ສໍາພາດ ຍານາງ ພິຈິກາ ບຸນກວ້າງ

0:00 / 0:00

ນັບຕັ້ງເກີດເຫດພັຍພິບັດ ສັນເຂື່ອນເຊປຽນແຕກ-ເຊນໍ້ານ້ອຍ ແຕກ ກໍໄດ້ມີອາສາສະໝັກ ຈາກຫຼາຍອົງການ ແລະສ່ວນບຸກຄົນເຂົ້າມາ ໃຫ້ການຊ່ອຍເຫຼືອ ພີ່ນ້ອງຊາວເມືອງສນາມໄຊ ທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນເຊປຽນແຕກ, ໃນນັ້ນມີ ຍານາງ ພິຈິກາ ບຸນກວ້າງ ປະທານສະໂມສອນເຕະບານ ວຽງຈັນ ຢູໄນເຕສ ຫຼື ປະທານໂບ ເປັນຜູ້ນຶ່ງທີ່ ອາສາສະໝັກ ຊ່ອຍເຫຼືອຜູ້ປະສົບພັຍນໍ້າຖ້ວມໃນຄັ້ງນີ້. ອຸ່ນແກ້ວ ມີບົດສຳພາດ ມາສເນີທ່ານ ເຊີນຮັບຟັງໄດ້...