ໂຄງການຂຸດຄົ້ນແຮ່ທາດ ເມືອງລ່ອງແຈ້ງ

ຈໍາປາທອງ
2021.06.09
ໂຄງການຂຸດຄົ້ນແຮ່ທາດ ເມືອງລ່ອງແຈ້ງ ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອຊອກຄົ້ນ, ສຳຫຼວດ ແລະ ສຶກສາ ຄວາມເປັນໄປໄດ້ ທາງດ້ານເສຖກິດ-ເຕັກນິກ ແຮ່ຄຳ, ແຮ່ເຫຼັກ ແລະ ແຮ່ຕິດພັນ ຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ
ພາບປະກອບ: ຂ.ໄຊສົມບູນ

ຊາວບ້ານຈໍານວນນຶ່ງ ຢູ່ບ້ານນໍ້າຊານ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໄດ້ຮັບຜົລກະທົບ ຈາກການຂຸດແຮ່ເຫລັກ ຂອງບໍຣິສັດ ຈີນ-ໄທຍຍູນລາວ ຂຸດຄົ້ນບໍ່ແຮ່ຈໍາກັດ ຜູ້ດຽວຊຶ່ງເປັນ ບໍຣິສັດລາວ ທີ່ນັກລົງທຶນຈີນ ແລະວຽດນາມ ມີສ່ວນຮ່ວມໃນໂຄງການນີ້. ດິນທີ່ບໍຣິສັດຂຸດຄົ້ນ ກວມເອົາເນື້ອທີ່ດິນປູກຝັງ ແລະ ລ້ຽງສັດຂອງປະຊາຊົນ, ດັ່ງຊາວບ້ານທີ່ຢູ່ໃກ້ຄຽງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 8 ມິຖຸນາ ນີ້ວ່າ:

“ມັນມີ  2 ຈຸດນໍາ ດຽວນີ້ນໍາ ຈຸດ 1 ຈຸດ 2 ບໍ່ ຢ້ານຍັງຢູ່ຫັ້ນແຫຼະ ຈຸດ 1 ຈຸດ 2 ນີ້ແຫຼະເຂົາກະຕ້ອງການໂຊເຟີ ຕ້ອງການຣົດ ແມ່ນຫຍັງ ເຂົ້າມາກໍານົດເຂົາມາຂຸດຄົ້ນນີ້ ຣະຫວ່າງ 50 ປີ.”

ແລະຊາວບ້ານ ທີ່ຢູ່ໃກ້ຄຽງອີກທ່ານນຶ່ງເວົ້າວ່າ ກ່ຽວກັບເຣື່ອງທີ່ວ່ານັ້ນ ຕົນກໍຮູ້ຂ່າວພຽງແຕ່ວ່າ ການຂຸດຄົ້ນແຮ່ເຫຼັກນັ້ນມີບໍຣິສັດດຽວ ໄດ້ຮັບສໍາປະທານ ຢູ່ໃນເຂດບ້ານດັ່ງກ່າວ, ແຕ່ບໍ່ຮູ້ຄັກແນ່ວ່າ ຊາວບ້ານໄດ້ຮັບຜົລກະທົບ ຈາກໂຄງການນີ້ຫຼາຍປານໃດ ແລະຈະມີ ການຊົດເຊີຍຄວາມເສັຍຫາຍແນວໃດ ຫຼືບໍ່, ດັ່ງທີ່ທ່ານກ່າວວ່າ:

“ແມ່ນແຫຼະຢູ່ນີ້ ຄົນຈີນສັມປະທານແລ້ວ ຄົນຈີນເອົາໝົດແລ້ວ ຄົນຈີນເຮັດແລ້ວ ບໍ່ເຫຼັກຢູ່ບ້ານນໍ້າຊານ.”

