ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວຍອມຮັບວ່າ ການລັກລອບຕັດໄມ້, ຊື້-ຂາຍ ໄມ້ຜິດກົດໝາຍ ຍັງເກິດຂຶ້ນຢ່າງຕໍ່ເນື່ອງ ຍ້ອນ ມາດຕະການການຕິດຕາມ ກວດກາ ຂອງເຈົ້າໜ້າທີ່ບໍ່ເຂັ້ມງວດ ແລະສວຍໂອກາດຮັບເງິນຫາຜົນປະໂຫຍດໃຫ້ໂຕເອງ.
ເຖິງວ່າ ໃນປີ 2016 ຈະມີຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແຕ່ການປະຕິບັດຄຳສັ່ງດັ່ງກ່າວ ກໍບໍ່ໄດ້ເຂັ້ມງວດເທົ່າທີ່ຄວນ.
ສະເພາະປີ 2026 ນີ້ ຄະນະສະເພາະກິດ ໄດ້ລົງກວດກາພົບເຫັນຈຸດທີ່ມີການເຄື່ອນໄຫວລັກລອບຕັດໄມ້ຜິດກົດໝາຍ ທັງໝົດ 24 ຈຸດ ໃນນີ້ ມີຈຸດທີ່ຫາກໍ່ຄົ້ນພົບໃໝ່ 7 ຈຸດ.
ໃນເດືອນພຶດສະພາ ປີ 2026, ທາງການແຂວງສະຫວັນນະເຂດ ໄດ້ເປີດປະຕິບັດການຄັ້ງໃຫຍ່ ບຸກເຂົ້າທຳລາຍເຂດຂຸດຄົ້ນບໍ່ແຮ່ ແລະ ເຂດລັກລອບຕັດໄມ້ຜິດກົດໝາຍ ຢູ່ເມືອງພິນ ແລະ ເມືອງເຊໂປນ, ສາມາດຢຶດໄມ້ທ່ອນໄດ້ຫຼາຍກວ່າ 47,000 ແມັດກ້ອນ ພ້ອມທັງຈັບກຸມຜູ້ກະທຳຜິດໄດ້ 11 ຄົນ ໃນນັ້ນມີທັງຄົນລາວ ແລະ ຄົນຕ່າງປະເທດ.
ນອກຈາກນີ້ ຍັງມີການປອມແປງເອກກະສານຂ້າມຊາຍແດນ ໄລຍະຜ່ານມາ ມີການນຳໃຊ້ເອກກະສານທີ່ບໍ່ຖືກຕ້ອງ ຫຼື ການສອດແຊກໄມ້ເຖື່ອນເຂົ້າກັບໄມ້ທີ່ຖືກກົດໝາຍ ເພື່ອສົ່ງອອກໄປຍັງປະເທດເພື່ອນບ້ານ ເຊັ່ນ ຫວຽດນາມ ແລະ ຈີນ.
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງອັດຕະປື ໄດ້ກ່າວວ່າ: “ພາກລັດເຮົາ ຈັກຊິເຮັດແບບໃດ ທາງສາລະວັນ ທາງເຊກອງ ສ່ວນຫຼາຍກໍເຂດຊາຍແດນ ຂົນໄມ້ທ່ອນກະຊິໄດ້ໄປຂ້າມພູໄປພາກນັ້ນເລີຍ ແຂວງສະຫວັນນີ້ຄືກັນຫັ້ນແຫຼະ, ຂອງຫວຽດຂອງຈີນ ມາລົງທຶນ-ສົ່ງອອກ, ຫັກເສຍປຽບລະດັບ 70%”
ຮູບແບບການລັກລອບ ແລະ ເຮັດໃຫ້ໄມ້ຜິດກົດໝາຍກາຍເປັນສິ່ງຖືກກົດໝາຍ ໂດຍກຸ່ມຄ້າໄມ້ຜິດກົດໝາຍ ມັກນຳໃຊ້ໃບອະນຸຍາດ ຫຼື ໂກຕາຕັດໄມ້ໃນເຂດໂຄງການພັດທະນາພື້ນຖານໂຄງລ່າງ ເຊັ່ນ ເຂດຂຸດຄົ້ນບໍ່ແຮ່, ໂຄງການເຂື່ອນໄຟຟ້າ ແລະ ແລວສາຍສົ່ງໄຟຟ້າ ເພື່ອໄປລັກລອບຕັດໄມ້ຢູ່ນອກເຂດອະນຸຍາດ ຫຼື ເກີນປະລິມານທີ່ກຳນົດ.
ປັດຈຸບັນ ບັນຫາການລັກລອບຕັດໄມ້ ແລະ ການຊື້-ຂາຍໄມ້ຜິດກົດໝາຍໃນລາວ ຍັງຄົງເປັນສິ່ງທ້າທາຍທີ່ຮຸນແຮງ. ເຊິ່ງສົ່ງຜົນກະທົບຕໍ່ຄວາມພະຍາຍາມຂອງລັດຖະບານໃນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ພາຍໃນປີ 2035.
