ທະນາຄານໂລກ ແນະນໍາໃຫ້ລາວຫລຸດໜີ້ ພ້ອມກັບເພີ່ມລາຍຮັບ

ຈຳປາທອງ
2024.01.09
ທະນາຄານໂລກ ແນະນໍາໃຫ້ລາວຫລຸດໜີ້ ພ້ອມກັບເພີ່ມລາຍຮັບ ຮູບປະກອບ: ຮ້ານຂາຍສິນຄ້າທີ່ຜລິດພາຍໃນປະເທດ ໃນງານບຸນນະມັສການພຣະທາດຫຼວງວຽງຈັນ ເດືອນພຶສຈິກາ ປີ 2023.
ນັກຂ່າວ ພົລເມືອງ

ໃນປີ 2023 ເງິນກີບ ສືບຕໍ່ອ່ອນຄ່າລົງ ປະມານ 29% ທຽບໃສ່ເງິນບາທໄທຍ ແລະ 21% ທຽບໃສ່ເງິນໂດລ້າຣ໌ສະຫະຣັຖ ຍ້ອນຂາດເຂີນເງິນຕຣາ ຕ່າງປະເທດ ແລະການຊໍາລະໜີ້ຕ່າງປະເທດ ໃນຂະນະທີ່ລາຍຮັບ ຈາກການສົ່ງອອກ ມີຈໍາກັດ.

ທ່ານ ອາ​ແລັກ​ສ໌ ແຄ​ຣ​ເມີ (Alex Kremer) ຜູ້ຕາງໜ້າຫ້ອງການ ທະນາຄານໂລກ ປະຈໍາລາວ ກ່າວຢູ່ໃນບົດຣາຍງານ “ນະໂຍບາຍການເງິນ ເພື່ອສະເຖັຽລະພາບ ດ້ານເສຖກິຈ” ທີ່ໄດ້ເຜີຍແຜ່ ໃນວັນທີ 1 ທັນວາ 2023 ວ່າ “ບັນຫາໜີ້ສິນຂອງຣັຖ ໄດ້ເຮັດໃຫ້ຂາດສະເຖັຽລະພາບ ດ້ານເສຖກິຈ ມະຫາພາກ ແລະຈ່ອງດຶງ ການເຕີບໂຕ ຂອງ ສປປ ລາວ. ເພື່ອຟື້ນຟູ ເສຖກິຈ ໃຫ້ມີສະເຖັຽລະພາບ ຄວາມຈໍາເປັນ ທີ່ຈະຕ້ອງປັບປ່ຽນອາກອນ ມູນຄ່າເພີ່ມ ສູ່ອັດຕຣາເດີມ 10%, ປັບໂຄງສ້າງອາກອນຢາສູບ ແລະເຫລົ້າ ແລະເພີ່ມລາຍຮັບລວມ ເພື່ອປ້ອງກັນລາຍຈ່າຍ ໃນຂແນງສາທາຣະນະສຸຂ ແລະການສຶກສາ.”  

ປັດຈຸບັນ ສປປ ລາວ ມີໜີ້ສາທາຣະນະ ສູງເຖິງ 18.7 ຕື້ໂດລ້າຣ໌ສະຫະຣັຖ ຫລື 112% ຂອງລວມຍອດມູນຄ່າຜລິຕພັນພາຍໃນ ຫລື GDP ໃນທ້າຍປີ 2022 ເນື່ອງຈາກເງິນເຟີ້ສູງຂຶ້ນ, ການລົງທຶນໃນໂຄງການຂນາດໃຫຍ່ ຍັງຊັກຊ້າ, ທຸຣະກິຈທ່ອງທ່ຽວ-ບໍຣິການ ຍັງບໍ່ທັນຟື້ນໂຕໄດ້ດີ ແລະການຜລິດສິນຄ້າພາຍໃນ ເພື່ອສົ່ງອອກ ຫລຸດລົງ, ແຕ່ນໍາສິນຄ້າເຂົ້າເພີ່ມຂຶ້ນ.

