ຄົນລາວ 6 ຄົນ ທີ່ຖືກຊ່ວຍ ຈາກສູນສະແກມເມີ້ ຢູ່ມຽນມາ ໄດ້ສົ່ງກັບລາວ
2025.03.11

ຄົນລາວ 6 ຄົນ ທີ່ໄດ້ຕົກເປັນເຫຍື່ອ ຂອງກຸ່ມແກ້ງສໍ້ໂກງຊັບ ທາງໂທລະຄົມ ຢູ່ເມືອງເມຍວະດີ ປະເທດມຽນມານັ້ນ ໄດ້ຖືກສົ່ງກັບປະເທດລາວແລ້ວ ພາຍຫຼັງທີ່ທາງການໄທ ໄດ້ຮັບການປະສານງານ ຈາກກອງກໍາລັງກະຫຼ່ຽງ ພຸດປະຊາທິປະໄຕ (Democratic Karen Buddhist Army–DKBA) ໃນມື້ວັນທີ 12 ກຸມພາ 2025. ກ່ຽວກັບການສົ່ງມອບ ຜູ້ທີ່ຖືກຄ້າມະນຸດ ຖືກຫຼອກລວງ ໄປເຮັດວຽກນໍາບໍລິສັດສະແກມເມີ້ ໃນເຂດເມືອງເມຍວະດີ ປະເທດມຽນມາ ທັງໝົດ 260 ຄົນ, ມີ 20 ສັນຊາດ ຊຶ່ງໃນນັ້ນ ມີສັນຊາດລາວ 6 ຄົນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມີນານີ້:
“ເພິ່ນສົ່ງກັບໝົດແລ້ວເດ ທູດລາວຢູ່ໄທ ຮັບຜິດຊອບນ່າ. ພະມ້າ ມັນຈັບນໍ ເຂົາສົ່ງມາ ເປັນຄົນປະເທດໃດ. ແມ່ນແລ້ວ ໄທຈະປະສານຫາທູດປະເທດນັ້ນ ມາຮັບດ້ວຍຕົນເອງ ກັບບ້ານ. ມາຮອດລາວແລ້ວ ສະຖານທູດ ເຂົາຊ່ວຍຫັ້ນແຫຼະ.”
ແລະເຈົ້າໜ້າທີ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ນາງໜຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ກໍເວົ້າວ່າ:
“ຄົນລາວທັງ 6 ຄົນ ທີ່ວ່ານັ້ນ ໄດ້ຖືກສົ່ງມາ ຮອດປະເທດລາວແລ້ວ ໃນມື້ວັນທີ 20 ກຸມພາ ທີ່ຜ່ານມາ ແລະ ໄດ້ສົ່ງພວກເຂົາເຈົ້າ ໃຫ້ກົມຕ້ານການຄ້າມະນຸດ ແລະ ໄດ້ມອບໃຫ້ກອງບັນຊາການຕໍາຫຼວດແຂວງ ສົ່ງພວກເຂົາເຈົ້າ ກັບບ້ານແລ້ວ.”
ການຮ່ວມມືກັບຈີນ ແລະຫວຽດນາມ
ກ່ຽວກັບເລື່ອງທີ່ວ່ານີ້ ທ່ານ ຫວັງ ອີ້ (Wang Yi) ລັດຖະມົນຕີ ກະຊວງການຕ່າງປະເທດ ຈີນ ໄດ້ກ່າວຕໍ່ສື່ມວນຊົນ ໃນມື້ວັນທີ 7 ມີນາ 2025 ວ່າ ທາງການຈີນ ໄທ ມຽນມາ ແລະລາວ ໄດ້ຮ່ວມມືກັນ ປາບປາມການສໍ້ໂກງຊັບ ທາງໂທລະຄົມ ໃນເຂດຊາຍແດນໄທ-ມຽນມາ.
ແລະເຈົ້າໜ້າທີ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ທ່ານດຽວກັນນີ້ ກໍເວົ້າວ່າ ທາງການລາວ ຮ່ວມມືກັບທາງການຈີນ ແລະຫວຽດນາມ ປາບປາມພວກດັ່ງກ່າວ ຢ່າງຮຸນແຮງ ໃນດິນແດນລາວ. ນັບຕັ້ງແຕ່ເດືອນກໍລະກົດ 2023 ຫາເດືອນມັງກອນ 2025 ໄດ້ຮ່ວມມືກັນ ກວາດລ້າງບໍລິສັດ ແກ້ງຄອນເຊັນເຕີ 267 ບໍລິສັດ ຂອງ 16 ສັນຊາດ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ໃນຈໍານວນ 9 ຄັ້ງ ຂອງການກວາດລ້າງ ໄດ້ກັກໂຕຜູ້ຖືກກ່າວຫາ ທັງໝົດ 2,160 ຄົນ ຊຶ່ງໃນນັ້ນ ເປັນຄົນສັນຊາດຈີນ ຫຼາຍເຖິງ 1,317 ຄົນ. ຍ້ອນຖືກປາບປາມຫຼາຍ ບໍລິສັດກຸ່ມແກ້ງທີ່ວ່ານີ້ ຈໍານວນໜຶ່ງ ໄດ້ຍ້າຍໄປຕັ້ງຢູ່ປະເທດມຽນມາ, ດັ່ງທີ່ທ່ານກ່າວວ່າ:
“ແມ່ນ ຍ້ອນເຮົາປາບຫຼາຍ ຫັ້ນແຫຼະ, ຢູ່ເຂດສາມຫຼ່ຽມ ເຮົາປາບຫຼາຍ ເຂົາຈຶ່ງໜີໄປພຸ້ນ. ເຂົາກໍຫຍັບ ໄປເຮັດຢູ່ພຸ້ນ ເບື້ອງພະມ້າພຸ້ນ. ບາດນີ້ ພະມ້າກໍຄືຮູ້ແຫຼະ ເປັນຊົນກຸ່ມນ້ອຍ ລັດຖະບານກາງ ເຂົາກໍຄຸມບໍ່ໄດ້ແດ່. ເຂົາກໍເລີຍເອົາຊ່ອງຫວ່າງໂຕນີ້ເຮັດ ເອີ ພວກຄ້າມະນຸດ ພວກອີຫຍັງ.”
