ປັດຈຸບັນ, ນາງ ນໍ້າທິບ ລາວຢູ່ທີ່ ສະຖານຄຸ້ມຄອງສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ, ບ້ານສອງແຄວ ແຂວງພິດສະນຸໂລກ ປະເທດໄທ
2024.12.20

ຫຼ້າສຸດນີ້, ໃນວັນທີ 18 ເດືອນທັນວາ 2024 ວິທຍຸເອເຊັຽເສຣີ ໄດ້ຮັບຂ່າວ ຈາກນາງ ນໍ້າທິບ (ຊື່ສົມມຸດ) ອາຍຸ 19 ປີ ຈາກແຂວງພາກເໜືອ ຂອງລາວ ທີ່ຖືກຕົວະໄປເຮັດວຽກ ເປັນສະແກມເມີ້ ໃຫ້ບໍລິສັດຈີນ ໃນປະເທດມຽນມາ ເປັນເວລາເກືຶອບ 3 ປີ ນັ້ນ ວ່າ ປັດຈຸບັນ ນາງຢູ່ທີ່ ສະຖານຄຸ້ມຄອງສະຫວັດດີພາບ ຜູ້ເສຍຫາຍຈາກການຄ້າມະນຸດ ບ້ານສອງແຄວ ແຂວງພິດສະນຸໂລກ ປະເທດໄທ, ດັ່ງນາງ ເວົ້າວ່າ:
“ຢູ່ພິດສະນຸໂລກ ຢູ່ສະຖານທີ່ຄຸ້ມຄອງ ອອກມາກ່ອນໜ້ານີ້ ແລ້ວ ຂ້ອຍອອກມາແລ້ວ ກໍແຈ້ງພໍ່ແມ່ທາງບ້ານ ວັນທີ 3 (ເດືອນ 12). ຂ້ອຍອອກມາ ແຕ່ຕັ້ງວັນທີ 20 ປາຍ (ເດືອນ 11 ປີ 2024). ຕອນນີ້, ຂ້ອຍບໍ່ຮູ້ ກະຄື ຂະເຈົ້າບອກໃຫ້ລໍຖ້າ ແລ້ວກໍຂະເຈົ້າຊິຈັດການ, ຂ້ອຍຈະບໍ່ສາມາດໃຊ້ມືຖືໄດ້.”
ນາງ ນໍ້າທິບ ໄດ້ເຂົ້າມາຢູ່ສະຖານຄຸ້ມຄອງນີ້, ປະມານ ວັນທີ 13 ເດືອນທັນວາ 2024 ທີ່ຜ່ານມາ, ເນື່ອງຈາກ ເຈົ້າໜ້າທີ່ ສໍານັກງານພັດທະນາສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸດ ແຂວງຕາກ ຄັດກອງແລ້ວວ່າ ນາງ ແມ່ນເຫຍື່ອຄ້າມະນຸດ ແລ້ວເພິ່ນເລີຍສົ່ງໂຕ ນາງ ໄປຢູ່ສະຖານຄຸ້ມຄອງດັ່ງກ່າວ ເພື່ອບໍາບັດ ຟື້ນຟູຮ່າງກາຍ-ຈິດໃຈ ແລະ ຢູ່ໃນການເບິ່ງແຍງຂອງເພິ່ນ, ເຊິ່ງສະຖານຄຸ້ມຄອງແບບນີ້ ມີຢູ່ 8 ແຫ່ງ ໃນປະເທດໄທ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສະຖານຄຸ້ມຄອງສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ ບ້ານສອງແຄວ ແຂວງພິດສະນຸໂລກ ປະເທດໄທ ທ່ານທີໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ :
“ຕອນນີ້ ນ້ອງ (ນາງ ນໍ້າທິບ) ຢູ່ທີ່ ແຂວງພິດສະນຸໂລກ. ນ້ອງຢູ່ໃນແຊວເຕີ້, ແຊວເຕີ້ ສໍາລັບຜູ້ເສຍຫາຍໂດຍສະເພາະ ທີ່ເປັນກຸ່ມເພດຍິງ. ໃນກໍລະນີ ຂອງນ້ອງ ທາງລັດ (ລັດຖະບານໄທ) ໄດ້ເຮັດ MOU ກັບປະເທດລາວ, ຊຶ່ງເຮົາກະໄດ້ເຮັດໄວ້ ກັບ 4 ປະເທດ ກະຄື ລາວ, ກໍາປູເຈຍ, ມຽນມາ ແລະ ຫຼ້າສຸດ ກະຄື ຫວຽດນາມ. ບາດນີ້, ພໍນ້ອງເພິ່ນໄດ້ເຂົ້າມາບ່ອນນີ້ ມັນຕ້ອງໄດ້ຢູ່ໃນຂະບວນການ. ຢູ່ຂະບວນການ ຕາມທີ່ເຮົາໄດ້ເຮັດ MOU ກັບທາງລັດຖະບານລາວ ກະຄື ຕອນນີ້ ນ້ອງຢູ່ໃນຂະບວນການທໍາອິດ ກະຄືຫາກະຮັບເຂົ້າມາ ຢູ່ໃນລະຫວ່າງ ການບໍາບັດ ຟື້ນຟູຮ່າງກາຍ-ຈິດໃຈ ໃນເບື້ອງຕົ້ນ.”
ຂະນະດຽວກັນ ເຈົ້າໜ້າທີ່ ອີກທ່ານໜຶ່ງ ຢູ່ສະຖານຄຸ້ມຄອງສະຫວັດດີພາບ ດັ່ງກ່າວນີ້ ກໍໄດ້ກ່າວ ກ່ຽວກັບກໍລະນີ ຂອງນາງ ນໍ້າທິບ ທີ່ໄດ້ມາຢູ່ໃນການຄຸ້ມຄອງ ຂອງເພິ່ນ ນີ້ວ່າ:
“ອັນນີ້ ລາຍລະອຽດກະຄື ນ້ອງ (ນໍ້າທິບ) ໄດ້ຮັບການຊ່ອຍເຫຼືອ ມາຈາກ ທີ່ແຂວງຕາກ ແລ້ວກະຜ່ານຂະບວນການຄັດກອງ ທີ່ວ່າ ເບິ່ງແລ້ວ ວ່ານ້ອງເປັນຜູ້ເສຍຫາຍ ຈາກການຄ້າມະນຸດ ກໍຈະຖືກສົ່ງມາຕໍ່ ຢູ່ໃນແຊວເຕີ້ ເພື່ອລໍຖ້າການສົ່ງຕໍ່ ກັບສູ່ປະເທດ.”
ເຈົ້າໜ້າທີ່ທ່ານນີ້ ຍັງອະທິບາຍໃຫ້ຮູ້ຕື່ມວ່າ ກໍລະນີ ຂອງນາງ ນໍ້າທິບ, ທາງສະຖານຄຸ້ມຄອງແຫ່ງນີ້, ໄດ້ເຮັດ MOU ກັບປະເທດລາວ. ຫຼັງຈາກທີ່ເພິ່ນເອົາຂໍ້ມູູນຕ່າງໆ ຈາກນາງ ນໍ້າທິບ ແລ້ວໝົດແລ້ວ ກໍຈະດໍາເນີນການ ສົ່ງໜັງສືລາຍງານ ໄປຍັງພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຂອງໄທ ແລ້ວລັດຖະບານໄທ ຈະປະສານໄປຫາ ທາງລັດຖະບານລາວ. ຈາກນັ້ນ, ເພິ່ນຈະໃຫ້ທາງເຈົ້າໜ້າທີ່ລາວ ລົງໄປຢ້ຽມຢາມ ຄອບຄົວ ຂອງນາງ ນໍ້າທິບ ວ່າຢູ່ບ້ານໃດ, ເມືອງໃດ, ແຂວງໃດ. ຖ້າຮູ້ຄັກແນ່ແລ້ວວ່າ ນາງ ນໍ້າທິບ ກັບມາປະເທດລາວ ແລ້ວປອດໄພ, ທາງສະຖານຄຸ້ມຄອງສະຫວັດດີພາບ ດັ່ງກ່າວ ຈຶ່ງຈະສົ່ງໂຕ ນາງມາ, ແຕ່ທຸກຢ່າງ ຈະຕ້ອງຜ່ານຂະບວນການຕ່າງໆ ແລ້ວຮຽບຮ້ອຍກ່ອນ ຈຶ່ງຈະມີການນັດສົ່ງໂຕ ນາງ ນໍ້າທິບ ກັບປະເທດລາວ ອີກເທື່ອໜຶ່ງ ລະຫວ່າງ ລັດຖະບານ ກັບລັດຖະບານ. ສ່ວນວ່າ ກໍານົດເວລາ ຈະໄດ້ກັບເມືອລາວ ມື້ໃດນັ້ນ, ກໍຍັງບໍ່ສາມາດຮູ້ໄດ້ ແຕ່ກໍຄົງຈະບໍ່ດົນ ຖ້າມັນຜ່ານຂະບວນການ ທຸກຢ່າງແລ້ວ.
