ລາວ-ຈີນ ຮ່ວມຈັບ, ສົ່ງມອບຊາວຈີນ 41 ຄົນ ທີ່ຖືກຈັບ ຢູ່ 3 ຫຼ່ຽມຄຳ
2025.01.22

ໃນວັນທີ 12 ມັງກອນ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ ກອງບັນຊາການ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮ່ວມກັບ ເຈົ້າໜ້າທີ່ ຕໍາຫຼວດຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາກໍາລັງ ເຂົ້າຈັບກຸມເປົ້າໝາຍ ກຸ່ມແກ໊ງສໍ້ໂກງ ທາງໂທລະຄົມ ຫຼື Call Center ຈໍານວນ 41 ຄົນ ທັງໝົດ ເປັນຄົນສັນຊາດຈີນ ພ້ອມຍຶດຂອງກາງ ເປັນຄອມພິວເຕີ້ ໂນດບຸກຄ໌ 16 ໜ່ວຍ, ໂທລະສັບມືຖື 93 ໜ່ວຍ, ໄອແພັດ 1 ໜ່ວຍ ແລະ ເງິນສົດ ຈໍານວນ 306,650 ຢວນ.
ຕໍ່ມາ ໃນມື້ວັນທີ 16 ມັງກອນ, ເຈົ້າໜ້າທີ່ ກອງບັນຊາການ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ພ້ອມຄະນະຮັບຜິດຊອບ ຈາກກົມໃຫຍ່ຕໍາຫຼວດ ໄດ້ນໍາກຸ່ມ ຜູ້ຖືກກ່າວຫາ ແລະ ເຄື່ອງຂອງກາງ ສົ່ງໃຫ້ເຈົ້າໜ້າທີ່ ຕໍາຫຼວດຈີນ ພະແນກປ້ອງກັນ ຄວາມສະຫງົບ, ກົມຮ່ວມມືສາກົນ ແຂວງກວາງຕຸ້ງ ຢູ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້າທາ ເພື່ອນໍາກັບໄປ ດໍາເນີນຄະດີ ທີ່ປະເທດຈີນ.
ການຈັບກຸ່ມ ແກ໊ງຄອລເຊັນເຕີ້ ຄັ້ງນີ້, ທາງການແຂວງກວາງຕຸ້ງ ຂອງຈີນ ໄດ້ຂໍຄວາມຮ່ວມມື ກັບທາງການລາວ ໃນການຈັບກຸມ ແກ໊ງດັ່ງກ່າວ ຍ້ອນຜູ້ຖືກກ່າວຫາ ທັງໝົດ ມີໝາຍຈັບ ຢູ່ໃນປະເທດຈີນ ແລະ ໄດ້ຫຼົບໜີ ເຂົ້າມາລີ້ຊ່ອນ ແລະ ເຮັດວຽກ ໃນບໍລິສັດກາສິໂນ ແລະ ເກມອອນລາຍ ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ອີງຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ມັງກອນ 2025 ວ່າ:
“ໂຕນີ້ ມັນເປັນເປົ້າໝາຍນໍາຈັບ ຂອງເຈົ້າໜ້າທີ່ ຂອງຈີນ ຢູ່ກວາງຕຸ້ງ ສົ່ງເປົ້າໝາຍມາ ເພື່ອຂໍເອົາຄົນ ຢູ່ໃນຫັ້ນ ມັນເປັນເປົ້າໝາຍນໍາຈັບ ພວກທີ່ໜີຄະດີ ມາລີ້ຊ່ອນ ຢູ່ຫັ້ນຊື່ໆເດີ້. ເຂົາມີຄວາມຜິດ ຢູ່ຈີນ ແລ້ວເຂົາໜີ ມາເຮັດວຽກ, ລີ້ຊ່ອນຢູ່ນີ້ ແລ້ວເຮົາໃສ່ການຈັບກຸມ ສົ່ງຄືນໃຫ້ ທາງຝ່າຍຈີນຊື່ໆ. ພວກນີ້, ຢູ່ໃນກາສິໂນອອນລາຍ ພວກນີ້ນ່າ ກັບເກມອອນລາຍ ບໍລິສັດຖືກຕ້ອງ ຕາມກົດໝາຍ.”
