ທະນາຍຄວາມ ທ.ໄຊຊະນະ ຈະຂໍ ອຸທອນ

ຈໍາປາທອງ
2018.03.22
F-Xaysana ທ້າວໄຊຊະນະ ແກ້ວພິມພາ ຜູ້ຕ້ອງຫາຄະດີ ຄ້າຢາເສບຕິດ ຖືກຄຸມຕົວຈາກຄຸກ ບາງກອກ ເພື່ອສອບປາກຄໍາ ໃນສານ ວັນທີ 18 ເມສາ 2017
AFP

ທ້າວ ໄຊຊະນະ ນັກຄ້າຢາເສບຕິດ ຣາຍໃຫຍ່ຂອງລາວ ທີ່ຖືກຈັບຢູ່ສນາມບິນສຸວັນນະພູມ ທີ່ບາງກອກ ປະເທສໄທ ໃນມື້ວັນທີ 19 ມົກຣາ 2017 ນັ້ນ ຖືກສານອາຍາຊັ້ນຕົ້ນ ຂອງໄທ ທີ່ບາງກອກ ຕັດສິນລົງໂທດ ທ້າວ ໄຊຊະນະ ແກ້ວພິມພາ ໃຫ້ຈຳຄຸກ ຕລອດຊີວິດ ໃນມື້ວັນທີ 20 ມີນາ 2018 ແຕ່ຜູ້ກ່ຽວ ຍັງຈະຂໍອຸທອນ ຄຳຕັດສິນຂອງສານ ນັ້ນຢູ່.

ຄໍາພິພາກສາຂອງສານນັ້ນຣະບຸວ່າ ທ້າວ ໄຊຊະນະ ມີຄວາມຜິດຕາມກົດໝາຍ ວ່າດ້ວຍຢາເສບຕິດໃຫ້ໂທດ ປີ 1979 ແລະ ກົດໝາຍວ່າ ດ້ວຍມາຕການປາບປາມ ຜູ້ກະທໍາຜິດກ່ຽວກັບ ຢາເສບຕິດ ປີ 1991 ທີ່ກໍານົດໃຫ້ຕັດສິນ ລົງໂທດສູງສຸດ ປະຫານ ຊີວິດ. ແຕ່ຍ້ອນຈໍາເລີຍ ຄື; ທ້າວ ໄຊຊະນະ ໃຫ້ການຮັບສາຣະພາບ ທຸກຂໍ້ກ່າວຫາ ຊຶ່ງເປັນປະໂຫຍດໃຫ້ແກ່ການພິຈາຣະນາຄະດີ, ດັ່ງນັ້ນສານຈຶ່ງຕັດສິນຜ່ອນໂທດ 1 ໃນ 3 ໃຫ້ເຫລືອເປັນການຕັດອິສຣະພາບ ຕລອດຊີວິດ ຄືຈໍາຄຸກຕລອດຊີວິດ ນັ້ນເອງ.

ແຕ່ເຖິງຢ່າງໃດກໍຕາມ ທ່ານ ວໍຣະກອນ ພົງທະນາກຸນ ທະນາຍຄວາມ ຂອງ ທ້າວ ໄຊຊະນະ ກໍກ່າວວ່າ ຈະອຸທອນຄໍາຕັດສິນ ຂອງສານ ນັ້ນ. ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມີນາ 2018 ນີ້ວ່າ:

"ກໍຕ້ອງອຸທອນ, ກໍຕ້ອງເບິ່ງຄໍາພິພາກສາ ຂອງສານ ເບິ່ງຄໍາໃຫ້ການຂອງພະຍານ ທັງຝ່າຍໂຈດແລະຝ່າຍຈໍາເລີຍ ທັງໝົດ ວ່າມັນເປັນ ຈັ່ງໃດ. ຕາມກົດໝາຍ ພວກເຮົາມີເວລາ 30 ມື້ ນັບຕັ້ງແຕ່ມື້ ມີຄໍາພິພາກສາຂອງສານ ກໍສາມາດຍື່ນຂໍ ອຸທອນໄດ້."

