ອົງການ ພັນທະມິດ ເພື່ອປະຊາທິປະໄຕ ໃນລາວ (ພປລ) ທີ່ມີສູນກາງ ຢູ່ປະເທດ ເຢັຍຣະມັນ ໄດ້ຮ່ວມກັບ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ຂະແມຄຣອມ ໂດຍການປະສານງານ ຂອງ ສາສດາຈານ ໂຈຊົວ ກຸບເປີ ຈັດກອງປະຊຸມຍ່ອຍ (side event) ຂຶ້ນ ທີ່ສໍານັກງານ ອົງການສະຫະ ປະຊາຊາດ ຢູ່ນະຄອນ ເຈັນນີວາ ປະເທດ ສວິສເຊິແລນດ໌ ໃນມື້ວັນທີ 3 ກໍຣະກະດາ ໃນໂອກາດ ກອງປະຊຸມ ສະພາສິດທິມະນຸດ ຄັ້ງທີ 41 ຂອງສະຫະປະຊາດ ທີ່ສາສດາຈານ ຟິລິບ ອາລສເຕິນ, ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກ ທີ່ສຸດ ແລະ ສິດທິມະນຸດ, ທີ່ໄດ້ເຫັນສະພາບ ຄວາມເປັນຈິງຕ່າງໆ ທັງຢູ່ພາກເໜືອ ແລະ ພາກໃຕ້ ຂອງລາວ ຣາຍງານ ຊຶ່ງຣັຖບານສປປລາວ ໄດ້ຕອບໂຕ້.
ໃນກອງປະຊຸມຮ່ວມດັ່ງກ່າວ ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານພັນທະມິດ ເພື່ອປະຊາທິປະໄຕ ໃນລາວ, ໄດ້ກ່າວເຖິງ ຈຸດປະສົງ ສໍາຄັນ ຂອງກອງປະຊຸມ ຊຶ່ງໃນນັ້ນ ໄດ້ເວົ້າເຖິງຫຼາຍບັນຫາ ທີ່ເກີດຂຶ້ນ ຢູ່ ສປປລາວ ເປັນຕົ້ນແມ່ນ ບັນຫາການຣະເມີດສິດທິມະນຸດ, ການສໍ້ໂກງ, ບັນຫາຢາເສບຕິດ ແລະ ການຄ້າມະນຸດ:
"ໃນກອງປະຊຸມ ຊາຍດ໌ ອີເວັນ (side event) [ກອງປະຊຸມຍ່ອຍ] ຄັ້ງນີ້ ອັນສໍາຄັນທີ່ສຸດ ກໍແມ່ນວ່າ ເພື່ອ ເນັ້ນໜັກ ບັນຫາຍຶດທີ່ດິນ ບັນຫາສ້າງເຂື່ອນ ທີ່ບໍ່ມີຂອບເຂດ ບັນຫາ ຣະເມີດສິດທິມະນຸດ, ສິດທິການເມືອງ, ສິດທິພົລເມືອງ ລະກະບັນຫາສັງຄົມ, ບັນຫາການສໍ້ຣາສບັງຫລວງ, ການຄ້າມະນຸດ, ບັນຫາຜລິດ ຢາເສບຕິດ,ບັນຫາແຮງງານ.”
ເວົ້າເຖິງ ການຣາຍງານ ຂອງ ສາສດາຈານ ຟິລິບ ອາລສເຕິນ, ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກທີ່ສຸດ ແລະສິດທິ ມະນຸດ, ປະທານອົງການ ພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ຕີຣາຄາວ່າ ເປັນການຣາຍງານ ທີ່ຖືກຕ້ອງ ກັບສະພາບ ຄວາມເປັນຈິງ ຢູ່ ປະເທດລາວ:
"ພວກເຮົາ ກະໄດ້ກ່າວຢັ້ງຢືນ ເຖິງບົດຣາຍງານ ຂອງ ສາສດາຈານ ພີລິບ ອາລສເຕິນ (Philip Alston) ເປັນບົດຣາຍງານ ທີ່ຖືກຕ້ອງ ແລະ ປະຊາຊົນລາວ ໃນທົ່ວປະເທດ ລະກະ ນອກປະເທດ ກໍມີຄວາມພາກພູມໃຈ ລະກະຢັ້ງຢືນວ່າ ເປັນບົດຣາຍງານ ທີ່ຖືກຕ້ອງ ມີຄວາມຈິງ."
