ແຂວງຫຼວງນ້ຳທາ ເປັນທາງຜ່ານ ແອບແຝງຄ້າມະນຸສ
2023.06.06
ກອງປະຊຸມ ສຣຸບການຈັດຕັ້ງປະຕິບັດ ວຽກງານຕ້ານການຄ້າມະນຸສ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 ຂອງຄະນະກັມມະການ ຕ້ານການຄ້າມະນຸສ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 02 ມິຖຸນາ 2023 ຜ່ານມາ ໄດ້ແຈ້ງໃຫ້ຮູ້ວ່າ ຕລອດປີ 2022 ແຂວງຫຼວງນໍ້າທາ ໃຫ້ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສໄດ້ 2 ຄົນ, ໃນນັ້ນເປັນຍິງລາວ 1 ຄົນ ແລະ ຄົນຕ່າງປະເທດ 1 ຄົນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ກ່າວວ່າແມ່ຍິງຜູ້ຖືກເຄາະ ຮ້າຍຈາກການຄ້າມະນຸສ ນັ້ນບໍ່ວ່າຈະເປັນແມ່ຍິງລາວ ຫຼືແມ່ຍິງຕ່າງປະເທດ ສ່ວນໃຫຍ່ຖືກຄ້າມະນຸສ ດ້ວຍຮູບແບບການແຕ່ງດອງແອບ ແຝງເປັນຕົ້ນແມ່ຍິງຖືກນາຍໜ້າລາວ ຫຼອກໃຫ້ແຕ່ງດອງ ກັບຜູ້ຊາຍຈີນ ແຕ່ພໍໄປຮອດຈີນແລ້ວ ແມ່ນຖືກຂາຍຕໍ່ໃຫ້ຜູ້ຊາຍອື່ນ.
ດັ່ງເຈົ້າໜ້າທີ່ ປກສ ແຂວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 06 ມິຖຸນາ ນີ້ວ່າ:
“ຕາມການສັມພາດ ຂອງພາກສ່ວນທີ່ຖືກເອົາໄປຫັ້ນລະ ແມ່ນເຂົາເຈົ້າວ່າພາຍຫຼັງ ທີ່ເອົາໄປຮອດພຸ້ນແລ້ວລະແມ່ນຄືວ່າ ບໍ່ໄດ້ຢູ່ນຳຜູ້ພາໄປເນາະ ລະແມ່ນເອົາໄປຕໍ່ໃຫ້ຜູ້ໃໝ່ ລັກສະນະແນວນີ້.”
ປີ 2022 ທີ່ຜ່ານມາເຈົ້າໜ້າທີ່ຕຳຣວດ ແລະເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງຫຼວງນໍ້າທາໄດ້ຊ່ອຍເຫຼືອແມ່ຍິງ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຈຳນວນດັ່ງກ່າວ ດ້ວຍວິທີການ ພາໄປຟື້ນຟູສະພາບຈິດໃຈ ແລະສຶກສາອົບຮົມ ບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸສ ຢູ່ສູນເຮືອນພັກຊົ່ວຄາວ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ແຂວງຫຼວງນໍ້າທາ ກ່ອນຈະສົ່ງກັບຄືນສູ່ ຄອບຄົວ ແລະຄືນສູ່ປະເທດ ທີ່ເຂົາເຈົ້າມີພູມລຳເນົາ.
ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນວ່າ:
“ໄປເຂົ້າສູນຢູ່ຫຼວງນໍ້າທາຫັ້ນ ກ່ອນໄລຍະນຶ່ງໄປເພື່ອຮັກສາ ບຳຣຸງເຂົາເຈົ້າແລ້ວ ກໍຫຼັງຈາກນັ້ນບໍ່ກ່ຽວພັນກັບຄະດີ ອິສັງແລ້ວກໍໄດ້ປະສານ ແຂວງກັບຜູ້ປົກຄອງ ທີ່ກ່ຽວຂ້ອງຫັ້ນໄດ້ມາຮັບຢູ່ ແຂວງຫຼວງນໍ້າທາ.”