ໃນມື້ວັນທີ 7 ມິຖຸນາ ນີ້ຊາວບ້ານຈໍານວນນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກການຂຸດແຮ່ເຫຼັກ ຂອງບໍຣິສັດທີ່ວ່ານີ້ ພາກັນຈົ່ມວ່າ ແລະ ທັງຖ່າຍວິດີໂອ ເອົາການບຸກເບີກທີ່ດິນ ໃນຂນະທີ່ ຣົດດຸດດິນ ຂອງບໍຣິສັດກໍາລັງດຸດດິນ ຂອງພວກເຂົາເຈົ້າຢູ່ ແລ້ວເຜີຍແຜ່ທາງ ສື່ສັງຄົມອອນລາຍ, ດັ່ງຊາວບ້ານຜູ້ນຶ່ງເວົ້າໃນຄລິປວິດີໂອວ່າ:

“ເບິ່ງເດີທ່ານ ບໍຣິສັດໂຕນີ້ ບໍຣິສັດໄທຍຢຸນ ເດີເພິ່ນມາທຸບ ຈຸ ພໍ່ແມ່ປະຊາຊົນ ການຜລິດປູກເຂົ້າປີນີ້ໝົດແລ້ວເນາະ ເພິ່ນຂຸດໄປ ໝົດແລ້ວເດີ ປູກເຂົ້າໝົດເປົານຶ່ງດຽວນີ້ນ່າ ເປົາປາຍເດີ ບໍຣິສັດ ໄທຍຢຸນ ຫັ້ນແຫຼະ ຫົວໜ້າແມ່ນຜູ້ນີ້ເດີ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງລ່ອງແຈ້ງ ທ່ານນຶ່ງກ່າວວ່າ ໃນເບື້ອງຕົ້ນ ການບຸກເບີກທີ່ດິນ ຂອງໂຄງການຂຸດຄົ້ນແຮ່ເຫຼັກ ຢູ່ເຂດດັ່ງກ່າວໄດ້ ກວມເອົາເນື້ອທີ່ດິນປູກຝັງ ແລະລ້ຽງສັດ ຂອງຊາວບ້ານຈໍານວນນຶ່ງ, ແຕ່ຍັງບໍ່ໄດ້ ສລຸບເທື່ອວ່າ ທີ່ດິນປະຊາຊົນ ທີ່ຖືກທາງໂຄງການກວມເອົານັ້ນ ມີເນື້ອທີ່ຫຼາຍປານໃດ ແລະວ່າ ເຣື່ອງການຊົດເຊີຍນັ້ນ ຈະມີຂຶ້ນ ຕາມພາຍຫຼັງ, ດັ່ງທີ່ທ່ານກ່າວວ່າ:

“ກະຖືກຫຼາຍຢູ່ເຈົ້າ, ແມ່ນດິນປູກຝັງ ດິນຄັງສັດ ມີຜົລກະທົບນີ້ແຫຼະ ການປູກການລ້ຽງ ຂະເຈົ້າກະຊົດເຊີຍຄ່າຜົລກະທົບຕ່າງໆ.“

ແລະເຈົ້າໜ້າທີ່ຣະດັບສູງ ຂອງແຂວງໄຊສົມບູນ ທ່ານນຶ່ງກໍເວົ້າວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ດ້ານດິນປູກຝັງ ແລະລ້ຽງສັດ ຈາກ ໂຄງການຂອງບໍຣິສັດຈີນ-ໄທຍຍູນລາວດັ່ງກ່າວ ໃນເບື້ອງຕົ້ນມີປະມານ 10 ປາຍຄອບຄົວ ແລະຈະໄດ້ຮັບການຊົດເຊີຍຕາມພາຍຫຼັງ ແຕ່ຍັງບໍ່ສາມາດຮູ້ໄດ້ເຖິງວັນເວລາ ວ່າຈະເປັນເມື່ອໃດກັນແທ້ ແຕ່ທາງການແຂວງໄຊສົມບູນ ໄດ້ຈໍາກັດເນື້ອທີ່ບຸກເບີກທີ່ດິນ ເພື່ອຂຸດ ຄົ້ນແຮ່ເຫຼັກນັ້ນ ບໍ່ໃຫ້ເກີນ 5,56 ກິໂລ ຕາແມັດ, ບໍ່ໃຫ້ແຕະຕ້ອງປ່າຫວງຫ້າມ, ດັ່ງທີ່ທ່ານກ່າວວ່າ:

“ເພິ່ນກະມີເຊັນສັນຍາ ເພິ່ນໄດ້ມີຂອບເຂດ ແບ່ງຂອບເຂດກໍານົດຄັກແນ່ ແລ້ວບໍ່ໃຫ້ແຕະຕ້ອງ ເຖິງປ່າດົງປ່າຫວງຫ້າມ ເພິ່ນສິໃຫ້ ເປັນບໍຣິເວນກວ້າງ ຊົດເຊີຍມັນກະມີຫຼາຍອັນ ກະແບ່ງຊັ້ນ ເນື້ອທີ່ທໍາການຜລິດ ເພິ່ນກະຮູ້ຊົດເຊີຍ ຕາມຣະບຽບການ ຂັ້ນແຂວງ ຂັ້ນເມືອງ.”