ໃນການແກ້ໄຂບັນຫາໜີ້ສິນນັ້ນ ຣັຖບານລາວ ພະຍາຍາມຈັດເກັບລາຍຮັບຢ່າງເຂັ້ມງວດ ບໍ່ໃຫ້ເກີດການຮົ່ວໄຫລ, ປາບປາມການສໍ້ຣາສບັງຫລວງ, ການຂາຍຊັບສິນຂອງຣັຖ ແລະການປະຕິບັດນະໂຍບາຍປະຢັດ, ມີການຂາຍຫຸ້ນ ແລະຍຸບບາງຣັຖວິສາຫະກິຈ. ນອກຈາກນັ້ນ ກໍເລັ່ງແກ້ໄຂບັນຫາເງິນເຟີ້, ສົ່ງເສີມການຜລິດໃຫ້ຂຍາຍໂຕຂຶ້ນ, ຄຸ້ມຄອງອັດຕຣາແລກປ່ຽນ ເຮັດໃຫ້ເງິນກີບແຂງຄ່າຂຶ້ນ ດ້ວຍການປະຕິບັດກົດໝາຍ ດ້ວຍການຄຸ້ມຄອງເງິນຕຣາຕ່າງປະເທດ, ແຕ່ຫລາຍມາຕການ ທີ່ວ່ານັ້ນ ປະຕິບັດບໍ່ໄດ້ຕາມເປົ້າໝາຍ ແລະການຕິດຕາມ-ກວດກາ ເພື່ອແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທະນາຄານແຫ່ງ ສປປ ລາວ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ທັນວານີ້.

ເພາະວ່າໂຕນີ້ເຮົາກະປະຕິເສດບໍ່ໄດ້ເນາະ ພາຍຫລັງທີ່ພວກເຮົາປິດຮ້ານແລກ-ປ່ຽນຫັ້ນນ່າ. ເຣື່ອງກວດກາຕິດຕາມ ເຮົາກວດກາເຣື່ອງໂຕນີ້ ຄືວ່າເຮົາຍັງເຮັດປົກກະຕິ ກັບຕໍາຣວດ. ເຮົາກະອາດກວດໄດ້ບໍ່ທົ່ວເຖິງເນາະ. ລະບຽບໃໝ່ເຮົາກະຄື ທຸກບໍຣິສັດນໍາເຂົ້າ-ສົ່ງອອກ ຕ້ອງລົງທະບຽນ ເພື່ອເຮົາຊິຕິດຕາມລາຍຮັບ-ລາຍຈາຍ ທີ່ວ່າຕ້ອງ ຊໍາຣະກັບຕ່າງປະເທດ. ແລ້ວເຮົາກໍາກໃຫ້ຂາຍກັບທະນາຄານ ເພື່ອໃຫ້ມີໝູນໃຊ້ ເພາະວ່າໂຕນີ້ ເອົາກະຊິຄ່ອຍໆແກ້ໄປ ກະຄືເຫັນແຫລະ.

ເຈົ້າໜ້າທີ່ ທະນາຄານຮ່ວມພັທນາ ຫລື JDB ສາຂາແຂວງຫລວງພຣະບາງ ເວົ້າວ່າ ປັດຈຸບັນ ທຸກທະນາຄານ ໃນລາວ ຍັງບໍ່ສາມາດໃຫ້ບຸກຄົນທົ່ວໄປ ແລກປ່ຽນເງິນຕຣາ ຕ່າງປະເທດໄດ້.

ໂດຍຍັງບໍ່ສາມາດແລກປ່ຽນໄດ້ເທື່ອ. ເອົາເງິນກີບມາແລກແມ່ນຍັງບໍ່ມີ. ເປັນທຸກສາຂາເລີຍ ແລ້ວກະເປັນທຸກທະນາຄານ ເລີຍເນາະ ທີ່ຢູ່ໃນລາວ ເພາະວ່າອັນ BOL ທະນາຄານກາງນ່າ ຂະເຈົ້າແຈ້ງການມາວ່າ ບໍ່ໃຫ້ແລກ.

ພ້ອມດຽວກັນນັ້ນ ເຈົ້າຂອງບໍຣິສັດທົວທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ເວ້າເຖິງຄໍາແນະນໍາ ຂອງທະນາຄານໂລກ ຕໍ່ຣັຖບານລາວນັ້ນວ່າ ຕົນເຫັນດີນໍາ, ແຕ່ສິ່ງສໍາຄັນ ທີ່ຈະເຮັດໃຫ້ຣັຖບານລາວ ມີເງິນຕຣາ ຕ່າງປະເທດ ເພີ່ມຂຶ້ນ ຄື ດຶງດູດນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາຫລາຍເທົ່າທີ່ຈະຫລາຍໄດ້.

ຂແນງການທ່ອງທ່ຽວນີ້ ມັນກະເປັນອີກໂອກາດນຶ່ງ ເພາະວ່າມັນເປັນບຸຣິມະສິດ ອັນນຶ່ງຂອງຣັຖບານລາວ ທີ່ຈະສົ່ງເສີມໂຕນີ້. ກະຫວັງຄືກັນ ຢາກໃຫ້ມັນໄປໄດ້ດີທຸກໆຂແນງການຫັ້ນແຫລະ.

