ເຕືອນພັຍຄົນຈີນ ຍ່າງຊອກເມັຽລາວ ຕາມຕລາດ

ໄຊຍາ
2024.03.11
ເຕືອນພັຍຄົນຈີນ ຍ່າງຊອກເມັຽລາວ ຕາມຕລາດ ແມ່ຍິງລາວ ພວມຊື້ເຄື່ອງ ທີ່ຕລາດແຫ່ງນຶ່ງ ໃນແຂວງອຸດົມໄຊ, ເດືອນມີນາ 2024
Credit photos: ນັກຂ່າວພົລເມືອງ

ຜູ້ໃຊ້ຕິກຕ໋ອກ ຊື່ວ່າ noudar ppsv ມີຊື່ຫຼິ້ນວ່າ ດາ ບອກເລົ່າເຫດການ ທີ່ໂຕເອງພົບວ່າ ຂໍໃຫ້ແມ່ຍິງ ແລະ ເດັກນ້ອຍຍິງລາວ ທີ່ກຳລັງຈະຕົກລົງປົງໃຈ ແຕ່ງດອງເປັນເມັຽຈີນ ມີສະຕິລະວັງໂຕ ບໍ່ໃຫ້ຕົກເປັນເຄື່ອງມື ຂອງກຸ່ມຄົນບໍ່ດີ ຍ້ອນສະພາບໂຕຈິງ ໂຕເອງເຫັນຜູ້ຊາຍຈີນ ສອງຄົນ ມານໍາແມ່ຍິງລາວ ສອງຄົນ. ໃນນັ້ນ, ເປັນເມັຽຈີນ ນຶ່ງຄົນ ແລະ ອີກນຶ່ງຄົນ ເປັນຜູ້ແປພາສາ, ໂດຍທັງໝົດ ພາກັນມາເລາະຫາເມັຽ ໃຫ້ນ້ອງຊາຍ ຂອງຄົນຈີນ ຕາມຕລາດ. ດັ່ງຍານາງໄດ້ກ່າວ ໃນຄຣິບວີດິໂອ ບາງຕອນວ່າ:

“ເຂົາເຈົ້າຂາຍໝາກໄມ້ ຢູ່ແຄມທາງຫັ້ນ. ອີ່ນາຍຫັ້ນ, ມີລູກປະມານ 2-3 ຄົນ, ຄົນນຶ່ງຫັ້ນ ອາຍຸ 20 ປີແລ້ວຄົນນຶ່ງ ອາຍຸຫັ້ນ 14-15 ປີນີ້ແຫຼະ. ແລ້ວອີ່ນາຍທີ່ວ່າ ຂາຍໝາກໄມ້ຫັ້ນ ເພິ່ນກໍແນະນໍາ ລູກສາວເພິ່ນວ່າ ຜູ້ນີ້ຫັ້ນ ໄດ້ 20 ປີແລ້ວເດີ້, ແລ້ວຜູ້ນີ້ ໄດ້ 14-15 ປີຈັ່ງຊັ້ນຈັ່ງຊີ້. ແລ້ວນາງຜູ້ແປພາສາຫັ້ນ ເພິ່ນກໍແປ, ແປໃຫ້ຄົນຈີນຫັ້ນຟັງ. ກໍບໍ່ຮູ້ວ່າ ກ່ອນໜ້ານີ້ ພວກເພິ່ນ ໄດ້ມີການແບບ ໄດ້ມີການປະສານກັນ ຫຼືວ່າ ຕົກລົງປົງໃຈກັນ ມີຫຍັງກັນມາກ່ອນ ຫຼືບໍ່ ຫຼືວ່າ ຫາກໍມາເຈິກັນ ແລ້ວມາຖາມຈັ່ງຊັ້ນບໍ. ຄືຮັກແທ້ ແບບຄົບກັນດົນ ລະມາແຕ່ງ, ເອີ່, ອັນນີ້ພໍກໍເຂົ້າໃຈ. ອັນນີ້ອີ່ຫຍັງ ມາຊອກເອົາ ແຖວຕລາດຈັ່ງຊັ້ນ, ທຸກຄົນ ມັນບໍ່ແມ່ນຂາຍຜັກນ່າ.”