ຕາມຂ່າວຂອງໄທ ຣາຍງານກ່ຽວກັບສານອາຍາຊັ້ນຕົ້ນ ຂອງໄທ ຕັດສິນຄະດີ ທ້າວ ໄຊຊະນະ ນັກຄ້າຢາເສບຕິດ ຣາຍໃຫຍ່ຂອງລາວ ນັ້ນວ່າ ຜູ້ກ່ຽວສາມາດ ຍື່ນອຸທອນຄໍາຕັດສິນ ຂອງສານຊັ້ນຕົ້ນ ທີ່ໃຫ້ຈໍາຄຸກຕລອດຊີວິດນັ້ນ ຕໍ່ສານອຸທອນ ແລະ ສານລົບລ້າງຂອງໄທ ໄດ້ຕາມກົດໝາຍໄທ.

ທ້າວ ໄຊຊະນະ ຖືກຕັດສິນຈຳຄຸກຕລອດຊີວິດຢູ່ໄທ ໃນຂໍ້ຫານໍາຢາເສບຕິດ ຈາກ ສປປລາວ ເຂົ້າປະເທສໄທ ເພື່ອຈໍາໜ່າຍ ແລະຮ່ວມກັບ ຄົນອື່ນໆ ມີຢາເສບຕິດໄວ້ໃນຄອບຄອງ ເພື່ອຈໍາໜ່າຍ; ຕາມຣາຍງານຂ່າວ ວິທຍຸເອເຊັຽເສຣີ ຈາກບາງກອກ.

ຄໍາກ່າວຟ້ອງ ທ້າວ ໄຊຊະນະ ຣະບຸວ່າ ຈໍາເລີຍກັບເຄືອຂ່າຍ ຂອງເຂົາທີ່ຖືກຟ້ອງ ໄດ້ຮ່ວມກັນຈັດຫາຢາເສບຕິດ ຮວມທັງຊຸກເຊື່ອງຢາບ້າ ຈໍານວນ 1 ລ້ານ 2 ແສນເມັດ ໄວ້ໃນຣົດຕູ້ແລ້ວຂົນອອກຈາກ ສປປລາວ ເຂົ້າປະເທສໄທ ຜ່ານດ່ານກວດຄົນ ເຂົ້າເມືອງແຂວງໜອງຄາຍ ເມື່ອວັນທີ 30 ກັນຍາ 2016. ຈາກນັ້ນ ພວກເຂົາກໍໄດ້ປະສານຕິດຕໍ່ ສົ່ງມອບຢາເສບຕິດ ໃຫ້ແກ່ເຄືອຍຂ່າຍຢາເສບຕິດ ຢູ່ທາງພາກໃຕ້ ຂອງໄທ ແລະໄປຮອດປະເທດມາເລເຊັຽ ຊຶ່ງເຈົ້າໜ້າທີ່ຕໍາຣວດໄທ ສາມາດຈັບເຄືອຂ່າຍ ນັ້ນໄດ້ ກ່ອນທີ່ຈະມາຈັບ ທ້າວ ໄຊຊະນະ ໄດ້ຢູ່ ສນາມບິນສູວັນນະພູມ ພາຍຫລັງທີ່ຜູ້ກ່ຽວພ້ອມພັກພວກ ກັບມາຈາກສະຖານທີ່ ພັກຜ່ອນພູເກັດ ໃນໄທ.

ກ່ອນຈະຈັບ ທ້າວ ໄຊຊະນະ ແກ້ວພິມພາ ໄດ້; ເຈົ້າໜ້າທີ່ຕຳຣວດໄທ ເປີດເຜີຍວ່າ ໄດ້ຊອກຈັບຕົວຜູ້ກ່ຽວ ມາເປັນເວລາ 5 ປີແລ້ວ. ພົນ ຕຳຣວດໂທ ສົມໝາຍ ກອງວິໃສສຸກ ຫົວໜ້າຫ້ອງການປາບປາມ ຢາເສບຕິດຂອງໄທ ກ່າວວ່າ ໃນຣະຍະຫ້າປີ ທີ່ຜ່ານມາ ຈັບພວກຄ້າຢາ ເສບຕິດ ໄດ້ຫຼາຍກວ່າ 50 ຄົນ ທີ່ເປັນສະມາຊິກ ຂອງເຄືອຂ່າຍຄ້າຢາເສບຕິດຂອງ ທ້າວ ໄຊຊະນະ ຊຶ່ງລັກຂົນຢາບ້າເຂົ້າໄທຫຼາຍກວ່າ 5 ລ້ານເມັດ.