ນອກຈາກນີ້ ທາງສະຖານຄຸ້ມຄອງສະຫວັດດີພາບ ດັ່ງກ່າວ ຍັງອະນຸຍາດໃຫ້ນາງ ນໍ້າທິບ ໃຊ້ໂທລະສັບສ່ວນໂຕ ຕິດຕໍ່ຫາຄອບຄົວ ໄດ້ 2 ມື້ ຕໍ່ອາທິດ ຄື ວັນພຸດ ແລະ ວັນສຸກ ເວລາບ່າຍໂມງ ໃຫ້ໂທໄດ້ພຽງ 30 ນາທີ.
ທາງດ້ານ ຜູ້ເປັນແມ່ ຂອງນາງ ນໍ້າທິບ ທີ່ຮູ້ຂ່າວ ວ່າ ຕອນນີ້, ລູກສາວ ຢູ່ໃສ ແລະ ປອດໄພແລ້ວນັ້ນ, ເພິ່ນກໍຕື້ນຕັນໃຈ ແລະ ດີໃຈຫຼາຍ ທີ່ຮູ້ວ່າ ລູກຍັງມີຊີວິດຢູ່, ດັ່ງນາງກ່າວວ່າ:
“ໂອ້ຍແມ່ດີໃຈເອົາແທ້ເອົາວ່າ ຕື່ນເຕັ້ນສຸດ, ດີໃຈສຸດໆ ນໍ້າຕາຈົນຊິອອກເດ, ດຽວນີ້ຫັ້ນ ດີໃຈສຸດລະ. ຂອບໃຈນໍາລູກຫຼາຍໆ ແມ່ຍັງຄຶດແຕ່ຢ້ານວ່າ ເຂົາເຈົ້າຊິສົ່ງໄປບ່ອນອື່ນຕື່ມບຸ ຄືວ່າ ມິດຈິດໄປ ບໍ່ໄດ້ຍິນຂ່າວຫຍັງເລີຍ ດີໃຈແຫຼະໆ ຫົວໃຈ ເຕັ້ນຕຶກຕັກ ຕຶກຕັກ.”
ໃນມື້ວັນທີ 20 ທັນວາ 2024 ນີ້, ວິທຍຸເອເຊັຽ ໄດ້ຕິດຕໍ່ໄປຍັງ ສໍານັກງານພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ແຂວງຕາກ ປະເທດໄທ ເພື່ອສອບຖາມ ກ່ຽວກັບການຊ່ອຍເຫຼືອ ນາງ ນໍ້າທິບ ນີ້, ແຕ່ຍັງບໍ່ສາມາດໄດ້ໂອ້ລົມ ກັບເຈົ້າໜ້າທີ່ ຜູ້ທີ່ຮັບຜິດຊອບ ວຽກດັ່ງກ່າວນັ້ນໄດ້ເທື່ອ.