ສະຖານະການ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຕອນນີ້
ອີງຕາມຂໍ້ມູນ ຂອງກະຊວງປ້ອງກັນຄວາມສະຫງົບ, ປັດຈຸບັນ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ຈັດຕັ້ງກອງບັນຊາການ ເພື່ອຮັກສາຄວາມສະຫງົບຂຶ້ນ ແລະ ເຈົ້າໜ້າທີ່ຕໍາຫຼວດ ປ້ອງກັນຄວາມສະຫງົບ ຢູ່ໃນເຂດນີ້ ກໍເວົ້າວ່າ ຍັງມີການກວາດລ້າງ ກຸ່ມແກ້ງຄອນເຊັນເຕີ ຢູ່ຕໍ່ໄປ. ຈະກວາດລ້າງທັງໝົດ ແລະ ໃຫ້ບໍລິສັດ ທີ່ຍັງດໍາເນີນການຢູ່ ຫັນປ່ຽນເປັນບໍລິສັດ ກາສິໂນອອນລາຍ ໃຫ້ໄດ້ພາຍໃນຕົ້ນ ປີ 2025 ນີ້. ຫາກກວດພົບວ່າ ຍັງແອບແຝງ ເປັນແກ້ງຄອນເຊັນເຕີຢູ່ ກໍຈະບໍ່ມີການເຕືອນ ບໍ່ມີການສຶກສາອົບຮົມ ຄືເກົ່າ ອີກແລ້ວ, ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ກຸມພາທີ່ຜ່ານມາ ນີ້ວ່າ:
“ຄາດວ່າ ຢູ່ໃນຕົ້ນ ປີ 2025 ພວກເຮົາ ຈະກວດໃຫ້ບໍ່ເປັນ ທັງເບິດແລ້ວ. ດຽວນີ້ ເຮົາຈະບໍ່ມີຄໍາເຕືອນ ອີກແລ້ວ. ເຮົາຈະບໍ່ມີ ການສຶກສາອົບຮົມ ອີກແລ້ວ. ຖ້າເຮົາກວດວ່າຍັງຝືນ ຍັງແອບແຝງ ຍັງເຮັດຢູ່ ຈະບໍ່ມີການເຕືອນອີກຕໍ່ໄປ ເພາະວ່າໃຫ້ເວລາ ໃນການກ່າວເຕືອນມາຕັ້ງແຕ່ 2024 ແລ້ວເດ.”
ຂ່າວ ກ່ຽວກັນ
ທາງການ ຕິດຕາມພວກກຸ່ມແກ້ງຄອນເຊັນເຕີ ຢ່າງໃກ້ຊິດ ເພື່ອປ້ອງກັນ ບໍ່ໃຫ້ກັບມາລາວ
ແຜນການຕັດໄຟຟ້າ ເພື່ອປາບປາມ ແກ້ງຄອລເຊັນເຕີ້ ຕາມລັດຖະບານໄທ ນັ້ນ, ຝ່າຍລາວ ຍັງມິດງຽບ ຢູ່
ສໍາລັບການປາບປາມ ກຸ່ມແກ້ງຄອນເຊັນເຕີ ແລະການຄ້າມະນຸດ ຢູ່ປະເທດ
ມຽນມາ, ຕາມລາຍງານຂອງສໍານັກຂ່າວ ໄທລັດ ອອນລາຍ ໃນມື້ວັນທີ 26
ກຸມພາ 2025, ທາງການມຽນມາ ກຽມສົ່ງເຫຍື່ອ ແກ້ງຄອນເຊັນເຕີ ທີ່ຄັດກອງແລ້ວ ທັງໝົດ 7,141 ຄົນ, ມີ 29 ສັນຊາດ ກັບຄືນ ໄປປະເທດຕ່າງໆ ຊຶ່ງໃນນັ້ນ ມີສັນຊາດລາວ 1 ຄົນ, ຈີນ 4,860 ຄົນ, ຫວຽດນາມ 572 ຄົນ, ອິນເດຍ 526 ຄົນ ແລະສັນຊາດອື່ນໆ.