ຄົນງານລາວຄວນຮຽນຮູ້ກ່ອນໄປ ຕ່າງແດນ
2015.04.27
ຍານາງ ປະຕິມາ ຕັ້ງປັດຍາກູລ ຫົວໜ້າ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ຄົນງານ ຫລື LPN ຂອງໄທ ໃຫ້ ສັມພາ ດຕໍ່ RFA ເມື່ອ ວັນທີ 22 ເມສາ 2015 ເຖິງ ແນວທາງ ການ ປ້ອງກັນ ບັນຫາ ການ ຄ້າມະນຸດ ໂດຍສະເພາະ ທີ່ ກ່ຽວກັບ ການ ເຮັດວຽກ ໃນ ເຮືອ ປະມົງ ໄທ ວ່າ ຣັຖບານ ລາວ ແລະ ປະເທດ ອື່ນໆ ໃນ ອາຊຽນ ຄວນໃຫ້ ຄວາມຮູ້ ແກ່ ຄົນງານ ຂອງຕົນ ກ່ອນທີ່ ພວກເຂົາ ຈະ ເດີນທາງ ໄປ ເຮັດ ວຽກ ຢູ່ ຕ່າງ ປະເທດ ເຖິງ ແມ່ນວ່າ ຈະມີ ຄວາມ ສ່ຽງ ໃນ ບັນຫາ ອື່ນໆ ທີ່ ຈະຕາມມາ ກໍຕາມ:
"ຍານາງ ກ່າວວ່າ ຄວາມ ປອດພັຍ ໃນ ການ ເຮັດວຽກ ຂອງ ຄົນ ໃນ ເຮືອ ປະມົງ ຕອນນີ້ ກໍໄດ້ຖືກ ແກ້ໄຂ ໄປ ສ່ວນນຶ່ງ ແລ້ວ ແຕ່ ຣັຖບານ ອາຈ ຕ້ອງໄດ້ ໂຄສະນາ ຫລາຍຂຶ້ນ ເຂົ້າເຖິງ ກຸ່ມ ເປົ້າໝາຍ ເພາະວ່າ ຜູ້ທີ່ ຈະຖືກ ຫລອກລວງ ນອກຈາກ ຄົນໄທ ແລ້ວ ກໍອາຈ ຈະມີ ຄົນງານ ປະເທດ ເພື່ອນບ້ານ. ດັ່ງນັ້ນ ຕ້ອງໄດ້ ເຮັດໃຫ້ ພວກ ຄົນງານ ເຂົ້າໃຈ ວ່າ ໄປ ເຮັດວຽກ ຕ່າງ ປະເທດ ຢ່່າງ ຖືກຕ້ອງ ເປັນ ແນວໃດ ແລະ ຖ້າໄປ ແບບ ຜິດ ກົດໝາຍ ຈະມີ ບັນຫາ ໃດ ເກີດ ຂຶ້ນ".
ນາງ ເວົ້າ ຕື່ມວ່າ ມີ ຄົນລາວ ຈໍານວນ ຫລາຍ ທີ່ ເຂົ້າມາ ເມືອງໄທ ເພື່ອ ຫວັງ ຈະໄດ້ ເຮັດວຽກ ໃນ ເຮືອ ປະມົງ ຍ້ອນ ພວກ ນາຍໜ້າ ຕົວະວ່າ ຫາກ ເຮັດວຽກ ໃນ ເຮືອ ປະມົງ ຈະໄດ້ເງິນ ດີ ກວ່າ ເຮັດວຽກ ອື່ນ ເຮັດໃຫ້ ຄົນງານ ຈໍານວນ ບໍ່ໜ້ອຍ ຫລົງເຊື່ອ. ແຕ່ ຄວາມຈິງ ແລ້ວ ຈະໄດ້ ເຮັດວຽກ ໜັກກວ່າ ອາຊີບ ອື່ນໆ ແລະ ຍັງ ມີຄວາມ ສ່ຽງສູງ ຕໍ່ການ ທີ່ ຈະ ເຈັບປ່ວຍ ເຖິງ ຂັ້ນ ພິການ ເສັຽອົງຄະ ຫລື ເສັຽ ຊີວິດ ໄດ້. ສິ່ງ ດັ່ງກ່າວ ທາງການ ລາວ ແລະ ປະເທດ ເພື່ອນບ້ານ ຄວນ ເຮັດໃຫ້ ຄົນງານ ຂອງຕົນ ເຂົ້າໃຈ.
ນາງ ຕຸ້ຍ ທີ່ ເປັນ ຄົນລາວ ຈາກ ແຂວງ ສວັນນະເຂດ ຊຶ່ງ ເປັນ ນາຍໜ້າ ຣົດ ຮັບຈ້າງ ຢູ່ ຕໍ່ໜ້າ ສະຖານທູດ ລາວ ທີ່ ບາງກອກ ມາໄດ້ 10 ກວ່າປີ ເວົ້າຕໍ່ RFA ວ່າ ແຕ່ລະ ມື້ ມີ ຄົນງານ ລາວ ມາຕິດຕໍ່ ຢູ່ ສະຖານທູດ ນີ້ ຫລາຍຄົນ. ສຳລັບ ຜູ້ທີ່ ເຮັດວຽກ ຢູ່ ເຮືອ ປະມົງ ຖ້າໄດ້ ຫົວໜ້າ ດີ ກໍມີເງິນ ມີຄໍາ ກັບມາ, ແຕ່ ກໍມີ ຈໍານວນ ບໍ່ໜ້ອຍ ທີ່ ຖືກ ເອົາລັດ ເອົາປຽບ ແລະ ຕິດໜີ້ ກັບມາ.