ເຈົ້າຂອງຮ້ານຄາຣາໂອເກະ ຢູ່ແຂວງເລີຍ ເອົາເດັກນ້ອຍແມ່ຍິງລາວ ຂາຍບໍຣິການທາງເພດ ຖືກຈັບ
2023.10.20

ວັນທີ 19 ຕຸລາ 2023 ທີ່ຜ່ານມາ ກອງບັງຄັບການ ປາບປາມການຄ້າມະນຸສ ນໍາກໍາລັງເຂົ້າຈັບ ທ້າວ ປະຫຍັດ ອາຍຸ 47 ປີ ແລະນາງ ເກັ່ງ ຫຼື ເຂັມ ອາຍຸ 41 ປີ ຢູ່ຮ້ານຄາຣາໂອເກະ ແຫ່ງນຶ່ງ ໃນເຂດຕາແສງໜອງຜື ເມືອງທ່າລີ່ ແຂວງເລີຍ ຍ້ອນຜູ້ຖືກກ່າວຫາທັງສອງຄົນ ເປີດຮ້ານຄາຣາໂອເກະ ໂດຍນໍາເດັກນ້ອຍແມ່ຍິງລາວ ຈາກແຂວງໄຊຍະບູຣີ ແລະແຂວງອື່ນໆ ທັງໝົດປະມານ 10 ຄົນ ໃນນັ້ນ ມີເດັກນ້ອຍແມ່ຍິງລາວ ອາຍຸຕໍ່າກວ່າ 18 ປີ ຈໍານວນ 3 ຄົນ ມາຂາຍບໍຣິການທາງເພດ ຜູ້ຖືກກ່າວຫາທັງສອງຄົນ ຈຶ່ງຖືກຕັ້ງຂໍ້ກ່າວຫາ ຮ່ວມກັນເປັນເຈົ້າຂອງກິຈການ ຄ້າປະເວນີ ແລະກະທໍາຜິດ ຖານຄ້າມະນຸສ”
ຫຼ້າສຸດ ສະເພາະເດັກນ້ອຍແມ່ຍິງລາວ ທີ່ອາຍຸຕໍ່າກວ່າ 18 ປີ ມີພໍ່ແມ່ຜູ້ປົກຄອງ ຈາກແຂວງໄຊຍະບູຣີ ໃຫ້ປາກຄໍາ ກັບເຈົ້າໜ້າທີ່ຕໍາຣວດໄທຍ ເພື່ອຮຽກຄ່າເສັຍຫາຍ ຈາກຜູ້ຖືກກ່າວຫາທັງສອງຄົນແລ້ວ ສ່ວນຜູ້ຖືກກ່າວຫາທັງສອງຄົນ ຖືກຕັດສິດ ການປະກັນໂຕໃນຊັ້ນຕໍາຣວດ ອີກທັງ ພາຍຫຼັງການສອບປາກຄໍາ ຈຶ່ງຮູ້ວ່າ ເດັກນ້ແມ່ຍິງລາວ ມາເຮັດວຽກເປັນພະນັກງານ ນັ່ງເບິ່ງແຍງລູກຄ້າ ແລະຂາຍບໍຣິການທາງເພດຢູ່ແຂວງເລີຍ ກໍຍ້ອນວ່າ ຢູ່ປະເທດລາວ ບໍ່ມີວຽກເຮັດ ແລະຕ້ອງການປົດໜີ້ໃຫ້ພໍ່ແມ່ຜູ້ປົກຄອງ. ຕາມຄວາມເວົ້າ ຂອງພັນຕໍາຣວດຕຣີ ນັດທະພົນ ພອຍທ້ວມ, ສາຣະວັດ ກອງກໍາກັບການ ສາມກອງ ບັງຄັບການປາບປາມການຄ້າມະນຸສ ກອງບັນຊາການຕໍາຣວດສອບສວນກາງ ສໍານັກງານຕໍາຣວດແຫ່ງຊາຕ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ຕຸລາ ນີ້ວ່າ:
“ຕອນນີ້ ເອົາແມ່ມາ ກ່າວຫາ ຄືຮຽກຄ່າສິນໄໝ ພວກອີ່ຫຍັງ ແບບນີ້ເນາະ ພໍດີ ແມ່ຄົນລາວມາພົບ ແລ້ວກໍສອບປາກຄໍາແມ່ຄົນລາວ ສ່ວນຜູ້ຖືກກ່າວຫາ ກໍຍັງບໍ່ໄດ້ຮັບການປະກັນໂຕ ຄົນຝັ່ງນັ້ນ ໄຊຍະບູຣີ ເວົ້າພາສາລາວ ຄ້າຍໆກັບທາງທ່າລີ່ເນາະ ປະເທດເຂົາບໍ່ມີວຽກເຮັດ ອີ່ຫຍັງນີ້ແຫຼະ ພໍ່ແມ່ຕິດໜີ້ ອີ່ຫຍັງປະມານນີ້ ກໍບໍ່ເຖິງກັບຖືກຕົວະມາດອກເນາະ ມັນເຂົ້າຜິດ ພວກຄ້າມະນຸສ ອາຍຸຕໍ່າເນາະ ອາຍຸຕໍ່າ ກວ່າ 18 ປີ.”
