ຈີນ ສວຍໃຊ້ກອງປະຊຸມ ເພື່ອປໂຍດ ຕົນເອງ

ຈໍາປາທອງ
2020.08.29
F-Lancang ແມ່ນໍ້າລ້ານຊ້າງ ເຂດທາງໃຕ້ ຂອງ ຈິງຫົງ ສປຈີນ
ແມ່ນໍ້າສາກົນ

ຜູ້ນໍາ 6 ປະເທດແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ຈີນ, ພະມ້າ, ລາວ, ໄທ, ກໍາພູຊາ ແລະວຽດນາມຈັດກອງປະຊຸມສຸດຍອດຄັ້ງທີ 3 ຜ່ານທາງ ອິນເຕີແນັດ ທີ່ ນະຄອນຫລວງວຽງຈັນ ໃນມື້ວັນທີ 24 ສິງຫາ 2020 ເພື່ອການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຫລື LMC ຊຶ່ງ ຊາວນະຄອນຫລວງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 26 ສິງຫານີ້ວ່າ ຮູ້ວ່າເພິ່ນ ປະຊຸມກັນຢູ່ ແຕ່ບໍ່ໄດ້ສົນໃຈ ນໍາ.

ກອງປະຊຸມຄັ້ງນີ້ ດໍາເນີນໄປ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມື ເພື່ອຄວາມ ສົມບູນພູນສຸກຮ່ວມກັນ” ຊຶ່ງບັນດາຜູ້ນໍາປະເທດ ດັ່ງກ່າວ ໄດ້ທົບທວນເຖິງຄວາມກ້າວໜ້າ ຂອງການຮ່ວມມື ໃນຂອບແມ່່ນໍ້າຂອງ ແມ່ນໍ້າລ້ານຊ້າງ ໃນໄລຍະ 5 ປີ ທີ່ຜ່ານມາ. ແລະໄດ້ປຶກສາຫາຣື ແລກປ່ຽນຄວາມຄິດຄວາມເຫັນກັນ ກ່ຽວກັບທິດທາງການຮ່ວມມື ແລະເພີ່ມການ ຮ່ວມມືກັນ ໃນຂັ້ນຕໍ່ໄປ ເພື່ອຕ້ານໂຄວິດ-19 ແລະວາງ ທິດທາງພັທນາເສຖກິດ-ສັງຄົມ ຮ່ວມກັນນໍາດ້ວຍ.

ໃນດ້ານການພັທນາ ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈະສົ່ງເສີມການຄ້າ, ການລົງທຶນ, ອຸດສາຫະກັມ, ການຂົນສົ່ງ, ວິທະຍາສາດ ແລະ ເທັກໂນໂລຈີ ແລະ ທັງຈະເພິ້ມການຮ່ວມມື ໃນດ້ານສັງຄົມ ວັທນະທັມ ແລະ ການແລກປ່ຽນກັນ ຣະຫວ່າງ ປະຊາຊົນນໍາດ້ວຍ.

ລວມຄວາມແລ້ວ ເບິ່ງຄືວ່າ ເຣຶ່ອງທີ່ໄດ້ຕົກລົງກັນ ຢູ່ໃນກອງປະຊຸມນັ້ນ ເປັນ ເຣຶ່ອງດີໃນດ້ານຮູບການ ແຕ່ໃນພາກປະຕິບັດຕົວຈິງ ບໍ່ເປັນໄປຄືດັ່ງວ່າ ຊຶ່ງຫລາຍຄົນເວົ້າວ່າ ທັງໝົດນັ້ນ ແມ່ນເພື່ອອິດທິພົນ ແລະ ຜົລປໂຍດຂອງຈີນ ໃນຂົງເຂດນີ້ ຊຶ່ງ ສາສດາຈານ ອຽນ ແບ ປະຈໍາມະຫາວິທຍາລັຍ ວິສຄອນຊິນ Madison ສະຫະຣັຖ ອາເມຣິກາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ສິງຫາ 2020 ນີ້ວ່າ ຫລາຍຄົນກໍເຂົ້າໃຈແບບນັ້ນ:

“ເອີ໊ ຫລາຍຄົນກະເຂົ້າໃຈແບບນັ້ນແຫລະ ເຫັນວ່າປະເທດຈີນ ຜ່ານມາກະເຫັນຫລາຍປະເທດ. ໂດຍສະເພາະປະເທດລາວ ໄດ້ກູ້ຢືມເງິນ ເປັນຈໍານວນ ມະຫາສານ ລະກະສິມີໜີ້ສິນ ຕໍ່ໄປ. ແລ້ວກະຢ້ານວ່າເວລາລາວ ບໍ່ມີເງິນພຽງພໍ ທີ່ສິຈ່າຍໃຫ້ຈີນ ຈີນມັນກະສິຖືໂອກາດ ໃນການທີ່ສິມີມາຕການ ບາງຢ່າງ ຄືມັນສິເຮັດໃຫ້ລາວ ມີອິສຣະພາບ ໜ້ອຍລົງ ອາຈເປັນແນວ ນັ້ນ. ແຕ່ວ່າ ຍັງບໍ່ທັນໄດ້ເຫັນການກະທໍາ ທີ່ແນ່ນອນ ຕ້ອງເບິ່ງຕໍ່ໄປ. ແຕ່ວ່າຫລາຍຄົນ ກະສະແດງຄວາມເປັນຫ່ວງເປັນໃຍ ແບບນັ້ນ.”

ແລະ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ກໍກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ສິງຫາ ນີ້ວ່າ:

“ຂ້າພະເຈົ້າກະເຫັນຄືກັນເນາະ ກອງປະຊຸມນີ້ມັນແມ່ນເປົ້າໝາຍຈີນ ທີ່ຢາກສ້າງເງື່ອນໄຂ ໃຫ້ຈີນ ໄດ້ມີບົດບາດ ແລະ ອິດທິພົນສູງຂຶ້ນ ຢູ່ປະເທດຕ່າງໆນີ້ -ເຂດ ແມ່ນໍ້າຂອງ. ສະນັ້ນ ຈຶ່ງໄປເນັ້ນໜັກ ການສິໄປຮ່ວມມື ເຣື່ອງເສຖກິດທີ່ເພິ່ນກ່າວໄປເນາະ. ແຕ່ວ່າບັນຫາ ຂອງແມ່ນໍ້າຂອງ ແທ້ໆ ບໍ່ກ່າວເຖິງເລີຍວ່າ ສິແກ້ໄຂຫຍັງແດ່. ກະເປັນບັນຫາ ໃຫຍ່ ຊຶ່ງວ່າໃນ ກອງປະຊຸມ ໜ້າສິຍົກເອົາບັນຫານີ້ໆມາ ກ່າວວ່າ ສິພາກັນຍຸຕິແນວໃດ ສິພາກັນຍົກເລີກ ແນວໃດ. ຫລືວ່າຫ້າມບໍ່ໃຫ້ມັນເກີດຂຶ້ນ ຕໍ່ໄປອີກ. ບໍ່ພາກັນເວົ້າ ແຕ່ກົງກັນຂ້າມ ພັດວ່າ ສິພາກັນ ຮ່ວມມື ສິພັທນາເສຖກິດສັງຄົມວັທນະທັມ. ຄັນສິເວົ້າກະແມ່ນວ່າ ໃນ 5 ປະເທດຕາມລໍານໍ້າຂອງ ນີ້ລະແມ່ນ ຈີນ ພຍາຍາມ ເຮັດທຸກສິ່ງ ທຸກຢ່າງ ເພື່ອໃຫ້ຕົນມີ ອິດທິພົລ ຫລືວ່າຄວບຄຸມ ຢູ່ໃນກໍາມືຂອງຕົນເອງ. ສະນັ້ນ ຈຶ່ງອາສັຍສັນຍາກັນກັບບັນດາ ປະເທດ ຕ່າງໆກະເປັນເງື່ອນໄຂ ເຮັດໃຫ້ຈີນ ມີອິດທິພົລເພີ່ມຂຶ້ນຕື່ມອີກ.”