ປັດຈຸບັນ ພາຍໃນແຂວງຫຼວງນໍ້າທາ ໂດຍສະເພາະຢູ່ເຂດຫ່າງໄກ ສອກຫຼີກ ຈະມີແມ່ຍິງຕົກເປັນເຫຍື່ອການຄ້າມະນຸສ ຮູບແບບການແຕ່ງດອງ ແອບແຝງ ຈຳນວນຫຼາຍໂດຍທີ່ທາງການແຂວງ ບໍ່ສາມາດຮີບໂຮມຂໍ້ມູນໄດ້ ຍ້ອນຄອບຄົວ ຂອງຜູ້ກ່ຽວບໍ່ມາແຈ້ງຄຳຮ້ອງ ຂໍຄວາມຊ່ອຍເຫຼືອ ບາງກໍຣະນີເຖິງຂັ້ນຫາຍໂຕໄປ ຈົນບໍ່ຮູ້ທີ່ໄປທີ່ມາກໍມີ.
ຂະນະທີ່ງົບປະມານ ການເຄື່ອນໄຫວວຽກງານ ໂຄສະນາຕ້ານການຄ້າມະນຸສ ມີບໍ່ພຽງພໍ ເຮັດໃຫ້ແຕ່ລະເມືອງ ລົງໂຄສະນາຄ້ານການຄ້າມະນຸສ ໄດ້ບໍ່ທົ່ວເຖິງ. 1 ປີ ໃນ 1 ເມືອງອາດ ໂຄສະນາໄດ້ພຽງ 1 ບ້ານກໍມີ, ຈຶ່ງເປັນອີກສາເຫດນຶ່ງ ເຮັດໃຫ້ແມ່ຍິງໃນເຂດຫ່າງໄກສອກຫຼີກ ຕົກເປັນເຫຍື່ອການຄ້າມະນຸສຍ້ອນຮູ້ເທົ່າບໍ່ເຖິງການ ບໍ່ໄດ້ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບການຕ້າການຄ້າມະນຸສ.
ດັ່ງເຈົ້າໜ້າທີ່ ສະຫະແມ່ຍິງລາວ ແຂວງຫຼວງນໍ້າທາ ທ່ານນຶ່ງ ໄດ້ກ່າວໃນມື້ດຽວກັນວ່າ:
“ດົນໆ ກໍໄປຫັ້ນນ່າ ມັນໄປກໍບໍ່ທົ່ວເຖິງ ບາດນີ້ແມ່ນຈຸດສ່ຽງ ມັນກໍມີຫຼາຍຢູ່ຄືທີ່ວ່າ ຂ້າມໄປຕ່າງປະເທດແລ້ວສ່ວນຫຼາຍ ແມ່ນຄົນເຂດນອກ ເຮົາກໍບໍ່ມີຂໍ້ມູນອິຫຍັງຫັ້ນນ່າ ເຂົາເຈົ້າກໍບໍ່ໄດ້ແຈ້ງຮອດແດ່ ອິຫຍັງຈັ່ງຊີ້ ພວກເຮົາກໍບໍ່ຮູ້ການລົງໂຄສະນາ ຄືວ່າແຫຼະເຮົາແລ້ວ ບໍ່ມີງົບຫັ້ນນ່າລະລົງກໍດົນໆ ລົງເທື່ອນຶ່ງ ປີນຶ່ງມັນຈະໄດ້ຈັກບ້ານນຶ່ງ ບໍ່ທົ່ວບໍ່ເຖິງ.”