ທ່ານກ່າວຕື່ມວ່າ ສ່ວນແມ່ຍິງລາວ ອາຍຸກາຍ 18 ປີ ທີ່ເຫຼືອອີກປະມານ 8 ຄົນ ແມ່ນບາງຄົນ ບໍ່ມີໜັງສືເດີນທາງ ແລະບໍ່ມີໃບອະນຸຍາດເຮັດວຽກ ຈຶ່ງໄດ້ດໍາເນີນຄະດີ ໃນຂໍ້ກ່າວຫາ ເຂົ້າເມືອງແບບຜິດກົດໝາຍ ພ້ອມປັບໃໝ ແລ້ວຜັກດັນກັບປະເທດລາວ ສ່ວນວ່າ ພວກເຂົາເຈົ້າ ຈະຖືກຂຶ້ນບັນຊີດໍາ ບໍ່ໃຫ້ເຂົ້າເມືອງໄທຍ ຫຼືບໍ່ນັ້ນ ເປັນເຣື່ອງຂອງເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງປະຈໍາດ່ານຕ່າງໆ ຂອງໄທຍ.
ຂະນະທີ່ ເດັກນ້ອຍແມ່ຍິງລາວ ອາຍຸຕໍ່າກວ່າ 18 ປີ ຈໍານວນ 3 ຄົນ ຖືກສົ່ງໄປທີ່ ສະຖານຄຸ້ມຄອງສວັດດີການ ຜູ້ເສັຍຫາຍຈາກການຄ້າມະນຸສ ແຂວງນະຄອນຣາຊສີມາ ຫຼືມີອີກຊື່ນຶ່ງວ່າ ບ້ານນາຣີສວັດ ເພື່ອໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງສະຖານຄຸ້ມຄອງດັ່ງກ່າວ ສອບປາກຄໍາ ເພື່ອເອົາຜິດກັບຄູ່ຜົວເມັຍ ທີ່ເປັນຜູ້ຖືກກ່າວຫານັ້ນ, ດັ່ງເຈົ້າໜ້າທີ່ຕໍາຣວດໄທຍ ຈາກສະຖານີຕໍາຣວດພູທອນ ເມືອງເລີຍ ກ່າວວ່າ:
“ມື້ນີ້ ເຂົາເອົາເດັກນ້ອຍຜູ້ຍິງ ທີ່ອາຍຸບໍ່ຮອດນ່າ ໄປສົ່ງບ້ານນາຣີສວັດ ແລ້ວຈຶ່ງສອບສວນເຫຍື່ອ ເດັກນ້ອຍຜູ້ຍິງເປັນເຫຍື່ອ ເຫຍື່ອການຄ້າມະນຸສ ສອບສວນເຫຍື່ອ ແລ້ວຄ່ອຍເອົາຄວາມຜິດ ກັບສອງຜົວເມັຍເນາະ ແຕ່ວ່າ ເດັກນ້ອຍຜູ້ຍິງອາຍຸເກີນ ໄປສະຖານີຕໍາຣວດ ແລ້ວສົ່ງ ຕມ. ຜັກດັນເນາະ ກໍດໍາເນີນຄະດີ ເຂົ້າເມືອງແບບຜິດກົດໝາຍ ແລ້ວກໍເສັຍຄ່າປັບໃໝ ແລ້ວກໍຜັກດັນອອກໄປ.”