ວິທຍຸເອເຊັຽເສຣີ ຈຶ່ງຕິດຕໍ່ໄປຫາ ຜູ້ເຫັນເຫດການ ຄົນຈີນຍ່າງເລາະຊອກເມັຽ ຕາມຕລາດ ດັ່ງຄລິບວີດິໂອ ກ່າວເຖິງນັ້ນ ແລະ ພົບວ່າ ຕລາດດັ່ງກ່າວ ຢູ່ຕລາດກະສິກັມ ແຂວງຫຼວງນໍ້າທາ ຫຼືມີອີກຊື່ນຶ່ງວ່າຕລາດກະສິກັມ-ອຸດສາະຫະກັມ ແຂວງຫຼວງນໍ້າທາ. ດັ່ງຜູ້ເຫັນເຫດການ ພາຍໃນຕລາດ ທີ່ບໍ່ປະສົງອອກຊື່ ແລະ ສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ມີນາ ນີ້ວ່າ:

“ເຫັນຢູ່ແຖວໆ ຫຼວງນໍ້າທາຫັ້ນແຫຼະ. ເອີ່, ຢູ່ອັນໃນໂຕແຂວງນັ້ນເລີຍ ໃນໂຕເມືອງຫັ້ນແຫຼະ ເປັນຕລາດ ໃນໂຕແຂວງເລີຍ, ຫັ້ນນ່າ. ມັນມີຕລາດແຂວງ ຕລາດດຽວກັນຫັ້ນແຫຼະ ເຫັນ 2-3 ຄົນ ເຂົາເຈົ້າມາຖາມ, ຫັ້ນນ່າ. ແລ້ວບໍ່ຮູ້ກ່ອນໜ້ານີ້ ເຂົາເຈົ້າ ມີການຕົກລົງກັນແລ້ວ ຫຼືບໍ່ ຫຼືວ່າ ຫາກໍມາເຫັນ ຫຼືວ່າມາຖາມ, ຫັ້ນນ່າ. ອັນນີ້, ກໍບໍ່ແນ່ໃຈ ມີແຕ່ວ່າ ມື້ນັ້ນບັງເອີນ ໄປເຫັນຊື່ໆ, ມີແຕ່ຜູ້ເປັນນ້ອງຫັ້ນ ບໍ່ມີເມັຽ. ເຂົາເຈົ້າມາຊອກໃຫ້ກັນນີ້ແຫຼະ. ກໍຢາກເຕືອນ ເພາະວ່າ ພວກທີ່ວ່າ ມາແປພາສາຫັ້ນ ເຂົາເຈົ້າຊ່າງເວົ້າ ຊ່າງວ່າ, ຫັ້ນນ່າ. ບາງທີ ເຮົາອາຈຫຼົງເຊື່ອຄຳເພິ່ນ ກໍມີ, ຫັ້ນນ່າ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງຫຼວງນໍ້າທາ ຍັງບໍ່ທັນເຫັນ ຄຣິບວີດິໂອ ດັ່ງກ່າວ ແລະ ຍັງບໍ່ທັນເຫັນ ເຫດການຄົນຈີນ ຍ່າງຊອກເມັຽ ໃນຕລາດກະສິກັມ ແຂວງຫຼວງນໍ້າທາ ເທື່ອ. ດັ່ງຍານາງກ່າວ ໃນມື້ດຽວກັນວ່າ:

“ກໍບໍ່ມີໄດ໋ ເພາະວ່າ ເຂົາເຈົ້າກໍສ່ວນຫຼາຍ ຄັນຊິເອົາຜົວ-ເອົາເມັຽ ຄົນຈີນ, ຄົນຫຍັງ ເຂົາເຈົ້າກໍມັກ-ຮັກ ລົມກັນ. ຊິມາຊອກເອົາ ຕາມຕລາດ ກໍບໍ່ມີແຫຼະ.”