ແລະ ເມື່ອເວົ້າເຖິງ ການຕອບໂຕ້ ຂອງຣັຖບານ ສປປລາວ ຕໍ່ຣາຍງານ ຂອງສາສດາຈານ ຟິລິບ ອາລສເຕິນ, ຜູ້ຣາຍງານພິເສດ ສະຫະປະຊາຊາດ ທີ່ເວົ້າເຖິງ ຄວາມທຸກຍາກ ແລະ ສິດທິມະນຸດ ຢູ່ປະເທດລາວ, ຊຶ່ງທ່ານ ຄໍາອິນ ຄິດຈະເດດ, ຫົວໜ້າ ຄນະຜູ້ແທນ ສປປລາວ, ໄດ້ກ່າວ ຢູ່ໃນກອງປະຊຸມ ສະພາສິດທິມະນຸດ ຄັ້ງທີ 41 ຂອງສະຫະປະຊາດນັ້ນ, ດຣ. ບຸນທອນ ຈັນທະລາວົງ-ວີເຊີ ຕີຣາຄາ ວ່າ ເປັນການ ພິກປີ້ນ ຄວາມເປັນຈິງ ທີ່ເກີດຂຶ້ນຢູ່ ສປປລາວ:
"ການຕອບໂຕ້ ຂອງທາງການ ສປປລາວ ຕໍ່ບົດຣາຍງານ ຂອງສາສດາຈານ ຟີລິບ ອາລສເຕິນ (Philip Alston) ນັ້ນ ເປັນການຕອບໂຕ້ທີ່ວ່າ ພຍາຍາມພິກປີ້ນ ຄວາມເປັນຈິງ ທີ່ເກີດຂຶ້ນ ໃນລາວ ທັ້ໆທີ່ບົດຣາຍງານ ຂອງສາສດາຈານ ອາລສເຕິນ (Alston) ເປັນບົດຣາຍງານ ທີ່ຖືກຕ້ອງ ຕາມສະພາບຄວາມເປັນຈິງ ທັງໝົດ. ລະການຕອບໂຕ້ ຂອງທາງການ ສປປລາວ ນີ້ ເປັນການປົກປິດ ບໍ່ໃຫ້ບັນຫາ ການຣະເມີດ ສິດທິມະນຸດ ບັນຫາ ຄວາມຍາກຈົນ ທີ່ຮ້າຍແຮງ ຢູ່ໃນສປປລາວ.”
ພ້ອມກັນນັ້ນ, ປະທານພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ກໍໄດ້ຕີຣາຄາ ຜົນກອງປະຊຸມຍ່ອຍ (side event) ທີ່ສໍານັກງານ ອົງການ ສະຫະປະຊາຊາດ ຢູ່ນະຄອນເຈັນນີວາ ໃນມື້ວັນທີ 3 ກໍຣະກະດາ ໃນໂອກາດ ກອງປະຊຸມສະພາສິດທິມະນຸດ ຄັ້ງທີ 41 ຂອງສະຫະປະຊາດ ວ່າ ມີຄວາມສໍາຄັນຍິ່ງ ເປັນຕົ້ນ ໄດ້ຕີຣາຄາ ບົດຣາຍງານ ຂອງສາສດາຈານ ຟິລິບ ອາລສເຕິນ ວ່າ ເປັນ ການຣາຍງານ ທີ່ຖືກຕ້ອງຕາມຄວາມເປັນຈິງ ແລະຕີຣາຄາ ການຕອບໂຕ້ຂອງຣັຖບານ ສປປລາວ ຕໍ່ບົດຣາຍງານດັ່ງກ່າວ ວ່າເປັນການພິກປີ້ນ ຄວາມເປັນຈິງ ທີ່ເກີດຂຶ້ນ ຢູ່ລາວ ຮວມທັງ ໄດ້ຢໍ້າເຖິງ ບັນຫາການສ້າງເຂື້ອນໄຟຟ້າ ແບບບໍ່ມີຂອບເຂດ ແລະ ບັນຫາ ການຊົດເຊີຍ ຄວາມເສັຽຫາຍ ຂອງປະຊາຊົນ ແບບບໍ່ຖືກຕ້ອງ ແລະ ບໍ່ເປັນທັມ ໃຫ້ສະພາສິດທິມະນຸດ ສະຫະປະຊາຊາດ ຮັບຊາບນໍາດ້ວຍ.
