ຄົນງານວຽດນາມ ຂ.ຫົວພັນເພີ້ມຂຶ້ນ

0:00 / 0:00

ຄົນງານ ວຽດນາມ ເຂົ້າມາເຮັດວຽກ ກໍ່ສ້າງ ຂນາດນ້ອຍ ໃນ ແຂວງຫົວພັນ ນັບມື້ ຫລາຍຂຶ້ນ.

ປັຈຈຸບັນ ຢູ່ ແຂວງຫົວພັນ ໂດຍສະເພາະ ເມືອງຊໍາເໜືອ ມີກັມກອນ ວຽດນາມ ເຂົ້າມາເຮັດວຽກ ກໍສ້າງ ນັບມື້ ຫລາຍຂຶ້ນ. ຕາມຄໍາເວົ້າ ຂອງ ນັກທຸຣະກິດ ຮັບເໝົາ ກໍ່ສ້າງ ທ່ານໜື່ງ ໃນ ແຂວງຫົວພັນ:

"ວຽກເຂົ້າມາ ຫັ້ນນະ ເປັນກັມກອນ ກໍ່ສ້າງ ເປັນອາຄານບໍ່ ຫລືວ່າ ເປັນຂົວທາງ ແບບກໍ່ສ້າງ ທັມດາເດ້ ແຮງງານລາວ ມັນເຮັດບໍ່ໄດ້ ເຂົາເອົາ ທາງວຽດ ມາເຮັດໃດ໋".

ທ່ານກ່າວ ຕໍ່ໄປວ່າ ສາເຫດ ສໍາຄັນ ທີ່ ຜູ້ຮັບເໝົາ ກໍ່ສ້າງຕ່າງໆ ມັກຈ້າງ ຄົນງານ ວຽດນາມ ກໍຍ້ອນ ຄົນງານລາວ ສ່ວນຫລາຍ ຍັງຂາດ ປະສົພການ ບໍ່ມີສີມື ແລະ ເຮັດວຽກຊ້າ. ເມື່ອມໍ່ໆມານີ້ ທ່ານວ່າ ໄດ້ຍິນຂ່າວວ່າ ບໍຣິສັດ ວຽດນາມ ຈະເອົາຄົນງານ ວຽດນາມ ເຂົ້າມາ ເຮັດວຽກ ໃນໂຄງການ ສ້າງເດີ່ນບິນ ສາກົລ ໃນເມືອງ ຊໍາເໜືອ ອັນຈະເຮັດໃຫ້ ຄົນງານ ວຽດນາມ ເພີ່ມຂຶ້ນຕື່ມ.

ການເຂົ້າມາ ຂອງຄົນງານ ວຽດນາມ ແທນຄົນງານ ລາວ ນັ້ນ ກໍເປັນບັນຫາ ທີ່ ທາງການລາວ ຍອມຮັບ ແລະ ເນື່ອງໃນໂອກາດ ວັນແຮງງານ ສາກົລ ທີ 1 ພຶສພາ 2013 ນີ້ ທ່ານບຸນຍັງ ວໍຣະຈິດ ຮອງ ປະທານປະເທດ ໄດ້ກ່າວຕໍ່ ສື່ມວນຊົນ ລາວ ວ່າ ປັຈຈຸບັນ ຄົນງານລາວ ຍັງປະສົບ ບັນຫາຕ່າງໆ ເປັນຕົ້ນ ຂາດສີມື ຖືກນາຍຈ້າງ ຕົວະຕົ້ມ ບໍ່ຮູ້ເຣື່ອງ ກົດໝາຍ ແຮງງານ. ດັ່ງນັ່ນ ຈຶ່ງຢາກໃຫ້ ຄົນງານລາວ ມີການຍົກ ຣະດັບສີມື ຂອງຕົນ ໃຫ້ສູງຂຶ້ນ ແລະ ຂໍໃຫ້ ທຸກພາກສ່ວນ ທີ່ກ່ຽວຂ້ອງ ໂດຍສະເພາະ ກັມມະບານ ໃຫ້ ຄວາມຮູ້ ດ້ານກົດໝາຍ ແລະ ສິດທິ ຄົນງານ ເພື່ອເປັນ ປະໂຫຍດ ແກ່ ຄົນງານລາວ.