ສະພາບໂຕຈິງ ຢູ່ແຂວງຫຼວງນໍ້າທາປີ 2022 ຜ່ານມາຍັງມີກໍຣະນີ ທີ່ເຈົ້າໜ້າທີ່ຕຳຣວດ ເມືອງວຽງພູຄາສາມາດຊ່ອຍເດັກນ້ອຍ 3 ຄົນ ອາຍຸປະມານ 1 ປີປາຍ ໃນນັ້ນເປັນເດັກຍິງ 2 ຄົນ ເດັກຊາຍ 1 ຄົນທີ່ຄາດວ່າ ເປັນເດັກອຸ້ມບຸນ ຈະຖືກສົ່ງໄປຂາຍ ຢູ່ປະເທດຈີນ ຜ່ານດ່ານສາກົລ ບໍ່ເຕັນໄດ້, ພາຍຫຼັງທີ່ເຈົ້າໜ້າທີ່ຕຳຣວດ ສືບຮູ້ວ່າ ຈະມີຣົຖຂົນສົ່ງເດັກນ້ອຍ 3 ຄົນ ໄປຂາຍຢູ່ຈີນ ສ່ວນໂຕຜູ້ຂົນສົ່ງເດັກນ້ອຍ ທັງ 3 ຄົນ ໄດ້ລົບໜີໄປ ແລ້ວປະຣົຖ ແລະເດັກນ້ອຍໄວ້ ໂຮງແຮມ ພາຍໃນໂຕເມືອງວຽງພູຄາ ເທົ່ານັ້ນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງວຽງພູຄາ ກ່າວໃນມື້ດຽວກັນວ່າ:
“ສອງຄົນຫັ້ນຜູ້ຍິງ ກໍຄືຄົນລາວເຮົານີ້ແຫຼະ ແຕ່ວ່າຜູ້ຊາຍຫັ້ນບໍ່ຄືປານໃດ ຢາກຄືຈີນຫຼືຜູ້ຂົນສົ່ງຫັ້ນ ກໍໂຕນຕີ ປະເລີຍຫັ້ນນ່າ ກໍເລີຍບໍ່ຮູ້ທີ່ໄປທີ່ມາ. ເດັກອຸ້ມບຸນບໍ່ ຫຼືອິຫຍັງບໍ່ຮູ້ເລີຍ.”
ຍານາງກ່າວຕື່ມວ່າ ປັດຈຸບັນເດັກນ້ອຍທັງສາມຄົນ ໄດ້ຖືກສົ່ງໂຕໄປຢູ່ໃນການດູແລ ຂອງທາງການແຂວງຫຼວງພຣະບາງແລ້ວ ແລະຍັງບໍ່ໄດ້ຂ່າວວ່າທາງການລາວ ຈະມີແຜນປະກາດຫາພໍ່-ແມ່ ລ້ຽງບຸດບຸນທັມເທື່ອ ສ່ວນເດັກນ້ອຍ 3 ຄົນຕົກເປັນເຫຍື່ອຜູ້ເຄາະຮ້າຍ ຈາກການຄ້າມະນຸສ ໃນຮູບແບບການໃຫ້ຖືພາ ບໍ່ຖືກຕ້ອງ ຫຼືບໍ່ນັ້ນ, ຍັງຕ້ອງໄດ້ລໍການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ຕຳຣວດ ຕໍ່ໄປ.
ແຂວງຫຼວງນໍ້າທາ ເປັນແຂວງທີ່ມີຊາຍແດນ ຕິດຈອດກັບປະເທດຈີນ ແລະປະເທດພະມ້າ ຈຶ່ງເຮັດໃຫ້ມີກຸ່ມຄົນ ບໍ່ດີເຄື່ອນໄຫວ ເປັນທາງຜ່ານແອບແຝງ ຄ້າມະນຸສ ຫຼາຍຮູບແບບ ທັງແອບແຝງເຂົ້າມາ ທ່ອງທ່ຽວ, ຢ້ຽມຢາມ, ຄ້າຂາຍ, ໄປອອກແຮງງານ, ການຖືພາແບບບໍ່ຖືກຕ້ອງ, ການແຕ່ງດອງແອບແຝງ, ຕົວະຍົວະ ຜູ້ຖືກເຄາະຮ້າຍ ໄປຂາຍບໍຣິການ ທາງເພດ ເຮັດໃຫ້ຜູ້ຮູ້ເທົ່າບໍ່ເຖິງການຕົກ ເປັນເຫຍື່ອການຄ້າມະນຸສ ເພີ່ມຂຶ້ນ. ອີງຕາມການຣາຍງານ ຂອງ ພັນໂທ ນາງ ມະລິຈັນ ແກ້ວມະນີວົງ, ຫົວໜ້າກອງເລຂາ ຄະນະກັມມະການ ຕ້ານການຄ້າມະນຸສ ແຂວງຫຼວງນໍ້າທາ ຕໍ່ກອງປະຊຸມ ສຣຸບ ການຈັດຕັ້ງປະຕິບັດ ວຽກງານ ຕ້ານການຄ້າມະນຸສ ປະຈຳປີ 2022 ແລະ ທິດທາງ ແຜນການປະຈຳປີ 2023.