ແມ່ຍິງຊາວກັມພູຊາຈໍານວນ 7 ຄົນທີ່ຕົກເປັນເຫຍື່ອການຄ້າມະນຸສ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຮັບການຊ່ອຍເຫຼືອແລ້ວ. ການຊ່ອຍເຫຼືອຄັ້ງນີ້ເຣີ່ມຈາກສະຖານທູດ ກັມພູຊາປະຈຳ ສປປ ລາວ ໄດ້ຮັບຂໍ້ມູນກ່ຽວກັບແມ່ຍິງທັງ 7 ຄົນ ທີ່ໂພສຕ໌ ວີດີໂອ ຂໍຄວາມຊ່ອຍເຫຼືອທາງເຟສບຸກຄ໌ ໃນວັນທີ 30 ກັນຍາ ແລະ ນຶ່ງໃນນັນ ເວົ້າວ່າ ທັງໝົດຖືກຕົວະໃຫ້ໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໃນແຂວງບໍ່ແກ້ວ ແຕ່ພາຍຫຼັງໄດ້ລັກລອບໜີ ອອກຈາກ ບ່ອນເຮັດວຽກ ເນື່ອງຈາກບັນຫາ ກັບນາຍຈ້າງ ທີ່ວາງແຜນຈະສົ່ງ ໄປຂາຍຕໍ່ທີ່ປະເທດທີ 3. ເມື່ອໄດ້ຮັບຂໍ້ມູນດັ່ງກ່າວ ສະຖານທູດກັມພູຊາ ປະຈຳ ສປປ ລາວ ຈຶ່ງຕິດຕໍ່ໄປຫາເຈົ້າໜ້າທີ່ລາວ ເພື່ອຂໍຄວາມຮ່ວມມື ໃນການຊ່ອຍເຫຼືອ ແມ່ຍິງເຫຼົ່ານັ້ນທັນທີ. ຕໍ່ມາໃນວັນທີ 01 ຕຸລາ ແມ່ຍິງຊາວ ກັມພູຊາທັງ 6 ຄົນ ຈຶ່ງໄດ້ຮັບການຊ່ອຍເຫຼືອ ແລະຢູ່ໃນທີ່ປອດໄພແລ້ວ ສ່ວນແມ່ຍິງອີກນຶ່ງຄົນ ທີ່ຍັງບໍ່ໄດ້ຮັບການຊ່ອຍເຫຼືອ ຍ້ອນປ່ວຍນັ້ນ ສະຖານທູດ ກັມພູຊາ ປະສານງານເພື່ອສືບຕໍ່ ໃຫ້ການຊ່ອຍເຫຼືອຕື່ມ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວກ່າວວ່າ ຍັງບໍ່ທັນຮັບຮູ້ກ່ຽວກັບການຊ່ອຍເຫຼືອ ດັ່ງກ່າວເທື່ອ.
ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 03 ຕຸລາ ນີ້ວ່າ:
“ອັນນີ້ບໍ່ຮູ້ແດ່ໜ່ວຍງານໄທເຮົາບໍ່ຮູ້ເນາະໂຕນີ້ຫັ້ນນ່າຕ້ອງໄດ້ຖາມຂະເຈົ້າກ່ອນເນາະກໍບໍ່ຮູ້ຄືກັນກັນເດີ້ວ່າພາກສ່ວນໃດຮັບຜິດຊອບຫັ້ນນ່າ.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງສະຖານທູດ ກັມພູຊາປະຈໍາ ສປປ ລາວ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດໃຫ້ຣາຍລະອຽດ ກ່ຽວກັບເຣື່ອງດັ່ງກ່າວໄດ້. ຈາກນັ້ນໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ລາວ ຜູ້ຮູ້ກ່ຽວກັບເຣື່ອງດັ່ງກ່າວ, ແຕ່ທ່ານຍັງບໍ່ສະດວກໃຫ້ຂໍ້ມູນ.