ຕັ້ງແຕ່ປີ 2022-2024, ທາງການລາວ ໄດ້ມີການສົ່ງໂຕ ຜູ້ກ່ຽວຂ້ອງກັບກຸ່ມ ແກ໊ງຄອລເຊັນເຕີ້ ໃຫ້ຕໍາຫຼວດຈີນ 9 ຄັ້ງ ລວມມີ 1,394 ຄົນ, ເປັນຍິງ 73 ຄົນ ພ້ອມຂອງກາງ ເປັນໂທລະສັບມືຖື 5,430 ໜ່ວຍ, ຄອມພິວຕັ້ງໂຕະ 1,368 ຊຸດ, ໂນດບຸກຄ໌ 92 ໜ່ວຍ, ໄອແພັດ 2 ໜ່ວຍ, ຫົວແຈກສັນຍານວາຍຟາຍ 14 ອັນ, USB 16 ອັນ, ລາຍງານຈາກກອງປະຊຸມ ປະເມີນຜົນການແກ້ໄຂ ການສໍ້ໂກງ ທາງໂທລະຄົມ ທີ່ເຜີຍແຜ່ ໃນມື້ວັນທີ 7 ມັງກອນ 2025 ທີ່ຜ່ານມາ.
ເຖິງແມ່ນວ່າ ຈະມີການກວາດລ້າງ ບໍລິສັດສໍ້ໂກງຊັບ ທາງໂທລະຄົມ ຄັ້ງໃຫຍ່ ໃນເດືອນສິງຫາ ປີ 2024 ທີ່ຜ່ານມາ ແລະ ມີການສົ່ງ ຜູ້ຖືກກ່າວຫາ ຊາວຈີນ ກັບປະເທດຕົ້ນທາງ ຢູ່ເລື້ອຍໆກໍຕາມ, ແຕ່ພາຍໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກໍຍັງມີການຮັບສະໝັກ ພະນັກງານຕອບແຊັດ ຢູ່ເລື້ອຍໆ ແລະ ມີຄົນເຂົ້າ-ອອກ ພາຍໃນເຂດ ຫຼາຍຄືເກົ່າ ຍ້ອນບໍລິສັດຕອບແຊັດ ຫຼາຍແຫ່ງ ໄດ້ເລີ່ມກັບມາ ດໍາເນີນການ ຕາມປົກກະຕິແລ້ວ. ດັ່ງຫຸ້ນສ່ວນ ບໍລິສັດຕອບແຊັດ ຂອງຈີນ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ນາງໜຶ່ງ ກ່າວວ່າ:
“ໂອ້, ສາມຫຼ່ຽມ ບໍ່ມີປິດດອກ ຄົນບັກຫຼາຍໆນ່າ. ໂອ້, ຄົນກັບ ກໍກັບ, ຄົນມາ ກໍມາ, ຫັ້ນແຫຼະ ຄົນກະຫຼາຍຄືເກົ່າ ຫັ້ນແຫຼະ ເພາະວ່າ ມັນກໍມີຄົນອອກ ຄົນເຂົ້າ, ຫັ້ນນ່າ. ເຂົາກໍມາເຮັດໄດ້ 5-6 ເດືອນບໍ່ ເປັນປີບໍ່, ຊີ້ນ່າ. ຂະເຈົ້າກໍອອກ ກັບບ້ານໄປ ອີ່ຫຍັງປະມານນີ້, ຫັ້ນນ່າ.”