ເມື່ອເວົ້າເຖິງປະເດັນ ແລະ ເນື້ອໃນຂໍ້ຕົກລົງຢູ່ກອງປະຊຸມ ສາສດາຈານ ອຽນ ແບ ເຫັນວ່າ ອາດມີອັນດີເກີດຂຶ້ນໄດ້ ແຕ່ກໍອາດມີເຣຶ່ອງເສັຍ, ເປັນການເວົ້າແບບລວມໆ ບໍ່ມີຣາຍລະອຽດ ເທົ່າໃດ:

“ຂ້າພະເຈົ້າຄຶດວ່າ ກະອາຈມີອັນດີເກີດຂຶ້ນໄດ້ຍ້ອນໂຕນີ້ ແຕ່ວ່າອາຈມີເຣື່ອງເສັຽຄືກັນ ໂດຍສະເພາະກ່ຽວກັບກາ​ນລົງທຶນນໍ໊ສ້າງເຂື່ອນ ໄຟຟ້ານໍ໋ ລະກະມັນກະເກີດບັນຫາ ຕໍ່ສິ່ງແວດລ້ອມ ຫລາຍອັນ. ລະກະຢ້ານວ່າ ການຮ່ວມກັບແບບນີ້ ມັນສິມີໂອກາດສິເກີດໂຄງການ ຫລາຍກວ່ານີ້ຕໍ່ໄປ ລະອາຈເກີດບັນຫາ ຫລາຍຂຶ້ນ ກວ່າເກົ່າ. ຂ້າພະເຈົ້າ ກະບໍ່ໄດ້ ຮຽນຮູ້ ຫລາຍປານໃດ ຈາກການທີ່ເຂົາເວົ້າ ນີ້ນະ ເພາະວ່າມັນບໍ່ຄ່ອຍມີ ລາຍລະອຽດ. ສິ່ງທີ່ຂ້າພະເຈົ້າຄຶດ ຄວນເວົ້າ ແມ່ນດຽວນີ້ກ່ຽວກັບ ການປ່ອຍນໍ້າ ອອກຈາກເຂື່ອນ ຢູ່ປະເທດ ຈີນ ຊຶ່ງມັນມີຜົລກະທົບ ລົງໄປລຸ່ມ. ໜ້າຈະມີຂໍ້ມູລເປີດເຜີຍ ໃຫ້ຫລາຍກວ່າເກົ່າ ບໍ່ແມ່ນສະເພາະ ໃຫ້ຣັຖບານ ເທົ່ານັ້ນ. ແຕ່ວ່າໃຫ້ຄົນທົ່ວໄປ ໃຫ້ຮູ້ວ່າດຽວນີ້ ການປ່ອຍນໍ້າມັນ ຄືແນວໃດ ແລ້ກະສິມີ ຜົລກະທົບຈັ່ງໃດ ກັບປະເທດຢູ່ລຸ່ມ ບໍ່ວ່າສິເປັນປະເທດ ຫລື ວ່າປະເທດລາວ ຫລືວ່າປະເທດໄທຍ ຫລືວ່າປະເທດກັມປູເຈັຽ ຫລືວ່າ ປະເທດວຽດນາມ.”

ແລະເມື່ອເວົ້າເຖິງເນື້ອໃນທີ່ໄດ້ຕົກລົງກັນ ຢູ່ກອງປະຊຸມ ກັບພາກປະຕິບັດຕົວຈິງ ດຣ. ບຸນທອນ ກ່າວວ່າ:

“ຂ້າພະເຈົ້າເຫັນວ່າເນື້ອໃນຕ່າງໆຫັ້ນມີເນື້ອໃນດີ ແຕ່ວ່າເບິ່ງພາກປະຕິບັດຕົວຈິງແລ້ວ ມັນໄກກັນຫຼາຍທີ່ເຮົາເຫັນຜ່ານມາ ເຖິງປັດຈຸບັນ. ພວກເຮົາມາສັງເກດ ເຫັນວ່າບັນຫາຢູ່ ປະເທດເຂດແມ່ນໍ້າຂອງນີ໊ ບໍ່ໄດ້ຖືກແກ້ໄຂ ບໍ່ໄດ້ດູແລຢ່າງຖືກຕ້ອງ ເພາະຈະສັງເກດເຫັນວ່າ ການສ້າງເຂື່ອນຢ່າງບໍ່ມີຂອບເຂດ ຢູ່ໃນ ສປປລາວ. ນີ້ບໍ່ມີປະເທດໃດ ທີ່ຈະມາຫ້າມ ສປປລາວ ໄດ້ ລະກະບໍ່ມີການແກ້ໄຂຢ່າງຖືກຕ້ອງ. ການຈັດຕັ້ງຫລືວ່າການຕົກລົງສັນຍາ ຕ່າງໆບໍ່ໄດ້ມີການປະຕິບັດ ຢ່າງສັກສິດແທ້. ການສ້າງເຂື່ອນນີ໊ ມັນໄດ້ສ້າງຜົລກະທົບໃຫ້ແກ່ ປະຊາຊົນທີ່ອາສັຍ ຢູ່ຕາມລໍາແມ່ນໍ້າຂອງນີ໊ ຢ່າງໜັກທີ່ສຸດ. ຄັນມາເວົ້າເຖິງສະພາບແວດລ້ອມ ກະຖືກທໍາຣາຍ. ບັນຫານໍ້າຖ້ວມບັນຫາ ພັຍແຫ້ງແລ້ງ ໄດ້ສ້າງບັນຫາ ໃຫຍ່ຫລວງ ທີ່ສຸດໃຫ້ແກ່ປະຊາຊົນ ທີ່ອາສັຍຢູ່ຕາມເຂດລຸ່ມແມ່ນໍ້າຂອງ. ອັນນີ້ສະແດງໃຫ້ເຫັນວ່າ ເນື້ອໃນ ກອງປະຊຸມນີ້ ເວົ້າດີຂຽນງາມ ແຕ່ຕົວຈິງແລ້ວແມ່ນຜົລຮ້າຍ ບໍ່ໄດ້ແກ້ໄຂບັນຫາໃນເຂດ ແມ່ນໍ້າຂອງ ໃຫ້ແກ່ປະຊາຊົນ ຢ່າງແທ້ຈິງ.”

ບັນດາຜູ້ນໍາປະເທດດັ່ງກ່າວ ຕີຣາຄາສູງໃນການປະຕິບັດແຜນງານ ແລະໂຄງການ 5 ປີຄືແຕ່ປີ 2018 ຫາປີ 2022 ໃນຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນໄລຍະ 2 ປີຜ່ານມາ ຮວມທັງໂຄງການ ທີ່ໄດ້ຮັບການສນັບ ສນູນຈາກຈີນ ດ້ວຍທຶນຈໍານວນ 300 ລ້ານ ໂດລາ ສະຫະຣັຖ .

ກອງປະຊຸມການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ນີ້ ໄດ້ຮັບຮອງເອົາຖແລງການ ວຽງຈັນ 12 ຂໍ້ ທີ່ຈະເພິ້ມການຮ່ວມມື ກັນຫລາຍດ້ານຂຶ້ນໄປຕື່ມ. ໃນຖແລງການນັ້ນ ເວົ້າເຖິງ ການຮ່ວມມືກັນຫລາຍດ້ານ ຊຶ່ງໃນນັ້ນ ຜູ້ນໍາ 6 ປະເທດໄດ້ຕີຣາ ແລະຕົກລົງ ກັນວ່າ:

-ເສຖກິດໂລກ ກຳລັງມີຄວາມທ້າທາຍຫລາຍຢ່າງ, ມີແຕ່ການຮ່ວມມືກັນເທົ່ານັ້ນ ຈຶ່ງຈະເອົາຊະນະບັນຫາ ທ້າທາຍນັ້ນໄດ້;

ແມ່ນ້ຳຂອງ ແລະແມ່ນໍ້າລ້ານຊ້າງ ເປັນແມ່ນ້ຳສັນຕິພາບ ການພັທນາຢ່າງຍືນຍົງ ຄວາມໝັ້ນຄົງ ແລະຄວາມສາມະຄີ ຊຶ່ງ ດຣ.ບຸນທອນ ກ່າວວ່າມັນແມ່ນ ຈີນສ້າງເງຶ່ອນໄຂ ຜູກມັດ ປະເທດລຸ່ມແມ່ນໍ້າຂອງ ບໍ່ໃຫ້ຕໍ່ວ່າຕໍ່ຂານແນວໃດ:

”ຂ້າພະເຈົ້າ ເຫັນວ່າ ໃນການທີ່ວ່າຈະໃຫ້ມີສັນຕິພາບ ກັບບັນດາປະເທດຕ່າງໆ ໃນເຂດແມ່ນໍ້າຂອງ. ມັນແມ່ນເງື່ອນໄຂທີ່ຈີນນີ້ນະ ສ້າງການຜູກພັນ ມັດກັບບັນຫາ ປະເທດຕ່າງໆ ຕາມ ລໍາແມ່ນໍ້າຂອງ ຄືບໍ່ໃຫ້ລຸກຂຶ້ນມາ ຕໍ່ວ່າຕໍ່ຂານຫຍັງກັບ ຈີນ. ຫາກຈີນສ້າງອັນໃດ ທີ່ມັນເປັນຜົລກະທົບ ຄືເຮົາກະເຫັນນີ້ລະ. ໃນການສ້າງເຂື່ອນບໍ່ມີຂອບເຂດ ປະເທດຕ່າງໆ ຕາມ ລຸ່ມແມ່ນໍ້າຂອງ ບັນຫາແຫ້ງແລ້ງ ບັນຫານໍ້າຖ້ວມ ບໍ່ມີໃຜສິກ້າລຸກມາຕໍ່ວ່າ. ລະບໍ່ແລ້ວ ໃນກອງປະຊຸມນີ້ ຍັງມີຂໍ້ຜູກມັດອີກ ເພື່ອວ່າໃຫ້ມີສັນຕິພາບ. ໝາຍຄວາມວ່າ ກະແມ່ນແຜນ ຂອງ ຈີນຫັ້ນລະທີ່ຫ້າງ ບັນຫາຂໍ້ຜູກມັດ ເພື່ອບໍ່ໃຫ້ປະເທດໃດລຸກຂຶ້ນມາ ຕໍ່ສູ້ ຕ້ານກັບຈີນໄດ້.”  

ແຕ່ເຖິງຢ່າງໃດກໍຕາມ ກອງປະຊຸມຍັງໄດ້ຕົກລົງກັນວ່າ ການປະຕິບັດວຽກງານທຸກຢ່າງ ຕ້ອງອີງຕາມຄວາມເຫັນດີເປັນເອກກະພາບ, ສເມີພາບ, ສມັກໃຈ,ປະສານງານ, ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຍດ ແລະເຄົາຣົບນັບຖື ຊຶ່ງກັນແລະກັນ;

-ປັບປຸງຣະບົບການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບນ້ຳໃຫ້ດີຂື້ນ ແລະຈີນເວົ້າວ່າຈະໃຫ້ຂໍ້ມູນກ່ຽວກັບນ້ຳຕລອດທັງປີ ຊຶ່ງ ສາສດາຈານ ອຽນ ແບ ກ່າວວ່າ ກະຍັງເປັນຫ່ວງວ່າ ຈະໃຫ້ໃນລັກສນະແບບໃດ:

“ກະຍັງເປັນຫ່ວງຄືກັນ ເພາະວ່າຂະເຈົ້າກະເວົ້າຢູ່ວ່າ ສິໃຫ້ຂໍ້ມູນແຕ່ວ່າສິໃຫ້ລັກສນະໃດ ຫລືວ່າສິໃຫ້ໃນໄລຍະເວລາທໍ່ໃດ ເພາະວ່າອັນນີ້ ກະຍັງບໍ່ທັນຊັດເຈນນະ ອັນນີ້ກະຍັງບໍ່ທັນແນ່ ໃຈວ່າ ເຂົາສິໃຫ້ແບບໃດແທ້ ແຕ່ຄວນຕ້ອງໃຫ້ທຸກຣະດູການ ບໍ່ແມ່ນສະເພາະຣະດູໃດ ຣະດູນຶ່ງ.”