ວິທຍຸເອເຊັຽເສຣີ ໄດ້ຂໍ້ມູນຈາກແມ່ຍິງນາງນຶ່ງ ທີ່ໄດ້ຮັບການຊ່ອຍເຫຼືອ ໃນຄັ້ງນີ້ວ່າມາຮອດເວລານີ້ ຜູ້ທີ່ປ່ວຍນັ້ນ ໄດ້ຮັບການຊ່ອຍເຫຼືອ ແລະຖືກສົ່ງກັບປະເທດແລ້ວ ແລະຕຳຣວດລາວຈະສົ່ງແມ່ຍິງອີກ 6 ຄົນກັບປະເທດກັມພູຊາ ໃນໝໍ່ໆນີ້, ແຕ່ຍັງບໍ່ມີກຳໜົດເວລາ.
ຊາວລາວທີ່ເຮັດວຽກ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຢືນຢັນວ່າ ປັດຈຸບັນມີຄົນຕ່າງປະເທດ ຢູ່ຫຼາຍສັນຊາຕ ທີ່ເຂົ້າມາເຮັດວຽກໃນເຂດກາສິໂນ ແລະ ທີຜ່ານມາ ມີເຈົ້າໜ້າ ທີ່ຕຳຣວດ ລົງກວດກາ ແລະ ໂຄສະນາ ເພື່ອຕ້ານການຄ້າມະນຸສ ຢູ່ເລື້ອຍໆ.
ດັ່ງແມ່ຄ້າຮັບຫີ້ວເຄື່ອງ ຢູ່ບໍຣິເວນສາມຫຼ່ຽມຄຳ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 03 ຕຸລາ 2023 ນີ້ວ່າ:
“ກາສິໂນຫັ້ນຫຼາຍແຕ່ວ່າຄົນຕ່າງຊາຕ ຂະເຈົ້າບໍ່ຄ່ອຍໄດ້ອອກມາຫັ້ນນ່າ. ຈີນແຫຼະເປັນຫຼັກ ພວກພະມ້າ, ຈີນ. ພະມ້າແຫຼະເປັນຫຼັກ ກັມປູເຈັຍ ບໍ່ປານໃດ ມີໆ ມີຕຳຣວດລົງກວດ ກໍຫຼາຍສ່ວນຫຼາຍໄປກວດ ພວກອັນໜັງສືເດີນທາງ ມາຖືກກົດໝາຍບໍ່ ເຮັດວຽກກ່ຽວກັບອິຫຍັງຫັ້ນແຫຼະ ຖືກກັກຂັງບໍ່ຖືກອິຫຍັງ ປະມານນັ້ນແຫຼະ.”
ນອກຈາກຄົນຈີນ ແລະ ພະມ້າແລ້ວຍັງມີຄົນໄທຍ, ຄົນວຽດນາມ ທີ່ເຂົ້າມາເຮັດວຽກ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຍ້ອນບໍຣິເວນດັ່ງກ່າວແມ່ນເປັນຈຸດສຸມ ຂອງຄົນ.
ດັ່ງຊາວບ້ານ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວນາງນຶ່ງກ່າວວ່່າ:
“ຄົນກໍຫຼາຍຫັ້ນແຫຼະ ຢູ່ນີ້ມັນຈຸດສຸມຂອງຄົນ. ຂ້ອຍບໍ່ຮູ້ ແມ່ນຄົນນອກ ຄົນວຽດ ກໍມີເຮັດຮ້ານເສີມສວຍ. ເຮັດຮ້ານສັກລາຍຢູ່ນີ້ຫຼາຍ.”
ຊາວລາວອີກນາງນຶ່ງ ກໍບໍ່ຮູ້ວ່າປັດຈຸບັນ ຍັງມີຄົນຖືກຕົວະມາເຮັດວຽກ ສະແກມເມີ້ຣ໌ ຫຼືຕອບແຊັດ ຫຼາຍບໍ່, ແຕ່ຄິດວ່າ ຄົນຖືກຕົວະ ເຮັດວຽກຕອບແຊັດນັ້ນ ບໍ່ຫຼາຍປານໃດແລ້ວ ຍ້ອນທຸກຄົນຮູ້ແລ້ວວ່າ ເຮັດສະແກມເມີ້ຣ໌ ດັ່ງນັ້ນ ຄົນທີ່ມາເຮັດວຽກນີ້ ມາດ້ວຍຄວາມສະມັກໃຈ.