ແມ່ຄ້າຂາຍໝາກໄມ້ ຢູ່ຕາມແຄມທາງ ໃກ້ຕລາດກະສິກັມ ແຂວງຫຼວງນໍ້າທາ ນາງນຶ່ງ ກໍກ່າວຄືກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ວ່າ ຍັງບໍ່ເຫັນເຫດການ ຄົນຈີນ ຍ່າງຊອກເມັຽ ໃນຕລາດກະສິກັມ ແຂວງຫຼວງນໍ້າທາ ເທື່ອ. ດັ່ງຍານາງໄດ້ກ່າວ ໃນມື້ດຽວກັນວ່າ:

“ບໍ່ມີໃຜຖາມໄດ໋ ແບບນັ້ນ. ຄັນມີ, ເອື້ອຍກໍຊິຮູ້ໄດ໋ ເອື້ອຍກໍຢູ່ນີ້, ຄົນພື້ນຖານຢູ່ນີ້. ເບິ່ງໂຕຈິງແລ້ວ ຄືບໍ່ເຫັນໄດ້ຍິນນ່າ ເອື້ອຍກໍຜູ້ນຶ່ງ ອັນທີ່ເລາະລ່ອງ ແຖວຕລາດນີ້, ໄປຕລາດທຸກມື້ ຢູ່ເຮືອນ ກໍຢູ່ມໍ່ຕລາດນີ້. ຈຸຕລາດ ຈຸຈີນເຂົາຂາຍເຄື່ອງ ເຂົາກໍຢູ່ນີ້ ເຂົາກໍຂາຍເຄື່ອງ ຂາຍຂອງໄປ. ຈຸຂາຍໂທຣະສັບ ເຂົາກໍຂາຍໂທຣະສັບໄປ ບໍ່ໄດ້ຍິນນ່າ.”

ພາຍຫຼັງທີ່ ຜູ້ໃຊ້ຕິກຕ໋ອກ noudar ppsv ເຜີຍແຜ່ ຄລິບວີດິໂອດັ່ງກ່າວ ກໍເຮັດໃຫ້ເຟສບຸກຄ໌ເພຈ Weekend News ໄດ້ເອົາຄລິບດັ່ງກ່າວ ມາເຜີຍແຜ່ ໜ້າເຟສບຸກຄ໌ເພຈດັ່ງກ່າວ ແບບສາທາຣະນະ ເພື່ອແຈ້ງເຕືອນພັຍ ໃຫ້ສາວລາວ ທີ່ກຳລັງຢາກໄດ້ຜົວຈີນ ຫຼືບ່າວຈີນ ຈະຕົກເປັນເຄື່ອງມື ຂອງກຸ່ມຄົນບໍ່ດີ. ໂດຍຄລິບດັ່ງກ່າວ ມີຈຳນວນຄົນເຂົ້າເບິ່ງ ຫຼັກແສນ, ຄົນຖືກໃຈ 4 ພັນກ່ວາຄົນ ແລະ ຄົນສະແດງຄວາມເຫັນ 800 ຄົນ.