ໃນມື້ດຽວກັນນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ສະຖານຄຸ້ມຄອງສວັດດີິການຜູ້ເສັຍຫາຍ ຈາກການຄ້າມະນຸສ ແຂວງນະຄອນຣາຊສີມາ ເພື່ອສອບຖາມກ່ຽວກັບ ການເບິ່ງແຍງເດັກນ້ອຍແມ່ຍິງລາວ ແລະການຢຽວຢາຈິດໃຈຂອງເຂົາເຈົ້າ ເປັນແນວໃດ ແຕ່ບໍ່ໄດ້ຮັບການຕິດຕໍ່ກັບ ແຕ່ຢ່າງໃດ ທາງເຈົ້າໜ້າທີ່ ຕອບພຽງແຕ່ວ່າ:
“ຖ້າເປັນຂໍ້ມູນ ໃນສ່ວນຂອງການປະຕິບັດງານເນາະ ຢາກຈະໃຫ້ຂໍອະນຸຍາດ ກັບທາງຜູ້ບັງຄັບບັນຊາກ່ອນເນາະ ລົບກວນເຮັດເອກະສານ ແຈ້ງມາທີ່ ໜ່ວຍງານໄດ້ເລີຍເນາະ ດຽວຖ້າ ຜອ. ອະນຸຍາດ ຫຼື ອະນຸມັດແລ້ວ ກໍຈະເຮັດເຣື່ອງແຈ້ງກັບໄປເນາະ.”
ຂະນະທີ່ ສະຖານຄຸ້ມຄອງສວັດດີການ ຜູ້ເສັຍຫາຍຈາກການຄ້າມະນຸສ ແຂວງນະຄອນຣາຊສີມາ ເປັນສະຖານທີ່ຣາດຊະການ ຂອງໄທຍ ທີ່ໃຫ້ຄວາມຄຸ້ມຄອງ ແກ່ເດັກນ້ອຍ ແລະແມ່ຍິງທີ່ເປັນຜູ້ເສັຍຫາຍ ຈາກການຄ້າມະນຸສ, ການຄ້າປະເວນີ ແລະຍັງເປັນສະຖານທີ່ພັທນາອາຊີບ ແລະເບິ່ງແຍງຄວາມປອດພັຍ ບໍ່ວ່າຈະເປັນຄົນໄທຍ, ຄົນລາວ, ຄົນພະມ້າ ຫຼື ຄົນກັມພູຊາ.
ດ້ານປະຊາຊົນ ຈາກເມືອງຫົງສາ ແຂວງໄຊຍະບູຣີ ກ່າວວ່າ ຊາວໜຸ່ມ ທີ່ມີອາຍຸຕັ້ງແຕ່ 16 ປີ ຂຶ້ນໄປ ໃນນັ້ນ ຈໍານວນນຶ່ງ ຈະອອກໄປເຮັດວຽກ ຢູ່ປະເທດໄທຍ ແລະອີກຈໍານວນນຶ່ງ ຈະໄປເຮັດວຽກ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ດ້ວຍຄວາມສມັກໃຈ ຍ້ອນພາຍໃນບ້ານ ພາຍໃນເມືອງ ບໍ່ມີວຽກເຮັດ ແລະເມື່ອໂຕເອງຮູ້ຂ່າວວ່າ ມີລູກຫຼານ ຈາກແຂວງໄຊຍະບູຣີ ຕົກເປັນເຫຍື່ອຄ້າມະນຸສຢູ່ໄທຍ ກໍຮູ້ສຶກເສັຍໃຈ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ສ່ວນຫຼາຍ ຊິບໍ່ມີງານທໍາ ເມືອງນ້ອຍ ບໍ່ມີງານທໍາ ເປັນໄປຕາມ ແຜນເຂົາບໍ ບາງຄົນກໍໄປຢູ່ດີ ບາງຄົນກໍໄປຢູ່ຮ້າຍ ບໍ່ຮູ້ເນາະ ກໍຈິດໃຈ ບໍ່ຢາກໃຫ້ໄປເປັນເຫຍື່ອເຂົາຫັ້ນແຫຼະ ແຕ່ຄວາມຈິງ ຕິດຕາມບໍ່ໄດ້ ສ່ວນຫຼາຍເຂົາຊິເອົາຕາມຄວາມສມັກໃຈ ເຂົາເນາະ ບາງຄັ້ງຈະມີ ໝູ່ເພື່ອນຢູ່ບ້ານອື່ນ ເກາະກາຍກັນໄປ ໂທຫາກັນ ຊວນກັນໄປຈັ່ງຊີ້ນ່າ.”
