ຖ​ນົນ​ເປ່​ເພ ຢ່າງ​ໜັກ ທີ່​ເມືອງ​ກາ​ສີ

ສິດນີ
2017.07.25
f-roads ທາງເປັນຂຸມ ໄປມາຍາກ
Citizen Journalist

ປະຊາຊົນ ບ້ານຜາຕໍ້ ເມືອງກາສີ ແຂວງວຽງຈັນ ຈຳນວນ 160 ຄອບຄົວ ປະສົບກັບບັນຫາ ໄປ-ມາລຳບາກ ຍ້ອນຖນົນຫົນທາງເປ່ເພ ຢ່າງຫນັກ ໃນຍາມຣະດູຝົນ ໂດຍສະເພາະ ຖນົນເລກທີ 13 ເໜືອ ເປັນຂຸມເປັນຕົມ ໃນຫຼາຍຈຸດ ສົ່ງຜົລກະທົບ ຕໍ່ການຂົນສົ່ງສີນຄ້າ ຂອງປະຊາຊົນ ໄປເມືອງກາສີ ແລະ ເຮັດໃຫ້ລາຍໄດ້ ຂອງປະຊາຊົນທ້ອງຖີ່ນ ຕົກຕ່ຳ, ດັ່ງຊາວບ້ານ ທ້ອງຖີ່ນ ທີ່ເມືອງກາສີ ທ່ານນື່ງ ເວົ້າວ່າ:

"ຫົນທາງ ກະ ຄັນຝົນຕົກໃສ່ ມັນກະບໍ່ດີ ມັນມີນ້ຳເປັນຂຸມເປັນບໍ່ນະ ເປັນຂຸມເລິກ ຍັງມີຄວາມທຸກຍາກຫລາຍ ລະບໍ ຫົນທາງນີ້ ຍັງຍຸ້ງຍາກຫລາຍ ຍາມຝົນນີ້ ມັນໄປບໍ່ໄດ້ ຣົດຈັກກະໄປບໍ່ໄດ້ ທາງນັ້ນມາເບິ່່ງລະບໍ ຫົນທາງນີ້ ມັນຍຸ້ງຍາກ  ບາງເທື່ອ ປະຊາຊົນຜລິດ ຜົລລະຜລິດ ມັນບໍ່ໄດ້ຂາຍ."

ຊາວບ້ານ ທ່ານນີ້ ກ່າວເພີ້ມວ່າ ນອກຈາກ ບັນຫາຖນົນ ບໍ່ດີແລ້ວ ປະຊາຊົນ ໃນບາງເຂດ ຍັງໄດ້ຮັບຄວາມເດືອນຮ້ອນ ຈາກສະພາບ ດິນເຈື່ອນນຳອີກ ແຮ່ງເຮັດໃຫ້ ການຂົນສົ່ງສິນຄ້າລຳບາກ. ບ້ານຜາຕໍ້ ຫ່າງຈາກ ເມືອງກາສີ ປະມານ 20 ຫລັກ ຕາມເສັ້ນທາງ ເລກທີ່ 13 ເໜືອປະຊາຊົນ ທ້ອງຖິ່ນ ສ່ວນໃຫຍ່ ຈະປູກຝັງ ເປັນອາຊີບ ເປັນຕົ້ນ ປູກໝາກເຜັດ ໝາກເດືອຍ ແລະ ໝາກສາລີ ສິນຄ້າສ່ວນໃຫຍ່ ຈະສົ່ງໄປຂາຍ ທີ່ຕລາດ ເມືອງກາສີ ແລະ ນະຄອນຫລວງວຽງຈັນ ປະສົບຄວາມລຳບາກຫຼາຍ ໃນຍາມຣະດູຝົນ.

"ເອີ່ຍາກໂອ່ ບໍ່ສະດວກແຫລະ ໄປຍາກມີຂີ້ຕົມ ເປັນບວກ ເປັນຂຸມ ໄປໂຮງຮຽນ ກໍຍຸ້ງຍາກ ຈາກບ້ານນີ້ ໄປເມືອງກາສີ ປະມານ 20 ຫລັກນີ້ແຫລະ ເຂົ້າກໍຍາກ ອອກກໍອອກຍາກ ເຂົ້າກະເຂົ້າຍາກ."

ການຊ່ອຍເຫຼືອ ຈາກພາກຣັຖ ກໍມີຫນ້ອຍ ທີ່ຜ່ານມາກໍມີການຊ່ອຍເຫຼືອ ເພື່ອລຸດຜ່ອນຄວາມທຸກຍາກ ແຕ່ກໍຍັງບໍ່ພຽງພໍ. ບ້ານຜາຕໍ້ ນອກຈາກ ຖນົນບໍ່ດີແລ້ວ ຍັງຂາດນ້ຳສະອາດ ໄຟຟ້າ ແລະການສຶກສານຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.