ຄົນລາວ ທີ່ເຫັນຄລິບວີດິໂອ ຄົນຈີນຍ່າງຊອກເມັຽ ໃນຕລາດ ທີ່ໄດ້ກົດຖືກໃຈຄລິບນັ້ນ ພ້ອມສະແດງຄວາມຄິດເຫັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ກໍມີຄວາມເປັນຫ່ວງ ທີ່ແມ່ຍິງ ແລະ ເດັກຍິງລາວ ຈະຕົກເປັນເຫຍື່ອ ເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸສ. ດັ່ງຍານາງໄດ້ກ່າວວ່າ:

“ແມ່ນ, ກໍເປັນຫ່ວງຢູ່ໄດ໋. ມັນຫຼາຍບໍ່ ຫຼືວ່າຈັ່ງໃດ ແບບອະທິບາຍບໍ່ຖືກ, ແຕ່ວ່າ ຫຼາຍຄົນ ກັບບາງຄົນ ກະແບບຄັນວ່າໄດ້ໄປ ກໍໄດ້ດີ, ຫັ້ນນ່າ ແບບນັ້ນນ່າ. ບາງຄົນກະໂຊກຮ້າຍ ກະບໍ່ຢາກດີປານໃດ, ຫັ້ນນ່າ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫຼວງວຽງຈັນ ກ່າວວ່າ ຈະໄດ້ກວດສອບ ຄລິບວີດິໂອດັ່ງກ່າວວ່າ ເກີດຂຶ້ນຢູ່ໃສແທ້ ພ້ອມໃຫ້ຄວາມເຫັນວ່າ ສະຫະພັນແມ່ຍິງ ທຸກແຂວງ ມີຄວາມເປັນຫ່ວງ ຕໍ່ເຫດການ ທີ່ກຸ່ມຄົນຈີນ ມາເລາະຫາແມ່ຍິງ ແລະ ເດັກຍິງລາວ ໄປເປັນເມັຽ ຍ້ອນພົລເມືອງລາວ ອາຈຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸສໄດ້ ຈຶ່ງຢາກໃຫ້ພໍ່-ແມ່ ຜູ້ປົກຄອງ ຄິດເຖິງເຣື່ອງລູກ ຫຼາຍກ່ວາ ເຣື່ອງເງິນຄ່າດອງສູງ ທີ່ຈີນມາຍື່ນສເນີໃຫ້. ດັ່ງຍານາງໄດ້ກ່າວ ໃນມື້ດຽວກັນນີ້ວ່າ:

“ເອື້ອຍກໍເປັນຫ່ວງ ຂອບໃຈທີ່ພວກນ້ອງ ໃຫ້ຂໍ້ມູນ. ພາກຣັຖພວກເອື້ອຍ ກໍບໍ່ແມ່ນ, ບໍ່ນິ້ງນອນເສີຍໄດ໋. ແຕ່ເຂົາລົງນ່າ ເຂົາລົງກັບຫາປະຊາຊົນ. ບາງເທື່ອ ກໍຈັບຈັບໂຕຍາກ ນຳໂຕຍາກ ເປັນຜູ້ຖືກເຄາະຮ້າຍ ໄປເລີຍແຫຼະ. ແມ່ຍິງເຮົາ ເຂົາເອີ້ນວ່າ ຄວາມຮູ້ເທົ່າບໍ່ເຖິງການ, ບາງເທື່ອ ກໍຄວາມຄິດອີ່ຫຍັງ ຄວາມຄິດຂອງພໍ່ ຂອງແມ່, ຫັ້ນນ່າ, ຄິດເຫັນແຕ່ເງິນຢ່າງດຽວ, ຫັ້ນນ່າ. ໃຫ້ເຂົາເຈົ້າຄິດເຖິງເຣື່ອງລູກຫັ້ນ ຫຼາຍກ່ວາ ບໍ່ຢາກໃຫ້ເອົາເງິນ ມາເປັນໂຕວັດ ໃນການວ່າ ໄດ້ເງິນຄ່າດອງ ເທົ່ານັ້ນ, ເທົ່ານີ້ບໍ່ ຄ່ານັ້ນ, ຄ່ານີ້.”