ປັດຈຸບັນ, ບໍລິສັດຕອບແຊັດ ຫຼາຍແຫຼ່ງ ຕ້ອງການພະນັກງານ ທີ່ສາມາເວົ້າ ແລະ ຂຽນພາສາໄທ ໄດ້ ເປັນຫຼັກ, ຂະນະທີ່ ພາສາຈີນ ແມ່ນເປັນພາສາຮອງ ທີ່ພວກເຂົາເຈົ້າ ຕ້ອງການ. ດັ່ງນາຍໜ້າ ຮັບສະໝັກ ພະນັກງານຕອບແຊັດ ນາງໜຶ່ງ ກ່າວວ່າ:
“ເວົ້າຈີນໄດ້ ເຂົາກໍຮັບ, ແຕ່ເຂົາເຈົ້າ ຢາກໃຫ້ມາເຮັດວຽກ ເວົ້າພາສາໄທ, ພິມໄທ ມັນກໍແລ້ວແຕ່ ບໍລິສັດ, ຫັ້ນນ່າ. ຂະເຈົ້າ ເຮັດຢູ່ນີ້ ບໍລິສັດໂຕໃດ ເຂົາເຈົ້າເຮັດຖືກກົດໝາຍ ກໍຢູ່ໄດ້, ບໍ່ເຮັດຖືກ ເຮົາກໍຈະຢູ່ບໍ່ໄດ້. ຕໍາຫຼວດ ເຂົາກໍກວາດລ້າງ.”
ຂະນະທີ່ ຄົນຂັບລົດແທັກຊີ້ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ທ່ານໜຶ່ງ ກ່າວວ່າ ໃນເຂດແຫ່ງນີ້ ກໍຍັງມີທັງຄົນລາວ, ຄົນມຽນມາ ແລະ ຄົນຈີນ ເຮັດວຽກຕາມປົກກະຕິ. ຢ່າງໃດກໍຕາມ, ກຸ່ມແກ໊ງຕອບແຊັດ ທີ່ເຮັດວຽກ ຜິດກົດໝາຍ ກໍຖືວ່າ ໄດ້ຖືກສົ່ງໂຕ ກັບໄປປະເທດຈີນ ຈໍານວນຫຼາຍແລ້ວ. ດັ່ງທ່ານກ່າວວ່າ:
“ມັນກໍມີຄົນຈີນ, ຄົນລາວ, ຄົນມຽນມາ ອີ່ຫຍັງ ເຂົາເຈົ້າກໍເຮັດວຽກ ປົກກະຕິ, ຫັ້ນແຫຼະ. ຊ່ວງນີ້, ຕອບແຊັດ ເຂົາເຈົ້າ ຕໍາຫຼວດ ກວດຫຼາຍແລ້ວ, ເຂົາເຈົ້າບໍ່ໄດ້ເຮັດແລ້ວ. ຄົນຈີນ ທີ່ເຂົາເຈົ້າ ເຮັດຜິດກົດໝາຍ ເຂົາເຈົ້າກໍຖືກຕໍາຫຼວດ ເອົາກັບແລ້ວ.”
ກອງປະຊຸມ ປະເມີນຜົນ ການແກ້ໄຂການສໍ້ໂກງ ທາງໂທລະຄົມ ຍັງລະບຸອີກວ່າ ໃນໄລຍະ ແຕ່ປີ 2022 ຫາປີ 2024 ພົບເຫັນ ການເຄື່ອນໄຫວຕອບແຊັດ ຫຼື ການສໍ້ໂກງ ທາງໂທລະຄົມ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຈໍານວນ 306 ຫົວໜ່ວຍ, ມີຄົນງານທັງໝົດ 15,970 ຄົນ. ໃນນີ້, ຄົນລາວ 6,120 ຄົນ ແລະ ຄົນຕ່າງປະເທດ 9,868 ຄົນ.
ການຈັດຕັ້ງປະຕິບັດ ແກ້ໄຂໂຕຈິງ ໃນໄລຍະ 2 ປີ ສາມາດມ້າງບໍລິສັດ ໄດ້ 63 ຫົວໜ່ວຍ, ມີບໍລິສັດ ສະຫຼາຍໂຕເອງ 46 ຫົວໜ່ວຍ ແລະ ຫັນປ່ຽນການເຄື່ອນໄຫວ ເປັນເກມອອນລາຍ ທີ່ໄດ້ຮັບອະນຸມັດ 160 ຫົວໜ່ວຍ ແລະ ຍັງມີສືບຕໍ່ກວດກາ, ແກ້ໄຂອີກ 37 ຫົວໜ່ວຍ. ສະຫຼຸບໄດ້ວ່າ ໄດ້ກວດກາ ແກ້ໄຂສໍາເລັດ ໂຕຈິງ 88%.