ຈາກການສອບສວນຂອງເຈົ້າໜ້າທີ່ຕໍາຣວດໄທ ທ້າວ ທັດສະພົນ ທີ່ເປັນຄົນຂັບ ຣົດຕູ້ຂົນສົ່ງຢາບ້າ ນັ້ນໃຫ້ການວ່າ ທ້າວ ໄຊຊະນະ ເປັນ ຫົວໂປ່ ໃນການສັ່ງໃຫ້ຂົນ ຢາເສບຕິດຈໍານວນ ດັ່ງກ່າວ ແລະ ເຈົ້າໜ້າທີ່ກໍໄດ້ກວດສອບ ເລກໂທຣະສັບ ແລະ Line ຂອງທ້າວ ໄຊຊະນະ ພົບວ່າ ຜູ້ກ່ຽວໄດ້ຕິດຕໍ່ ໃນເຣື່ອງການຂົນສົ່ງ ຢາເສບຕິດ ກັບເຄືອຂ່າຍນັ້ນແທ້ ແລະມີຫລັກຖານການໂອນເງິນ ທີ່ເຊື່ອມໂຍງກັບຂະບວນ ການຄ້າຢາເສບຕິດ ຫລາຍກຸ່ມ ຊຶ່ງຜູ້ພິຈາຣະນາຄະດີເວົ້າວ່າ ທ້າວ ໄຊຊະນະ ຮັບສາຣະພາບ ທຸກຂໍ້ກ່າວຫາ. ດັ່ງນັ້ນສານຈຶ່ງຜ່ອນໂທດ ຈາກການຕັດສິນປະຫານຊີວິດ ລົງມາເປັນຈໍາຄຸກຕລອດຊີວິດ.

ກ່ຽວກັບກໍຣະນີສານໄທຕັດສິນຈໍາຄຸກ ທ້າວ ໄຊຊະນະ ຕລອດຊີວິດນັ້ນຫຼາຍຄົນຍັງສົນໃຈວ່າ ທາງການລາວ ທີ່ໃຫ້ການຮ່ວມມື ເປັນຢ່າງດີ ກັບທາງການໄທ ນັ້ນ ຈະຂໍໃຫ້ ທາງການໄທ ສົ່ງຕົວຜູ້ກ່ຽວມາ ຮັບໂທດຈໍາຄຸກ ຕລອດຊີວິດຢູ່ລາວ ຫລືບໍ່ ຂນະທີ່ ເມື່ອກ່ອນນັ້ນ ກໍມີການ ກ່າວກັນເຖິງ ເຣຶ່ອງການສົ່ງຜູ້ຮ້າຍຂ້າມແດນ ຊຶ່ງເຈົ້າໜ້າທີ່ຂັ້ນສູງຂອງໄທ ກ່າວວ່າ ຕ້ອງໃຫ້ສານໄທ ຕັດສິນແລ້ວກ່ອນ ຈຶ່ງວ່າກັນ.

ຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງທາງການລາວ ເມື່ອກ່ອນໜ້ານີ້ ແລ້ວແມ່ນວ່າ ສປປລາວ ໄດ້ເຮັດໜັງສືໄປ ໃນເບື້ອງຕົ້ນແລ້ວ ຢາກຂໍໃຫ້ຝ່າຍໄທ ສົ່ງຕົວຜູ້ກ່ຽວມາດໍາເນີນຄະດີ ຢູ່ລາວ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ມິນາ 2018 ນີ້ວ່າ:

"ອັນໜ່າ ທາງເຮົາກະສເນີໄປແຕ່ເບື້ອງຕົ້ນແລ້ວນໍ ວ່າຢາກຂໍເອົາມາດໍາເນີນຄະດີ ຢູ່ພີ້ນໍ ແມ່ນແຫລະ ຄືວ່າບໍ່ທັນເຫັນຕອບເທື່ອ ຫັ້ນນະ ໄດ້ເຮັດໜັງສືໄປ."