ດັ່ງຍານາງກ່າວວ່າ:
“ບໍ່ຄ່ອຍຫຼາຍ ເພາະວ່າຈະເຈົ້າເຣີ່ມຮູ້ແລ້ວເດ້ ເຣື່ອງເພິ່ນຕົວະນີ້ຫັ້ນນ່າ ເພາະວ່າຕອບແຊັດ ເພິ່ນຮູ້ແລ້ວວ່າມັນຕົວະກັນ. ບໍ່ແມ່ນຕົວະແຫຼະ ຕາມແຕ່ຄວາມສະມັກໃຈ ຂະເຈົ້າຮູ້ແມ່ນວຽກ ອິຫຍັງ ຂະເຈົ້າກໍຕາມແຕ່ຄວາມສະມັກໃຈ ຂອງໃຜ.”
ໃນເດືອນມີນາປີ 2023 ທີ່ຜ່ານມາ ພົລເມືອງ ຈາກປະເທດສີລັງກາ ຖືກຫລອກລວງເຮັດວຽກເປັນສະແກມເມີ້ຣ໌ ຈຳນວນຫລາຍຄົນ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳ ແລະ ໄດຮັບການຊ່ອຍເຫລືອຈຳນວນ 11 ຄົນ ໂດຍ ສ່ວນໃຫຍ່ເຮັດວຽກ ເປັນສະແກມເມີ້ຣ໌ ຢູ່ບໍຣິສັດຕ່າງໆ ໃນເຂດດັ່ງກ່າວ, ແຕ່ບໍ່ແມ່ນເຮັດວຽກພາຍໃຕ້ ຄິງສ໌ໂຣມັນສ໌.
ອີງຕາມຣາຍງານ ຂອງທ່ານ ພົນຈັຕວາ ແກ່ນຈັນ ພົມມະຈັກ, ຮອງຫົວໜ້າກົມຕໍາຣວດ ແລະ ຫົວໜ້າກົມຕໍາຣວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສງົບ ໃນເດືອນພຶສຈິກາ ປີ 2022 ລະບຸວ່າ ທີ່ຜ່ານມາປະເທດລາວ ເປັນຕົ້ນທາງ ແລະ ປາຍທາງຂອງບັນຫາ ການຄ້າມະນຸສ ເປັນຕົ້ນທາງຂູດຮີດແຮງງານ ບັງຄັບໃຫ້ຂາຍບໍຣິການທາງເພດ, ການອຸ້ມບຸນ ແລະ ການຖ່າຍທອດສົດ ພາບເປືອຍຂອງຊາຍ ແລະ ຍິງ ຜ່ານສື່ສັງຄົມອອນລາຍນ໌ ໂດຍໃນໄລຍະບໍ່ດົນມານີ້ ພາກສ່ວນທີ່ກ່ຽວຂ້ອງ ສາມາດຊ່ອຍເຫລືອ ຜູ້ຕົກເປັນເຫຍື່ອ ການຄ້າມະນຸສ ໄດ້ 1,225 ຄົນ ໃນນີ້ ມີ 869 ຄົນຈາກ 13 ສັນຊາຕ ໄດ້ຮັບການຊ່ອຍເຫລືອ ຈາກຄະນະຄຸ້ມຄອງເຂດ ເສຖກິຈພິເສດ ແຂວງບໍ່ແກ້ວ, ມີ 138 ຄົນ ຈາກ 8 ສັນຊາຕ ໄດ້ຮັບການຊ່ອຍເຫລືອ ຈາກຜແນກການຕ່າງປະເທດ ແຂວງບໍ່ແກ້ວ, ສ່ວນອີກ 248 ຄົນ ຈາກ 8 ສັນຊາຕ ໄດ້ຮັບການຊ່ອຍເຫລືອ ຈາກເຈົ້າໜ້າທີ່ຕໍາຣວດ ທ້ອງຖິ່ນ.