ຂະນະທີ່ ປະຊາຊົນ ຈາກເມືອງເງິນ ແຂວງໄຊຍະບູຣີ ກ່າວວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ບັນຫາທີ່ຕົ້ນເຫດ ຄືການສ້າງວຽກເຮັດງານທໍາ ໃຫ້ຄົນພາຍໃນປະເທດ ແລະປັບຖານເງິນເດືອນ ໃຫ້ມັນສູງ ຫຼືໃກ້ຄຽງກັບປະເທດເພື່ອນບ້ານ ກໍຈະເຮັດໃຫ້ ຫຼຸດຜ່ອນບັນຫາ ລູກຫຼານລາວ ຕົກເປັນເຫຍື່ອຄ້າມະນຸສ ນອກນັ້ນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ສົ່ງລູກຫຼານ ຊາວລາວ ທີ່ຖືກຄ້າມະນຸສ ກັບປະເທດລາວຢ່າງປອດພັຍ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ແຕ່ຖ້າວ່າ ຮູ້ຂ່າວແນວນີ້ ກໍມີຮູ້ສຶກເສັຍໃຈຫັ້ນແຫຼະ ສະເທືອນໃຈຫັ້ນແຫຼະ ເພາະວ່າ ລູກບ້ານຫຼາຍເມືອງ ເຮົາກໍຢາກໃຫ້ທາງຂັ້ນເທິງຫັ້ນແຫຼະ ພາກສ່ວນກະຕ້ອງໄດ້ ຊ່ວຍເຫຼືອແກ້ໄຂຫັ້ນ ຖ້າເປັນໄປໄດ້ ຖ້າວັນສົ່ງກັບ ກໍຢາກໃຫ້ສົ່ງກັບຫັ້ນແຫຼະ ເພາະວ່າ ທີ່ຈິງກໍມີເນາະ ວຽກເຮັດງານທໍາ ຢູ່ເຂດປະເທດລາວກໍມີ ແຕ່ວ່າໄປຕ່າງປະເທດ ມັນໄດ້ເງິນຫຼາຍກວ່າຢູ່ພາຍໃນ.”
ນອກຈາກນີ້ ອີງຕາມຂໍ້ມູນ ຈາກກອງບັງຄັບການປາບປາມ ການຄ້າມະນຸສ ເດັກນ້ອຍແມ່ຍິງລາວ ຈໍານວນທັງໝົດ ປະມານ 10 ຄົນນີ້ ຈະບໍຣິການທາງເພດ ຢູ່ຫຼັງຮ້ານຄາຣາໂອເກະ ໂດຍເຈົ້າຂອງຮ້ານຄາຣາໂອເກະ ຈະຈັດຫ້ອງໄວ້ ໂດຍເດັກນ້ອຍແມ່ຍິງລາວ ຈະໄດ້ຄ່າບໍຣິການທາງເພດ ຄັ້ງລະ 1,000 – 1,500 ບາທ ພາຍຫຼັງ ເຈົ້າຂອງຮ້ານຄາຣາໂອເກະ ຫັກໄປຄັ້ງລະ 500 ບາທ ເພື່ອເປັນຄ່າທໍາຄວາມສະອາດຫ້ອງ ແລະຄ່າເຊົ່າຫ້ອງ ເພື່ອບໍຣິການທາງເພດ ຂະນະທີ່ ຄ່າແຮງງານຂັ້ນຕໍ່າຢູ່ປະເທດລາວ ຕົກເດືອນລະ 2,800 ບາທ.