ແຕ່ໃນການໃຫ້ສໍາພາດ ພາຍຫລັງຖແລງຂ່າວກ່ຽວກັບຜົລກອງປະຊຸມຣັ້ຖບາລ ສມັຍສາມັນປະຈໍາເດືອນ ກຸມພາ ທ່ານ ຈະເຣີນ ເຢັຍປາວເຮີ ຣັຖມົນຕຣີ ປະຈໍາສໍານັກງານ ນາຍົກຣັຖມົນຕຣີ ໂຄສົກຣັຖບາລ ກ່າວໃນມື້ວັນທີ 21 ກຸມພາ 2018 ວ່າ ຣັຖບາລ ບໍ່ໄດ້ຕັ້ງບັນຫາວ່າ ຊິນໍາ ຕົວ ທ້າວ ໄຊຊະນະ ມາລາວ ຫລືຈະດໍາເນີນຄະດີຢູ່ໄທ ຊຶ່ງແນ່ນອນ ຣັຖບາລກໍຄື ເຈົ້າໜ້າທີ່ລາວ ແລະໄທ ຕ້ອງໄດ້ປະສານສົມທົບກັນ ເພື່ອປະຕິບັດກົດໝາຍ ຣະຫວ່າງປະເທສໃຫ້ຖືກຕ້ອງເຂັ້ມງວດ ແລະບໍ່ສາມາດອະນຸລົມ ໃຫ້ຜູ້ກະທໍາຜິດກົດໝາຍ ອີກຕໍ່ໄປ.

ພ້ອມກັນນັ້ນ ຫລາຍຄົນກໍຍັງສົງໃສຢູ່ວ່າ ການທີ່ທະນາຍຄວາມຂອງ ທ້າວ ໄຊຊະນະ ວ່າຈະຍື່ນອຸທອນ ຄໍາຕັດສິນຂອງສານ ທີ່ຕັດສິນ ຈໍາຄຸກລູກຄວາມ ຂອງຕົນຕລອດຊີວິດນັ້ນ ຈະອຸທອນໄປໃນລັກສນະໃດ ຫລືວ່າ ຈະຂໍໃຫ້ສານ ອຸທອນຜ່ອນໂທດ ໃຫ້ລູກຄວາມຂອງຕົນ ຕື່ມອີກ ຫລືວ່າຈະຄັດຄ້ານ ຄໍາຕັດສິນ ຂອງສານອາຍາຊັ້ນຕົ້ນ ເພື່ອໃຫ້ສານອຸທອນຂອງໄທ ຕັດສິນຄະດີ ນັ້ນໃໝ່ ໃນຂນະທີ່ ທ້າວ ໄຊຊະນະ ລູກຄວາມຂອງຕົນ ຮັບສາຣະພາບ ຕໍ່ຂໍ້ກ່າວຫາ ທັງໝົດແລ້ວ.

ສື່ມວນຊົນໄທຣາຍງານຕອນທີ່ ທ້າວ ໄຊຊະນະ ຖືກເຈົ້າໜ້າທີ່ຕໍາຣວດໄທ ຈັບຢູ່ສນາມບິນສຸວັນນະພູມ ນັ້ນວ່າເຂົາຍອມຮັບສາຣະພາບຜິດ ຕາມຂໍ້ກ່າວຫາ ແຕ່ຂໍບໍ່ໃຫ້ອອກຂ່າວ. ຕໍ່ມາ ເມື່ອສອບປາກຄຳ ເທື່ອທຳອິດ ໃນມື້ວັນທີ 18 ເມສາ 2017 ທ້າວ ໄຊຊະນະ ປະຕິເສດ ທຸກ ຂໍ້ກ່າວຫາ ແລະວ່າຈະຂໍສູ້ຄະດີ. ຕາມຄໍາເວົ້າຂອງທ່ານ ວໍຣະກອນ ພົງທະນາກຸນ ທະນາຍຄວາມ ທ້າວ ໄຊຊະນະ.

ເມື່ອເວົ້າເຖິງການຍຶດຊັບຂອງ ທ້າວ ໄຊຊະນະ ຢູ່ແຂວງຄຳມ່ວນ ແລະໃນນະຄອນຫລວງວຽງຈັນ ທ່ານ ສິຣິນຍາ ສິດທິໄຊ ເລຂາທິການ ສຳນັກງານປ້ອງກັນ ແລະປາບປາມຢາເສບຕິດ ຫລື ປປສ ໄທ ກ່າວວ່າ ໄດ້ຍຶດເປັນຈຳນວນຫລວງຫລາຍ ຄືໄດ້ຍຶດ ບ້ານ 5 ຫລັງໃຫຍ່ໆ, ສວນຢາງພາຣາ 1250 ປາຍໄຣ່, ຣົດຫລູຫລາ 9 ຄັນ ບັນຊີເງິນຝາກໃນ ທະນາຄານອີກ ຮວມທັງໝົດອາດມີເຖິງ ພັນລ້ານບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.