ຜູ້ປະກອບການ ຂາຍສິນຄ້າ ນໍາເຂົ້າຈາກໄທຍ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ນັບແຕ່ຣັຖບານລາວ ເຂັ້ມງວດ ໃນການຄຸ້ມຄອງອັດ ຕຣາແລກປ່ຽນນັ້ນ ກໍເຮັດໃຫ້ຈໍານວນເງິນຕຣາຕ່າງປະເທດ ຫລຸດລົງຫລາຍ ເພາະທະນາຄານຕ່າງໆ ເກັບຊື້ຈົນໝົດ ແລະບໍ່ຂາຍໃຫ້ຜູ້ໃດ ຫາກບໍ່ມີຄວາມຈໍາເປັນ ເຮັດໃຫ້ມີການແລກປ່ຽນເງິນຕຣາ ນອກລະບົບກັນຢູ່.

ມັນແລ້ວແຕ່ ລູກຄ້າບາງຄົນກະໄປແລກທາງນອກ ຈັ່ງຊີ້ນ່າ. ດຽວນີ້ມັນຍາກ, ເງິນໜ້ອຍແຫລະ. ເຈົ້າ, ດຽວນີ້ ສ່ວນຫລາຍນີ້ ໂອນຜ່ານທະນາຄານກັນ. ການນໍາໃຊ້ເງິນຈະໜ້ອຍ ເຈົ້າ, ເພາະວ່າທະນາຄານແຫ່ງຊາຕ ເພິ່ນກະບໍ່ໄດ້ໃຫ້ເຮົາຖອນມາເກັບໄວ້ຫລາຍ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫລື ADB ປະຈໍາລາວ ເວົ້າວ່າ ຣັຖບານລາວ ຕ້ອງພະຍາຍາມແກ້ໄຂ ບັນຫາໜີ້ສາທາຣະນະ ໂດຍຈັດເກັບລາຍຮັບຢ່າງເຂັ້ມງວດ ບໍ່ໃຫ້ເກີດການຮົ່ວໄຫລ, ແກ້ໄຂບັນຫາເງິນເຟີ້, ສົ່ງເສີມການຜລິດ ໃຫ້ຂຍາຍໂຕຂຶ້ນ, ຄຸ້ມຄອງອັດຕຣາແລກປ່ຽນ ເຮັດໃຫ້ເງິນກີບແຂງຄ່າ ດ້ວຍການປະຕິບັດກົດໝາຍ ຢ່າງເຂັ້ມງວດ ແລະວ່າ ບັນຫາໜີ້ສິນ ມະຫາສານ ຖືເປັນບັນຫາໜັກໜ່ວງ ສໍາລັບຣັຖບານລາວ ໃນປັດຈຸບັນ ເນື່ອງຈາກຣັຖ ບໍ່ສາມາດຫາເງິນມາຊໍາລະຄືນໄດ້ຕາມກໍານົດ.

ການ ຊໍາຣະໜີ້ສິນຕໍ່ຕ່າງປະເທດ ກະ 1.3 ຕື້ໂດລ້າຣ໌ສະຫະຣັຖ. ກັບຈີນຫັ້ນກະມີການເຈຣະຈາ ປຶກສາຫາລືກັນຢູ່ ເວົ້າກັນຫລາຍຢູ່ ກ່ຽວກັບຂໍ້ຫຍຸ້ງຍາກ ສະພາບເສຖກິຈ. ແລ້ວກະພາກຣັຖກະມີມາຕການທີ່ຈະຂາຍຊັບ ເພື່ອແກ້ໄຂບັນຫາໜີ້ສິນ ທີ່ຮີບດ່ວນກະມີ.

ທະນາຄານແຫ່ງ ສປປ ລາວ ໄດ້ສ້າງຕັ້ງບໍຣິສັດ ຣັຖບໍຣິຫານໜີ້ ແລະຊັບສິນ ຈໍາກັດຜູ້ດຽວ ໃນມື້ວັນທີ 29 ສິງຫາ 2023 ເນື່ອງຈາກຣັຖບານເຫັນວ່າ ມີຄວາມຈໍາເປັນ ເພື່ອບໍຣິການໜີ້ເສັຽ ແລະຊັພສິນ ທີ່ລໍຖ້າຂາຍ.

ບໍຣິສັດດັ່ງກ່າວ ຈະເຮັດໃຫ້ທະນາຄານ ທຸຣະກິຈ ແລະສະຖາບັນການເງິນ ໄດ້ຮັບການຊ່ວຍເຫລືອ ໃນການແກ້ໄຂບັນຫາດັ່ງກ່າວ, ມີບ່ອນແກ້ໄຂໜີ້ສະເພາະ ເປັນຕົ້ນ ການຍືດເວລາຊໍາລະໜີ້, ການປັບປຸງໂຄງສ້າງໜີ້, ນະໂຍບາຍ ປັບຫລຸດອັດຕຣາ ດອກເບັ້ຽປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.