ທ່ານກ່າວຕື່ມວ່າ ມາເຖິງປັດຈຸບັນ ຍັງບໍ່ຮູ້ຣາຍລະອຽດ ກ່ຽວກັບໂຄງການດັ່ງກ່າວ ວ່າມີໄລຍະສໍາປະທານຈັກປີ, ໃຊ້ເງິນລົງທຶນຫຼາຍ ປານໃດ ແລະອື່ນໆກໍຍັງບໍ່ຮູ້ເທື່ອ. ເພື່ອຮູ້ຣາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ຝ່າຍ ບໍຣິຫານ ຂອງບໍຣິສັດຈີນ-ໄທຍຍູນລາວ ຂຸດຄົ້ນບໍ່ແຮ່ ດັ່ງກ່າວ ທີ່ມີຫ້ອງການຢູ່ ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ ກໍມີພະນັກງານຄົນນຶ່ງ ທີ່ຂໍສງວນຊື່ ແລະສຽງ ທີ່ເຮັດວຽກນໍາບໍຣິສັດດັ່ງກ່າວ ກໍເວົ້າໃຫ້ຮູ້ວ່າ ປັດຈຸບັນ ທາງ ບໍຣິສັດກໍາລັງເປີດຮັບ ເອົາຄົນງານໃນຕໍາແໜ່ງຂັບ ຣົດ ເພື່ອແກ່ແຮ່ເຫຼັກຢູ່ເຂດດັ່ງກ່າວ ໃນອະນາຄົດ ແລະວ່າ ຂນະນີ້ຢູ່ໃນຣະຫວ່າງ ການນໍາບັນທຸກມາຈາກຈີນ ເພື່ອຮັບໃຊ້ໂຄງການນີ້.

ອີງຕາມການຣາຍງານຂອງໜັງສືພິມລາວພັທນາ ວັນທີ 5 ມິຖຸນາ 2021, ໃນເບື້ອງຕົ້ນ ບໍຣິສັດດັ່ງກ່າວ ຈະຊອກຄົ້ນ, ສໍາຣວດ ແລະ ສຶກສາຄວາມເປັນໄປໄດ້ ທາງເສຖກິດ-ເຕັກນິກ ແຮ່ເຫຼັກ ຢູ່ເຂດບ້ານນໍ້າຊານ ເມືອງລ່ອງແຈ້ງ ໃນເນື່ອທີ່ 5,56 ກິໂລຕາແມັດ ໃນໄລຍະ 24 ເດືອນ. ທາງບໍຣິສັດນີ້ ຈະແບ່ງເງິນປັນຜົລ ໃຫ້ທາງແຂວງໄຊສົມບູນ 10% ຂອງກໍາໄຣ ສຸດທິ ແລະທັງປະກອບສ່ວນ ຊຸກຍູ້ແຂວງ 10,000 ໂດລາ ສະຫະຣັຖ ແລະ ໃຫ້ທຶນພັທນາທ້ອງຖິ່ນ ແກ່ທາງການເມືອງລ່ອງແຈ້ງ 15,000 ໂດລາ ສະຫະຣັຖ ຕໍ່ປີ.

ນອກຈາກໂຄງການ ທີ່ວ່ານີ້ແລ້ວ ຢູ່ເມືອງລ່ອງແຈ້ງ ຍັງມີໂຄງການຮ່ວມຊອກຄົ້ນ ສໍາຣວດ ປຸງແຕ່ງແຮ່ຄໍາ ຢູ່ບ້ານນາຕີ ໃນເນື້ອທີ່ 234 ກິໂລ ຕາແມັດ ຂອງກະຊວງປ້ອງກັນປະເທດ ແລະບໍຣິສັດ ໂຈ້ບຸນມີ ພັທນາແຮ່ທາດ ຈໍາກັດຜູ້ດຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.