ປີ 2023 ທີ່ຜ່ານມາ, ຄະນະຮັບຜິດຊອບ ວຽກງານຕ້ານການຄ້າມະນຸສ ແຂວງຊຽງຂວາງ ໄດ້ຊ່ອຍເຫຼືອເດັກຍິງມົ້ງລາວ ອາຍຸຕໍ່າກວ່າ 18 ປີ ທີ່ມີຖານະທຸກຍາກ ຈຳນວນ 1 ຄົນ ພາຍຫຼັງທີ່ໄດ້ເຮັດວຽກ ເປັນກັມມະກອນ ຢູ່ສວນກ້ວຍຈີນ ທີ່ແຂວງຫຼວງນໍ້າທາ ແລ້ວຖືກຜູ້ຊາຍຈີນ ຕົວະແຕ່ງດອງ ຜ່ານການແຕ່ງດອງ ຕາມຮີດຄອງປະເພນີ ຢູ່ລາວ ພ້ອມໄດ້ຮັບເງິນຄ່າດອງ ຈາກຜົວຈີນ ປະມານ 80 ລ້ານກີບ. ແຕ່ເອກສານ ຢັ້ງຢືນວ່າ ເປັນຄູ່ຜົວ-ເມັຽ ແຕ່ງດອງກັນ ຖືກກົດໝາຍ ບໍ່ໄດ້ມີການດຳເນີນການ ຜ່ານທາງການລາວ ແລະ ຈີນ ແຕ່ຢ່າງໃດ. ມີພຽງແຕ່ວ່າ ຜົວຈີນ ພາເດັກຍິງມົ້ງ ໄປຢູ່ຈີນ ດ້ວຍວີຊ້າທ່ອງທ່ຽວ ແບບຜິດກົດໝາຍ. ແຕ່ເມື່ອເຂົາເຈົ້າ ໄປຮອດຈີນແລ້ວ, ກໍມີລູກນໍາຜົວຈີນ 2 ຄົນ ແລ້ວມາໃນປີ 2023 ນີ້ ເດັກຍິງມົ້ງລາວ ຜູ້ນີ້ ທົນສະພາບການເປັນຢູ່ ທີ່ເຮືອນຜົວ ໃນປະເທດຈີນ ບໍ່ໄຫວ ຈຶ່ງໄດ້ລັກໜີອອກມາ ຂໍຄວາມຊ່ອຍເຫຼືອ ນໍາເຈົ້າໜ້າທີ່ ທີ່ດ່ານສາກົລປາງຫົກ, ໂດຍທີ່ຜົວ ບໍ່ໄດ້ມອບລູກໃຫ້ກັບເມັຽ ກັບມາລ້ຽງ ແຕ່ຢ່າງໃດ. ແຕ່ທາງຄະນະຮັບຜິດຊອບ ວຽກງານຕ້ານການຄ້າມະນຸສ ຈຶ່ງປະເມີນວ່າ ເດັກຍິງມົ້ງລາວ ຜູ້ນີ້ ເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ.

ໃນປີ 2023 ນີ້, ຍັງມີເດັກຍິງມົ້ງ ແລະ ແມ່ຍິງມົ້ງ ພາຍໃນແຂວງຊຽງຂວາງ ຍັງຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ຈີນ 3 ຄົນ ທີ່ຍັງບໍ່ທັນໄດ້ຮັບ ການຊ່ອຍເຫຼືອ ຈາກທາງການລາວ ແລະ ຈີນ ເທື່ອ. ໃນນີ້, ມີ 2 ຄົນ ຖືກຄ້າມະນຸສ ໃນຮູບແບບ ການໝັ້ນໝາຍ ຫຼືແຕ່ງດອງ ແບບແອບແຝງ. ສ່ວນອີກ 1 ຄົນ ຖືກຄ້າມະນຸສ ໃນຮູບແບບ ການຖືກລັກພາໂຕ, ຂະນະທີ່ປັດຈຸບັນ ພໍ່ແມ່ຜູ້ປົກຄອງ ກໍຕິດຕໍ່ຫາ ພວກເຂົາເຈົ້າ ບໍ່ໄດ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.