ເວົ້າເຖິງເຣຶ່ອງທີ່ວ່ານີ້ ຍານາງ ພຽນພອນ ດີເທດ ຜູ້ອໍານາຍການຝ່າຍ ຣະດົມຂົນຂວາຍ ຂອງອົງການແມ່ນໍ້າຂອງສາກົນ ປະຈໍາປະເທດ ໄທຍ ເວົ້າກັບວິທຍຸເອເຊັຍເສຣີໃ ນມື້ວັນທີ 26 ສິງຫານີ້ວ່າ ການແບ່ງປັນຂໍ້ມູນ ແລະ ຂ່າວສານ ເປັນສິ່ງສໍາຄັນ. ແຕ່ຂໍ້ມູນແຈ້ງເຕືອນນັ້ນ ມີແຕ່ຜ່ານຊ່ອງທາງຣັຖບານ ແລະ ຂ່າວນັ້ນ ບໍ່ໄປເຖິງມວນຊົນທັນເວລາ ແລະບໍ່ພຽງພໍ ໂດຍສະເພາະຊຸມຊົນ ທີ່ຢູ່ຕາມແຄມແມ່ນໍ້າຂອງ.
ສິ່ງທີ່ຈໍາເປັນອັນຮີບດ່ວນ ຄືເຈດຈໍານົງທາງການເມືອງ ທີ່ຈິງໃຈ ຣະຫວ່າງຈີນ  ແລະປະເທດທີ່ຢູ່ທ້າຍນໍ້າ ເພື່ອຫລຸດຜ່ອນການທໍາລາຍ ສິ່ງແວດລ້ອມ ຂອງແມ່ນໍ້າຂອງ ແລະ ເພິ່ມການ ບໍຣິຫານ ຈັດການແບບມີສ່ວນຮ່ວມຂອງ ຊັພຍາກອນ ທີ່ໃຊ້ຮ່ວມກັນ ໃນຂົງເຂດນີ້ ຊຶ່ງລວມເຖິງການປ່ຽນແປງ ວິທີການດໍາເນີນການ ຂອງເຂື່ອນນໍາດ້ວຍ.

ຍານາງ ພຽນພອນ ກ່າວຕື່ມວ່າ ຂ້າພະເຈົ້າເຫັນວ່າ ຜູ້ຄົນທີ່ອາໃສຢູ່ຕາມລໍາແມ່ນ້າຂອງ ບໍ່ເຄີຍເວົ້າເຖິງລໍາດັບ ຄວາມສໍາຄັນຂອງການ ຮ່ວມມືນີ້. ຈີນ ແລະຣັຖບານປະເທດລຸ່ມ ແມ່ນໍ້າຂອງ ຕ້ອງຮັບຟັງ ສຽງຂອງຜູ້ຄົນ ທີ່ອາສັຍຢູ່ແຄມແມ່ນໍ້າ ແລະຜູ້ທີ່ໄດ້ຮັບຜົລກະທົບ ຫລາຍທີ່ສຸດ ຈາກການພັທນາ ຂອງພວກຕົນນັ້ນ.

ໃນຂນະທີ່ນັກວິຊການ ດ້ານເຂື່ອນໃນລາວ ຜູ້ຂໍສງວນຊື່ ແລະສຽງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ສິງຫາ ນີ້ວ່າ ຈີນ ບໍ່ໄດ້ປິດບັງ ຂໍ້ມູນກ່ຽວກັບນໍ້ານັ້ນ ແຕ່ຢ່າງໃດ.

ເຖິງຢ່າງໃດກໍຕາມ ກອງປະຊຸມຍັງໄດ້ຕົກລົງ ຮ່ວມມືກັນຫຼາຍຂຶ້ນ ໃນດ້ານຊັພຍາກອນນ້ຳ ສິ່ງແວດລ້ອມ ກະສິກັມ ຊາວໜຸ່ມ ແລະການຝຶກ ອົບຮົມວິຊາຊີບ.

ການຮ່ວມມືກັນທັງໝົດ ທີ່ກ່າວມານັ້ນ ຈະອີງໃສ່ 3 ເສົາຄ້ຳໃຫຍ່ ຄື ການເປັນຄູ່ ພັທນາ, ການເມືອງ ແລະຄວາມໝັ້ນຄົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.