າ ຊາວຄ້າຂາຍເຮົາ ໄດ້ປະຕິບັດ ຕາມແຈ້ງການບໍ່.”
ນອກຈາກນັ້ນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກໍຍັງຫ້າມ ບໍ່ໃຫ້ນໍາເຂົ້າ ແລະ ຈໍາໜ່າຍ ໝາກກະໂພກ ແລະ ວັດຖຸ ທີ່ມີສຽງແຕກ ທຸກຊະນິດ ເດັດຂາດ ແລະ ໄດ້ມອບໃຫ້ ຂະແໜງການຄ້າພາຍໃນ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ, ຕິດຕາມ ກວດກາ ເພື່ອບໍ່ໃຫ້ ມີການສວຍໂອກາດ ກັກຕຸນສິນຄ້າ ເພື່ອປັ່ນປ່ວນ ຂຶ້ນລາຄາ.